ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ ຍ້​ອນ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ ໃນ​ປາ​ກິ​ສ​ຖານ ​ເພີ້ມຂຶ້ນ​ເປັນ​ເກືອບ 90 ຄົນ


ຮູບ​ພ​າບ​ເຜີຍ​ແຜ່​ໂດຍ​ກົມ​ຕຳ​ຫລວດ​ປາ​ກິ​ສ​ຖານ ສະ​ແດງ​ໃຫ້​ເຫັນ​ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຈັດ​ຫີບ​ສົບຂອງ​ບັນ​ດາ​ຕຳ​ຫລວດ​ ທີ່​ພິ​ທີ​ສູດ​ມົນ​​ໃຫ້​ຜູ້​ເສຍ​ຊີ​ວິດ ຈາກ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ ທີ່ເມືອເປຊ​າ​ວາ ປາ​ກິ​ສ​ຖານ ວັນ​ທີ 30 ມັງ​ກອນ 2023
ຮູບ​ພ​າບ​ເຜີຍ​ແຜ່​ໂດຍ​ກົມ​ຕຳ​ຫລວດ​ປາ​ກິ​ສ​ຖານ ສະ​ແດງ​ໃຫ້​ເຫັນ​ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຈັດ​ຫີບ​ສົບຂອງ​ບັນ​ດາ​ຕຳ​ຫລວດ​ ທີ່​ພິ​ທີ​ສູດ​ມົນ​​ໃຫ້​ຜູ້​ເສຍ​ຊີ​ວິດ ຈາກ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ ທີ່ເມືອເປຊ​າ​ວາ ປາ​ກິ​ສ​ຖານ ວັນ​ທີ 30 ມັງ​ກອນ 2023

ຈຳ​ນວນຜູ້​ເສຍ​ຊີ​ວິດ​ ຍ້ອນ​ການວາງ​ລະ​ເບີດໂຈ​ມ​ຕີ​ສະ​ຫລະ​ຊີບ ໃສ່​ວັດ​ມຸ​ສ​ລິມ ໃນວັນ​ຈັນ​ວານ​ນີ້ ຢູ່​ທາງ​ພາ​ກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສ​ຖານ ໄດ້​ເພີ້ມ​ຂຶ້ນເປັນ​ຢ່າງ​ໜ້ອຍ 87 ຄົນ.

ຫລາຍກວ່າ 150 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ວາງ​ລະ​ເບີດ​ຢູ່​ເຂດ​ໃຈກາງ​ຂອງ ​ເປ​ຊາວາ ​ເມືອງ​ເອກຂອງ​ແຂວງ​ໄຄ​ເບີ ປາກ​ຕຸງ​ຄວາ. ພວກ​ໜ່ວຍ​ກູ້​ໄພ​ຍັງ​ໄດ້​ດືງ​ເອົາ​ບັນ​ດາ​ຜູ້​ເຄາະ​ຮ້າຍ​ອອກ​ມາ​ຈາກ​ຊາກ​ຮັກ​ພັງ​ໃນ​ວັນ​ອັງ​ຄານ​ມື້​ນີ້. ​ລະ​ເບີດທີ່ແຕກມີ​ຄວາມ​ແຮງຫຼາຍ ​ເຮັດ​ໃຫ້​ຫລັງ​ຄາ​ຂອງອາ​ຄານ​ພັງ​ລົງມາ.

​ບັ​ນ​ດາ​ຜູ້​ເຄາະ​ຮ້າຍ​ສ່ວນໃຫຍ່ແມ່ນສະ​ມາ​ຊິກ​ກຳ​ລັງ​ຕຳ​ຫລວດ​ແຂວງ​ ທີ່​ມັກ​ໄປ​ວັດ ​ໂດຍ​ພວກ​ເຈົ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ແລະ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ. ​ການ​ໂຈ​ມ​ຕີ​ໄດ້​ມີ​ຂຶ້ນ​ລະ​ຫວ່າງ​ພິ​ທີ​ສູ​ດ​ມົນ​ໃນ​ຕອນ​ບ່າຍ.

​ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆກ່ຽວ​ກັບເຫດ​ການ​ໂຈມ​ຕີໃນ​ທັນ​ທີ ​ແຕ່​ກໍກ່າວ​ວ່າ ​ການ​ສືບ​ສວນພວມ​ດຳ​ເນີນ​ຢູ່.

​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ຊາ​ບັ​ສ ຊາ​ຣິ​ຟ “ໄດ້​ປະ​ນາມ​ການ​ວາ​ງລະ​ເບີດ​ສະ​ຫລະ​ຊີບ​ຢູ່​ວັດ” ​ໃນ​ເມືອງ​ເປ​ຊາ​ວາ ອີງ​ຕາມຖະ​ແຫລ​ງ​ການທີ່ເປັນ​ທາງ​ການຈາກ​ນະ​ຄອນ​ອິ​ສ​ລາ​ມາ​ບັ​ດ ນະ​ຄອນ​ຫລວງ​ຂອງ​ປາ​ກິ​ສ​ຖານ.

​ອະ​ດີດ​ນ​າ​ຍົກ​ລັດ​ຖະ​ມົນ​ຕີ ​ອິມ​ຣານ ຄານ ຜູ້​ນຳ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ ໃນ​ປາ​ກິ​ສ​ຖານ ກໍໄດ້​ປະ​ນາມ​ການ​ວາງ​ລະ​ເບີດ ​ໂດຍກ່າວ​ວ່າ “ເປັນ​ການ​ໂຈມ​ຕີ​ສະ​ຫລະ​ຊີບ​ຂອງ​ພວກ​ກໍ່​ການ​ຮ້າຍ,” ທີ່​ນຳ​ອອກເຜີຍ​ແຜ່​ທາງ​ທວິດ​ເຕີ.

“ມັນ​ສຳ​ຄັນ​ສຸດ ທີ່​ພວກ​ເຮົາ​ປັບ​ປຸງ​ການ​ເກັບ​ກຳ​ຂໍ້​ມູນສືບ​ລັບ ແລະ​ໃຫ້​ເຄື່ອງມື​ທີີ່
​ເໝາະ​ສົມ​ແກ່​ກຳ​ລັງ​ຕຳ​ຫລວດຂອງ​ພວກ​ເຮົາ ເພື່ອ​ຕໍ່​ສູ້​ກັບ​ການ​ຂົ່ມ​ຂູ່​ກໍ່​ການ​ຮ້າຍ
ທີ່​ເພີ້ມ​ທະ​ວີ​ຂຶ້ນ” ນັ້ນ​ຄື​ຄຳ​ເວົ້າ​ທີ່ທ່ານ​ຄານ​ໄດ້​ກ່າວ.

​ເລ​ຂາ​ທິ​ການ​ໃຫ​ຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ​ກູ​ເຕ​ເຣ​ສ ໄດ້​ປະ​ນາມ​ການ​ວາງ​ລະ​ເບີດ​ວ່າ “ເປັນທີ່​ໜ້າ​ລັງກຽດ” ໃນ​ວັນ​ຈັນ​ວານ​ນີ້ ​ໂດຍຜ່ານ​ໂຄ​ສົກ​ຂອງ​ທ່ານ.

​ຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ຕໍ່​ການ​ວາງ​ລະ​ເບີດ​ທີ່​ຮ້າຍ​ແຮງເທື່ອ.

​ແຂວງຊາຍ​ແດນ​ປາ​ກິ​ສ​ຖານ​ທີ່​ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານແມ່​ນ​ມີ​ປະ​ສົບ​ການ​ຈາກ​ໂຈມ​ຕີກໍ່​ການ​ຮ້າຍ​ ຊ້ຳ​ແລ້ວ​ຊ້ຳ​ອີກ​ ໃນໄລ​ຍະບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມາ. ​ສ່ວນ​ໃຫຍ່​ຂອງ​ຄວາ​ມ​ຮຸນ​ແຮງ​ທີ່​ຜ່ານ​ມາ ແມ່ນອ້າງ​ເອົາ​ໂດຍ​ພວກນອກ​ກົດ​ໝາຍເຕ​ຣິກ-ອີ-ຕາ​ລິ​ບານ ປາ​ກິ​ສ​ຖານ ​ທີ່​ຮູ້​ກັນໃນອີກ​ນຶ່ງວ່າ ​ກຸ່ມຕາ​ລິ​ບານປາ​ກິ​ສ​ຖານ.

The death toll from Monday’s suicide bombing attack of a mosque in northwestern Pakistan has risen to at least 87 people.

More than 150 others were wounded in the bombing in central Peshawar, the capital city of Khyber Pakhtunkhwa province. Rescuers were still pulling victims out of the rubble Tuesday. The explosion was so powerful that the roof of the building collapsed.

The victims were mostly members of the provincial police force, as the mosque was frequented by security and government officials. The attack occurred during traditional afternoon prayers.

Police officials would not immediately discuss the nature of the attack, saying an investigation was underway.

Dozens Killed in Pakistan Mosque Bombing
please wait

No media source currently available

0:00 0:03:15 0:00

Prime Minister Shahbaz Sharif “has condemned the suicide mosque bombing” in Peshawar, an official statement said in Islamabad, the Pakistani capital.

Former Prime Minister Imran Khan, leader of the main opposition in Pakistan, also denounced the bombing, calling it a “terrorist suicide attack” in a Twitter post.

“It is imperative we improve our intelligence gathering & properly equip our police forces to combat the growing threat of terrorism,” Khan said.

U.N. Secretary-General Antonio Guterres condemned the blast as "abhorrent" Monday through his spokesman.

No one has taken responsibility for the deadly bombing.

The Pakistani province borders Afghanistan and has experienced repeated terrorist attacks in recent months. Most of the violence in the past is claimed by the outlawed Tehrik-i-Taliban Pakistan, known as the Pakistani Taliban.

XS
SM
MD
LG