ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດພະລັງງານໄຟຟ້າ ຈະໃຫ້ ຜົນດີທີ່ສຸດ ຕໍ່ລາວ ໃນອະນາຄົດ


ປໍ້ານໍ້າມັນແຫ່ງນຶ່ງ ໃນນະຄອນວຽງຈັນ
ປໍ້ານໍ້າມັນແຫ່ງນຶ່ງ ໃນນະຄອນວຽງຈັນ
ຄະນະຊ່ຽວຊານຂອງອົງການເພື່ອການຮ່ວມມືສາກົນແຫ່ງ
ຍີ່ປຸ່ນ (JICA) ສະເໜີລາຍງານການສຶກສາວິໄຈ ກ່ຽວກັບ
ການນໍາໃຊ້ຍານພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟ
ຟ້າໃນລາວວ່າ ຈະສົ່ງຜົນດີທີ່ສຸດຕໍ່ລາວ ເພາະບໍ່ພຽງແຕ່ຈະ
ເຮັດໃຫ້ສາມາດປະຢັດນໍ້າມັນ ທີ່ຕ້ອງນໍາເຂົ້າຈາກຕ່າງປະ
ເທດໄດ້ຢ່າງຫຼວງຫຼາຍເທົ່ານັ້ນ ຫາກແຕ່ກໍຍັງຈະມີສ່ວນຊ່ວຍ
ຫຼຸດບັນຫາສະພາວະໂລກຮ້ອນ ດ້ວຍການລົດປະລິມານການ
ປ່ອຍແກັສຄາບອນໄດອ໊ອກໄຊ້ຂຶ້ນໄປຊັ້ນບັນຍາກາດໂລກ
ໄດ້ດ້ວຍ.

ທັງນີ້ໂດຍຈາກການສຶກສາວິໄຈຂອງຄະນະຊ່ຽວຊານຈາກ
ອົງການ JICA ທີ່ໄດ້ດໍາເນີນການເກັບກໍາ ຂໍ້ມູນພາກສະ
ໜາມ ໃນຊ່ວງເດືອນມັງກອນ-ຕຸລາ 2012 ທີ່ຜ່ານມາ ພົບວ່າຖ້າຫາກມີການນໍາໃຊ້ຍານ
ພາຫະນະທີ່ຂັບເຄື່ອນ ດ້ວຍພະລັງງານໄຟຟ້າແທນພາຫະນະ ທີ່ຂັບເຄື່ອນດ້ວຍນໍ້າມັນ
ໃນສັດສ່ວນທີ່ ບໍ່ຕໍ່າກວ່າ 40% ຂອງຈໍານວນຍານພາຫະນະທັງໝົດນັ້ນ ກໍຈະເຮັດໃຫ້
ລາວສາມາດຫຼຸດການນໍາເຂົ້ານໍ້າມັນຈາກຕ່າງປະເທດ ໄດ້ໃນມູນຄ່າເຖິງ 180 ລ້ານໂດ
ລາ ໃນປີ 2020 ແລະຖ້າຫາກເພີ່ມຂຶ້ນເປັນ 80% ໄດ້ໃນປີ 2030 ກໍຍິ່ງຈະເຮັດໃຫ້ສາ
ມາດຫຼຸດການນໍາເຂົ້ານໍ້າມັນໄດ້ ເຖິງ 938 ລ້ານໂດລາອີກດ້ວຍ.

ແຕ່ຢ່າງໃດກໍຕາມ ຄະນະຊ່ຽວຊານຂອງອົງການ JICA ກໍເນັ້ນຢໍ້າວ່າການທີ່ ລາວຈະ
ໄດ້ຮັບຜົນດີ ແລະຜົນປະໂຫຍດດັ່ງກ່າວຢ່າງແທ້ຈິງນັ້ນ ກໍມີຄວາມ ຈໍາເປັນຢ່າງຍິ່ງ
ທີ່ຈະຕ້ອງມີການປັບລົດອັດຕາພາສີໃຫ້ຕໍ່າລົງສໍາລັບການນໍາ ເຂົ້າຍານພາຫະນະທີ່
ຂັບເຄື່ອນດ້ວຍພະລັງງານໄຟຟ້າເພື່ອໃຫ້ສາມາດແຂ່ງຂັນດ້ານລາຄາ ກັບຍານພາຫະ
ນະທີ່ຂັບເຄື່ອນດ້ວຍນໍ້າມັນໄດ້ຢ່າງແທ້ຈິງ ແລະໃນຂະນະດຽວກັນ ລັດຖະບານລາວ
ກໍຈະຕ້ອງປັບຂຶ້ນພາສີນໍ້າມັນເພື່ອ ຊຸກຍູ້ໃຫ້ປະຊາຊົນຫັນມານໍາໃຊ້ຍານພາຫະນະ ທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າເປັນຫຼັກນັ້ນເອງ.

ຖະໜົນໃນວຽງຈັນທີ່ມີບັນຫາການຈາລະຈອນຄັບຄັ່ງ
ຖະໜົນໃນວຽງຈັນທີ່ມີບັນຫາການຈາລະຈອນຄັບຄັ່ງ

ນອກຈາກນີ້ ເພື່ອເປັນການຢັ້ງຢືນວ່າການສຶກສາວິໄຈ
ດັ່ງກ່າວຈະສົ່ງຜົນດີທີ່ ສຸດຕໍ່ລາວຢ່າງແທ້ຈິງນັ້ນ ຄະນະ
ຊ່ຽວຊານຂອງອົງການ JICA ກໍຈະດໍາເນີນການທົດລອງ
ການນໍາໃຊ້ຍານພາຫະນະທີ່ຂັບເຄື່ອນດ້ວຍພະລັງງານ
ໄຟຟ້າຢູ່ ໃນເຂດນະຄອນວຽງຈັນ ແລະຢູ່ທີ່ແຂວງຫຼວງພະ
ບາງໃນຊ່ວງເດືອນຕຸລາ-ທັນວາ 2013 ນີ້ ໂດຍຈະທົດລອງ
ດ້ວຍລົດຈັກ 2 ຄົນ ລົດຕຸກຕຸກ 1 ຄັນ ແລະລົດຍົນສີ່ລໍ້ 1
ຄັນ ໂດຍຈະຮ່ວມມືກັບຄະນະວິດສະວະກໍາມະສາດຂອງ
ມະຫາວິທະຍາໄລແຫ່ງຊາດລາວໃນການຜະລິດລົດຍົນ
ຕົ້ນແບບທີ່ຈະ ນໍາໃຊ້ທົດລອງດັ່ງກ່າວແລ້ວນັ້ນ ກໍຈະສະເໜີເປັນແຜນແມ່ບົດ ຕໍ່ລັດຖະ
ບານລາວຕໍ່ໄປ.

ໃນປັດຈຸບັນນີ້ ທົ່ວປະເທດລາວມີຍານພາຫະນະທຸກຊະນິດທີ່ຂັບເຄື່ອນດ້ວຍນໍ້າມັນ
ເຊື້ອໄຟຈໍານວນທັງໝົດຫຼາຍກວ່າ 1.5 ລ້ານຄັນ ຊຶ່ງເມື່ອປະກອບກັບການທີ່ມີການ
ລົງທຶນຈາກຕ່າງຊາດເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເຮັດໃຫ້ ລາວຕ້ອງນໍາເຂົ້ານໍ້າມັນທັງໝົດ
100% ຈາກຕ່າງປະເທດເພີ່ມຂຶ້ນທຸກປີ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດ ນໍ້າ
ມັນເຊື້ອໄຟລາວຢືນຢັນວ່າ:

“ເນື່ອງຈາກວ່າລາວເຮົານີ້ຍັງເປັນປະເທດທີ່ນໍາເຂົ້ານໍ້າມັນທັງໝົດ 100%
ເພາະວ່າພວກເຮົາບໍ່ມີບໍ່ນໍ້າມັນ ບໍ່ມີແຫຼ່ງນໍ້າມັນ ການຊົມໃຊ້ນໍ້າມັນຂອງປະ
ເທດເຮົານີ້ກໍເພີ່ມຂຶ້ນປະມານ 7-10% ຕໍ່ປີ ສະນັ້ນແຫຼະຂ້າພະເຈົ້າຮຽນສະ
ເໜີພີ່ນ້ອງປະຊາຊົນ ຫຼືສັງຄົມທົ່ວໄປຫັ້ນແຫຼ່ະເນາະ ຍ້ອນວ່ານໍ້າມັນນີ້ເປັນ
ສິນຄ້າຍຸທະສາດ ເປັນສິນຄ້າສໍາຄັນແລະນໍາເຂົ້າດ້ວຍເງິນຕາຕ່າງປະເທດ
ນີ້ ມີແຕ່ວ່າເຮົານໍາໃຊ້ຢ່າງປະຢັດໃຫ້ຄຸ້ມຄ່າຫັ້ນ ເພາະວ່າຜ່ານມານີ້ ພວກ
ເຮົາກະນໍາໃຊ້ຢ່າງຫຼວງຫຼາຍ.”


ທາງດ້ານກະຊວງອຸດສາຫະກໍາແລະການຄ້າ ກໍລາຍງານວ່າລາວໄດ້ນໍາເຂົ້ານໍ້າມັນ
ຫຼາຍກວ່າ 800 ລ້ານລິດ ຫຼືຄິດເປັນມູນຄ່ານໍາເຂົ້າເກີນກວ່າ 560 ລ້ານໂດລາໃນປີ
2012 ໂດຍຖ້າຫາກທຽບກັບປີ 2010 ທີ່ມີການນໍາເຂົ້ານໍ້າ ມັນ 560 ລ້ານລິດນັ້ນ
ກໍໝາຍຄວາມວ່າການນໍາເຂົ້ານໍ້າມັນໃນໄລຍະດັ່ງ ກ່າວໄດ້ເພີ່ມຂຶ້ນເກີນກວ່າ 42%
ແລະໃນປີ 2013 ນີ້ ກໍຄາດວ່າລາວຈະ ຕ້ອງນໍາເຂົ້ານໍ້າມັນຈາກຕ່າງປະເທດບໍ່ໜ້ອຍ
ກວ່າ 900 ລ້ານລິດຢ່າງແນ່ນອນ.
XS
SM
MD
LG