ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະສົ່ງຄະນະຜູ້ແທນໄປ ເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງການສ້າງຕັ້ງປະເທດ ແລະສົ່ງເສີມຄວາມສໍາພັນຂອງທັງສອງປະເທດ


ແຟ້ມຮູບ-ຮອງນາຍົກລັດຖະມົນຕີຂອງຈີນ ທ່ານຫຼິວ ກູຈົງ ເຂົ້າຮ່ວມການຖະແຫຼງຂ່າວ ຢູ່ທີ່ສະພາປະຊາຊົນ ໃນນະຄອນຫຼວງປັກກິ່ງ ວັນທີ 13 ມີນາ 2023.
ແຟ້ມຮູບ-ຮອງນາຍົກລັດຖະມົນຕີຂອງຈີນ ທ່ານຫຼິວ ກູຈົງ ເຂົ້າຮ່ວມການຖະແຫຼງຂ່າວ ຢູ່ທີ່ສະພາປະຊາຊົນ ໃນນະຄອນຫຼວງປັກກິ່ງ ວັນທີ 13 ມີນາ 2023.

ເກົາຫຼີເໜືອກ່າວວ່າ ຄະນະຜູ້ແທນຈີນທີ່ນໍາໂດຍຮອງນາຍົກລັດຖະມົນຕີ ທ່ານ ຫຼິວ ກູຈົງ (Liu Guozhong) ຈະເດີນທາງໄປຢ້ຽມຢາມປະເທດເພື່ອຮ່ວມ​ໃນພິທີສະເຫຼີມສະຫຼອງ ຄົບຮອບ 75 ປີ ໃນການສ້າງຕັ້ງເກົາຫຼີເໜືອ ເຊິ່ງຈະຈັດຂຶ້ນໃນວັນເສົານີ້, ອີງຕາມລາຍງານຂອງອົງການຂ່າວ AP.

ລາຍງານຢູ່ໃນສື່ມວນ​ຊົນຂອງລັດຖະບານ ບໍ່ໄດ້ກ່າວອັນໃດກ່ຽວກັບຄະນະຜູ້ແທນຂອງຈີນ ວ່າພວກເຂົາຈະມີສ່ວນຮ່ວມແນວໃດຢູ່ໃນງານຄົບຮອບດັ່ງກ່າວ ຫຼື ກ່າວວ່າ ຖ້າບັນດາຄະນະຜູ້ແທນ ຈະໄດ້ພົບປະກັບຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຫຼືບໍ່.

ມີລາຍງານອອກມາທ່າມກາງການຄາດຄະເນວ່າ ທ່ານກິມ ຈະເດີນທາງໄປຢ້ຽມຢາມ ຣັດເຊຍ ໃນໄວໆນີ້ ເພື່ອພົບປະກັບປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ. ການປະຊຸມດັ່ງກ່າວ ອາດຈະຫາລືກ່ຽວກັບການຂາຍອາວຸດຂອງເກົາຫຼີເໜືອ ເພື່ອເພີ້ມຄັງອາ​ວຸດສໍາຮອງທີ່ຖືກ​ໃຊ້​ໝົດ​ໄປ​ໃນສົງຄາມຂອງພວກເຂົາຢູ່ໃນຢູເຄຣນ.

SEOUL, South Korea (AP) — North Korea says a Chinese delegation led by Vice-Premier Liu Guozhong will visit the country to help celebrate the North's 75th founding anniversary, which is on Saturday. The report in state media Thursday didn't say how the Chinese delegation would be participating in the anniversary events or say if the delegates would meet with North Korean leader Kim Jong Un. The report came amid speculation that Kim will visit Russia soon for a meeting with Russian President Vladimir Putin. Such a meeting could involve discussions of North Korean arms sales to refill Russian reserves drained by its war on Ukraine.

XS
SM
MD
LG