ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ແລະໄທ ວາງແຜນ ຈະສ້າງ ທ່າເຮືອນໍ້າເລິກ ຢູ່ໃນມຽນມາ (ວີດິໂອ ພາສາລາວ/ອັງກິດ)


ພາບຈໍາລອງ ໂຄງການສ້າງທ່າເຮືອນໍ້າເລິກ ໃນມຽນມາ
ພາບຈໍາລອງ ໂຄງການສ້າງທ່າເຮືອນໍ້າເລິກ ໃນມຽນມາ
ມຽນມາ ແລະໄທ ວາງແຜນການຈະສ້າງທ່າເຮືອນໍ້າເລິກແຫ່ງນຶ່ງ
ແລະ ເຂດອຸດສາຫະກໍາທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ ຢູ່ແຄມຝັ່ງທະເລທາງພາກ​ໃຕ້ຂອງມຽນມາ. ຖະໜົນ
ທີ່ຈະເຊື່ອມຕໍ່ໄປຍັງ ປະເທດໄທຂອງໂຄງການດາເຫວ່ ທີ່ມີມູນ ຄ່າຫຼາຍພັນລ້ານໂດລ່ານັ້ນ ອາດ ສາມາດ​ເສີມ​ຂະຫຍາຍການ ຄ້າຢ່າງໃຫຍ່ຫຼວງລະຫວ່າງສອງປະເທດ. ແຕ່ໂຄງການນີ້​ໄດ້ປະ ສົບກັບບັນຫາການຂາດເຂີນເງິນທຶນ ແລະການຄັດຄ້ານ ຈາກ
ປະຊາຊົນ​ໃນ​ເຂດທ້ອງຖິ່ນ ທັງໆທີ່ຍັງບໍ່ໄດ້ເລີ່ມລົງມືກໍ່ສ້າງດ້ວຍ
ຊໍ້າ. Daniel Schearf ຜູ້ສື່ຂ່າວວີໂອເອ ມີລາຍງານເລຶ່ອງນີ້
ຈາກບາງກອກ ຊຶ່ງທອງປານຈະນໍາມາສະເໜີທ່ານ.


ເບິ່ງວີດິໂອ ລາຍງານນີ້ ເປັນພາສາລາວ:

ໂຄງການ ທ່າເຮືອນໍ້າເລິກ ຂອງມຽນມາ
please wait

No media source currently available

0:00 0:02:45 0:00

ເວລາທ່າເຮືອນໍ້າເລິກ ແລະເຂດ​ເສດຖະກິດພິເສດທີ່ມຽນມາວາງແຜນໄວ້ນັ້ນ ສ້າງສໍາ
ເລັດລົງ ກໍຈະມີທາງ​ຫລວງຫຼືຮາ​ຍ​ເວ ທາງລົດໄຟ ແລະທໍ່ແກັສ ທີ່ຄາດວ່າຈະເຊື່ອມຕໍ່
ໄປຍັງສູນກາງການຄ້າຂອງໄທ.

ເຖິງແມ່ນວ່າການກໍ່ສ້າງສ່ວນສໍາຄັນຍັງບໍ່ທັນໄດ້ເລີ່ມລົງມືເທື່ອກໍຕາມ ແຕ່ Italian-Thai
Development ບໍລິສັດລົງທຶນກໍ່ສ້າງໂຄງການດັ່ງກ່າວນີ້ ກໍໂຄສະນາໂອ້ອວດໄວ້ກ່ອນ
ແລ້ວ ວ່າມັນ​ຈະ​ເປັນ​ສວນ​ອຸດສາຫະກໍາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ວິດສະວະກອນ​ໂຄງການ ສຸພາບ ສັດຕະທໍາ ເວົ້າວ່າ ໂຄງການນີ້ຈະມີແທບທຸກສິ່ງ ຈາກ
ຕັ້ງແຕ່ໂຮງງານຫຼໍ່ເຫຼັກ ໂຮງງານກັ່ນນໍ້າມັນ ໄປຈົນເຖິງ ໂຮງງານປະກອບລົດຍົນ ແລະ
ໂຮງງານຜະລິດເຄມີນໍ້າມັນ ເປັນຕົ້ນ. ລາວ​ຊີ້​ໃສ່​ແຜນ​ທີ່​ແລະ​ອະທິບາຍ​ວ່າ:

“ບ່ອນ​ນີ້​ແມ່ນ​ຈະ​ເປັນ​ໂຮງງານຜະລິດ ຊິ້ນສ່ວນສໍາລັບຄອມພິວເຕີ ​ໂຮງງານ
ຜະລິດເສື້ອຜ້າ ເຄຶ່ອງສໍາອາງ ​ໂຮງງານປຸງແຕ່ງອາຫານ ຄືມັນ​ຈະ​ເປັນ​ເຂດ
ອຸດສາຫະກໍາເບົາ.”


ແຕ່ໂຄງການພັດທະນາມູນຄ່າ 8.500 ລ້ານໂດລ່າທີ່ວ່ານີ້ ໄດ້ປະສົບ​ກັບ​ຄວາມຫຍຸ້ງ
ຍາກ ​ໃນ​ການພະຍາຍາມດຶງດູດເອົານັກລົງທຶນຕ່າງປະເທດ ເຊັ່ນຍີ່ປຸ່ນ ເປັນຕົ້ນ. ​ແລະ
ເມື່ອບໍ່ດົນມານີ້ ລັດຖະບານໄທແລະມຽນມາ ​ໄດ້ຮັບພາລະເປັນຜູ້ຫາ​ເງິນ​ທຶນ ເຂົ້າໃສ່
ໃນໂຄງການ.

ໃນລະຫວ່າງ​ດຽວ​ກັນ​ນີ້ ພວກໝູ່ບ້ານທັງໝົດທີ່ຕັ້ງຢູ່ໃນບໍລິເວນພື້ນທີ່ຂອງໂຄງການ ກໍມີ
ກໍານົດຈະຖືກຖອນຮື້ອອກ ແຕ່ພວກຊາວບ້ານເວົ້າວ່າ ພວກ ເຂົາເຈົ້າບໍ່ຮູ້ຫຍັງ​ເລີຍ ກ່ຽວ
ກັບວ່າພວກເຂົາເຈົ້າຈະໄດ້ຍ້າຍໄປຢູ່ໃສ ຫຼື ຈະໄດ້ເງິນຄ່າຊົດເຊີຍຫຼາຍປານໃດ.

ນາງ ເທນ ເອ ເວົ້າວ່າ ເຮືອນຂອງລູກສາວແລະລູກຊາຍຂອງລາວ ທີ່ຫາກໍປຸກແລ້ວໃໝ່ໆ
ນັ້ນ ບໍ່ຢູ່ໃນບັນຊີໄດ້ຮັບຄ່າຊົດເຊີຍ. ນາງເວົ້າອີກວ່າ ຖ້າຫາກເຂົາເຈົ້າບໍ່ໄດ້ຄ່າຊົດເຊີຍ ພວກເຂົາເຈົ້າກໍຈະບໍ່ຍ້າຍໜີ.

“ພວກເຮົາໄດ້ຍິນຂ່າວລືແນວນັ້ນແນວນີ້ສູ່ມື້ ວ່າໝູ່ບ້ານຂອງພວກເຮົາແມ່ນ
ຕັ້ງຢູ່ໃນພື້ນທີ່ຂອງໂຄງການ ແລະພວກເຮົາຕ້ອງ ໄດ້ພາກັນຍ້າຍໜີໄປ
ຢູ່ບ່ອນອື່ນໃນໄວໆນີ້ ແຕ່ຈົນເຖິງດຽວນີ້ກໍຍັງບໍ່ມີຫຍັງ ຈະແຈ້ງເທື່ອ”



ທ້າວ ໂຊ ເມຍ ຊ່າງແປງລົດຈັກ ກໍຍັງບໍ່ຮູ້ວ່າຕົນຈະຍ້າຍໄປໃສແທ້.

“ທີ່ດິນແລະບ້ານທີ່ຂ້ອຍຢູ່ດຽວນີ້ ແມ່ນຕັ້ງຢູ່ແຄມຖະໜົນໃຫຍ່ພໍດີ. ທໍາເລ
ບ່ອນນີ້ແມ່ນດີຫຼາຍສໍາລັບທຸລະກິດສ້ອມແປງລົດ ຈັກຂອງຂ້ອຍ ຖ້າຂ້ອຍ
ບໍ່ໄດ້ທີ່ດີໆຄືແບບນີ້ ໃນໝູ່ບ້ານທີ່ຂ້ອຍຈະຍ້າຍໄປຢູ່ ນັ້ນ​ແລ້ວ ຂ້ອຍກໍຈະ
ບໍ່ສາມາດ​ເຮັດທຸລະກິດຂອງ​ຂ້ອຍໄດ້ຢູ່​ບ່ອນ​ຫັ້ນ.”


ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Dawei Deep-Sea Port Development Facing Hurdles
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

ບໍລິສັດພັດທະນາ Italian-Thai Development ໄດ້ເອົາບາດກ້າວທໍາການສໍາຫຼວດ
ດິນ​ດອນ​ຕອນ​ຫຍ້າ​ແລະ​ໄຮ່ນາ​ຮົ້ວ​ສວນ​ຂອງ​ຊາວບ້ານ ​ເພື່ ​ຕີ​ລາຄາ​ສໍາລັບຄ່າຊົດເຊີຍ ແລະກໍພະຍາຍາມອະທິບາຍໃຫ້ຊາວບ້ານເຂົ້າໃຈ ກ່ຽວ​ກັບ​ແຜນການ​ຕ່າງໆ​ຂອງໂຄງ
ການ ຫຼາຍຂຶ້ນ.

ແຕ່ວິສະວະກອນ ສຸພາບ ສັດຕະທໍາ ເວົ້າວ່າ ລາຍລະອຽດກ່ຽວ​ກັບ​ການ​ຍົກຍ້າຍ​ໄປຢູ່
ຖິ່ນໃໝ່ນັ້ນ ແມ່ນຂຶ້ນຢູ່ກັບທາງການ.

“ເລຶ່ອງນີ້ພວກເຮົາບໍ່ຮູ້ຫຍັງ ເພາະມັນຂຶ້ນຢູ່ ກັບແຜນການຂອງລັດຖະບານ. ພວກເຮົາມີ​ແຕ່ປະຕິບັດຕາມ ແລະໃຫ້ການຮ່ວມມືເປັນຢ່າງດີ.”

ການກໍ່ສ້າງວັດວາໃຫ້ປະຊາຄົມຊາວພຸດນັ້ນ ​ແມ່ນເປັນວິທີນຶ່ງທີ່ພວກບໍລິສັດພັດທະນາ​ໂຄງການ​ນີ້ ຫວັງ​ວ່າ ຈະ​ເປັນ​ການສະແດງໃຫ້ເຫັນຊາວບ້ານຮູ້ສຶກ ​ເຖິງຄວາມປາດຖະ
ໜາດີຂອງ​ເຂົາ​ເຈົ້າ ແຕ່ບັນດາຜູ້ຈັດການໂຄງ ການກໍຮັບຮູ້ວ່າ ຍັງຕ້ອງໄດ້ກະທໍາອີກ
ຫຼາຍສິ່ງຫຼາຍຢ່າງຢູ່ ເພື່ອທີ່​ຈະຜ່ອນຄາຍຄວາມເປັນຫ່ວງຕ່າງໆຂອງພວກນັກລົງທຶນ
ທີ່ອາດ​ຈະ​ຢາກເຂົ້າມາລົງທຶນນັ້ນ.
XS
SM
MD
LG