ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ພຶດສະພາ ໒໐໒໔

ປັນຍາປະດິດ ຈະສາມາດແກ້ໄຂຂໍ້ພິພາດທາງການທູດ ກ່ຽວກັບເຂື່ອນ​ໃຫຍ່ Renaissance ​ໃນ​ເອ​ທິ​ໂປ​ເປຍໄດ້ ຫຼື ບໍ່


Can AI Help Solve Diplomatic Dispute Over the Grand Ethiopian Renaissance Dam?
please wait

No media source currently available

0:00 0:03:03 0:00

ລາຍງານກ່ຽວກັບ ຂໍ້ພິພາດທາງການທູດ ກ່ຽວກັບເຂື່ອນ Grand Ethiopian Renaissance ຈະໄດ້ຮັບການແກ້ໄຂໂດຍປັນຍາປະດິດ ຫຼື ບໍ.

ເຂື່ອນໄຟຟ້າພະລັງນໍ້າຢູ່ໃນແມ່ນໍ້າ ບລູ ນາຍ ຂອງເອທີໂອເປຍ, ໄດ້ເຮັດໃຫ້ປະເທດເພື່ອນບ້ານ ທີ່ຕັ້ງຢູ່ລຸ່ມແມ່ນໍ້າ​ລົງ​ມາ ມີຄວາມບໍ່ພໍໃຈ ໂດຍສະ ເພາະປະເທດຊູດານ, ເຊິ່ງການດໍາລົງຊີວິດຂອງປະຊາຊົນແມ່ນເພິ່ງພາແມ່ນໍ້າແຫ່ງນີ້ ສໍາລັບການກະເສດ ແລະເພື່ອການດໍາລົງຊີວິດອື່ນໆ. ເພື່ອຫຼຸດຜ່ອນຄວາມສ່ຽງ ກ່ຽວກັບຄວາມຂັດແຍ້ງທີ່ກ່າວມານັ້ນ ກຸ່ມບັນດານັກວິທະຍາສາດ ໄດ້ນໍາໃຊ້ປັນຍາປະດິດຫຼື AI ມາສະແດງໃຫ້ເຫັນວ່າທັງໝົດນັ້ນສາມາດໄດ້ຮັບຜົນປະໂຫຍດແນວໃດ. ແຕ່ວ່າ ເພື່ອເຮັດໃຫ້ ເອທີໂອເປຍ, ຊູດານແລະອີຈິບ ຕົກລົງກັັນໄດ້ກ່ຽວກັບການແກ້ໄຂດ້ວຍວິທີ​ໃຊ້ AI ອາດຈະພິສູດໄດ້ວ່າ ກໍາລັງສ້າງຄວາມທ້າທາຍ, ເຮັນຣີ ວີລກິນສ໌ ມີລາຍງານຈາກນະຄອນຫຼວງຄາຣ໌ທູມ ປະເທດຊູດານ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອໄວໆມານີ້ ປັນຍາປະດິດ ຫຼື AI ໄດ້ກາຍມາເປັນຫົວຂໍ້ການສົນທະນາທາງອອນລາຍເຊັ່ນ ChatGPT, ຢູ່ທີ່ນີ້ ມີການຕອບຄໍາຖາມທີ່ຊັບຊ້ອນຕ່າງໆ ເຊິ່ງມີການຂຽນລະຫັດຄອມພິວເຕີ້ ແລະແມ່ນແຕ່ ການແຕ່ງຫົວຂໍ້ບົດຂຽນສໍາລັບນັກ ຮຽນອຸດົມ ແລະມະຫາວິທະຍາໄລ ທີ່ກໍາລັງຊອກຫາທາງອອກ.

ແຕ່, ປັນຍາປະດິດ ຍັງສາມາດຊ່ວຍແກ້ໄຂຂໍ້ພິພາດທາງການທູດໄດ້ບໍ?

ເຂື່ອນ Grand Ethiopian Renaissance, ເຊິ່ງເປັນເຂື່ອນທີ່ສ້າງຂຶ້ນໃສ່ແມ່ນໍ້ານາຍ ຂອງປະເທດເອທີໂອເປຍ, ມັນກໍາລັງສ້າງຄວາມກັງວົນ ໃຫ້ແກ່ປະເທດເພື່ອນບ້ານຂອງພວກເຂົາເຈົ້າທີ່ຕັ້ງຢູ່ລຸ່ມແມ່ນໍ້າ​ລົງ​ມາ ເຊັ່ນ: ປະເທດ
ຊູດານແລະປະເທດອີຈິບ. ທັງສອງປະເທດກ່າວວ່າ ປະເທດເອທີໂອເປຍຄວບຄຸມລະບົບການໄຫຼຂອງນໍ້າ, ເຊິ່ງເອທີໂອເປຍກ່າວວ່າ ມັນຖືກສ້າງຂຶ້ນເພື່ອຜະ ລິດໄຟຟ້າ, ໂດຍອາດຈະສົ່ງຜົນເຮັດໃຫ້ມີພາວະຂາດແຄນນໍ້າ ແລະສົ່ງຜົນກະ ທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ຜູ້ທີ່ເພິ່ງພາອາໄສແມ່ນໍ້າແຫ່ງນີ້.

ຢູ່ໃນນະຄອນຫຼວງຄາຣ໌ທູມ ຂອງປະເທດຊູດານ, ທ້າວອາລ-ຮາດີ ອັບເດລ-ວາຮັບ ຈີບຣີລ ເຊິ່ງມີອາຊີບເປັນຊາວກະສິກອນ ພ້ອມທັງດໍາເນີນທຸລະກິດຜະລິດດິນຈີ່ ຢູ່ໃນແມ່ນໍ້າບລູ ນາຍ.

ລາວກ່າວວ່າ ການປ່ຽນແປງຂອງດິນ ຍ້ອນເຂື່ອນດັ່ງກ່າວນັ້ນ ກໍາລັງສົ່ງຜົນກະທົບຕໍ່ກິດຈະການທັງສອງຂະແໜງຂອງລາວ, ເຊິ່ງລາວໄດ້ກ່າວເປັນພາສາອາຣັບວ່າ:

“ເນື່ອງຈາກເຂື່ອນຂ້າງເທິງນັ້ນ, ຈຶ່ງເຮັດໃຫ້ປະລິມານຂອງຂີ້ຕົມຢູ່ຕາມລໍາແມ່ນໍ້າ ບລູ ນາຍ ທີ່ໄຫຼມາຈາກປະເທດເອທີໂອເປຍ ຫຼຸດລົງປະມານ 80 ເປີເຊັນ. ດິນທີ່ເປັນຂີ້ຕົມນັ້ນ ມີຄວາມສໍາຄັນຕໍ່ການຟື້ນຟູດິນ, ແຕ່ດຽວນີ້ ພວກເຮົາມີພຽງແຕ່ດິນທີ່ເປັນອັນຕະລາຍ ທີ່ບັນຈຸຂີ້ຊາຍເປັນຈໍານວນຫຼາຍເປີເຊັນ.”

ນອກຈາກເຂື່ອນທີ່ໄດ້ສົ່ງຜົນກະທົບຕໍ່ທ້າວຈີບຣີລແລ້ວ, ຄວາມສໍາພັນລະຫວ່າງ ສອງປະເທດຊູດານແລະເອທີໂອເປຍ ກໍມີບັນຫາເລື້ອຍໆ ດ້ວຍຂັດແຍ້ງກັນ ທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນ ຕະຫຼອດເວລາ, ເຊິ່ງມັນເຮັດໃຫ້ມີຄວາມກັງວົນວ່າ ຈະເກີດມີຄວາມຂັດແຍ້ງຂະຫຍາຍວົງກວ້າງຂຶ້ນ, ເອທີໂອເປຍ ອາດຈະມີການ ຈໍາກັດຕໍ່ລະບົບການໄຫຼຂອງນໍ້າ, ເຊິ່ງມັນຈະສົ່ງຜົນກະທົບທິ່ຫຍຸ້ງຍາກລໍາບາກໃຫ້ແກ່ປະເທດເພື່ອນບ້ານຂອງພວກເຂົາເຈົ້າ.

ໃນຊ່ວງໄລຍະຕົ້ນປີທີ່ຜ່ານມາ, ບັນດານັກວິທະຍາສາດໄດ້ຈັດພິມເອກະສານ ໃນບົດຄວາມກ່ຽວກັບທໍາມະຊາດ ໂດຍໄດ້ສະເໜີການແກ້ໄຂບັນຫາຕ່າງໆ, ເຊິ່ງທັງໝົດນັ້ນ ເປັນພຽງໂຕຢ່າງຂອງ AI. ແນວໃດກໍຕາມ, ແບບໂຕຢ່າງທັງ ໝົດນັ້ນ ພວກເຂົາສະແດງໃຫ້ເຫັນກ່ຽວກັບການຊ່ວຍເຫຼືອຂອງປັນຍາປະດິດວ່າ ຖ້າໃນການຈັດການຢ່າງຖືກຕ້ອງຕາມກົດເກນ ທັງສາມປະເທດເຫຼົ່ານີ້ຈະໄດ້ຮັບ ຜົນປະໂຫຍດຈາກເຂື່ອນ ແລະກໍຍັງສາມາດຍຸຕິຂໍ້ພິພາດທາງການທູດ ທີ່ຍັງຄົງມີບັນຫາ ນັບຕັ້ງແຕ່ເລີ້ມຕົ້ນການກໍ່ສ້າງເຂື່ອນແຫ່ງນີ້ ເມື່ອປີ 2011.

ທ່ານໂມຮໍາເມັດ ບາເຊຍ (Mohammed Basheer), ນັກວິຊາການຈາກມະ ຫາວິທະຍາໄລເບີລິນ ກ່າວຜ່ານຊູມວ່າ:

“ທັງໝົດນີ້ ຟັງເບິ່ງຄືວ່າ ເປັນສິ່ງທີ່ດີຫຼາຍ, ແຕ່ມັນມີຄວາມຊັບຊ້ອນຫຼາຍຢ່າງ. ເຮັດແນວໃດພວກເຮົາຈຶ່ງຈະສາມາດອອກແບບການເຂົ້າເຖິງ ໄດ້ຢ່າງແທ້ຈິງ? ສະນັ້ນ, ສິ່ງທີ່ພວກເຮົາດໍາເນີນການນັ້ນ ຄືສິ່ງທີ່ພວກເຮົາເອົາປັນຍາປະດິດເຂົ້າໄປໃສ່ຢູ່ຈຸດເທິງສຸດຂອງບັນຫາ. ດັ່ງນັ້ນ, ສິ່ງທີ່ປັນຍາປະດິດດໍາເນີນການກໍຄື ມັນຈະສືບສວນເບິ່ງຄວາມຊັບຊ້ອນລະຫວ່າງລະບົບ ແລະຂໍ້ສະເໜີຕ່າງໆ ທີ່ຈັດໄວ້ສໍາລັບແກ້ໄຂບັນຫາທັງຫຼາຍເຫຼົ່ານັ້ນ.”

ປັນຍາປະດິດ ໄດ້ສໍາຫຼວດເບິ່ງລັກສະນະຂອງນໍ້າ, ຄວາມຕ້ອງການຕ່າງໆທາງດ້ານພະລັງງານ, ແລະການຂະຫຍາຍໂຕຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງທັງສາມປະເທດ, ແລະກໍໄດ້ສູດຄິດໄລ່ວ່າ ເຂື່ອນຈະດໍາເນີນການໄປແບບໃດ ເພື່ອໃຫ້ພວກເຂົາເຈົ້າໄດ້ຮັບຜົນປະໂຫຍດທີ່ເທົ່າທຽມກັນທີ່ສຸດ.

ທ່ານບາເຊຍ ກ່າວວ່າ ຄວາມທ້າທາຍໃນປັດຈຸບັນນີ້ ຄືການນໍາສະເໜີຂໍ້ມູນດັ່ງ ກ່າວຢູ່ຕໍ່ໜ້າບັນດານັກການທູດ ແລະນັກການເມືອງຂອງທັງສາມປະເທດເຫຼົ່ານີ້ ເພື່ອໃຫ້ມັນເປັນຮູບຮ່າງສໍາລັບການອະ​ພິ​ປາຍ.

ແຕ່ບັນດານັກວິເຄາະກ່າວວ່າ ການຈັດການ ທີ່ຈະເຮັດໃຫ້ພວກເຂົາເຈົ້າຮັບຟັງກ່ຽວກັບລະບົບຂອງປັນຍາປະດິດນີ້ ອາດຈະຍາກຫຼາຍ, ເຖິງແມ່ນວ່າ ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ຈະມີຜົນດີກໍຕາມ.

ທ່ານແຄລ ຊັກຍາ (Clare Shakya), ຈາກສະຖາບັນເພື່ອສິ່ງແວດລ້ອມແລະ ການພັດທະນາລະຫວ່າງປະເທດ ກ່າວຜ່ານຊູມວ່າ:

“ໃນບາງຄັ້ງ, ຖ້າວ່ານັກວິເຄາະ ຫາກວິເຄາະບໍ່ໄດ້ຕາມຈຸດປະສົງຂອງພວກເຂົາ ເຈົ້າແລ້ວ, ພວກເຂົາເຈົ້າກໍຈະຊອກຫາເຫດຜົນຕ່າງໆ ເພື່ອໂຕ້ແຍ້ງ ຕໍ່ຂໍ້ສັນນິ ຖານທັງຫຼາຍເຫຼົ່ານັ້ນ.”

ສໍາລັບແອັປ ChatGPT, ໄດ້ຖືກຖາມວ່າ ປັນຍາປະດິດຈະສາມາດຊ່ວຍແກ້ໄຂຂໍ້ພິພາດທາງດ້ານການທູດໄດ້ອີຫຼີບໍ, ໂດຍມີການຕອບວ່າ “ປັນຍາປະດິດ ສາ ມາດໃຊ້ ເພື່ອຊ່ວຍແກ້ໄຂຂໍ້ພິພາດທາງການທູດ, ແຕ່ມັນບໍ່ແມ່ນການແກ້ໄຂບັນ ຫາດ້ວຍທາງນີ້ພຽງອັນດຽວ.”

ມັນຂຶ້ນຢູ່ກັບນັກການເມືອງທີ່ເປັນມະນຸດທັງໝົດ ທີ່ຈະເຮັດໃຫ້ມັນສາມາດດໍາເນີນງານລຸລ່ວງໄປໄດ້.

Ethiopia's hydropower dam on the Blue Nile River has angered downstream neighbors, especially Sudan, where people rely on the river for farming and other livelihoods. To reduce the risk of conflict, a group of scientists has used artificial intelligence, AI, to show how all could benefit. But getting Ethiopia, Sudan, and Egypt to agree on an AI solution could prove challenging, as Henry Wilkins reports from Khartoum, Sudan.

Artificial intelligence has been making headlines recently with chatbots like ChatGPT, seen here, that answer complex questions, write computer code, and even compose essays for high school and university students looking for a shortcut.

But, can AI also help solve diplomatic disputes?
The Grand Ethiopian Renaissance Dam, which sits on the Blue Nile in Ethiopia, is causing concern for its downstream neighbors, Sudan and Egypt. They say Ethiopia’s control of the river’s flow, which Ethiopia says is for electricity generation, could lead to water shortages and impact the livelihoods of those who rely on the river.

Here in Sudan’s capital, Khartoum, Al-Hadi Abdel-Wahhab Jibril is a farmer who also runs a brick-making business by the Blue Nile.

He says the changes in soil caused by the dam are affecting both of his enterprises.

Al-Hadi Abdel-Wahhab Jibril, Farmer and Brickmaker, in Arabic

“Because of the dam, the amount of silt that came along the Nile from Ethiopia has decreased by about 80 percent. Silt is important for soil renewal, but now we only get harmful soil that contains a high percentage of sand.”

Aside from the dam already having an impact for people like Jibril, relations between Sudan and Ethiopia are often fraught, with border clashes a regular occurrence. There is concern that in a wider conflict, Ethiopia could restrict the flow of water, strangling its neighbor.
Earlier this year, scientists published a paper in the journal Nature which offers a solution, however - AI modeling. With the help of AI, they have shown that if managed correctly, all three countries can benefit from the dam and put an end to the diplomatic dispute that has simmered since construction of the dam began in 2011.

Mohammed Basheer, Humboldt University of Berlin, English, ZOOM

“All of that sounds very good, but it’s very complex. How can we really design an approach, because there are almost unlimited ways? So, what we did is we poured artificial intelligence on top. So, what artificial intelligence does is it navigates that complexity within the system and suggests a set of solutions.”

The AI looked at the water, energy needs, and GDP growth for all three countries and came up with a formula for how the dam could be run to benefit them as equally as possible.
Basheer said the challenge now is getting that information in front of diplomats and politicians, so it can inform the debate.

But, experts say getting them to listen to an AI could be tricky, even if the data is good…

Clare Shakya, International Institute for Environment and Development, English, ZOOM

“Even then, sometimes, if the analysis doesn’t really suit their purposes, they will find reasons to disagree with the assumptions."

As for ChatGPT, asked if AI can really help solve diplomatic disputes, it says “[It] can potentially be used to assist in resolving diplomatic disputes, but it cannot be the sole solution.”

It will be up to the all-too-human politicians to make it work.

XS
SM
MD
LG