ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖ້າພັກເດໂມແຄຣັດ ໄດ້ຮັບບ່ອນນັ່ງກາງສະໄໝຫຼາຍຂຶ້ນ ມັນກໍຈະມີການປ່ຽນແປງ ການເປັນ ປ. ຂອງ ທ່ານດໍໂນລ ທຣໍາ


Democratic Gains in Midterms Would Alter Trump's Presidency
please wait

No media source currently available

0:00 0:02:41 0:00

ບັນດາ​ຜູ້ມີສິດ​ປ່ອນ​ບັດ​ ໃນ​ສະຫະລັດ ຈະ​ພາກັນ​ໄປລົງ​ຄະ​ແນນ​ສຽງໃນ​ເດືອນ​ພະຈິກ​
ຈະ​ມາ​ເຖິງ​ນີ້ ເພື່ອ​ເລືອກ​ເອົາ ​ສະມາຊິກ​ສະພາ​ກາງ​ສະ​ໄໝ ທີ່ມີ ຄວາມສຳຄັນເປັນພິ
ເສດ ບ່ອນ​ທີ່​ພັກຣີພັບ​ບລິ​ກັນ ​ຄວບ​ຄຸ​ມທັງ​ສອງ​ສະພາ ຄື ສະພາ​ຕໍ່າ​ແລະ​ສະພາ​ສູງທີ່
ພວມຕົກຢູ່ໃນອັນຕະລາຍ. ຜົນ​ຂອງ​ການ​ເລືອກຕັ້ງ​ອາດ​ຈະ​ມີ​ຜົນ​ກະທົບ​ຢ່າງແຮງ ຕໍ່
ປະທານາທິບໍດີ ດໍ​ໂນລ ທຣໍາ ນຳ​ດ້ວຍແລະ​ປະທານາທິບໍດີ​ກຳລັງ​ເລີ້ມ​ສະແດງຮ່ອງ
ຮອຍໃຫ້ເຫັນວ່າ ທ່ານໃຫ້ຄວາມສົນໃຈແລ້ວ. ນັກ​ຂ່າວ​ວີ​ໂອ​ເອ ທ່ານ​ຈິ​ມ ມາ​ໂລ​ນ ມີ
ລາຍ​ເລື່ອງນີ້ ຈາກວໍ​ຊິງ​ຕັນ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳເອົາລາຍລະອຽດ ​ມາສະ​ເໜີ​ທ່ານ.

ການ​ເຕົ້າໂຮມຄື​ກັບ​ການໂຄສະນາ​ຫາ​ສຽງ​ຫວ່າງ​ມໍ່ໆມາ​ນີ້ ຢູ່ທີ່​ລັດ​ມີ​ຊີ​ແກນ ປະ​ທານ​
ນາ​ທິບໍດີ​ທຣໍາ ​ໄດ້ກ່າວ​ໂຈມ​ຕີ ​ພັກ​ເດ​ໂມ​ແຄຣັດ ຊຶ່ງເປັນພັກຝ່າຍຄ້ານແຮງຂຶ້ນ.

ປະທານາທິບໍດິທຣໍາກ່າວ​ວ່າ “ການ​ປ່ອນ​ບັດໃຫ້​ແກ່​ພັກເດ​ໂມ​ແຄຣັດ​ ໃນ​ເດືອນ​ພະ
ຈິກ ​ແມ່ນ​ການ​ປ່ອນ​ບັດເພື່ອ​ເປີດ​ຊາຍ​ແດນ ​ແລະ​ການ​ກໍ່ອາຊະຍາກຳ. ມັນ​ເປັນ​
ເລື່ອງທີ່ງ່າຍໆ.”

ປະທານາທິບໍດີທຣໍາ ພະຍາຍາມທີ່ຈະເຮັດໃຫ້ພວກສະໜັບສະໜູນທ່ານພາກັນຕື່ນ
ເຕັ້ນ ກ່ຽວກັບການເລືອກຕັ້ງສະມາຊິກ​ລັດຖະສະພາໃນເດືອນພະຈິກຈະມາເຖິງນີ້
ບ່ອນທີ່ພັກເດໂມແຄຣັດຄາດວ່າ ຈະໄດ້ຮັບບ່ອນນັ່ງເພີ້ມຕື່ມ ຢ່າງຫຼວງຫຼາຍນັ້ນ.

ປະທານາທິບໍດີທຣໍາກ່າວວ່າ “ພວກເຮົາຕ້ອງພາກັນອອກໄປຕໍ່ສູ້ ແລະພວກເຮົາ
ຕ້ອງພາກັນຕໍ່ສູ້ຢ່າງໜັກໜ່ວງ ແລະພວກເຮົາຕ້ອງໄດ້ຮັບໄຊຊະນະຢູ່ສະພາຕໍ່າ ແລະສະພາສູງ. ແລະຂ້າພະເຈົ້າຄິດວ່າ ພວກເຮົາຈະເຮັດໄດ້ດີ ຢູ່ໃນສະພາສູງ ແລະຂ້າພະເຈົ້າຄິດວ່າ ພວກເຮົາຈະເຮັດໄດ້ດີຢູ່ໃນສະພາຕໍ່າ ເພາະວ່າເສດຖະ ກິດກຳລັງດີຫຼາຍ.”

ພັກເດໂມແຄຣັດກຳລັງພາກັນຈັດຕັ້ງດ້ວຍການຊ່ວຍເຫຼືອຈາກມະຫາເສດຖີພັນລ້ານ
ທ່ານທອມ ສະເຕເຢີ.

ທ່ານສະເຕເຢີ ຫວັງວ່າການເຂົ້າຄວບຄຸມສະພາຕໍ່າຂອງພັກເດໂມແຄຣັດ ຈະນຳພາໄປສູ່ການຟ້ອງຮ້ອງ ປະທານາທິບໍດີທຣໍາ ໃນປີໜ້ານີ້.

ທ່ານສະເຕເຢີ ກ່າວວ່າ “ບັດນີ້ພວກເຮົາຮູ້ວ່າການຕໍ່ສູ້ ລະຫວ່າງພັກການເມືອງ ໄດ້ກາຍມາເປັນສົງຄາມທີ່ຮ້າຍແຮງ ເພື່ອຈິດວິນຍານຂອງອາເມຣິກາແລະພວກ
ເຮົາ ໃນນາມປະຊາຊົນ ຕ້ອງເອົາໄຊຊະນະສົງຄາມນີ້."

ນັກວິເຄາະຈອນ ຟໍຕີເອ ກ່າວວ່າ ການໄດ້ຮັບຄະແນນນິຍົມຕໍ່າຂອງປະທານາ ທິບໍດີ ແມ່ນເຮັດໃຫ້ພັກຣີພັບບລິກັນຕົກຢູ່ໃນອັນຕະລາຍໃນເດືອນພະຈິກຈະມາເຖິງນີ້.

ທ່ານຟໍຣຕີເອ ຈາກສູນກາງນະໂຍບາຍສອງພັກກ່າວວ່າ “ທ່ານໄດ້ຮັບຄະແນນໃນ
ລະດັບຕໍ່າ. ບໍ່ແມ່ນລະດັບຕໍ່າສຸດ ແຕ່ຢູ່ໃນລະຫວ່າງ 41 ຫາ 42 ເປີເຊັນກ່ຽວກັບ
ການເຮັດວຽກຂອງທ່ານ. ທ່ານໄດ້ຮັບການສະໜັບສະໜູນຈາກພວກທີ່ ເປັນພື້ນ

ຖານຂອງພັກຣີພັບບລິກັນຢ່າງແຂງແຮງ ແຕ່ໄດ້ຊັກຊວນໃຫ້ສະມາຊິກພັກເດໂມ
ແຄຣັດ
ໃນຈຳນວນຫຼາຍຂຶ້ນບໍ່ເຫັນພ້ອມກັບທ່ານ ແລະພວກເຮົາເຫັນໄດ້ຢູ່ໃນການ
ເລືອກຕັ້ງພິເສດ ທີ່ໄດ້ມີການຕໍ່ຕ້ານ ສະມາຊິກພັກຣີພັບບລິກັນ.”

ຍິ່ງກວ່ານັ້ນ ສະມາຊິກສະພາຕໍ່າພັກຣີພັບບລິກັນຫຼາຍໆຄົນໄດ້ປະກາດອອກກິນເບ້ຍ
ບຳນານຂອງເຂົາເຈົ້າ ໃນປີນີ້ ຊຶ່ງຈະເປີດໂອກາດຫຼາຍຂຶ້ນ ໃຫ້ແກ່ພັກເດໂມແຄຣັດ.

ທ່ານຈິມ ແຄສເລີ ຊຶ່ງເປັນກຸ່ມແນວທາງທີສາມຂອງພັກເດໂມແຄຣັດ ກ່າວວ່າ

“ນັ້ນແມ່ນຮ່ອງຮອຍຂອງການເບິ່ງໄປໃນແງ່ຮ້າຍຢ່າງນຶ່ງ. ແມ່ນແຕ່ປະທານສະພາ
ຕໍ່າ ກໍໄດ້ຕັດສິນໃຈບໍ່ລົງສະໝັກເລືອກຕັ້ງໃໝ່. ພັກເດໂມແຄຣັດແມ່ນໄດ້ຮັບຄະ
ແນນ
ດີເກີນຄາດ ຢູ່ໃນທຸກໆການແຂ່ງຂັນ ແລະການເລືອກຕັ້ງພິເສດນັບແຕ່ທ່ານ
ດໍໂນລ ທຣໍາ ໄດ້ຖືກຮັບເລືອກມາ.”

ທ່ານບິລ ກາລສຕັນ ຜູ້ຊ່ຽວຊານຈາກສະຖານບັນບຸກກິງກ່າວວ່າ ສຳລັບປະທານາທິ
ບໍດີທຣໍາແລ້ວ ການສູນເສຍການຄວບຄຸມຂອງພັກຣີພັບບລິກັນ ແມ່ນແຕ່ໃນສະພາ
ໃດນຶ່ງ ຈະພາໃຫ້ເກີດຜົນທີ່ຕິດຕາມທາງການເມືອງຢ່າງຮ້າຍແຮງ.

ທ່ານກາລສຕັນ ກ່າວວ່າ “ການສູນເສຍການຄວບຄຸມ ຢູ່ສະພາຕໍ່າຈະເຮັດໃຫ້ແຜນ
ການທາງດ້ານນິຕິບັດຍັດຂອງລັດຖະບານ ຢຸດຊະງັກລົງ. ການສູນເສຍການຄວບ
ຄຸມຢູ່ສະພາສູງ ຈະເຮັດໃຫ້ການແຕ່ງຕັ້ງຂອງລັດຖະບານບໍ່ໄປບໍ່ມາ”

ປະທານາທິບໍດີທຣໍາກ່າວວ່າ “ພວກເຮົາຈະເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກ! ຂອບ
ໃຈທຸກຄົນ!”

ປະທານາທິບໍດີທຣໍາ ມີທ່າທາງວ່າ ຈະໃຊ້ເວລາຢ່າງຫຼວງຫຼາຍໃນການໂຄສະນາຫາ
ສຽງປີນີ້ ໂດຍຮູ້ດີວ່າການເສຍບ່່ອນນັ່ງຫຼາຍບ່ອນຢູ່ສະພາຕໍ່າ ຫຼືໃນສະພາສູງອາດ
ເຮັດໃຫ້ພັກຣິພັບບລິກັນສູນເສຍການຄວບຄຸມສຽງສວ່ນຫຼາຍຢູ່ໃນສະພາທັງສອງ
ຂອງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG