ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີການຫ້າມ ບໍ່ໃຫ້ປະຊາຊົນ ອອກນອກເຮືອນ ແຕ່ຕາເວັນຂຶ້ນ ຫາຕາເວັນຕົກ ໃນພາກໃຕ້ເຢເມນ


ົລົດຖັງຂອງກຳລັງທະຫານເຢເມນ.
ົລົດຖັງຂອງກຳລັງທະຫານເຢເມນ.

ທີ່​ເມືອງ​ທ່າ​ເອ​ເດັນ​ຂອງ​ເຢ​ເມນໄດ້​ມີ​ການ​ຫ້າມ​ອອກ​ນອກ​ເຮືອນ​
ແຕ່​ຕາ​ເວັນ​ຂຶ້ນ ຫາ​ຕາ​ເວັນ​ຕົກຫລັງ​ຈາກ​ໄດ້​ເກີດ​ການ​ສູ້​ລົບ​ກັນ
​ລະຫວ່າງກຳ​ບັວລັດຖະບານແລະພວກ​ທະຫານ​ບ້ານຕໍ່ຕ້ານ​ລັດ
ຖະບານ ທີ່​ເຮັດ​ໃຫ້​ຢ່າງ​ໜ້ອຍ 22 ຄົນ​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ຫ້າມ​ອອກ​ນອກ​ເຮືອນ​ໃນ​ຍາມ​ຄ່ຳ​ຄືນ​
ນັ້ນແມ່ນ​ມີ​ຜົນ​ບັງ ຄັບ​ໃຊ້​ຢ່າງ​ບໍ່​ມີ​ກຳນົດ ​ແລະ​ມັນ​ເປັນ​ມາດ​ຕະການ​ເຝົ້າລະວັງ​ ​ເພື່ອ​ບໍ່​ໃຫ້​ກຳລັງ​ປະກອບ​ອາວຸດ​ສາມາດ​ເຄື່ອນ​ຍ້າຍ​ໄປມາ​ໄດ້.

ພວກ​ມື​ປືນ​ໄດ້​ລະດົມ​ຍິງ​ໃສ່​ກຳລັງ​ລັດຖະບານ​ທີ່​ເດີນທາງ​ໄປ​ເຖິງ​ນະຄອນ​ເອ​ເດັນ ​ເພື່ອ
​ຄວບ​ຄຸມ​ທ່າ​ກຳ​ປັ່ນ​ໃນ​ເມືອງ​ດັ່ງກ່າວ.​ ການ​ສູ້​ລົບກັນ​ໄດ້​ສັງຫານ​ພວກ​ນັກ​ລົບ ຂອງ​ທັງ​
ສອງ​ຝ່າຍ 22 ຄົນ​ ກ່ອນ​ທີ່​ກຳລັງ​ຂອງ​ເຢ​ເມນ ​ສາມາດ​ເຂົ້າຄວບ​ຄຸມ​ທ່າ​ກຳ​ປັ່ນ​ໄດ້.

ພວກ​ມື​ປືນ​ທີ່​ເຊື່ອ​ກັນວ່າ​ເປັນ​ພວກ​ແບ່ງ​ແຍກ​ດິນ​ແດນໄດ້​ເຂົ້າ​ຮ່ວມ​ສົມທົບ​ກັບ​ກຳລັງ
​ລັດຖະບານ​ເພື່ອ​ຕໍ່ສູ້​ກັບ​ພວກ​ກະບົດ Houthi ​ແຕ່​ວ່າ​ພວກ​ເຂົາ​ເຈົ້າຕ້ອງ ການ​ຢາກ​ໃຫ້​
ພາກ​ໃຕ້​ຂອງ​ເຢ​ເມນ​ເປັນ​ເອກ​ກະລາດ.

ນອກ​ນັ້ນ ທີ່​ນະຄອນ​ເອ​ເດັນ​ໃນ​ມື້ວານ​ນີ້​ ພວກ​ມື​ປືນ​ຍັງ​ໄດ້​ຍິງ​ສັງຫານ​ນັກ​ສອນ ສາສະໜາ
​ອິສລາມນິກາຍ​ຊູ​ຟີ່ນິຍົມ​ແນວທາງ​ປານ​ກາງ​ Sheih Ali Othman al-Gailani ຂະນະ​ທີ່
​ທ່ານພວມ​ອອກ​ຈາກ​ວັດ​.

​ຊູ​ຟີ່​ເປັນຂະ​ແໜງນຶ່ງ ທີ່​ມີ​ຄວາມ​ເຊື່ອ​ກ່ຽວ​ກັບ​ເລື້ອງ​ເວດມົນຂອງ​ພວກ​ຊຸນ​ນີ່ທີ່​ໄດ້​ຮັບ​ການ​
ຄັດຄ້ານ​ຢ່າງ​ແຂງ​ຂັນ ​ຈາກ​ກຸ່ມ​ລັດ​ອິສລາມ ​ແລະ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອື່ນໆ ​ແຕ່​ຍັງ​ບໍ່​ທັນ​
ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ສັງຫານ ມື້ວັານນີ້​ເທື່ອ.

Yemen's port city of Aden is under a dusk-to-dawn curfew after fighting between anti-government militiamen and government forces killed at least 22 people.

Authorities say the all-night curfew is indefinite, and that it is a "precaution to deny armed elements freedom of movement."

The gunmen fired on government forces who arrived in Aden to try to secure the port facilities. The gunbattle killed 22 fighters from the two sides before the Yemenis were able to take control of the port.

The gunmen are believed to be secessionists who joined the government in battling Houthi rebels, but they demand independence in the south.

Also in Aden Monday, gunmen shot dead a moderate Sufi cleric, Sheikh Ali Othman al-Gailani, as he left a mosque.

Sufi is a mystical form of Sunni Islam that is violently opposed by Islamic State and other extremists, but no one has claimed responsibility for Monday's shooting.

XS
SM
MD
LG