ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ປະຕິເສດ ບໍ່ຮັບເອົາ ການຕິຕຽນ ໃນລາຍງານ ຂອງ ສະຫະປະຊາຊາດ (ວີ​ດີ​ໂອ)


ໂຄສົກ​ຍິງ ກະຊວງການ​ຕ່າງປະ​ເທດຈີນ ທ່ານ​ນາງ Hua
Chunying
ໂຄສົກ​ຍິງ ກະຊວງການ​ຕ່າງປະ​ເທດຈີນ ທ່ານ​ນາງ Hua Chunying
ຈີນໄດ້​ປະຕິ​ເສດ​ບໍ່ຍອມຮັບເອົາການ​ກ່າວ​ຫາ ​ໃນການສືບ
ສວນດ້ານ​ສິດທິ​ມະນຸດ ຂອງສະຫະ​ປະຊາ​ຊາດ ທີ່​ສະ​ເໜີ
ແນະ​ວ່າ ກຸງ​ປັກ​ກິ່ງໄດ້​ໃຫ້ການ​ຊ່ວຍ​ເຫລືອແລະຊຸກຍູ້​ການ​
ກໍ່ໂທດກຳຕ້ານມະນຸດຊາດ ​ໂດຍສົ່ງ​ຜູ້​ໂຕນ​ໜີ ​ຄືນ​ໃຫ້ແກ່
ເກົາຫຼີເໜືອ ທີ່ເປັນພັນທະມິດຂອງຕົນນັ້ນ.

​ໂຄສົກ​ຍິງ ກະຊວງການ​ຕ່າງປະ​ເທດຈີນ ທ່ານ​ນາງ Hua
Chunying ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຈີນບໍ່​ສາມາດ​ຮັບ​
ເອົາ​ ໃນອັນ​ທີ່ທ່ານນາງ​ຮ້ອງ​ວ່າ “ການ​ກ່າວ​ຫາ​ທີ່​ບໍ່​ມີ​ເຫດ
ຜົນ” ​ຢູ່​ໃນ​ລາຍ​ງານການສືບສວນ ທີ່ພິມເຜີຍ​ແຜ່​ ມື້​ນຶ່ງ
ກ່ອນນັ້ນ.

ລາຍງານ​ຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ​ ຊາວ​ເກົາຫລີ​ເໜືອ ຫລາຍ​ຄົນ​ໄດ້​ຖືກ​ຈີນບັງຄັບ
​ໃຫ້​ກັບຄືນບ້ານ ​ຊຶ່ງເຮັດໃຫ້ພວກເຂົາເຈົ້າ ໄດ້ຖືກ​ທໍລະມານ ຖືກ​ປະຫານຊີວິດແບບຮວບ
ຮັດຕັດຕອນ ແລະ​ຄວາມ​ຮຸນ​ແຮງ​ທາງ​ເພດ​ຕ່າງໆນາໆໃນ​ເວລາ​ທີ່​ເຂົາ​ເຈົ້າກັບ​ຄື​ນໄປເຖິງ
ພຽງ​ຢາງ.

ກຸງປັກ​ກິ່ງ ​ໄດ້ວາດພາບ​ວ່າ ຊາວ​ເກົາຫລີເໜືອ ທີ່​ໂຕນ​ໜີ​ມາ​ນັ້ນ​ເປັນ ຜູ້​ກະທໍາ​ຄວາມ​ຜິດ
ຫລື​ເປັນອົບພະຍົບທາງ​ເສດຖະກິດ. ຢູ່​ໃນ​ການ​ຖະ​ແຫລ​ງຂ່າວ ປະ​ຈໍາ​ວັນນັ້ນ ທ່ານ​ນາງ
Hua ກ່າວ​ວ່າ ລັດຖະບານ​ຈີ ບໍ່​ໄດ້​ກ່າວເຖິງພວກ​ເຂົາ​ວ່າເປັນ “ອົບ​ພະຍົບ” ​ແຕ່​ເປັນ “ຜູ້​
ລັກລອບ​ຂ້າມ​ຊາຍ​ແດນແບບຜິດກົດໝາຍ.”

ມີຊາວ​ເກົາຫລີ​ເໜືອ ປະມານ 20,000 ຄົ ​ໄດ້ຫລົບໜີ​ຈາກປະ​ເທດ​ຂອງ​ເຂົ​າ​ເຈົ້າ ​ສ່ວນ
ໃຫຍ່ແລ້ວແມ່ນຜ່ານທາງປະ​ເທດ​ຈີນ ນັບ​ຕັ້ງ​ແຕ່​ເກີດ​ໄພ​ອຶດ​ຢາກ​ ໃນຊຸມ​ປີ 1990 ເປັນ
ຕົ້ນ​ມາ.

​ເຂົາ​ເຈົ້າ​ພາກັນ​ຫລົບໜີອອກຈາກປະ​ເທດ ບ່ອນທີ່ພວກ​ຜູ້​ນໍາ​ໄດ້​ຖືກກ່າວເຖິງ​ຢູ່​ໃນ​ລາຍ​ງານຂອງສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ໄດ້ກໍ່ໂທດກຳ​ຕ້ານມະນຸດຊາດ ໂດຍບໍ່
ມີຜູ້ໃດ ທຽບຄຽງໄດ້ໃນໂລກຍຸກ​ໃໝ່.

UN Nokor China
please wait
Embed

No media source currently available

0:00 0:02:37 0:00
XS
SM
MD
LG