ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເບິ່ງຄືວ່າກໍາລັງສ້າງທາງແລ່ນ ຂອງເຮືອບິນ ຢູ່ເທິງໝູ່ເກາະທີ່ມີຂໍ້ພິພາດ ໃນຂົງເຂດທະເລຈີນໃຕ້


ແຟ້ມ-ພາບຖ່າຍດາວທຽມຈາກ Planet Labs PBC ສະແດງໃຫ້ເຫັນເກາະໄທຣຕັນ (Triton) ທີ່ຕັ້ງຢູ່ໃນຂົງເຂດທະເລຈີນໃຕ້, ວັນທີ 20 ກຸມພາ 2023.
ແຟ້ມ-ພາບຖ່າຍດາວທຽມຈາກ Planet Labs PBC ສະແດງໃຫ້ເຫັນເກາະໄທຣຕັນ (Triton) ທີ່ຕັ້ງຢູ່ໃນຂົງເຂດທະເລຈີນໃຕ້, ວັນທີ 20 ກຸມພາ 2023.

ພາບຖ່າຍດາວທຽມ ທີ່ໄດ້ຮັບການວິເຄາະໂດຍອົງການຂ່າວ AP ສະແດງໃຫ້ເຫັນວ່າ ຈີນ ກໍາລັງກໍ່ສ້າງທາງແລ່ນຂອງເຮືອບິນ ຢູ່ເທິງເກາະ ທີ່ຕັ້ງຢູ່ໃນຂົງ ເຂດທະເລຈີນໃຕ້ ເຊິ່ງຍັງໄດ້ຖືກອ້າງກຳ​ມະສິດໂດຍຫວຽດນາມ ແລະໄຕ້ຫວັນ ເຊັ່ນກັນ, ອີງຕາມລາຍງານຂອງອົງການຂ່າວ AP.

ການດໍາເນີນງານກໍ່ສ້າງຢູ່ເທິງເກາະໄທຣຕັນ (Triton) ເຊິ່ງເປັນ​ສ່ວນ​ນຶ່ງ​ຂອງໝູ່ເກາະພາຣາເຊລ (Paracel) ສະທ້ອນໃຫ້ເຫັນເຖິງການກໍ່ສ້າງ ເທິງເຈັດເກາະ ທຽມ ທີ່ມະນຸດເປັນຜູ້ສ້າງຂຶ້ນ ຢູ່ໝູ່ເກາະສແປຣທ໌ລີ (Spratly) ທີ່ຕັ້ງຢູ່ທາງທິດ ຕາເວັນອອກ ໂດຍໄດ້ມີ​ການ​ສ້າງທາງແລ່ນຂອງເຮືອບິນ, ທ່າເຮືອ ແລະລະບົບຕ່າງໆທາງທະຫານ, ເຖິງແມ່ນວ່າ ໃນປັດຈຸບັນມັນເບິ່ງຄືວ່າມີຂະໜາດປານກາງກໍຕາມ.

ຈີນ ອ້າງ​ເອົາ​ກຳ​ມະສິດຂອງຕົນເອງເກືອບທັງໝົດ ຢູ່ໃນຂົງເຂດທະເລຈີນໃຕ້, ເຊິ່ງພວກເຂົາປະຕິເສດຕໍ່ການອ້າງ​ເອົາ​ກຳ​ມະສິດຂອງປະເທດອື່ນໆ ແລະ​ບໍ່​ຮັບ​ເອົາການຕັດສິນຂອງສາກົນ ທີ່ເຮັດໃຫ້ການຢືນຢັນຂອງພວກເຂົາເປັນໂມຂະກໍຕາມ.

ສະຫະລັດ ບໍ່ມີທ່າທີໃດໆຕໍ່ການອ້າງເອົາສິດອະທິປະໄຕດັ່ງກ່າວຂອງຈີນ, ແຕ່ໄດ້ສົ່ງກໍາປັ່ນຂອງກອງທັບເຮືອ “ໄປ​ປະ​ຕິ​ບັດງານເພື່ອອິດສະຫຼະໃນການເດີນເຮືອ” ​ໂດຍ​ແລ່ນເຂົ້າໄປໃກ້ໆ ກັບບັນດາໝູ່ເກາະທີ່ ຈີນ ຢຶດຄອງຢູ່ນັ້ນ.

BEIJING (AP) — Satellite photos analyzed by The Associated Press appear to show China is constructing an airstrip on a South China Sea island also claimed by Vietnam and Taiwan. The work on Triton Island in the Paracel group mirrors construction on seven human-made islands in the Spratly group to the east which have been equipped with airstrips, docks and military systems, although it currently appears to be somewhat more modest in scale. China claims virtually the entire South China Sea, denying the claims of others and defying an international ruling invalidating its assertion. The U.S. takes no stance on the sovereignty claims, but regularly sends Navy ships on "freedom of navigation operations" near the Chinese-held islands.

XS
SM
MD
LG