ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວເດັ່ນ! ອະດີດປະທານາທິບໍດີ ດໍໂນລ ທຣຳ ຖືກພົບເຫັນວ່າ ມີຄວາມຜິດທາງອາຍາ ໃນທຸກຂໍ້ຫາ 34 ກະທົງ


ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ພວມຍ່າງອອກມາຈາກສານອາຍາ ນະຄອນແມນແຮັດຕັນ ຂອງລັດນິວຢອກ ຫຼັງຈາກຄະນະຕຸລາການ ໄດ້ພົບເຫັນວ່າ ທ່ານມີຄວາມຜິດທາງອາຍາ ຕໍ່ຂໍ້ກ່າວຫາ 34 ກະທົງ, ວັນທີ 30 ພຶດສະພາ 2024.
ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ພວມຍ່າງອອກມາຈາກສານອາຍາ ນະຄອນແມນແຮັດຕັນ ຂອງລັດນິວຢອກ ຫຼັງຈາກຄະນະຕຸລາການ ໄດ້ພົບເຫັນວ່າ ທ່ານມີຄວາມຜິດທາງອາຍາ ຕໍ່ຂໍ້ກ່າວຫາ 34 ກະທົງ, ວັນທີ 30 ພຶດສະພາ 2024.

ທ່ານ ດໍໂນລ ທຣຳ ໄດ້​ຖືກ​ພົບເຫັນວ່າ ມີຄວາມຜິດໃນຂະດີອາຍາ ຈ່າຍເງິນປິດປາກ ​ໃນ​ລັດ ນິວຢອກ, ອັນເປັນການ​ຕັດ​ສິນ​ຂອງ​ຄະ​ນະ​ຕຸ​ລາ​ການ​ ທີ່ເປັນຂີດໝາຍສຳຄັນ ​ເຮັດ​ໃຫ້​ທ່ານ ​ເປັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ເມ​ລິ​ກາ​ຄົນ​ທຳ​ອິດ​ທີ່​ຖືກ​ຕັດ​ສິນ​ວ່າ ​ມີ​ຄວາມ​ຜິດ​ທາງອາຍາ ໃນ​ປະ​ຫວັດ​ສາດ​ເກືອບ 250 ປີ​ ຂອງ​ປະ​ເທດ​ຊາດ ອີງຕາມລາຍງານຂອງອົງການຂ່າວເອພີ.

ຄຳ​ພິພາກສາ​ຂອງ​ຄະນະຕຸລາການ ​ໃນ​ວັນ​ພະຫັດ​ ຕອນບາຍ​ມື້ນີ້ ​ໄດ້​ເປັນທີ່ສິ້ນສຸດຂອງການດຳເນີນຄະດີ ​ເຊິ່ງສຸມໃສ່ຂໍ້ກ່າວອ້າງທີ່ໜ້າລັງກຽດຂອງການປົກປິດເລື້ອງເພດສຳພັນ ແລະທາງດ້ານການເງິນ ແລະເປັນການເປີດທາງທີ່ຈະເຮັດໃຫ້ທ່ານທຣຳ ອາດຖືກຂັງຄຸກໄລຍະນຶ່ງ.

ຄຳ​ຕັດສິນ​ດັ່ງກ່າວ ​ເປັນ​ການສະແດງເຖິງ ​ການ​ພິຈາລະນາ​ຄະດີຂອງສານ ​ທີ່​ໜ້າ​ຕື່ນ​ຕົກໃຈ​ຂອງ​ທ່ານ ທຣຳ, ຜູ້​ທີ່​ຖືກ​ກ່າວ​ຫາ​ໃນ​ອີກສາມຄະດີ​ອາຍາ​ ​ແຕ່​ຍັງ​ບໍ່​ທັນ​ຖືກ​ດຳເນີນຄະດີເທື່ອ ​ຈົນເຖິງ​ປັດຈຸ​ບັນນີ້.

ຫົກເດືອນກ່ອນການເລືອກຕັ້ງປະທານາທິບໍດີ ເຊິ່ງ ທ່ານ ທຣຳ ເປັນຜູ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນເປັນປະທານາທິບໍດີຈາກພັກຣີພັບບລີກັນ, ໂດຍຄໍາຕັດສິນດັ່ງກ່າວ ຈະທົດສອບຄວາມຕັ້ງໃຈຂອງຜູ້ລົງຄະແນນສຽງ ເປັນຄັ້ງທຳອິດທີ່ຈະເລືອກ ເອົາຜູ້ສະຫມັກທີ່ມີປະຫວັດທາງອາຍາທີ່ກ່ຽວຂ້ອງກັບການຈ່າຍເງິນປິດປາກໃຫ້ແກ່ນັກສະແດງຮູບເງົາສຳລັບຜູ້ໃຫຍ່.

Donald Trump has been convicted in his New York hush money trial, a landmark jury verdict making him the first former American president to be found guilty of felony crimes in the nation’s nearly 250-year history.

The jury’s judgment Thursday caps a trial centered on lurid claims of sex and financial coverups and exposes Trump to prison time. The verdict represents a stunning courtroom reckoning for Trump, who was indicted in three other felony cases but wasn’t convicted until now.

Coming six months before the presidential election in which Trump is the presumptive Republican nominee, the verdict will test voters’ willingness to elect for the first time a candidate with a criminal record related to hush money payments to a porn star.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG