ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ກຽມທຳການ ສຳຫລວດສຳມະໂນຄົວ ຄັ້ງທຳອິດ ໃນຮອບ 30 ປີ (ວີດີໂອ ພາສາລາວ/ອັງກິດ)


Burma Prepares for First National Census in 30 Years
please wait

No media source currently available

0:00 0:02:22 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ມຽນມາ​ກຳລັງ ກະກຽມ ທຳການສຳຫລວດສຳມະ​ໂນ​ຄົວທົ່ວ
​ປະ​ເທດຄັ້ງປະຫວັດສາດ ​ຄື​ເປັນເທື່ອທຳອິດໃນ 3 ທົດສະວັດ
ຊື່​ງຈະ​ເປັນ​ຫລັກ​ຊີ້​ນຳນະໂຍບາຍຕ່າງໆຂອງລັດຖະບານຢ່າງ
ກ້ວາງຂວາງ ໃນຊຸມປີຕໍ່ໜ້າ. ໄດ້ມີການລະດົມເອົາຄູອາຈານ
ຈາກທົ່ວປະເທດ ອອກທຳການສຳ​ຫລວດສຳມະ​ໂນ​ຄົວ​ໄປ​ແຕ່
ລະຫຼັງ​ເຮືອນ ເລີ້ມມາແຕ່ທ້າຍເດືອນມີນານີ້ເປັນ​ຕົ້ນ​ໄປ. ຜູ້​ສື່​
ຂ່າວ​ວີ​ໂອ​ເອ Gabrielle Paluch ສົ່ງ​ລາຍ​ງານ​ມາ​ຈາກເຂດ
​ປາກ​ແມ່​ນ້ຳ ອີຣາວະ​ດີ ບ່ອນ​ທີ່​ພວກເຈົ້າໜ້າທີ່​ພະຍາຍາມສຶກ
ສາ ອົບຮົມປະຊາຊົນ ກ່ຽວ​ກັບຄວາມສຳຄັນຂອງຂັ້ນ​ຕອນການ
ສຳຫຼວດສຳມະ​ໂນ​ຄົວ ຊຶ່ງ​ດາຣາມີ​ລາຍ​ລະອຽດມາ​ສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ເວລາ​ນີ້ບໍ່​ເປັນ​ທີ່​ຮູ້ຄັກແນ່​ວ່າ ມຽນມາ​ມີ​ພົນລະເມືອງຫລາຍເທົ່າໃດແທ້ ແຕ່​ກໍ​ຄົງ​ຈະ​ຮູ້ກັນ
ໃນ​ໄວໆນີ້​ແຫລະ ​ເພາະ​ວ່າ​ລັດຖະບານ​ກຳລັງ​ຈະ​ເລີ້ມ​ທຳ​ການນັບ​ຈຳນວນ​ພົນລະ​ເມືອງ ​ເປັນ​ເທື່ອ​ທຳ​ອິດນັບແຕ່​ປີ 1983 ​ເປັນ​ຕົ້ນ​ມາ ໂດຍ​ລະດົມ​ເອົາການ​ຊ່ວຍ​ເຫລືອ​ຈາກພວກ​ນັກ​ຕະຫລົກ​ແລະ​ນັກ​ຮ້ອງ ທີ່​ພາກັນ​ເດີນທາງ​ໄປສະ​ແດງຢູ່ຕາມສະຖານ​ທີ່​ຕ່າງ​ໆ ​ເພື່ອ​ປຸກລະດົມ​ໃຫ້​ຜູ້​ຄົນຮູ້ຈັກ ກ່ຽວ​ກັບ​ການ​ສຳ​ຫລວດ ​ທີ່​ມີ​ການ​ລໍຄອຍ​ກັນ​ມາ​ດົນ​ນານ​ນັ້ນ ຊຶ່ງ​ເປັນ​ແນວ​ຄິດ​ທີ່ແປກ​ໃໝ່ສຳ​ຫລັບ​ຫລາຍໆ​ຄົນ ໂຮມທັງທ້າວ Htay Ko ທີ່ກ່າວວ່າ.

ຂ້ອຍຄິດວ່າ ການສຳຫລວດສຳມະ​ໂນ​ຄົວນີ້ ເປັນສິ່ງທີ່ດີ ເພາະວ່າໃນ​ທີ່​ສຸດ​ແລ້ວ ພວກເຮົາກໍ​ຈະສາມາດຮູ້ໄດ້ວ່າ ມີພົນລະເມືອງຫລາຍ​ປານ​ໃດ ຢູ່​ໃນ​ມຽນມາ.”

ຄູອາຈານຈາກທົ່ວປະເທດ ໃຊ້ເວລາ 5 ມື້ ​ເຂົ້າ​ຮັບ​ການຝຶກອົບຮົມ ເພື່ອຮຽນຮູ້ວິທີກອກ
ເອກະສານຫລື​ຟອມ ສຳ​ຫລວດສຳມະ​ໂນ​ຄົວ ທີ່ມີ 41 ຄຳຖາມ.

ຟອມຄຳຖາມດັ່ງກ່າວ ກວມ​ເອົາຂໍ້ມູນຕ່າງໆຫລາຍ​ຢ່າງ ​ໂຮ​ມທັງລາຍລະອຽດກ່ຽວກັບ
ຊົນເຜົ່າແລະສາສະໜາ ຊຶ່ງ​ໄດ້​ສ້າງ​ຄວາມ​ກັງວົນ​ໃຫ້ຫລາຍໆຄົນ ທີ່ຢ້ານວ່າ ມັນອາດ
ສາມາດ​ເຮັດ​ໃຫ້ຄວາມ​ເຄ່ງ​ຕຶງ​ດ້ານຊົນເຜົ່າແລະສາສະໜາໃນມຽນມາ ຮ້າຍແຮງຂຶ້ນໄດ້.

ສ່ວນນຶ່ງຂອງການຝຶກອົບຮົມຂອງນາງ Aye Pa Pa Htay ພະນັກງານສຳຫຼວດສຳມະ​
ໂນ​ຄົວ ຢູ່​ເຂດ​ປາກ​ແມ່​ນ້ຳ Irrawaddy ແມ່ນວິທີຖາມ ຄຳຖາມທີ່ລະອຽດອ່ອນດັ່ງກ່າວ.

Aye Pa Pa Htay ເວົ້າ​ວ່າ “ຂ້ອຍບໍ່ເຄີຍປະເຊີນກັບຄວາມຢ້ານກົວໂດຍກົງ ແຕ່ຂ້ອຍກໍຮູ້ວ່າ ມີບາງເລື້ອງແລະບັນຫາທີ່ໄດ້ເກີດຂຶ້ນແລ້ວ ​ແຕ່ການຝຶກອົບ
ຮົມຈະ​ອຳນວຍ​ໃຫ້ ​ພວກ​ສຳ​ຫລວດມີ​ຄວາມ​ຊຳນານ ​ໃນ​ການ​ຖາມ​ຄຳຖາມ
ກ່ຽວກັບ​ເລື້ອງຊົນເຜົ່າ ໄດ້ດີທີ່ສຸດ
.”

ມີບໍລິ​ເວນ​ອັນ​ກ້ວາງ​ໃຫຍ່ ຢູ່​ເລາະ​ຕາມເຂດຊາຍແດນຂອງປະເທດ ທີ່ເປັນບ່ອນຢູ່ອາ​ໄສ
ຂອງຊົນເຜົ່ານ້ອຍຫລາຍໆ​ເຜົ່ານັ້ນ ບໍ່ໄດ້ຖືກຮວມ​ເອົາ​ເຂົ້າ ​ໃນການນັບສຳມະ​ໂນ​ຄົວ
ຄັ້ງປີ 1983 ຍ້ອນສົງຄາມການເມືອງ.

ເຖິງແມ່ນວ່າ ການຕໍ່ສູ້ກັນທີ່​ຍັງ​ມີ​ຢູ່​ຕໍ່​ມາ ເຮັດໃຫ້ຫລາຍໆ​ເຂດຂອງລັດ Kachin ບໍ່ສາ
ມາດເຂົ້າຮ່ວມ​ໃນ​ການ​ສຳ​ຫລວດ​ເທື່ອ​ນີ້​ກໍ​ຕາມ ​ແຕ່​ທ່ານ Frederick Okwayo ທີ່ປຶກ
ສາດ້ານເຕັກນິກຂັ້ນສູງສຸດຂອງກົມພົນລະເມືອງ ກໍກ່າວວ່າ ການສຳຫຼວດ​ເທື່ອນີ້ ຈະ
ສະໜອງພາບຂອງປະຊາກອນ​ຂອງ​ປະ​ເທດ ຢ່າງຄົບຖ້ວນສົມບູນຫລາຍ​ກ່ວາ​ເທື່ອກ່ອນ.

​ທ່ານ Frederick Okwayo ​ເວົ້າ​ວ່າ “ ສິ່ງສຳຄັນ​ອັນທຳອິດ ກໍແມ່ນຕ້ອງ​ໃຫ້​ໄດ້​ຈຳນວນຕົວຈິງຂອງພົນລະເມືອງ ທີ່ອາ​ໄສຢູ່ໃນປະເທດ ​ໃນແຕ່ລະເຂດ ເພາະວ່າ ການວາງແຜນ​ໃດ​ໆ ​ເປັນ​ຕົ້ນ​ວ່າ ສຳ​ຫລັບ​ການ​ສຶກສາ ການ​ອະນາ​ໄມ ຫລື​ບ່ອນຢູ່
ອາ​ໄສ​ກໍ​ດີ…​ເຮົາ​ຕ້ອງ​ຮູ້​ວ່າ ມີຈຳນວນພົນລະເມືອງຫລາຍ​ເທົ່າ​ໃດ ຢູ່​ໃນເຂດນຶ່ງໆ.”


​ແຕ່​ກ່ອນ​ມາ​ນັ້ນ ຂໍ້ມູນກ່ຽວກັບພົນລະເມືອງໃນມຽນມາ ​ແມ່ນ​ຖືວ່າ ເຊື່ອຖືບໍ່ໄດ້​ເລີຍ
ຊຶ່ງເຮັດໃຫ້ການວາງແຜນພັດທະນາຫຍຸ້ງຍາກຫຼາຍ.

ໃນຂະນະທີ່ ມຽນມາ​ກຳລັງໂຜ່​ໂຕອອກມາຈາກ​ເວລາ​ຫລາຍທົດສະວັດ ທີ່ຢູ່​ພາຍ​ໃຕ້
​ການບໍລິຫານງານ​ຢ່າງຜິດພາດຂອງອຳ​ນາດ​ປົກຄອງທະຫານນັ້ນ ພວກສະໜັບສະໜຸນ
ກໍ​ພາກັນຫວັງວ່າ ການ​ສຳ​ຫລວດ​ສຳມະ​ໂນ​ຄົວ​ເທື່ອ​ໃໝ່​ນີ້ ຈະນຳພາໄປສູ່ການປົກຄອງ
ທີ່ດີຂຶ້ນ ໂດຍປາດສະຈາກຄວາມ​ເຄ່ງ​ຕຶງ​ທີ່ຮ້າຍແຮງໜັກ​ຂຶ້ນ ລະຫວ່າງຊົນເຜົ່າ ກໍຄື ລະຫວ່າງສາສະໜານັ້ນ.

ວີດີໂອ: ຊາວໂຣຮິງຢາປະສົບກັບບັນຫາ ໃນການນັບສຳມະໂນຄົວ ຢູ່ມຽນມາ:
Burma's Rohingya Face Census Dilemma
please wait

No media source currently available

0:00 0:02:02 0:00


XS
SM
MD
LG