ກຳລັງທະຫານອິນເດຍ ໄດ້ຊອກຄົ້ນຫາ ຢູ່ທີ່ຖານທັບອາກາດ
ແຫ່ງນຶ່ງ ຢູ່ທີ່ລັດ Punjab ທາງພາກເໜືອຂອງປະເທດ ໃນວັນ
ອັງຄານມື້ນີ້ ກ່ຽວກັບຄວາມເປັນໄດ້ທີ່ພວກຄົນຮ້າຍອາດຈະ
ຫລົບລີ້ ຫລັງຈາກການໂຈມຕີໃນວັນເສົາທີ່ຜ່ານມາ ໂດຍພວກ
ມືປືນຕິດອາວຸດໜັກ ທີ່ໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມປອດ
ໄພເຈັດຄົນ.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ກ່າວວ່າ ການຄົ້ນຫາຢູ່່
ທີ່ຖານທັບຍຸດທະສາດ ໃນເມືອງ Pathankot ໃກ້ກັບຊາຍແດນ
ປາກິສຖານ ຈະດຳເນີນຕໍ່ໄປຈົນ ເຂົາເຈົ້າເປັນທີ່ແນນອນວ່າ ເຂດ
ດັ່ງກ່າວປອດໄພແລ້ວ. ກຳລັງທະຫານອິນເດຍໄດ້ສັງຫານຜູ້ໂຈມຕີຫ້າຄົນ ຜູ້ສຸດທ້າຍໃນວັນຈັນວານນີ້ແລະຍັງບໍ່ທັນເປັນທີ່ແຈ້ງຂາວເທື່ອວ່າ ຍັງມີຄົນຮ້າຍອຶ່ນໆເຫຼືອຢູ່ອີກຫລືບໍ່?
ນາຍພົນຕີ Dushyant Singh ເຈົ້າໜ້າທີ່ສູງສຸດ ຮັກສາຄວາມປອດໄພແຫ່ງຊາດ ກ່າວ
ໃນວັນຈັນວານນີ້ວ່າ “ການປະຕິບັດງານທັງໝົດ ຈະດຳເນີນຕໍ່ໄປຈົນກວ່າວ່າບັນດາ
ພະນັກງານ ຊັບສົມບັດ ສະຖານທີ່ຕ່າງໆໄດ້ຖືກກວດຄົ້ນຢ່າງລະອຽດ ເພາະສະນັ້ນມັນ
ຈະໃຊ້ເວລາດົນນານ ແຕ່ວ່າພວກເຮົາຢາກໃຫ້ການຄໍ້າປະ ກັນແກ່ທຸກໆຄົນກ່ຽວກັບ
ເລື້ອງນີ້.”
ບັນດາເຈົ້າໜ້າທີ່ໄດ້ຊີ້ໃຫ້ເຫັນວ່າ ນອກຈາກມີຄຸນສົມບັດທາງຍຸດທະສາດແລ້ວ ຖານທັບ
ອາກາດແຫ່ງນີ້ ຍັງເປັນບ້ານເຮືອນສຳລັບຫລາຍໆຄອບຄົວ ແລະກໍມີ ໂຮງຮຽນ. ນາຍພົນ
ໂທ J.S. Dhamoon ກ່າວວ່າ “ເປັນຄືດັ່ງເມືອງນ້ອຍໆເມືອງໜຶ່ງ.”
ພັນທະມິດກຸ່ມໜຶ່ງຂອງສິບກວ່າກຸ່ມຫົວຮຸນແຮງທີ່ມີຊື່ວ່າສະພາແນວໂຮມ Jihad ທີ່ຕັ້ງຢູ່
ແຄວ້ນ Kashmir ຂອງປາກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ. ກຸ່ມ
ດັ່ງກ່າວໄດ້ສູ້ລົບເພື່ອເຮັດໃຫ້ການປົກຄອງຂອງອິນເດຍ ຢູ່ໃນ Kashmir ສິ້ນສຸດລົງນັ້ນ
ໄດ້ກ່າວວ່າ ຕົນຕ້ອງການສະແດງໃຫ້ອິນເດຍເຫັນວ່າ ບໍ່ມີຖານທັບໃດໆ ທີ່ຈະລອດພົ້ນ
ໄປຈາກມືພວກກະບົດໄດ້ແລະອິນເດຍຄວນຈະອະນຸຍາດໃຫ້ຊາວ Kashmir ຕັດສິນ
ໃຈເພື່ອຊີ້ຊະຕາກຳກ່ຽວກັບອະນາຄົດທາງ ການເມືອງຂອງເຂົາເຈົ້າເອງ.
ການອ້າງເອົາຄວາມຮັບຜິດຊອບ ໄດ້ມີຂື້ນຢູ່ໃນຖະແຫລງການ ທີ່ນຳອອກເຜີຍແຜ່ໂດຍ
ອົງການຂ່າວທີ່ມີຫ້ອງການຢູ່ເມືອງ Srinagar.
ລາຍງານຕ່າງໆໃນອິນເດຍ ໄດ້ສະເໜີແນະວ່າ ກຸ່ມ Jaish-e-Mohammad ທີ່ມີຫ້ອງ
ການຢູ່ປາກິສຖານ ເປັນຜູ້ທຳການໂຈມຕີໃນຄັ້ງນີ້.