ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຟລໍຣິດາຖືກຟ້ອງ ​ຍ້ອນກົດໝາຍ ທີ່ຂັດຂວາງ​ບໍ່​ໃຫ້ຊາວຈີນ ແລະຊາວຕ່າງປະເທດອື່ນໆ ຊື້ອະສັງຫາລິມະຊັບ


ແຟ້ມຮູບ-ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ເດຊານທິສ ກ່າວປາໄສຢູ່ບ່ອນຖະແຫຼງຂ່າວໃນເມືອງໄມອາມີ, ວັນທີ 9 ພຶດສະພາ 2023. ກຸ່ມຂອງປະຊາຊົນຊາວຈີນທີ່ອາໄສ ແລະເຮັດວຽກຢູ່ໃນລັດດັ່ງກ່າວ ກໍາລັງດໍາເນີນການຟ້ອງຮ້ອງຕໍ່ລັດຖະບານທ້ອງຖິ່ນ ກ່ຽວກັບກົດໝາຍໃໝ່ທີ່ຈໍາກັດຊາວຈີນ ໃນການຊື້ອະສັງຫາລິມະຊັບ.
ແຟ້ມຮູບ-ຜູ້ປົກຄອງລັດຟລໍຣິດາ ທ່ານຣອນ ເດຊານທິສ ກ່າວປາໄສຢູ່ບ່ອນຖະແຫຼງຂ່າວໃນເມືອງໄມອາມີ, ວັນທີ 9 ພຶດສະພາ 2023. ກຸ່ມຂອງປະຊາຊົນຊາວຈີນທີ່ອາໄສ ແລະເຮັດວຽກຢູ່ໃນລັດດັ່ງກ່າວ ກໍາລັງດໍາເນີນການຟ້ອງຮ້ອງຕໍ່ລັດຖະບານທ້ອງຖິ່ນ ກ່ຽວກັບກົດໝາຍໃໝ່ທີ່ຈໍາກັດຊາວຈີນ ໃນການຊື້ອະສັງຫາລິມະຊັບ.

ປະຊາຊົນສັນຊາດຈີນກຸ່ມນຶ່ງ ທີ່ອາໄສ ແລະເຮັດວຽກ ຢູ່ໃນລັດຟລໍຣິດາ ກໍາລັງ ດໍາເນີນການຟ້ອງຮ້ອງລັດຖະບານທ້ອງຖິ່ນກ່ຽວກັບກົດໝາຍໃໝ່ ທີ່ສັ່ງຫ້າມບໍ່ໃຫ້ປະຊາຊົນສັນຊາດຈີນຊື້ອະສັງຫາລິມະຊັບຢູ່ໃນພື້ນທີ່ ທີ່ມີຂະໜາດໃຫຍ່ຂອງລັດ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ສຳ​ນວນ​ຟ້ອງດັ່ງກ່າວ ໄດ້ຍື່ນຂື້ນຫາສານຂອງລັດຖະບານກາງໃນວັນຈັນວານນີ້ ໂດຍສະຫະ​ພັນແຫ່ງເສລີພາບ ຂອງພົນລະເມືອງຊາວອາເມຣິກັນ, ​ໂດຍໄດ້ໂຕ້ຖຽງວ່າ ກົດໝາຍບໍ່ມີຄວາມຍຸຕິທໍາ ເຊິ່ງໄດ້ແນເປົ້າໝາຍໃສ່ຄົນຕ່າງປະເທດ ເນື່ອງຈາກເປັນການດໍາເນີນງານຂອງລັດຖະບານເຂົາ​ເຈົ້າ. ກົດໝາຍໃໝ່ນີ້ ແມ່ນພົວພັນເຖິງດິນທີ່ຢູ່ໃກ້ກັບຖານທັບ ແລະບໍລິເວນທີ່ເປັນພື້ນຖານໂຄງລ່າງທີ່ສໍາຄັນ ແລະກໍຍັງຈະສົ່ງຜົນກະທົບຕໍ່ປະຊາຊົນຊາວ ຄິວບາ, ເວເນຊູເອລາ, ຊີເຣຍ, ອີຣ່ານ, ຣັດເຊຍ ແລະເກົາຫຼີເໜືອ. ແຕ່ປະຊາຊົນຊາວຈີນ ຊໍ້າພັດປະເຊີນກັບກົດຂໍ້ຈໍາກັດທີ່ຫຍຸ້ງຍາກທີ່ສຸດ.

TALLAHASSEE, Fla. (AP) — A group of Chinese citizens living and working in Florida is suing the state over a new law that bans Chinese nationals from purchasing property in large swaths of the state.

The suit filed Monday in federal court by the American Civil Liberties Union argues the law unfairly targets foreign citizens because of the actions of their governments. The new law applies to land near military installations and critical infrastructure and also affects citizens of Cuba, Venezuela, Syria, Iran, Russia, and North Korea. But Chinese citizens face the harshest restrictions.

XS
SM
MD
LG