ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຄ້າລະຫວ່າງ ຈີນກັບ ເກົາຫຼີເໜືອ ຍັງຄຶກຄັກ ຢູ່ເຂດຊາຍແດນ (ວີດິໂອລາວ/ອັງກິດ)


ຕະຫຼາດເກົາຫລີເໜືອ ແຫ່ງນຶ່ງຢູ່ເມືອງ Yanji ຂອງຈີນ.
ຕະຫຼາດເກົາຫລີເໜືອ ແຫ່ງນຶ່ງຢູ່ເມືອງ Yanji ຂອງຈີນ.
ຄວາມສໍາພັນອັນໃກ້ຊິດຂອງຈີນກັບເກົາຫຼີເໜືອ ແມ່ນ
​ແລເຫັນ​ໄດ້ຢ່າງຊັດເຈນທີ່ສຸດ ຢູ່ໃນຫຼາຍໆເມືອງໃຫຍ່
ແລະນ້ອຍ ທີ່ຕັ້ງຢູ່ເລາະເຂດຊາຍແດນຂອງປະເທດ
ທັງສອງ ບ່ອນທີ່ ການຄ້າຂາຍສອງຝ່າຍຢ່າງຄຶກຄັກ
ພວກຄົນງານຕ່າງດ້າວເກົາຫຼີເໜືອ ແລະທຸລະກິດການ
ທ່ອງທ່ຽວ ​ເປັນຫຼັກຖານຊີ້ໃຫ້ເຫັນເຖິງຄວາມສໍາພັນກັນ
ທີ່ອົບອຸ່ນ. ຕົວຢ່າງໃນເມືອງຊາຍແດນ Yanji ຂອງ
ແຂວງ Jilin ທີ່ບໍ່ມີທາງອອກສູ່ທະເລ ຢູ່ທາງພາກເໜືອ
ຂອງຈີນນັ້ນ ຫຼາຍໆຄົນ​ແມ່ນມີ​ຄວາມ​ກະຕືລື​ລົ້ນຢາກ​ຈະ​
ເຫັນ​ສະພາບ​ການ​ທີ່​ສະຫງົບ​ກ່ວາ​ເວລານີ້ ຢູ່ໃນແຫຼມ
ເກົາຫຼີນັ້ນ. ຜູ້ສື່ຂ່າວວີໂອເອ ບິລ ໄອດ໌ ມີລາຍງານກ່ຽວ
ກັບເລຶ່ອງນີ້ມາຈາກ ເມືອງ Yanji ຊຶ່ງທອງປານຈະນໍາ
ມາສະເໜີທ່ານ.

ເບິ່ງວີດິໂອພາສາລາວ:

ພວກກະປູທີ່ມີກະດອງແຂງແຮງກັບຂາມີຊີ້ນຫຼາຍເຫຼົ່ານີ້​ ແມ່ນສົ່ງເຂົ້າມາຂາຍໃນຈີນ ທຸກໆ
ມື້ ຈາກເກົາຫຼີເໜືອ ​ເຖິງ​ແມ່ນ​ໄດ້ມີການຂູ່ທີ່ະກະທໍາສົງຄາມກັນ ກໍ​ຕາມ.

ຫຼັງຈາກການ​ເດີນທາງ​ໄລຍະ​ສັ້ນ​ໆຂ້າມຊາຍແດນມາ ພວກປູເຫຼົ່ານີ້ກໍຖືກສົ່ງໄປຍັງສູນກາງ
ຈໍາໜ່າຍ ຄືບ່ອນນີ້ ທີ່ເມືອງ Yanji. ຈໍານວນນຶ່ງ​ແມ່ນ​ຖືກສົ່ງໄປໄກ ເຖິງນະຄອນຊຽງໄຮ້.

ທ້າວ ຫວັງ ຜູ້ຈໍາໜ່າຍປູຄົນ​ນຶ່ງ ເວົ້າວ່າ ທຸກໆຄົນກໍຕ້ອງໄດ້ກິນ​ອາຫານ. ລາວເວົ້າວ່າ:

ຢູ່ເຂດນີ້ ແທ້ໆ​ແລ້ວ ແມ່ນບໍ່ມີວິ​ກິດ​ການ​ຫຍັງ​ດອກ. ສິ່ງທ້າທາຍພຽງຢ່າງດຽວທີ່
ພວກເຮົາປະເຊີນນັ້ນ ກໍແມ່ນຢູ່ໃນທະເລ ເຊັ່ນ
ພາຍຸໄຕ້ຝຸ່ນ ທີ່​ເຮັດ​ໃຫ້ບໍ່ສາມາດ
ນໍາເຮືອອອກໄປຫາປາໃນທະເລ
​ໄດ້ ຫຼືວ່າການຫ້າມຫາປາ ຕາມລະດູ.

ທຸລະກິດຄ້າຂາຍປູ ເປັນພຽງສ່ວນນ້ອຍໆສ່ວນນຶ່ງຂອງການຄ້າປະຈໍາປີ ທີ່​ມີມູນຄ່າທັງໝົດ
ຫ້າພັນລ້ານໂດລ່າ ລະຫວ່າງຈີນແລະເກົາຫຼີເໜືອ.

ຢູ່ຕະຫຼາດເກົາຫຼີແຫ່ງນຶ່ງທີ່ເມືອງ Yanji ມີປາທຸກຊະນິດທີ່ຈັບມາໄດ້ຈາກຝັ່ງທະເລຂອງເກົາ
ຫຼີເໜືອ ທັງສົດທັງແຫ້ງ ທີ່ນໍາເຂົ້າທຸກໆມື້ ເພື່ອຂາຍປຸງເປັນອາຫານ ຫຼືສົ່ງໄປຂາຍບ່ອນອື່ນ.

ຢູ່ເຂດຊາຍແດນຂອງຈີນ ປະຊາຊົນປະມານ 50​ ເປີເຊັນ ແມ່ນຊົນເຜົ່າເກົາຫຼີ. ຫຼາຍໆຄົນ
ຍັງຕິດຕໍ່ກັບຄອບຄົວຂອງພວກເຂົາເຈົ້າຢູ່ເກົາຫຼີເໜືອຢູ່ ເປັນປະຈໍາ ແລະຮູ້ດີເຖິງສະພາບ
ການເປັນຢູ່ ຢູ່​ໃນອີກຟາກນຶ່ງ​ຂອງຊາຍແດນນີ້ໄປແລະໂອກາດທີ່ອາດສະໜອງຜົນປະໂຫຍດ
ແກ່ທັງສອງຝ່າຍ.

ມີຊາວເກົາຫຼີເໜືອ ​ໃນ​ຈໍານວນ​ຫຼາຍຂຶ້ນໄປນັບມື້ ຄືຫຼາຍສິບພັນຄົນ ທີ່ເຂົ້າ​ມາ​ເຮັດ​ວຽກຢູ່
ຕາມໂຮງຈັກໂຮງງານໃນຈີນ. ບາງຄົນກໍເຮັດວຽກໂຮງແຮມ ຊຶ່ງ​ບາງ​ແຫ່ງກໍ​ເປັນ​ທຸລະ​ກິດ​ຂອງຊາວເກົາຫຼີເໜືອ.

ຄວາມເຄ່ງຕຶງທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ຍັງຜົນໃຫ້ທຸລະກິດການທ່ອງທ່ຽວ ຢຸດຊະງັກລົງ
ແຕ່ອິງຕາມກຸ່ມຄົນທ້ອງຖິ່ນ ກໍ​ແມ່ນວ່າ ການຄ້າຂາຍຍັງຄົງຄຶກຄັກຢູ່.

ຊາວອາເມຣິກັນ Kendra Schaefer ທີ່ໄດ້ໄປທ່ອງທ່ຽວພຽງຢາງ ນະຄອນຫຼວງຂອງ ເກົາຫຼີເໜືອໃນຕົ້ນເດືອນນີ້ ເວົ້າວ່າ ນາງຮູ້ສຶກວ່າ ພຽງ​ຢາງເປັນຄື​ກັນ​ກັບສວນສະນຸກຮ້າງ
ທີ່ຖືກປະຖິ້ມ. ນາງ Schaefer ເວົ້າວ່າ:

ແທ້ໆ​ໄດ໋ ເວລາເຮົາ​ໄປ​ຮອດນັ້ນ ມັນ​ບໍ່​ມີຄວາມຮູ້ສຶກ ວ່າ ມີຫຍັງແຕກຕ່າງ
ເກີດຂຶ້ນ
​ເລີຍ. ມັນ​ເປັນ​ເມືອງ​ທີ່​ມິດ​ງຽບ ອ້າງ​ວ້າງ ເປົ່າວ່າງ ແລະກໍບໍ່ມີແສງ
ໄຟຟ້າຢູ່ບ່ອນ
​ໃດ​ເລີຍໃນຍາມຄໍ່າຄືນ ບໍ່ມີຮ້ານອາຫານ ບໍ່​ມີ​ການ​ຄ້າຂາຍ ບໍ່ມີຮ້ານຕະຫຼາດ ບໍ່​ມີ​ຮ້ານ​ຂາຍ​ເຄື່ອງ​ທີ່​ລະນຶກ ບໍ່ມີຫຍັງໃຫ້ຊື້ ເລີຍ.”

ທ່ານ Wang Dong ອາຈານສອນປະຈໍາມະຫາວິທະຍາໄລປັກກິ່ງ ເວົ້າວ່າການຂາດເຂີນ
ດ້ານການຄ້າຂາຍ ​ແມ່ນສິ່ງນຶ່ງທີ່ລັດຖະບານຈີນ ຫວັງຈະ​ເຮັດ​ໃຫ້ປ່ຽນແປງ​ໄປ ຊຶ່ງອາຈານ
ດົງເວົ້າອີກວ່າ ຈີນຢາກ​ເກ້​ຍກ່ອມ ​ໃຫ້ເກົາຫຼີເໜືອ​ເຊື່ອວ່າ ການເປີດກວ້າງນັ້ນ​ແມ່ນ​ນອນ
ຢູ່​ໃນຜົນ​ປະ​ໂຫຍ​ດອັນ​ດີ​ທີ່​ສຸດ ຂອງ​ເກົາຫຼີ​ເໜືອ. ອາຈານດົງ ເວົ້າວ່າ:

“ໃຫ້ເປີດກວ້າງຢ່າງແທ້ຈິງ ຕໍ່ປະຊາຄົມໂລກ ແລະ ເລີ່ມທໍາການປະຕິຮູບ
ທີ່ຈະນໍາຄວາມຈະເຣີນຮຸ່ງເຮືອງມາສູ່ປະຊາຊົນຂອງຕົນ ບໍ່ແມ່ນຈະມີແຕ່
ຄວາມທຸກຈົນ ແລະບໍ່ມີແຕ່ຈະສົ່ງສຽງຂູ່ນັ້ນຂູ່ນີ້
ວາງ​ກ້າມຢູ່ພໍປານນັ້ນ.”

ຫຼາຍໆຄົນຢູ່ເມືອງ Yanji ນີ້ ຮູ້ສຶກສາວ່າ ມັນໄດ້ເລີ່ມຕົ້ນເກີດຂຶ້ນມາແດ່ແລ້ວ ແລະຕ່າງກໍ
ຫວັງວ່າ ສະຖານະການທີ່ເປັນໄປຢູ່ໃນຂະນະນີ້ ຈະເລືອນຫາຍໄປໃນບໍ່ຊ້າ.

ເບິ່ງວີດິໂອ ພາສາອັງກິດ:

Residents Living on China-N. Korea Border Await Calmer Times
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ
XS
SM
MD
LG