ການຄ້າຍັງຄຶກຄັກ ຢູ່ເມືອງຊາຍແດນຈີນ ຕິດກັບເກົາຫລີເໜືອ
ຄວາມສໍາພັນອັນໃກ້ຊິດຂອງຈີນກັບເກົາຫຼີເໜືອ ແມ່ນແລເຫັນໄດ້ຢ່າງຊັດເຈນທີ່ສຸດ ຢູ່ໃນຫຼາຍໆ ຫົວເມືອງໃຫຍ່ແລະນ້ອຍ ທີ່ຕັ້ງຢູ່ເລາະເຂດຊາຍ ແດນຂອງປະເທດທັງສອງ ບ່ອນທີ່ການຄ້າຂາຍ ສອງຝ່າຍຢ່າງຄຶກຄັກ ພວກຄົນງານຕ່າງດ້າວ ຊາວເກົາຫຼີເໜືອ ແລະທຸລະກິດການທ່ອງທ່ຽວ ເປັນຫຼັກຖານຊີ້ໃຫ້ເຫັນເຖິງຄວາມສໍາພັນກັນ ທີ່ອົບອຸ່ນ. ຕົວຢ່າງໃນເມືອງຊາຍແດນ Yanji ຂອງແຂວງ Jilin ທີ່ບໍ່ມີທາງອອກສູ່ທະເລ ຢູ່ ທາງພາກເໜືອຂອງຈີນນັ້ນ ຫຼາຍໆຄົນແມ່ນມີ ຄວາມກະຕືລືລົ້ນ ຢາກຈະເຫັນສະພາບການ ທີ່ສະຫງົບກ່ວາເວລານີ້ ຢູ່ໃນແຫຼມເກົາຫຼີນັ້ນ.