ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິສາຫະກິດຂອງ ຈີນ ຈະເປັນພາກສ່ວນ ທີ່ຮັບຜິດຊອບ ການຈັດຕັ້ງປະຕິບັດ ທຸກໂຄງການຊ່ວຍເຫຼືອຂອງ ຈີນ ໃນ ລາວ


ການເຈລະຈານຶ່ງແລວນຶ່ງເສັ້ນທາງລະຫວ່າງ ລາວ ແລະ ຈີນ.
ການເຈລະຈານຶ່ງແລວນຶ່ງເສັ້ນທາງລະຫວ່າງ ລາວ ແລະ ຈີນ.

ບັນດາວິສາຫະກິດຂອງ ຈີນ ເປັນພາກສ່ວນທີ່ຮັບຜິດຊອບການຈັດຕັ້ງປະຕິບັດທຸກໂຄງການພັດ ທະນາທີ່ລັດຖະບານ ຈີນ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ທີ່ມີມູນຄ່າລວມເກີນກວ່າ 20 ຕື້ຢວນໃນປັດຈຸບັນນີ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າ ລັດຖະບານ ຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດ ຖະບານ ລາວ ຄິດເປັນມູນຄ່າລວມ 22,540 ລ້ານຢວນໃນຊ່ວງປີ 1990-2019 ໃນນີ້ແບ່ງເປັນການຊ່ວຍເຫຼືອລ້າ 9,900 ລ້ານຢວນ ເງິນກູ້ປອດດອກເບ້ຍ 1,300 ລ້ານຢວນ, ເງິນກູ້ດອກເບ້ຍຕໍ່າ 11,000 ລ້ານຢວນ ໂດຍຍັງບໍ່ລວມການຊ່ວຍເຫຼືອໃນມູນຄ່າ 1,350 ລ້ານຢວນ ສຳລັບໃນປີ 2020 ທີ່ເຮັດໃຫ້ ຈີນ ເປັນປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ລາວ ຫຼາຍທີ່ສຸດ ໂດຍມີເງື່ອນໄຂວ່າທຸກໂຄງ ການທີ່ ຈີນ ໃຫ້ການຊ່ວຍເຫຼືອແກ່ ລາວ ຕ້ອງຄວບຄຸມ ແລະ ຈັດຕັ້ງປະຕິບັດໂຄງການໂດຍບັນດາວິສາຫະກິດຂອງ ຈີນ ເທົ່ານັ້ນ ສ່ວນລັດຖະບານ ລາວ ກໍມີໜ້າທີ່ໃຫ້ການສະໜັບສະໜູນ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການໃນທຸກໆດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

“ລະບຽບການຂອງເຂົາຕ້ອງປະມູນມາແຕ່ບ້ານເຂົາເລີຍ ຝ່າຍ ລາວ ເຮົານີ້ຈະມີສ່ວນຮັບຜິດຊອບໃນເບື້ອງຂອງພວກເຮົາ ກະຄືການໂຍກຍ້າຍສິ່ງກີດຂວາງທັງໝົດ, ການອຳນວຍຄວາມສະດວກໃຫ້ແກ່ການດຳເນີນໂຄງການນີ້ກະຄືເລື່ອງການພົວພັນ, ປະສານສົມທົບກັບກະຊວງຕ່າງໆເຊັ່ນວ່າ ເລື່ອງການຍົກເວັ້ນພາສີອາກອນ ກ່ຽວກັບເລື່ອງອຸປະກອນທີ່ເຂົາເຈົ້າເອົາມາກໍ່ສ້າງນີ້ ຫຼືວ່າໃນການປະສານງານຕ່າງໆ ແລ້ວກໍເລື່ອງການຣັກສາຄວາມສະຫງົບປອດໄພໃຫ້ແກ່ເຂົາເຈົ້າໃນການດຳ ເນີນການກໍ່ສ້າງ.”

ນອກຈາກນັ້ນ ການທີ່ ຈີນ ເປັນຜູ້ລົງທຶນອັນດັບທີ​ 1 ໃນ ລາວ ທີ່ມີມູນຄ່າລົງທຶນລວມເກີນກວ່າ 12 ຕື້ໂດລາໃນ 785 ໂຄງການໂດຍສະເພາະແມ່ນການລົງທຶນພັດທະນາພື້ນຖານໂຄງລ່າງໃນ ລາວ ເຊັ່ນທາງລົດໄຟ, ທາງດ່ວນ ແລະ ໂຄງຂ່າຍສາຍສົ່ງໄຟຟ້າແຣງສູງທີ່ເປັນການຮ່ວມທຶນກັບລັດວິ ສາຫະກິດຂອງ ລາວ ໂດຍທີ່ລັດຖະບານ ລາວ ຕ້ອງກູ້ຢືມເງິນທຶນຈາກ ຈີນ ເປັນດ້ານຫຼັກ ກໍຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າລັດຖະບານ ລາວ ຈະເປັນໜີ້ລັດຖະບານ ຈີນ ຫຼາຍກວ່າ 20,000 ລ້ານຢວນໃນປີ 2021 ທັງຈະຕ້ອງເພິ່ງພາ ຈີນ ໃນດ້ານວິທະຍາສາດ ແລະ ເທັກໂນໂລຈີຫຼາຍຂຶ້ນນັບມື້ອີກດ້ວຍ.

ສ່ວນທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຢືນຢັນວ່າ ລັດຖະບານ ລາວ ຈະທຸ້ມເທຢ່າງສຸດກຳລັງ ເພື່ອປະກອບສ່ວນເຂົ້າໃນຍຸດທະສາດນຶ່ງແລວນຶ່ງເສັ້ນທາງຂອງລັດຖະບານ ຈີນ ດ້ວຍການພັດທະນາ ລາວ ໃຫ້ເປັນເຂດເຊື່ອມຕໍ່ຂອງແຜນການຍຸດທະສາດດັ່ງກ່າວຢູ່ໃນເຂດເຂດລຸ່ມແມ່ນໍ້າຂອງໃຫ້ໄດ້ຢ່າງເປັນຮູບປະ ທຳຊຶ່ງໂຄງການທີ່ກຳລັງຈະປາກົດເປັນຈິງໃນທ້າຍປີ 2021 ກໍຄືໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ຈີນ ທີ່ເປັນການຮ່ວມທຶນລະຫວ່າງລັດຖະບານ ລາວ-ຈີນ ນັ້ນເອງ.

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງການໃຫ້ໜ່ວຍງານ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງໃນແຜນການນຶ່ງແລວ-ນຶ່ງເສັ້ນທາງໃນ ລາວ ຈະຕ້ອງຮ່ວມມືກັນຢ່າງແຂງແຮງ ໂດຍມີເປົ້າໝາຍເພື່ອການຍາດແຍ່ງເອົາການຊ່ວຍເຫຼືອຈາກກອງທຶນນຶ່ງແລວ-ນຶ່ງເສັ້ນທາງຂອງ ຈີນ ໃຫ້ໄດ້ຫຼາຍຂຶ້ນ ແລະ ແນໃສ່ການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດ ແລະ ການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນດ້ວຍການພັດທະນາການສຶກສາ, ສາທາລະນະສຸກ ແລະ ເທັກໂນໂລຢີທັນສະໄໝ ເພື່ອນຳໃຊ້ໃນການຜະລິດກະສິກຳ ແລະ ການນຳໃຊ້ອິນເຕີເນັດ ເພື່ອຂະຫຍາຍການສົ່ງສິນຄ້າໄປຕ່າງປະເທດໃຫ້ເພີ່ມຂຶ້ນນັບມື້.

ແຕ່ຢ່າງໃດກໍຕາມ ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກໃນລາວ ໄດ້ໃຫ້ທັດສະນະວ່າ ລັດຖະບານ ລາວ ຈະຕ້ອງປະເຊີນກັບການເປັນໜີ້ ຈີນ ເພີ່ມຂຶ້ນນັບມື້ອັນຈະເຮັດໃຫ້ລັດຖະບານ ລາວ ຕ້ອງປະເຊີນກັບການເປັນໜີ້ຕ່າງປະເທດທີ່ເກີນລະດັບມາດຕະຖານ ໂດຍເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດທີ່ໜີ້ສິນຂອງລັດຖະບານ ລາວ ມີສັດສ່ວນເກີນກວ່າ 60 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ທັງຍັງເພີ່ມຂຶ້ນເປັນ 65.3 ເປີເຊັນໃນປີ 2018 ແລະ ເກີນກວ່າ 68 ເປີເຊັນໃນປີ 2019 ຊຶ່ງເມື່ອສົມທົບກັບການລະບາດຂອງພະຍາດໄວຣັສ ໂຄວິດ-19 ທີ່ເຮັດໃຫ້ພາກເສດຖະກິດໃນ ລາວ ເກີດການເສຍຫາຍຫຼາຍກວ່າ 7,000 ຕື້ກີບທີ່ເຮັດໃຫ້ລັດຖະບານ ລາວ ຈະຕ້ອງຂໍການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດຫຼາຍຂຶ້ນດ້ວຍນັ້ນ ຈຶ່ງຄາດໝາຍໄດ້ວ່າໃນປີ 2020 ຊຶ່ງເປັນປີສິ້ນສຸດຂອງແຜນພັດທະນາເສດຖະກິດ ແລະ ສັງຄົມໄລຍະ 5 ປີຄັ້ງທີ 8 ຂອງ ລາວ ດ້ວຍນັ້ນ ລັດຖະບານ ລາວ ຈະມີໜີ້ຕ່າງປະເທດເກີນກວ່າ 70 ເປີເຊັນຂອງ GDP ຢ່າງແນ່ ນອນ ໂດຍ ຈີນ ຈະເປັນເຈົ້າໜີ້ອັນດັບ 1 ຂອງລາວ ແຊງໜ້າທະນາຄານພັດທະານເອເຊຍ ແລະ ທະນາຄານໂລກໃນປີ 2022.

XS
SM
MD
LG