ການເປີດກວ້າງທາງດ້ານການເມືອງ ແລະເສດຖະກິດຂອງມຽນ
ມາ ຍັງຜົນ ເຮັດໃຫ້ພວກນັກລົງທຶນຕ່າງປະເທດ ພາກັນຫຼັ່ງໄຫຼ
ເຂົ້າໄປລົງທຶນກັນຢ່າງໃຫຍ່ແລະໄດ້ກະຕຸ້ນການຊື້ຂາຍທີ່ດິນກັນ
ຢ່າງຄຶກຄັກ. ແຕ່ຊາວມຽນມາ ຫລາຍຄົນເກີດຄວາມຮູ້ສຶກວ່າ ພວກເຂົາເຈົ້າບໍ່ໄດ້ຮັບຄ່າຊົດເຊີຍ ທີ່ດິນຂອງພວກຕົນໄດ້ ໃນ
ລາຄາທີ່ຍຸຕິທໍາ ເວລາກຸ່ມທຸລະກິດລາຍໃຫຍ່ໆ ເໝົາຊື້ທີ່ດິນ ໃນພື້ນທີ່ກວ້າງໃຫຍ່ເພື່ອການພັດທະນາ. ຊຶ່ງບັດນີ້ ບັນດາຜູ້
ໃຫ້ຄໍາປຶກສາດ້ານກົດໝາຍ ກໍາລັງເດີນທາງເລາະໄປຍັງເຂດ
ຊົນນະບົດ ເພື່ອແນະນໍາປະຊາຊົນ ກ່ຽວກັບວິທີໃຊ້ສິດຂອງ
ພວກເຂົາເຈົ້າ. ຜູ້ສື່ຂ່າວວີໂອລາຍງານ ເລຶ່ອງນີ້ຈາກມຽນມາ
ຊຶ່ງ ທອງປານ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເບິ່ງວີດິໂອ ລາຍງານນີ້ ເປັນພາສາລາວ:
ຂະນະນີ້ລາຄາທີ່ດິນກໍາລັງຖີບຕົວສູງຂຶ້ນຢູ່ໃນຫຼາຍພາກສ່ວນຂອງມຽນມາ ແມ່ນແຕ່ຢູ່
ໃນເຂດລັດຊົນເຜົ່າ ບ່ອນທີ່ເກີດການສູ້ລົບກັນ ທີ່ຍັງຜົນໃຫ້ມີ ພວກຄົນຕ້ອງພັດຖິ່ນ ບໍ່ມີ
ບ້ານຢູ່ອາໄສ. ລັດຖະບານມຽນມາຫວັງວ່າການ ລົງທຶນຂອງພວກຕ່າງປະເທດຈະນໍາ ໂຊກລາບມາສູ່ປະຊາຊົນຫຼາຍລ້ານຄົນກໍຈິງຢູ່ ແຕ່ກໍມີຫຼາຍໆຄົນທີ່ຮູ້ສຶກແລ້ວວ່າ ພວກ ເຂົາເຈົ້າຖືກເອົາຮັດເອົາປຽບ ດ້ານລາຄາທີ່ດິນ. ມີເຈົ້າຂອງທີ່ດິນບໍ່ເທົ່າໃດຄົນທີ່ມີໃບ
ຕາ ດິນຢ່າງຖືກຕ້ອງ ຕາມກົດໝາຍ ແລະລັດຖະບານມຽນມາທີ່ໜຸນຫຼັງໂດຍ ຝ່າຍທະ ຫານນັ້ນກໍ ໄດ້ຍຶດເອົາທີ່ດິນໃນເນື້ອທີ່ອັນກວ້າງໃຫຍ່ໄດ້ຫຼາຍປີຜ່ານມາ. ສໍາລັບຫຼາຍ ຄົນແລ້ວ ການຂາຍຊັບສິນທີ່ດິນທີ່ພວກເຂົາເຈົ້າອາໃສຢູ່ນັ້ນ ບໍ່ໄດ້ໝາຍເຖິງ ວ່າຈະໄດ້ ລາຄາງາມແຕ່ຢ່າງໃດເລີຍ.
ທະນາຍຄວາມອ່ອງ ຫຕູ ເວົ້າວ່າ: “ບັນຫາກໍແມ່ນວ່າ ລັດຫັ້ນຫຼ່ະເປັນເຈົ້າ ທີ່ດິນ ທັງໝົດແຕ່ພຽງຜູ້ດຽວໃນປະເທດຂອງພວກເຮົາ. ແຕ່ມັນກໍມີຕົວບົດກົດໝາຍຢູ່ ຖ້າເວົ້າເຖິງບັນຫາທີ່ດິນ.”
ທະນາຍຄວາມ ອ່ອງ ຫະຕູ ທີ່ເປັນທັງນັກຕໍ່ສູ້ເພື່ອປະຊາທິປະໄຕ ທີ່ມີປະສົບການສູງ ໄດ້ເຝິກອົບລົມເພື່ອນທະນາຍ ແລະບັນດານັກເຄື່ອນໄຫວ ດ້ວຍກັນ ເພື່ອຊ່ວຍເຫຼືອ ປະຊາຊົນຕໍ່ສູ້ຮຽກຮ້ອງເອົາຄ່າຊົດເຊີຍທີ່ເໝາະ ສົມພໍໃຈ ແຕ່ມັນກໍເປັນການຕໍ່ສູ້ທີ່ລໍາ ບາກພໍສົມຄວນ.
ທະນາຍ ອ່ອງ ຫຕູ ເວົ້າອີກວ່າ: “ພວກເຮົາສະໜອງໃຫ້ການສຶກສາຮຽນຮູ້ ແກ່ບັນ ດານັກເຄຶ່ອນໄຫວແລະ ທະນາຍຄວາມທີ່ສໍາຄັນບາງຄົນ ແລະພວກ ນັກຮຽນ
ກົດໝາຍ ເພື່ອວ່າພວກເຂົາຈະເພີ່ມຄວາມຕື່ນຕົວຫຼາຍຂຶ້ນກ່ຽວກັບ ກົດລັດຖະ ທໍາມະນູນ ເພື່ອວ່າພວກເຂົາເຈົ້າສາມາດຈະກາຍເປັນຜູ້ເຝິກອົບລົມ ເພື່ອສະ ໜອງການອົບລົມຫຼາຍໆຊຸດສໍາລັບພວກຄົນອື່ນໆນໍາໄດ້.“
ການປະຕິຮູບທີ່ດິນເມື່ອບໍ່ດົນມານີ້ ທີ່ບັດນີ້ ແມ່ນໄດ້ເປີດໂອກາດໃຫ້ພວກຊາວນາແລະ ເຈົ້າຂອງທີ່ດິນທັງຫຼາຍໃຫ້ໄດ້ຮັບຄ່າຊົດເຊີຍ ເຖິງແມ່ນທາງ ລັດຍັງເປັນຜູ້ຖືໃບຕາດິນ ຢູ່ກໍຕາມ. ແຕ່ກໍລະນີຂໍ້ຂັດແຍ້ງກັນເລຶ່ອງທີ່ດິນທີ່ ລະເບີດຂຶ້ນຢູ່ທົ່ວມຽນມາໃນຂະນະນີ້ ມີບາງຄົນເປັນຫ່ວງວ່າ ບັນຫາຈະ ເຕີບໃຫຍ່ຂຶ້ນໄປພ້ອມໆກັບການລົງທຶນຂອງຕ່າງ ປະເທດ.
Paul Donowitz ປະຈໍາກຸ່ມນານາຊາດວ່າດ້ວຍສິດທິຜືນດິນ ຊຶ່ງເປັນກຸ່ມທີ່ຕິດຕາມ
ສິ້ງ ຊອມເບິ່ງບັນຫາເລຶ່ອງທີ່ດິນໃນມຽນມາ.
ທ່ານ Donowitz ເວົ້າວ່າ: “ເວລາພວກຊາວໄຮ່ຊາວນາຊົມໃຊ້ທີດິນ ເພື່ອຄໍ້າຈຸນ ພວກເຂົາເຈົ້າເອງໃນປະຊາຄົມຂອງພວກເຂົາເຈົ້ານັ້ນ ແມ່ນຖືກບັງຄັບໃຫ້ຂາຍ ທີ່ດິນຂອງພວກເຂົາເຈົ້າ ບ່ອນທີ່ພວກເຂົາເຈົ້າບໍ່ຢາກຍ້າຍໄປໃສ. ຄືມັນບໍ່ມີທີ່
ດິນແຫ່ງອື່ນໆອີກ ແຕ່ລັດຖະບານຫຼືບໍລິສັດໃດນຶ່ງ ຕ້ອງບັງຄັບໃຫ້ພວກເຂົາເຈົ້າ
ຍົກຍ້າຍໜີອອກຈາກທີ່ດິນຂອງພວກເຂົາເຈົ້າ. ມັນເປັນການໃຫ້ເງິນຊົດເຊີຍ
ໂດຍບັງຄັບ ແລະພວກເຂົາເຈົ້າຈະຖືກບອກ ຫຼືຫາເລຶ່ອງໃສ່ແນວນັ້ນແນວນີ້ ແບບວ່າເຈົ້າຈະເອົາເງິນຊົດເຊີຍບໍ່ ຫຼືບໍ່ກໍ ຕ້ອງໄດ້ຍົກຍ້າຍໜີ.”
ແຕ່ທ່ານ ອ່ອງ ຫະຕູ ຫວັງຢ່າງຍິ່ງວ່າ ພວກນັກຮຽນຂອງລາວຈະມີທາງ ເລືອກທີ່ສາມ ຄືນໍາເອົາກໍລະນີຂອງພວກເຂົາເຈົ້າຂຶ້ນໄປຟ້ອງກັນຢູ່ໃນສານ ຫຼືໂດຍຜ່ານຄວາມຄິດເຫັນ
ຂອງມະຫາຊົນ ຊຶ່ງທ່ານອ່ອງຫະຕູ ເວົ້າວ່າ ເປົ້າໝາຍໃນທີ່ສຸດນັ້ນ ກໍເພື່ອປ່ຽນແປງລັດຖະ
ທໍາມະນູນ.
ທ່ານ ຫຕູ ເວົ້າວ່າ: “ຖ້າຫາກວ່າລັດຖະບານມີວັດຖຸປະສົງທີ່ຊື່ສັດ ເພື່ອນໍາເອົາການ
ພັດທະນາສໍາລັບໝົດທຸກຄົນແລ້ວ ລັດຖະບານຕ້ອງພະຍາຍາມດັດແກ້ ບໍ່ແມ່ນ
ແຕ່ລັດຖະທໍາມະນູນເທົ່ານັ້ນ ແຕ່ກົດໝາຍທີ່ກ່ຽວຂ້ອງອື່ນໆ ເພື່ອວ່າປະຊາຊົນ
ຈະຊື່ນຊົມກັບສິດທິເພື່ອເປັນເຈົ້າຂອງທີ່ດິນ ແລະສິດທິ ເພື່ອຄຸ້ມຄອງ ທີ່ດິນ.”
ໃນລະຫວ່າງນີ້ ຫ້ອງຮຽນຂອງທະນາຍ Aung Htoo ຈະເປັນບ່ອນນຶ່ງ ບ່ອນທີ່ປະຊາຊົນ ໄດ້ຮຽນຮູ້ກ່ຽວກັບກົດໝາຍໃນປັດຈຸບັນ ເພື່ອວ່າພວກ ເຂົາເຈົ້າ ຈະສາມາດປະສົບຜົນສໍາ
ເລັດຫຼາຍຂຶ້ນໃນການຜັກດັນໃຫ້ ພວກເຈົ້າໜ້າປ່ຽນແປງເລຶ່ອງນີ້ໄດ້.