ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປັນ​ເງົາ​ບົດ​ບັງ ກອງ​ປະ​ຊຸມ​ສຸດຍອດ ຜູ້​ນຳ​ສະ​ຫະ​ລັດ ກັບ​ອາ​ຟ​ຣິ​ກາ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່​ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວຄຳ​ປາ​ໄສ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ພວກ​ຜູ້​ນຳ​ອາ​ຟ​ຣິ​ກາ ທີ່​ກະ​ຊວງ​ການນ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 12 ທັນ​ວາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່​ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວຄຳ​ປາ​ໄສ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ພວກ​ຜູ້​ນຳ​ອາ​ຟ​ຣິ​ກາ ທີ່​ກະ​ຊວງ​ການນ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 12 ທັນ​ວາ 2022.

ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ຂອງ​ອາ​ຟ​ຣິ​ກາ​ຫຼາຍ​ສິບ​ປະ​ເທດ​ເດີນ​ທາງ​ມາ​ຮອດ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ໃນ​ອາ​ທິດນີ້ ລັດ​ຖະ​ບານທ່ານ​ໄບ​ເດັນໄດ້​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫຼືອ​ທາງດ້ານ​ເສດ​ຖະ​ກິດ ​ບໍ່​ແມ່ນ​ເພື່ອ​ແຂ່ງ​ກັບ​ຈີນ ​ຢູ່​ໃນ​ທະ​ວີບ​ດັ່ງ​ກ່າວ: ສະ​ຫະ​ລັດ​ສະ​ເໜີ​ທາງ​ເລືອກ​ທີ່​ດີ​ກວ່າ​ຕໍ່​ບັນ​ດາ​ປະ​ເທດ​ພາ​ຄີ ໃນ​ອາ​ຟ​ຣິ​ກາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ຜູ້​ພວກ​ຜູ້​ນຳ​ສະ​ຫະ​ລັດ​ແລະ​ອາ​ຟ​ຣິ​ກາ​ເປັນ​ເວ​ລາ 3 ມື້ ໃນ​ວັນ​ອັງ​ຄານ​ວານນີ້ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງງ​ການ​ຄ້າ ທ່ານ ດອນ ເກ​ຣບສ໌ (Don Graves) ຮັບ​ຮູ້​ວ່າ ສະ​ຫະ​ລັດ​ໄດ້​ກາຍ​ມາ​ເປັນ​ຮອງ​ຈີນ ​ທີ່​ໄດ້​ແຊງ​ໜ້າ​ອາ​ເມ​ຣິ​ກາໃນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໂດຍ​ກົງ​ເພີ້ມ​ຂຶ້ນ​ຢູ່​ໃນ​ອາ​ຟ​ຣິ​ກາ ແຕ່​ກໍ​ໄດ້​ໂຕ້​ແຍ້ງວ່າ ສະ​ຫະ​ລັດ​ຍັງ​ສືບ​ຕໍ່ເປັນ “ພາ​ຄີ​ທາງ​ເລືອກ” ຢູ່​ໃນ​ອາ​ຟ​ຣິ​ກາ.

“ພວກ​ເຮົາ​ບໍ່​ໄດ້​ຫຼຽວ​ເບິ່ງ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ເວົ້າ​ຢູ່ນີ້ ແລະ​ພວກ​ນັກ​ລົງ​ທຶນ​ແລະ​ບໍ​ລິ​ສັດ​ຂອງ​ສະ​ຫະ​ລັດ ຕ້ອງ​ໄດ້​ໄລ່​ຕາມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເກ​ຣບ​ສ໌ ຢູ່​ໃນ​ພິ​ທີ​ແຫ່ງ​ນຶ່ງ ທີ່​ເປັນ​ເຈົ້າ​ພາບ​ໂດຍ​ອົງ​ການ​ຂ່າວ ເຊ​ມາ​ຟໍ (Semafor) ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ພວມ​ນຳ​ເອົາ​ເທັກ​ໂນ​ໂລ​ຈີ ແລະ​ນະ​ວັດ​ຕະ​ກຳ ​ທີ່​ດີ​ທີ່​ສຸດ​ ມາດ​ຕະ​ຖານ​ທີ່​ສູງ​ທີ່​ສຸດ…… ສະ​ຫະ​ລັດ​ຊ່ວຍ​ສ້າງ​ຄວາ​ມ​ສາ​ມາດ​ຢູ່​ໃນ​ບັນ​ດາ​ປະ​ເທດ​ພາ​ຄີ​ຂອງ​ພວກ​ເຮົາ ໃນ​ຂະ​ນະ​ທີ່​ບໍ່​ໄດ້​ສວຍ​ໃຊ້​ບັນ​ດາ​ປະ​ເທດ​ເຫຼົ່າ​ນັ້ນ.”

​ບັນ​ດາ​ຜູ້​ນຳ​ຈາກ 49 ປະ​ເທດ​ໃນ​ອາ​ຟ​ຣິ​ກາ ແລະ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດທີ່​ເວົ້າ​ວ່າ ເປັນ​ໂອ​ກາດ​ສຳ​ລັບ​ລັດ​ຖະ​ບານ​ຂອງປະ​ທາ​ນາ​ທິ​ບໍ​ດີ​ໂຈ ​ໄບ​ເດັນ​ ​ທີ່​ຈະ​ທຳ​ການ​ພົວ​ພັນ​ຄືນ​ ກັບ​ບັນ​ດາ​ຜູ້​ນຳ​ຂອ​ງ​ທະ​ວີບ​ດັ່ງ​ກ່າວ.

ທະ​ວີບ​ອາ​ຟ​ຣິ​ກາ ຊຶ່ງ​ບັນ​ດາ​ຜູ້​ນຳ​ມີ​ຄວາມ​ຮູ້​ສຶກວ່າ ເຂົາ​ເຈົ້າ​ໄດ້​ຮັບ​ສັນ​ຍານ​ວ່າ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ໃນ​ໄລ​ຍະ​ສັ້ນ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກ້າ​ວ​ໜ້າ​ທາງ​ດ້ານ​ເສດ​ຖະ​ກິດນັ້ນ ຍັງ​ສືບ​ຕໍ່​ມີ​ຄວາມ​ສຳ​ຄັນ​ຕໍ່​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ​ ຍ້ອນ​ວ່າ ທະ​ວີບ​ດັ່ງ​ກ່າວ​ມີ​ພົນ​ລະ​ເມືອງ​ເພີ້ມ​ຂຶ້ນ​ຢ່າງວ່ອງ​ໄວ ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ທີ່​ສຳ​ຄັນ ແລະ​ເປັນ​ກຸ່ມ​ປະ​ເທດ​ຂະ​ໜາດ​ໃຫຍ່ ​ທີ່​ມີ​ສິດ​ອອກ​ສຽງ​ຢູ່​ໃນ​ອົງ​ການ​ສະ​ຫະ​ປະ​ຊາດ. ອາ​ຟ​ຣິ​ກາ​ຍັງ​ສືບ​ຕໍ່​ເປັນ​ທະ​ວີບ​ທີ່​ມີ​ຄວາມ​ສຳ​ຄັນ​ຢ່າ​ງ​ໃຫຍ່​ຫຼວງ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ປັບ​ປ່ຽນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ​ຄືນ​ໃໝ່ ​ໂດຍ​ແນ​ການ​ເພັ່ງ​ເລັງ​ຫຼາຍ​ຂຶ້ນ​ໃສ່​ຈີນ - ໃນ​ອັນ​ທີ່​ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ມອງ​ເຫັນ​ວ່າ ເປັນ​ສັດ​ຕູ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ທະ​ຫານ​ທີ່​ສຳ​ຄັນ​ສຸດ​ສຳ​ລັບ​ສະ​ຫະ​ລັດ.

ແມ່ນ​ແຕ່​ກ່ອນ​ການ​ພົບ​ປະ​ສຸດຍອດ​ເລີ້ມ​ຂຶ້ນ ທຳ​ນຽບ​ຂ​າວ​ໄດ້​ປະ​ກາດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ກາຍ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ຈີ 20 ແລະ​ກໍ​ໄດ້​ແຕ່ງ​ຕັ້ງ​ໃຫ້​ທ່ານ​ຈອນ​ນີ​ ຄາ​ສັນ ນັກ​ການ​ທູດ​ອະ​ວຸ​ໂສ​ທີ​ໄດ້​ຮັບ​ການ​ນັບ​ໜ້າ​ຖື​ຕາ ເປັນ​ບຸກ​ຄົນ​ສຳ​ຄັນ​ສຸດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ້ມ​ທີ່​ມາ​ຈາກກອ​ງ​ປະ​ຊຸມ​ສຸດຍອດ.

ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ​ຂອງ​ທຳ​ນຽບ​ຂາວ ທ່ານ​ເຈກ ​ຊູ​ລີ​ວານ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ ກ່າວ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ຈະ​ໃຫ້​ເງິນ​ຊ່ວຍ​ເຫຼືຶອ 55 ຕື້​ໂດ​ລາ​ແກ່​ອາ​ຟ​ຣິ ໃນ​ໄລ​ຍະ 3 ປີ​ຕໍ່​ໜ້າ “ຕໍ່​ພາກ​ສ່ວນ​ຕ່າງໆ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ເພື່ອ​ແກ້​ໄຂ​ບັນ​ຫາ​ທ້າ​ທາຍ​ທີ່​ສຳ​ຄັນ​ສຸດ​ ໃນ​ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ.”

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG