ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະບໍ່ສະໜັບສະໜູນ ກຳລັງອັຟການິສຖານ ດ້ວຍການໂຈມຕີທາງອາກາດ ຫລັງຈາກຖອນທະຫານອອກໄປແລ້ວ


ນາຍພົນ Frank McKenzie (ກາງ) ໄດ້ໄປຢ້ຽມຢາມນະຄອນຫລວງກາບູລຂອງອັຟການິສຖານ ແບບບໍ່ໄດ້ປະກາດໃຫ້ຮູ້ລ່ວງໜ້າໃນວັນທີ 31 ມັງກອນ, 2020
ນາຍພົນ Frank McKenzie (ກາງ) ໄດ້ໄປຢ້ຽມຢາມນະຄອນຫລວງກາບູລຂອງອັຟການິສຖານ ແບບບໍ່ໄດ້ປະກາດໃຫ້ຮູ້ລ່ວງໜ້າໃນວັນທີ 31 ມັງກອນ, 2020

ລາຍລະອຽດໄດ້ເລີ້ມປາກົດອອກມາໃຫ້ເຫັນກ່ຽວກັບບົດບາດຂອງສະຫະລັດທີ່ຄາດວ່າຈະມີຢູ່ໃນອັຟການິສຖານ ຫລັງຈາກທະຫານອາເມຣິກາຖອນອອກໄປພາຍຫຼັງໄດ້ມີສົງຄາມແກ່ຍາວມາໄດ້ເກືອບ 20 ປີ. Carla Babb ຜູ້ສື່ຂ່າວວີໂອເອຂອງພວກເຮົາປະຈໍາທໍານຽບຫ້າແຈ ທີ່ເປັນນັກຂ່າວຄົນດຽວເທົ່ານັ້ນທີ່ໄດ້ເດີນທາງໄປກັບຜູ້ບັນຊາການເຊັນຄອມຂອງສະຫະລັດ, ເຊິ່ງເປັນຜູ້ດູແລການປະຕິບັດງານທາງທະຫານໃນທົ່ວອັຟການິສຖານ ແລະພາກຕາເວັນອອກກາງ. ສະຫະລັດບໍ່ໄດ້ວາງແຜນທີ່ຈະສະໜັບສະໜູນກຳລັງອັຟການິສຖານດ້ວຍການໂຈມຕີທາງອາກາດຕໍ່ພວກຕາລີບານເມື່ອການຖອນກຳລັງທະຫານຂອງສະ ຫະລັດສຳເລັດລົງແລ້ວ. ບົວສະຫວັນຈະນໍາເອົາລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ນັ້ນແມ່ນສິ່ງທີ່ນາຍພົນແຟຣັງ ແມັກເຄນຊີ (Frank McKenzie), ຜູ້ບັນຊາການທະຫານໃນພາກຕາເວັນກາງຂອງສະຫະລັດທີ່ກ່າວຕໍ່ວີໂອເອໃນການໃຫ້ສຳພາດແບບຂາດຕົວສະເພາະໃນຂະນະທີ່ເດີນທາງໄປຢູໂຣບແລະພາກຕາເວັນອອກກາງ.

ຄາລາ ແບບ (Carla Babb), ນັກຂ່າວວີໂອເອຖາມວ່າ:
“ກຳລັງຂອງສະຫະລັດ ຈະທຳການໂຈມຕີກຸ່ມຕາລີບານ, ແມ່ນບໍ່, ຖ້າພວກເຂົາເຮັດໃຫ້ກຳລັງອັຟການິສຖານຕົກຢູ່ໃນສະພາບອັນຕະລາຍ. ແລະການເຮັດແນວນັ້ນກຳລັງສືບຕໍ່ດຳເນີນໄປຢູ່ໃນຕອນນີ້, ແມ່ນບໍ?”

ພົນເອກ ແຟຣັງ ແມັກເຄນຊີ (Frank McKenzie), ຜູ້ບັນຊາການສູນກາງສະຫະລັດຕອບວ່າ:
“ຕາບໃດທີ່ພວກເຮົາຍັງມີກຳລັງຢູ່ໃນປະເທດ, ກຳລັງເຫຼົ່ານັ້ນ, ດັ່ງທີ່ທ່ານຮູ້ຢູ່ແລ້ວ, ມັນອາດຈະຫຼຸດລົງເຖິງສູນໃນຈຸດໃດຈຸດນຶ່ງໄດ້ໃນອະນາຄົດ. ຫລັງຈາກນັ້ນ ການໂຈມຕີຕ່າງໆ ທີ່ພວກເຮົາເຮັດຢູ່ໃນອັຟການິສຖານ ຈະແມ່ນແນໃສ່ຕໍ່ຕ້ານກຸ່ມອາລ-ຄາຍດາ (al-Qaida) ແລະໄອຊິສ (ISIS)."

ທ່ານແມັກເຄນຊີ (McKenzie) ກ່າວວ່າ ການໂຈມຕີຕ້ານການກໍ່ການຮ້າຍໃນອະນາຄົດໃນອັຟການິສຖານຈະຖືກຈຳກັດໃຫ້ມີຢູ່ແຕ່ໃນກໍລະນີທີ່ວ່າ ແຜນການຂອງສັດຕູໄດ້ຖືກພົບວ່າ ມີຈຸດປະສົງແນໃສ່ໂຈມຕີອາເມຣິກາ ແລະບັນດາພັນ ທະມິດຂອງຕົນຢູ່ໃນປະເທດ, ຄືກັບເຫດການທີ່ຫລາຍພັນຄົນຖືກຂ້າຕາຍໃນວັນທີ 11 ກັນຍາ 2001 ຜ່ານມານັ້ນ.

ພົນເອກແມັກເຄນຊີກ່າວດັ່ງນີ້:
“ນັ້ນແມ່ນສາເຫດທີ່ພາໃຫ້ເກີດການໂຈມຕີໃດໆໃນອັຟການິສຖານ ຫລັງຈາກພວກເຮົາຖອນອອກໄປ. ມັນຕ້ອງແມ່ນສິ່ງທີ່ວ່າ ພວກເຮົາໄດ້ຄົ້ນພົບວ່າ ຜູ້ໃດ ຜູ້ນຶ່ງທີ່ຢາກທຳລາຍປິຕຸພູມຂອງສະຫະລັດ, ທຳລາຍປະເທດໃດປະເທດນຶ່ງໃນພັນທະມິດ ແລະຄູ່ຮ່ວມງານຂອງພວກເຮົາ.

ບັນດາຜູ້ຊ່ຽວຊານ ແລະ ຜູ້ບັນຊາການໃນອະດີດ ໄດ້ຍົກເອົາຄວາມເປັນຫ່ວງກ່ຽວກັບການຂາດລາຍລະອຽດທີ່ວໍຊິງຕັນໄດ້ເປີດເຜີຍໃຫ້ຮູ້ເທົ່າທີ່ມີມາກ່ຽວກັບກຄວາມໝັ້ນຄົງຂອງອັຟການິສຖານ ຫລັງຈາກສະຫະລັດຖອນອອກໄປແລ້ວ.

ໂດຍທີ່ຍັງເວລາບໍ່ດົນກໍຈະຮອດຕອນທີ່ກຳລັງຂອງສະຫະລັດຈະເສັດສິ້ນການຖອນທະຫານອອກໝົດແລ້ວ, ທ່ານໂຈເຊັຟ ໂວແທລ (Joseph Votel) ຊຶ່ງເປັນນາຍພົນທີ່ອອກກິນເບ້ຍບຳນານ ແລະອະດີດບັນຊາການຂອງກໍາລັງສະຫະລັດໃນພາກຕາເວັນອອກກາງ ກ່າວຕໍ່ວີໂອເອວ່າ ຄວາມໂປ່ງໃສກັບພັນທະມິດອັຟການິສຖານ ແມ່ນສຳຄັນຫລາຍ.

ນາຍພົນທີ່ອອກກິນເບ້ຍບຳນານໂວແທລ ກ່າວວ່າ:
"ຂ້າພະເຈົ້າຄິດວ່າພວກເຮົາຕ້ອງໄດ້ບອກພວກເຂົາເຈົ້າໃຫ້ຈະແຈ້ງເທົ່າທີ່ພວກເຮົາຈະສາມາດເຮັດໄດ້, ສະນັ້ນ ພວກເຮົາກໍາລັງວາງແຜນໃສ່ກັບສິ່ງທີ່ເປັນນະ ໂຍບາຍຂອງພວກເຮົາ, ແລະພວກເຂົາເຈົ້າມີຄວາມເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບວ່າ ພວກເຮົາຈະເຮັດຫຍັງແດ່, ກັບທັງສິ່ງທີ່ພວກເຮົາຈະບໍ່ເຮັດນໍາອີກດ້ວຍ.”

ບັນດາພັນທະມິດສະຫະລັດ ແລະເນໂຕ (NATO) ຈະສືບຕໍ່ສະໜັບສະໜູນ ຈ່າຍເງິນເດືອນຂອງທະຫານອັຟການິສຖານ, ຊ່ວຍເຫຼືອກອງທັບອາກາດຂອງພວກເຂົາເຈົ້າດ້ວຍການບຳລຸງຮັກສາເຮືອບິນ ແລະຝຶກອົບຮົມທະຫານອັຟການິສຖານ. ສອງເລື້ອງສຸດທ້າຍນີ້ ຈະເຮັດຢູ່ນອກອັຟການິສຖານ.

ແຕ່ສຳລັບຜູ້ຊ່ຽວຊານດ້ານການທະຫານທີ່ຢ້ານວ່າກອງທັບອັຟການິສະຖານຈະຊຸດຕົວລົງໂລດ ເມື່ອໃດກອງທັບສະຫະລັດຫາກຖອນອອກໄປນັ້ນ ກັບເຫັນວ່າ ການດໍາເນີນຄວາມພະຍາຍາມເຫລົ່ານັ້ນ ແມ່ນບໍ່ພຽງພໍ.

ທ່ານແບຣດດລີ ບາວແມນ (Bradley Bowman) ຈາກມູນນິທິເພື່ອປົກປ້ອງປະຊາທິປະໄຕ ໃຫ້ຄໍາເຫັນວ່າ:
"ພຽງແຕ່ຍ້ອນວ່າພວກເຮົາອອກໄປເທົ່ານັ້ນ ແລະພວກເຮົາກໍເວົ້າວ່າມັນສິ້ນສຸດລົງແລ້ວ ມັນຈະບໍ່ແລ້ວ. ພວກເຮົາເວົ້າກ່ຽວກັບສົງຄາມທີ່ແກ່ຍາວຕະຫຼອດໄປ. ເອີ, ກຸ່ມຕາລີບານມີຄວາມສົນໃຈ, ແລະກຸ່ມກໍ່ການຮ້າຍອາລ-ຄາຍດາ (al-Qaida) ສົນໃຈ ໃນການກໍ່ການຮ້າຍຈີຮາດຕະຫຼອດໄປ, ແລະພວກເຂົາກໍ່ຈະສືບຕໍ່ຕໍ່ສູ້ໄປຕະຫລອດ.”

ທຳນຽບຫ້າແຈ ໄດ້ກ່າວຢ່າງເປີດເຜີຍວ່າ ໄຊຊະນະຂອງກຸ່ມຕາລີບານ ບໍ່ແມ່ນການສະຫລຸບໄວ້ລ່ວງໜ້າໄດ້. ໂດຍສ່ວນຕົວແລ້ວ, ເຈົ້າໜ້າທີ່ປ້ອງກັນປະເທດຍອມຮັບວ່າ ພວກເຂົາມີຄວາມເປັນຫ່ວງຫຼາຍກວ່ານັ້ນຫລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

New details have emerged about the expected U.S. role in Afghanistan after America’s military exit after nearly 20 years of war. Our VOA Pentagon correspondent Carla Babb is the only reporter traveling with the commander of U.S. Central Command, which oversees military operations across Afghanistan and the Middle East.

The United States is not planning to support Afghan forces with airstrikes against the Taliban once the U.S. troop withdrawal is complete.

That’s what General Frank McKenzie, the head of U.S. Central Command, told VOA in an exclusive interview while traveling to Europe and the Middle East.

Carla Babb, VOA News:
“The United States forces are going to be striking the Taliban, yes, if they put Afghan forces in danger. And that is continuing to go on right now, correct?”

Gen. Frank McKenzie, Commander of U.S. Central Command:
“So long as we have forces in country, those forces, as you know, it could draw down to zero at some point in the future. After that, strikes that we do in Afghanistan are going to be against al-Qaida and ISIS.”

McKenzie said future counterterror strikes in Afghanistan will be limited to instances where enemy plans have been discovered that aim to strike America and its allies at home, as when thousands were killed on September 11, 2001.

Gen. Frank McKenzie, Commander of U.S. Central Command:
“That would be the reason for any strikes that we do in Afghanistan after we leave. (It) would have to be that we’ve uncovered someone who wants to attack the homeland of the United States, one of our allies and partners.”

Experts and former commanders have raised concerns about the lack of details Washington has revealed so far about securing Afghanistan after the U.S. withdrawal.

With just a short time until U.S. forces complete their withdrawal, Retired General Joseph Votel, the former head of Central Command, told VOA that transparency with Afghan allies is key.

Ret. Gen. Joseph Votel, former commander of U.S. Central Command:
“I think we owe it to them to be as clear as we can possibly be, so that we are planning against what it is our policy is, and they have a clear understanding of what it is that we are going to do, but also what we are not going to do.”

The U.S and NATO allies will continue to fund Afghan soldiers’ salaries, help their air force with aircraft maintenance and train Afghan troops. The latter two will be done outside of Afghanistan.

But to military experts who fear the Afghan military will fall once U.S. troops leave, those efforts aren’t enough.

Bradley Bowman, Foundation for Defense of Democracies:
“Just because we leave and we say it’s over, it’s not over. We talk about forever wars. Well, the Taliban is interested, and al-Qaida's interested in forever jihad, and they're going to keep fighting.”

The Pentagon has publicly said a Taliban victory is not a foregone conclusion. Privately, Defense officials admit they are much more worried.

ເບິ່ງວີດິໂອເປັນພາສາອັງກິດກ່ຽວກັບຂ່າວນີ້

XS
SM
MD
LG