ໃນຂະນະທີ່ມີຄວາມວິຕົກກັນ ກ່ຽວກັບອັນຕະລາຍຈາກເຊື້ອ
ໄວຣັສໄຂ້ຫວັດສັດປີກ ຫລືໄຂ້ຫວັດນົກ ສາຍພັນໃໝ່ H7N9
ກັນຢູ່ນີ້ ບັນດາເຈົ້າໜ້າທີ່ສາທາລະນະສຸກ ກໍມີປະຊຸມກັນ ຢູ່
ນະຄອນຫລວງພະນົມເປັນ ໃນວັນຈັນ ທີ 24 ມີນາ ມື້ນີ້ ເພື່ອ
ຫາລືກັນເລື້ອງການເພີ້ມທະວີຂຶ້ນ ໃນຈຳນວນຜູ້ຄົນທີ່ຕິດເຊື້ອ
ໄຂ້ຫວັດນົກ ສາຍພັນເກົ່າ ຄື H5N1 ຢູ່ໃນກຳປູເຈຍ. ຜູ້ສື່ຂ່າວ
ວີໂອເອ Robert Carmichael ມີລາຍງານຈາກພະນົມເປັນ
ຊຶ່ງດາຣາຈະນຳມາສະເໜີທ່ານ.
ຜູ້ເຄາະຮ້າຍຄົນຫລ້າສຸດໃນກຳປູເຈຍ ຊຶ່ງເປັນເດັກຍິງອາຍຸພຽງສອງປີ ຫາກໍເສຍຊີວິດໄປ
ເມື່ອວັນທີ 14 ເດືອນນີ້ ເປັນຄົນທີ 4 ທີ່ໄດ້ຮັບການຢືນຢັນວ່າ ຕາຍຍ້ອນໄຂ້ຫວັດນົກໃນ
ປີນີ້. ໃນປີ 2013 ມີຄົນຂະເໝນເສຍຊີວິດຍ້ອນເຊື້ອໄວຣັສສັດປີກ ສາຍພັນ H5N1 ນັ້ນ
14 ຄົນ ຊຶ່ງແມ່ນຫລາຍກ່ວາເຄິ່ງນຶ່ງຂອງຈຳນວນທັງໝົດ ຂອງພວກຄົນທີ່ເສຍຊີວິດ ຍ້ອນໄຂ້ຫວັດນົກຢູ່ໃນທົ່ວໂລກ. ນັກຊ່ຽວຊານກ່າວວ່າ ສາເຫດກໍຄືຄວາມເຂົ້າໃຈຜິດໆ ກ່ຽວ
ກັບອັນຕະລາຍຂອງໄຂ້ຫວັດນົກ. ມາຟັງກັນເບິ່ງວ່າ ເປັນຫຍັງຈຶ່ງວ່າແນວນັ້ນ.
ຢູ່ຕະຫລາດ Chhbar Ampov ນຶ່ງໃນບັນດາຕະຫລາດທີ່ໃຫຍ່ທີ່ສຸດຂອງພະນົມເປັນ ໄກ່ແມ່ນຂາຍດິບຂາຍດີ. ນາງ Ly Mey ຂາຍໄກ່ຢູ່ ຕະຫລາດແຫ່ງນີ້ ເປັນເວລາ 10 ປີແລ້ວ.
ລາວຂ້າໄກ່ ລົກຂົນ ແລະຂາຍໄດ້ ມື້ລະ ປະມານ 20 ໂຕ.
ລາວຊື້ໄກ່ມາຈາກແຂວງ Prey Veng ທີ່ຕັ້ງຢູ່ລະຫວ່າງ ພະນົມເປັນກັບປະເທດເພື່ອນບ້ານ
ຫວຽດນາມ ຊຶ່ງເປັນບ່ອນທີ່ມີເຊື້ອໄຂ້ຫວັດນົກ ສາຍພັນ H5N1 ແຜ່ຫລາຍ ແຕ່ Ly Mey
ກໍບໍ່ວິຕົກກ່ຽວກັບ ພະຍາດນີ້.
ລາວເວົ້າວ່າ ລາວສາມາດບອກໄດ້ງ່າຍໆແລະໂດຍທັນທີ ວ່າ
ໄກ່ໂຕໃດເປັນພະຍາດຫລືບໍ່ເປັນ ແລະສາມາດບອກໄດ້ດີກວ່າ
ສັດຕະແພດອີກ ຊ້ຳ.
ປະກົດວ່າ ມີຄວາມຮູ້ສຶກທຳນອງດຽວກັນນີ້ ຢູ່ທົ່ວຕະຫລາດ
Chhbar Ampov ນັ້ນ. ແມ່ຄ້າໄກ່ Chum Sophal ທີ່ຂາຍ
ຂາກັບປີກໄກ່ ມື້ລ່ະ 100 ກິໂລ ກໍເຂົ້າໃຈຜິດ ຄິດວ່າໄກ່ເປັນໆ
ບໍ່ຕິດເຊື້ອໄຂ້ຫວັດນົກ.
ລາວເວົ້າວ່າ ໄກ່ຂອງລາວປອດໄພດີ ເພາະວ່າມັນຍັງເປັນໆຢູ່
ຕອນທີ່ລາວຊື້ມັນມາ ແລະວ່າ ລູກຄ້າທີ່ຊື້ໄກ່ຂອງລາວບໍ່ຄວນ
ເປັນຫ່ວງ ເພາະລາວບໍ່ໄດ້ຂາຍຊິ້ນໄກ່ ທີ່ຕາຍແລ້ວ.
ແມ່ຄ້າໄກ່ທັງສອງຄົນນີ້ເຂົ້າໃຈຜິດແລ້ວ. ໄກ່ສາມາດຕິດເຊື້ອ
H5N1 ໄດ້ຢູ່ແລ້ວ ກ່ອນຈະສະແດງຮ່ອງຮອຍໃຫ້ເຫັນ ໃນຂະ
ນະທີ່ເປັດກໍມັກຈະບໍ່ສະແດງຮ່ອງຮອຍຫຍັງໃຫ້ເຫັນເລີຍຊ້ຳ.
ຄວາມສ່ຽງຕໍ່ການຕິດເຊື້ອໄຂ້ຫວັດນົກນີ້ ມີຂຶ້ນ ເວລາເຮົາໄປ
ຈັບບາຍໄກ່ທີ່ຕິດເຊື້ອຢູ່ແລ້ວ ຫລືວ່າ ໄປກິນມັນໂດຍທີ່ບໍ່ໄດ້
ຄົວໃຫ້ສຸກດີ. ໃນກໍລະນີເຊັ່ນນີ້ ມະນຸດສາມາດຕິດເຊື້ອ H5N1
ໄດ້. ອັດຕາການຕາຍຂອງຄົນທີ່ຕິດເຊື້ອ H5N1 ນີ້ ຢູ່ໃນລະ
ດັບ ປະມານ 100 ລ່ະ 60 ຫລື 60 ສ່ວນຮ້ອຍ.
ຄວາມບໍ່ເຂົ້າໃຈຂອງແມ່ຄ້າໄກ່ພວກນີ້ ບໍ່ແມ່ນເລື້ອງທີ່ແປກຫລາຍຫຍັງເລີຍ. ນັບແຕ່ມີ
ການພົບເຫັນເຊື້ອ H5N1 ຢູ່ໃນໄກ່ ເທື່ອທຳອິດໃນກຳປູເຈຍ ໃນເດືອນມັງກອນປີ 2004
ເປັນຕົ້ນມານັ້ນ ບັນດາເຈົ້າໜ້າທີ່ກັບພວກໃຫ້ເງິນຊ່ວຍເຫລືອ ກໍໄດ້ພະຍາຍາມຈະເຮັດໃຫ້
ຜູ້ຄົນຫັນປ່ຽນຄວາມປະພຶດຂອງເຂົາເຈົ້າເວລາຈັບບາຍໄກ່ ແຕ່ພວກຊ່ຽວຊານເວົ້າວ່າ
ຄວາມພະຍາຍາມດັ່ງກ່າວ ໂດຍສ່ວນໃຫຍ່ແລ້ວ ແມ່ນບໍ່ສຳເລັດຜົນ.
ສາເຫດສ່ວນນຶ່ງກໍແມ່ນຍ້ອນວ່າ ປະມານ 80 ສ່ວນຮ້ອຍຂອງເປັດແລະໄກ່ ຈຳນວນ 20
ລ້ານໂຕຂອງກຳປູເຈຍນັ້ນ ແມ່ນຖືກລ້ຽງຢູ່ໃນບໍລິເວນໃກ້ກັບມະນຸດ. ອົງການອາຫານ
ແລະການກະເສດ ຫລື FAO ຂອງສະຫະປະຊາຊາດ ເຊື່ອວ່າເຊື້ອໄຂ້ຫວັດນົກ ສາຍພັນ
H5N1 ກຳລັງ ມີແຜ່ຫລາຍ ຢູ່ໃນໝູ່ສັດປີກຂອງກຳປູເຈຍ.
ແຕ່ວ່າ ລັດຖະບານບໍ່ຍອມຈ່າຍຄ່າຊົດເຊີຍ ໃຫ້ພວກຊາວບ້ານທີ່ສູນເສຍເປັດໄກ່ຂອງ
ເຂົາເຈົ້າໄປ ຍ້ອນໄຂ້ຫວັດນົກນັ້ນ. ເພາະສະນັ້ນ ເວລາເປັດໄກ່ຂອງເຂົາເຈົ້າຕິດພະຍາດນີ້
ຂຶ້ນມາ ພວກຊາວບ້ານທີ່ທຸກຈົນ ກໍເອົາເປັດໄກ່ຂອງເຂົາເຈົ້າໄປຂາຍ ຫລືບໍ່ກໍເອົາມາກິນ
ເອງ ແທນທີ່ຈະລາຍງານໂຣກລະບາດນີ້ ໃຫ້ທາງການຮູ້.
ທ່ານ Lotfi Allal ຈາກອົງການ FAO ກ່າວວ່າ ທາງການກຳປູເຈຍຄວນດຳເນີນຄວາມພະຍາຍາມຫາທາງປ້ອງກັນ ໂດຍເພັ່ງເລັງໃສ່ການເອົາມາດຕະການເພີ້ມຕື່ມ ເພື່ອຮັບ
ປະກັນໃຫ້ມີການລາຍງານໃຫ້ຮູ້ແຕ່ຫົວທີ ເມື່ອມີການພົບເຫັນເຊື້ອໄວຣັສ.
ທ່ານ Allal ເວົ້າວ່າ “ມີເຊື້ອໄວຣັສຢູ່ທີ່ນີ້ແລ້ວ ແລະມັນກໍກຳລັງໝຸນວຽນຢູ່ນີ້. ພວກ
ເຮົາຕ້ອງຮູ້ ແລະກໍຕ້ອງບໍ່ຕື່ນຕົກໃຈ ແລະຕ້ອງສືບຕໍ່ທຳງານຮ່ວມກັນຢ່າງໃກ້ຊິດ
ກັບພາກສ່ວນມະນຸດ ເພື່ອເບິ່ງວ່າ ເຮົາຈະເຮັດແນວໃດດີກ່ວານີ້ ຈຶ່ງຈະສາມາດ
ລຸດຜ່ອນຄວາມສ່ຽງຂອງມະນຸດລົງໄດ້ ແລະເຮັດແນວໃດ ເຮົາຈຶ່ງຈະສາມາດພົບ
ເຫັນເຊື້ອໄວຣັສທີ່ມາຈາກສັດປີກນັ້ນ ໄດ້ໄວ?”
ເນື່ອງຈາກມີຄົນຕາຍຍ້ອນຕິດເຊື້ອໄຂ້ຫວັດນົກ ສາຍພັນ H5N1 ຮອດ 18 ຄົນ ໃນໄລຍະ
15 ເດືອນຜ່ານມານີ້ ກຳປູເຈຍຈຶ່ງເປັນປະເທດທີ່ມີສະຖິຕິດ້ານນີ້ ສູງກ່ວາປະເທດອື່ນໃດ
ໃນໂລກ. ຫລາຍກ່ວາເຄິ່ງນຶ່ງຂອງ 56 ກໍລະນີຄົນຕິດເຊື້ອ H5N1 ທີ່ມີການຢືນຢັນຢູ່ໃນ
ກຳປູເຈຍ ມາຮອດປັດຈຸບັນນີ້ ແມ່ນເກີດຂຶ້ນ ນັບແຕ່ເລີ້ມຕົ້ນປີກາຍນີ້ ເປັນຕົ້ນມາ.
ຄວາມເປັນຫ່ວງຫລັກຂອງບັນດາຊ່ຽວຊານດ້ານສຸຂະພາບ
ກໍຄືເຂົາເຈົ້າຢ້ານວ່າ ເຊື້ອ H5N1 ຈະກາຍພັນໄປເປັນສາຍ
ພັນໃໝ່ ທີ່ສາມາດຕິດແປດຈາກມະນຸດຫາມະນຸດໄດ້.
ກໍລະນີຄົນຕິດເຊື້ອ H5N1 ຢູ່ໃນກຳປູເຈຍນັ້ນ ສ່ວນໃຫຍ່ແລ້ວ
ແມ່ນຢູ່ໃນພາກຕາເວັນອອກສຽງໃຕ້ຂອງປະເທດ ຕິດກັບຊາຍ
ແດນຫວຽດນາມທີ່ບໍ່ຄ່ອຍມີດ່ານກວດກາ ແລະພວກເປັດໄກ່ກໍ
ຖືກລັກລອບເອົາເຂົ້າມາຢ່າງງ່າຍດາຍ. ຫາກແຕ່ວ່າ ໃນຂະນະ
ທີ່ກຳປູເຈຍລາຍງານວ່າ ຕົນມີກໍລະນີຄົນຕິດເຊື້ອໄຂ້ຫວັດນົກ
ຫລາຍກ່ວາ 30 ລາຍ ນັບແຕ່ເລີ້ມຕົ້ນປີ 2013 ມານັ້ນ ຫວຽດ
ນາມກັບລາຍງານວ່າ ຕົນມີພຽງ 4 ລາຍເທົ່ານັ້ນ.
Dr. Dennis Carroll ຫົວໜ້າໜ່ວຍໄພຄຸກຄາມຈາກໄຂ້ຫວັດລະບາດ ແລະອື່ນໆທີ່ກຳລັງ
ໂຜ່ໂຕຂຶ້ນມາຂອງ USAID ກໍຄືອົງການຊ່ວຍເຫລືອ ຕ່າງປະເທດດ້ານການພັດທະນາ
ຂອງລັດຖະບານສະຫະລັດ ກ່າວຕໍ່ວີໂອເອ ຜ່ານທາງ Skype ວ່າ ມັນເປັນເລື້ອງທີ່ພາໃຫ້
ງົງ ເພາະວ່າ ເຊື້ອໄຂ້ຫວັດນົກທີ່ຄຸກຄາມນັ້ນ ກໍແມ່ນສາຍພັນ H5N1 ອັນດຽວກັນ ຢູ່ໃນທັງ
ສອງຟາກຊາຍແດນ.
ດອກເຕີ້ Carroll ເວົ້າວ່າ “ເລື້ອງລະບາດວິທະຍາ ເລື້ອງພັນທຸກຳ ຂອງທັງເຊື້ອ
ໄວຣັສ ແລະຮູບແບບຂອງມັນ ຢູ່ໃນທັງພວກສັດປີກກັບມະນຸດ ກໍແມ່ນຄ້າຍໆກັນ
ໃນທັງສອງເຂດ ແຕ່ພວກເຮົາກັບເຫັນຄວາມບໍ່ກ້ຳເກິ່ງກັນຢ່າງໃຫຍ່ຫລວງ ໃນ
ລະຫວ່າງສິ່ງທີ່ສະແດງໃຫ້ເຫັນ ຢູ່ຟາກກຳປູເຈຍ ກັບສິ່ງທີ່ເຫັນຢູ່ຟາກຫວຽດນາມ
ໂດຍບໍ່ມີຄໍາອະທິບາຍທີ່ແລເຫັນໄດ້ ຢ່າງຊັດເຈນໃດໆເລີຍ.”
ມີເຫດຜົນທີ່ເປັນໄປໄດ້ຫລາຍຢ່າງ ສຳລັບການເພີ້ມທະວີຂຶ້ນໃນຈຳນວນຄົນທີ່ຕິດເຊື້ອ
ໄຂ້ຫວັດນົກ ຢູ່ໃນກຳປູເຈຍນັ້ນ ຄືອາດຈະເປັນເພາະວ່າ ມີການຕິດຕາມເບິ່ງຢ່າງໃກ້ຊິດ
ຂຶ້ນ ແລະລາຍງານດີຂຶ້ນ ຫລືວ່າ ມີຄົນຕິດເຊື້ອຫລາຍຂຶ້ນອີ່ຫລີໃນພາກໂຕຈິງ ຫລືວ່າ
ອາດເປັນຍ້ອນທັງສອງເຫດຜົນກໍໄດ້.
ແຕ່ໃນຂັ້ນນີ້ ພວກຊ່ຽວຊານແມ່ນບໍ່ຮູ້ສາເຫດອີ່ຫລີ ແລະນັ້ນກໍແມ່ນເຫດຜົນທີ່ພາໃຫ້ອົງ
ການ USAID ຈັດກອງປະຊຸມມື້ນີ້ຂຶ້ນ ຮ່ວມກັບເຈົ້າໜ້າທີ່ຈາກຫວຽດນາມແລະກຳປູເຈຍ
ຊຶ່ງອີກເຫດຜົນນຶ່ງ ກໍແມ່ນເພື່ອຫາທາງປັບປຸງ ວິທີການແບ່ງປັນຂໍ້ມູນກັນ ແລະວິທີຮັບມື
ກັບການລະບາດນັ້ນ.
ກຳປູເຈຍແມ່ນໄດ້ຈັດຕັ້ງປະຕິບັດ ໂຄງການທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຫລາຍ ໃນ
ດ້ານການສິ້ງຊອມແລະກວດເບິ່ງ ເຊື້ອໄຂ້ຫວັດນົກ ສາຍພັນ H5N1 ນັ້ນ ແຕ່ກໍຍັງບໍ່ມີ
ໂຄງການສັກຢາປ້ອງກັນສັດປີກ ຈາກເຊື້ອໂຣກດັ່ງກ່າວ ແລະບໍ່ມີແຜນການທີ່ຈະຈ່າຍ
ເງິນຊົດເຊີຍໃຫ້ ພວກລ້ຽງສັດປີກ ທີ່ຕ້ອງໄດ້ຂ້າເປັດໄກ່ຂອງເຂົາເຈົ້າຖິ້ມນັ້ນ. ບັນດາ
ຊ່ຽວຊານກ່າວວ່າ ເລື້ອງນີ້ອາດຈະຕ້ອງໄດ້ປ່ຽນແປງ ຖ້າຫາກວ່າສະຖານະການຮ້າຍ
ແຮງໜັກຂຶ້ນ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບເຊື້ອໄຂ້ຫວັດນົກ ສາຍພັນໃໝ່ H7N9: