ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟໄໝ້ລົດເມ ຢູ່ພາກເໜືອຂອງຈີນ ທີ່ສົງໄສ ເປັນການລອບ ວາງເພີງ


ພວກດັບເພີງ ກຳລັງມອດໄຟຢູ່ໃນລຫົດເມ ຫລັງຈາກເກີດໄຟຟໝ້ ຢູ່ຖະໜົນ ໃນ ເມືອງ Yinchuan, ວັນທີ 5 ມັງກອນ 2016.
ພວກດັບເພີງ ກຳລັງມອດໄຟຢູ່ໃນລຫົດເມ ຫລັງຈາກເກີດໄຟຟໝ້ ຢູ່ຖະໜົນ ໃນ ເມືອງ Yinchuan, ວັນທີ 5 ມັງກອນ 2016.

ເຈົ້າໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ຈີນ ກຳລັງ​ຊອກ​ຄົ້ນຫາ​ຜູ້​ຕ້ອງ​ສົງ​
ໄສ​ລອບ​ວາງ​ເພີງ ​ໃສ່​ລົດ​ເມ​ຄັນ​ນຶ່ງ ທີ່​ໄດ້​ສັງຫານ​ 14​ ຄົນ ​ແລະ​
ອີກ​ 32 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ໄຟ​ໄດ້​ລຸກ​ໄໝ້​ທີ່​ເມືອງ Yichuan ​ເມືອງ​ເອກ​ຂອງເຂດ Ningxia
ທີ່​ສອກຫລີກ ຫ່າງ​ໄກ​ຂອງ​ຈີນ.​ ອົງການ​ໂທລະພາບ CCTV
ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ຕຳຫຼວດພວມ​ຊອກ​ຄົ້ນຫາ​ຜູ້​ຊາຍ
​ທີ່​ມີ​ຊື່ວ່າ Ma Yongping ຊຶ່ງມີ​ສ່ວນ​ພົວພັນ ກັບອັນ​ທີ່​ເອີ້ນວ່າ
ອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ນັ້ນ.

ຍັງ​ບໍ່​ມີ​ການ​ແຈ້ງ​ໃຫ້​ຊາບ​ວ່າ ​ແມ່ນ​ຫຍັງ​ຄື​ຈຸດປະສົງ​ທີ່​ພາ​ໃຫ້​ຄົນ​ຮ້າຍທຳ​ການ​ໂຈມ​ຕີ.

ມີ​ເຫດ​ໄຟ​ໄໝ້​ລົດ​ເມ​ທີ່​ຮ້າຍ​ແຮງ​ຫຼາຍໆ​ຄັ້ງຢູ່​ໃນ​ປະ​ເທດ​ຈີນ ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາ​
ນີ້ ທີ່​ໄດ້​ມີ​ການຖິ້ມ​ໂທດໃສ່​ພວກ​ລອບ​ວາງ​ເພີງ.​ ມີ 47​ ຄົນ​ໄດ້​ເສຍ​ຊີ ວິດ​ໃນ​ເຫດ​ໄຟ​ໄໝ້​ລົດ​ເມ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໃນ​ປີ​ 2013​ ທີ່​ມີ​ການຖິ້ມ ​ໂທດ​ໃສ່​ຜູ້​ຊາຍທີ່​ຂ້າ​ຕົວ​
ຕາຍ​ຄົນ​ນຶ່ງ.

CHINA Arson
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG