ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຳປູເຈຍ ແລະຫວຽດນາມ ຕົກລົງ ຈະເພີ້ມ ມາດຕະການ ຕິດຕາມ ໄຂ້ຫວັດສັດປີກ


ການວາງຂາຍໄກ່ ທີ່ຕະຫຼາດຂາຍຍົກໄກ່ແຫ່ງນຶ່ງ ໃນບ້ານ Ha Vy ນອກກຸງຮາໂນ່ຍ ,ຫວຽດນາມ, ວັນທີ 5 ເມສາ, 2013.
ການວາງຂາຍໄກ່ ທີ່ຕະຫຼາດຂາຍຍົກໄກ່ແຫ່ງນຶ່ງ ໃນບ້ານ Ha Vy ນອກກຸງຮາໂນ່ຍ ,ຫວຽດນາມ, ວັນທີ 5 ເມສາ, 2013.
ບັນດາ​ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ ແລະ​ຫວຽດນາມ ກ່າວ​ວ່າ ພວກ
​ຕົນກຳລັງ​ກະກຽມ ເອົາ​ມາດ​ຕະການ​ແຂງ​ແຮງ​ຂຶ້ນ ​ເພື່ອຕິດ
ຕາມ​ເບິ່ງເຊື້ອ​ໄຂ້ຫວັດ​ສັດ​ປີກ​ຢູ່​ໃນ​ຂົງ​ເຂດ.

ຫຼັງ​ຈາກທຳ​ການ​ໂອ້​ລົມສົນທະນາ​ກັນ​ມາ 2 ມື້ ທີ່​ກຸງ​ພະນົມ
​ເປັນ ຮອງ​ເອກ​ອະທິບໍດີກົມ​ປະສຸ​ສັດປະຈຳ​ກະຊວງ​ກະ​ເສດ
​ຂອງ​ຫວຽດນາມ ທ່ານ Mai Van Hiep ກ່າວ​ ໃນ​ວັນ​ອັງ
ຄານ​ວານ​ນີ້​ວ່າ ຄວາມ​ພະຍາ​ຍາມ​ເຫຼົ່າ​ນີ້ ​ຈະ​ຮວມທັງ​ການ
​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ​ ​ການ​ຄ້າຂາຍ​ສັດ​ປີກ​ແລະການ
ແລກປ່ຽນຂ່າວ​ຂໍ້​ມູນ​ທີ່​ດີ​ຂຶ້ນ​ໃນ​ເຂດ​ຂ້າມຊາຍ​ແດນ​ແຫ່ງ
​ຕ່າງໆ ຊຶ່ງ​ທ່ານ Mai Van Hiep ກ່າວ​ວ່າ:

“ພວກ​ເຮົາ​ຈະ​ຈັດ​ຕັ້ງ​ເຂດ​ນຶ່ງ​ຂຶ້ນ ຄືເຂດທີ່ຢູ່ໃນບໍລິເວນ​ຊາຍ
​ແດນ​ລະຫວ່າງ​ສອງປະ​ເທດ ​ແລະ​ຈັດ​ຕັ້ງ​ສູ​ນຂ່າວ​ຂໍ້​ມູນ​ຂຶ້ນ
​ເຊັ່ນ​ກັນ​ກ່ຽວ​ກັບ​ພະຍາດ​ດັ່ງກ່າວເອົາ​ການ​ເຄື່ອນ​ໄຫວ​ສັດ​ປີກ
​ຂ້າມ​ຊາຍ​ແດນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ​ແລະ​ພົວພັນ​ໃນ​ການ​
ເຮັດ​ໃຫ້​ປະຊາຊົນ​ມີ​ສະຕິ​ລະ​ວັງໂຕ​ກ່ຽວ​ກັບ​ເລື້ອງ​ນີ້.”


​ໂຣກ​ໄຂ້ຫວັດ​ສັດ​ປີກ ​ໄດ້​ເອົາ​ຊີວິດ​ຊາວ​ກຳປູ​ເຈຍ​ໄປ​ແລ້ວ 14 ຄົນ ແລະ​ຄົນຫວຽດນາມ​
ຕື່ມ​ອີກ 63 ຄົນ ຕັ້ງ​ແຕ່​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ​ເຮັດ​ໃຫ້ປະເທດທັງສອງ​ເປັນ​ປະເທດ​ທີ່​ຖືກ
ຄຸກຄາມຈາກ​ໂຣກດັ່ງກ່າວຮ້າຍ​ແຮງ​ທີ່​ສຸດ​ ໃນ​ເຂດ​ເອ​ເຊຍຕາ​ເວັນອອກສຽງ​ໃຕ້. ​

​ໂຣກ​ໄຂ້ຫວັດ​ສັດ​ປີກ​ຍັງ​ຄົງ​ເປັນຄວາມ​ເປັນ​ຫ່ວງ​ອັນ​ນຶ່ງ​ໃນ​ທຸກໆ​ລະດັບ ອີງ​ຕາມຄຳ​ເວົ້າ
​ຂອງ​ທ່ານ Lotfi Allal ຫົວໜ້າ​ທີ​ມປະຈຳ​ສູນ​ກາງ​ສຸກ​ເສີນຄວບ​ຄຸມພະຍາດ​ສັດ​ຂ້າມ​
ແດນ​ຂອງ​ອົງການ​ອາຫານ​ແລະ​ກະ​ເສດ ຂອງ​ສະຫະ​ປະຊາ​ຊາດ​ນັ້ນ. ເກືອບ​ວ່າ​ທຸກໆ​ກໍລະນີ​ຂອງ​ເຊື້ອ​ໄຂ້ຫວັດ​ສັດ​ປີກ H5N1 ທີ່​ຕິດ​ແປດ​ໃສ່​ຄົນ​ນັ້ນໄດ້ ຖືກ​ຕິດຕາມ​ເບິ່ງ
ໂດຍພົບວ່າ​ໄດ້​ມີ​ການ​ຈັບບາຍໂດຍ​ກົງ ​ກັບພວກສັດປີກ​ທີ່​ເປັນພະຍາດ. ພະຍາດ​ດັ່ງ
ກ່າວ​ນີ້ ​ໄດ້​ພາໃຫ້ມີ​ອາການ​ແຊກຊ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່​ລະບົບການ​ຫາຍ​ໃຈ ຊຶ່ງ​ສາມາ​ດ
ພາ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄດ້.
XS
SM
MD
LG