ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ສືບຕໍ່ ໃຫ້ການສະໜັບສະໜຸນປະເທດທັອງກາ ຊຶ່ງເປັນໝູ່ເກາະໃນມະຫາສະໝຸດປາຊີຟິກຕອນໃຕ້, ນຶ່ງເດືອນລຸນຫຼັງການຖືກທໍາລາຍ ຈາກການລະເບີດຂອງພູໄຟ ແລະຄື້ນຟອງສຸນາມິ. ຟິລ ເມີເຊີ ມີລາຍງານຈາກນະຄອນຊິດນີ ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.
ໃນວັນທີ 15 ມັງກອນ, ການລະເບີດຂອງພູໄຟໃຕ້ທະເລຂະໜາດໃຫຍ່ ໄດ້ກໍ່
ໃຫ້ເກີດຄື້ນຟອງສຸນາມິ ພັດເຂົ້າໄປຖະຫຼົ່ມໝູ່ເກາະທັອງກາ. ນັກການທູດຕ່າງ ປະເທດກ່າວວ່າ ເຖິງແມ່ນຈໍານວນຂອງຜູ້ເສຍຊີວິດແລະຜູ້ບາດເຈັບຈະມີໜ້ອຍ ແຕ່ຄວາມເສຍຫາຍຕໍ່ຊັບສິນນັ້ນ ແມ່ນ “ຄວາມຫາຍະນະ.”
ພື້ນທີ່ສ່ວນໃຫຍ່ ຂອງປະເທດທີ່ຕັ້ງຢູ່ໃນມະຫາສະໝຸດປາຊີຟິກຕອນໃຕ້ແຫ່ງນີ້ ຖືກປົກຄຸມໄປດ້ວຍຂີ້ເຖົ່າ.
ອົງການສະຫະປະຊາຊາດໄດ້ອະທິບາຍເຖິງການຊ່ວຍເຫຼືອຂອງນາໆຊາດຕໍ່ໄພ ພິບັດດັ່ງກ່າວວ່າ “ດີເລີດ.” ການຊ່ວຍເຫຼືອໄດ້ຖືກຈັດສົ່ງຜ່ານທາງອາກາດແລະ ທາງທະເລ ໂດຍອອສເຕຣເລຍ, ນິວຊີແລນ, ຈີນ, ອັງກິດ ແລະສະຫະພາບຢູໂຣບ.
ແຕ່ມັນເປັນການດໍາເນີນງານເພື່ອບັນເທົາທຸກທີ່ແຕກຕ່າງຈາກບ່ອນອື່ນ. ເຈົ້າໜ້າທີ່ຢູ່ໃນທັອງກາ ຕ້ອງການໃຫ້ເປັນການຂົນສົ່ງຄວາມຊ່ວຍເຫຼືອ ໂດຍປາສະຈາກການສໍາພັດ ເພື່ອຫຼີກລ້ຽງການແຜ່ກະຈາຍ ຂອງເຊື້ອໄວຣັສໂຄໂຣນາ ຢູ່ໃນປະ ເທດທີ່ມີການລາຍງານ ກ່ຽວກັບຜູ້ຕິດເຊື້ອພຽງແຕ່ກໍລະນີດຽວໃນປີແລ້ວນີ້ ໂດຍຍັງບໍ່ມີລາຍງານກ່ຽວກັບຜູ້ເສຍຊີວິດ.
ຢ່າງໃດກໍຕາມ, ປັດຈຸບັນນີ້ ຈໍານວນໂຕເລກຂອງຜູ້ຕິດເຊື້ອແມ່ນເພີ້ມຂຶ້ນ ແລະຄວາມພະຍາຍາມໃນການຟື້ນຟູນັ້ນ ແມ່ນຖືກຂັດຂວາງໂດຍການລະບາດທີ່ໜ້າເປັນຫ່ວງຂອງໂຄວິດ-19.
ມີປະມານ 141 ກໍລະນີທີ່ຖືກຢືນຢັນແລ້ວ ໃນຫຼາຍໆບ້ານ. ອົງການອະນາໄມໂລກກ່າວວ່າ ນັບແຕ່ວັນທີ 4 ມັງກອນຂອງປີນີ້ມີການສັກຢາວັກຊີນແລ້ວຫຼາຍກວ່າ 130,000 ໂດສ.
ຜູ້ຮັບຜິດຊອບປະສານງານທ້ອງຖິ່ນແຫ່ງອົງການສະຫະປະຊາຊາດປະຈໍາທັອງກາ ທ່ານຊານາກາ ຊາມາຣາຊິນຮາ (Sanaka Samarasinha), ກ່າວຕໍ່ລາຍ ການວິທະຍຸຂອງນິວຊີແລນວ່າ ຄວາມພະຍາຍາມໃນການຊ່ວຍເຫຼືອ ຂອງນາໆຊາດນັ້ນ ຈະຕ້ອງດໍາເນີນຕໍ່ໄປ.
ທ່ານ ຊາມາຣາຊິນຮາ ກ່າວວ່າ:
“ພວກເຮົາຈໍາເປັນຕ້ອງເສີມສ້າງປະສິດທິພາບຂອງຊາດໃນການຕອບສະໜອງ. ພວກເຮົາຕ້ອງຈັດກຽມອຸປະກອນຕ່າງໆໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະສາມາດເຮັດໄດ້, ໂດຍສະເພາະໃນເຂດມະຫາສະໝຸດປາຊີຟິກແຫ່ງນີ້, ແລະພວກເຮົາຕ້ອງເຮັດໃຫ້ໝັ້ນໃຈວ່າ ພວກເຮົາໄດ້ເສີມສ້າງເຄືອຂ່າຍທີ່ເຂັ້ມແຂງ, ເຄືອຂ່າຍການຄົມມະນາຄົມສື່ສານທີ່ມີຄວາມເໝາະສົມຫຼາຍຂຶ້ນ ເພື່ອໃຫ້ພວກເຮົາສາມາດໃຫ້ການສະໜັບສະໜຸນທາງດ້ານເທັກນິກບາງອັນທີ່ອາດຈະບໍ່ມີຢູ່ໃນປະເທດ ນ້ອຍໆເຫຼົ່ານີ້ ໂດຍສະເພາະຢ່າງຍິ່ງ ໃນຊ່ວງເວລາທີ່ເກີດວິກິດການແບບນີ້.”
ທະນາຄານໂລກ ປະເມີນເຖິງຄວາມເສຍຂອງອາຄານທີ່ພັກອາໄສ, ການຄົມມະ ນາຄົມສື່ສານແລະພື້ນຖານໂຄງລ່າງ ຄິດເປັນມູນຄ່າ 18 ເປີເຊັນຂອງຍອດຜະ ລິດຕະພັນລວມພາຍໃນ ຫຼື GDP ຂອງທັອງກາ. ຢ່າງໃດກໍຕາມ, ຄວາມເສຍຫາຍທາງດ້ານເສດຖະກິດໃນວົງກວ້າງ ໃນດ້ານການກະສິກໍາ ແລະ ການທ່ອງ ທ່ຽວ ແມ່ນບໍ່ໄດ້ສະທ້ອນໃຫ້ເຫັນ ຢູ່ລາຍງານຂອງທະນາຄານດັ່ງກ່າວ.
ທັອງກາ ມີປະຊາກອນໃນປະເທດ ປະມານ 100,000 ກວ່າຄົນ. ປະເທດດັ່ງ ກ່າວໄດ້ປິດຊາຍແດນຂອງຕົນໃນຊ່ວງຕົ້ນປີ 2020 ອັນເນື່ອງມາຈາກການລະບາດໃຫຍ່ຂອງພະຍາດໄວຣັສໂຄໂຣນາ ທີ່ແຜ່ລາມໄປທົ່ວໂລກ.
ການເຂົ້າມາຂອງຊາວຕ່າງປະເທດ ແມ່ນຍັງຄົງຢູ່ພາຍໃຕ້ເງື່ອນໄຂຄວາມປອດໄພທາງຊີວະພາບທີ່ເຄັ່ງຄັດ.