ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ເລີ້ມຕົ້ນ ສຳຫລວດ ສຳມະໂນຄົວ ທົ່ວປະເທດ ໃນວັນອາທິດມື້ນີ້ (ວີດີໂອ ພາສາລາວ/ອັງກິດ)


Burma's Rohingya Face Census Dilemma
please wait

No media source currently available

0:00 0:02:02 0:00

ເບິ່ງລາຍງານວີດີໂອ ກ່ຽວກັບ ບັນຫາຂອງຊາວໂຣຮິງຢາ ໃນການສຳຫລວດສຳມະໂນຄົວ ຂອງມຽນມາ.

ທີ່ມຽນມາ ພວກ​ສຳ​ຫລວດ​ສຳມະ​ໂນ​ຄົວ ພາກັນ​ອອກ​ເດີນທາງ​
ໄປ​ທົ່ວ​ປະ​ເທດ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ສຳ​ຫລັບ​ການ​ນັບ​ຈຳນວນ​
ປະຊາກອນ ທີ່​ບໍ່​ໄດ້​ມີ​ຂຶ້ນ​ຫລາຍ​ສິບ​ປີ​ມາ​ແລ້ວ ​ແຕ່​ການ​ສຳ​
ຫລວດ​ເທື່ອ​ນີ້​ກໍ​ໄດ້​ຖືກ​ຕິຕຽນ​ແລ້ວ​ວ່າ ​ເປັນ​ການຄຸ້ຍ​ເຂ່ຍ​ໃຫ້
​ເກີດ​ຄວາມ​ເຄັ່ງ​ຕຶງ ລະຫວ່າງ​ສາ​ສະໜາ​ແລະ​ຊົນ​ເຜົ່າ.

​ໄດ້​ມີ​ການ​ຕັ້ງ​ຂໍ້​ສົງ​ໄສ​ກ່ຽວ​ກັບ​ຜົນ​ດີ​ຂອງ​ການ​ນັບ​ຈຳນວນ​ພົນລະ​ເມືອງ​ຄັ້ງ​ນີ້ ຫລັງ​ຈາກ ລັດຖະບານ​ລົງ​ຄວາມ​ເປັນ​ວ່າ ພວກ​ຊາວ​ມຸສລິ​ມຈະ​ຕ້ອງ​ຈົດ​ຊື່ວ່າ ​ເປັນ​ຊົນ​ເຜົ່າ ​ເບັງ​ກາລ ​ແທນ​ຊື່​ເຜົ່າ ​ໂຣຮິງ​ຢາ ທີ່​ເປັນ​ຄົນ​ໄຮ້​ລັດ​ຢູ່​ໃນ​ມຽນມາ ​ແລະ ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ລວມຢູ່​ໃນ​ພວກ​ຊົນ​ກຸ່ມ​ນ້ອຍ​ທີ່​ຖືກ​ປະຫັດປະຫານ​ຫລາຍ​ທີ່​ສຸດ​ຂອງ​ໂລກ.
Burma Census 30-3-14
please wait
Embed

No media source currently available

0:00 0:00:47 0:00

ສ່ວນ​ພວກ​ຊົນ​ເຜົ່າ​ນ້ອຍ​ກໍ​ຢ້ານ​ວ່າ ພວກ​ຄຳ​ຖາມ​ທີ່​ລະອຽດ ​ຢູ່​ໃນ​ຟອມສຳ​ຫລວດ​ສຳມະ​
ໂນ​ຄົວ​ນັ້ນ ຈະ​ຖືກ​ນຳ​ໃຊ້ ​ເພື່ອ​ຈຸດປະສົງ​ທາງ​ການ​ເມືອງ. ບາງ​ກຸ່ມ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​
ຈະ​ຂັດຂວາງ​ບໍ່​ໃຫ້​ພວກ​ສຳ​ຫລວດ​ເຂົ້າ​ໄປ ​ໃນ​ເຂດ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ພວກ​ອື່ນ​ໆ​ເວົ້າ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ປະກອບສ່ວນນຳ.

ການ​ນັບ​ປະຊາກອນ​ຄັ້ງ​ນີ້ ມີ​ກຳນົດ​ສີ້​ນສຸດ​ລົງ ​ໃນ​ວັນ​ທີ 10 ​ເມສາ ​ເດືອນ​ໜ້າ.

ເບິ່ງວີດີໂອພາສາລາວ ກ່ຽວກັບການກະກຽມ ສຳຫລວດສຳມະໂນຄົວ ຂອງມຽນມາ:
XS
SM
MD
LG