ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຊາວ​ບຣາຊິລ ພາກັນໂສກ​ເສົ້າ​ເສຍ​ໃຈ ກັບ​ການ​ສູນ​ເສຍມໍລະດົກ​ຂອງ​ຊາດ ຈາກ​ໄຟ​ໄໝ້ ຫໍພິພິດທະພັນ​ແຫ່ງ​ຊາດ​ໄປ


ພວກ​ພະນັກງານ​ກູ້​ໄພ ​ແລະ​ພະນັກງານ ຫໍພິພິດທະພັນ​ພາກັນ​ຂົນ​ພາບ​ອ​ອກຈາກຫໍພິພິດທະພັນ​ແຫ່ງ​ຊາດ​ບຣາຊິ​ລ ​ໃນ​ນະ
ຄອນຣີໂອ ​ເດ ຈາເນໂຣ, ບຣາຊິ​ລ, 3 ກັນຍາ 2018.
ພວກ​ພະນັກງານ​ກູ້​ໄພ ​ແລະ​ພະນັກງານ ຫໍພິພິດທະພັນ​ພາກັນ​ຂົນ​ພາບ​ອ​ອກຈາກຫໍພິພິດທະພັນ​ແຫ່ງ​ຊາດ​ບຣາຊິ​ລ ​ໃນ​ນະ ຄອນຣີໂອ ​ເດ ຈາເນໂຣ, ບຣາຊິ​ລ, 3 ກັນຍາ 2018.

ບັນດານັກດັບ​ເພີງ ​ໄດ້​ພາກັນ​ຮື້​ຊາກ​ເຜົາ​ໄໝ້ຂອງຫໍພິພິດທະພັນແຫ່ງ​ຊາດ ໃນນະຄອນ
ຣີໂອ ເດ ຈາເນໂຣ ທີ່​ຍັງ​ຮ້ອນ​ຢູ່ ​ໃນ​ວັນ​ຈັນ​ວານ​ນີ້, ຊາວ​ບຣາຊິລ ປະສົບ​ກັບ​ຄວາມ
ໂສກ​ເສົ້າ​ເສຍ​ໃຈ ກັບ​ການ​ສູນ​ເສຍ​ສິ່ງຂອງທີ່​ສະ​ສົມ​ຈຳນວນ​ມະຫາສານ ທີ່​ຈະຫາ
ທົດແທນ​ບໍ່ໄດ້​ຈາກ​ປະຫວັດສາດ​ຂອງ​ປະ​ເທດ.

ຫໍພິພິດທະພັນແຫ່ງຊາດ ທີ່ມີອາຍຸໄດ້ 200 ປີ ທີ່​ບັນຈຸເຄື່ອງ​ຂອງ​ເກົ່າແກ່ ຊີວະ​ພືດ
ຫຼື​ຂໍ້​ຂຽນຕ່າງໆກ່ຽວກັບ ​ມະນຸດ​ຊາດ ​ແລະ​ຕົວຢ່າງ​ຂອງຊີວະວິດ​ທະຍາ​ອື່ນໆ ​ເຊັ່ນ ​
ໂຄງ​ກະດູກທີ່​ຖື​ວ່າ ​ເປັນ​ຂອງ​ມະນຸດ​ທີ່​ເກົ່າ​ແກ່​ທີ່​ສຸດ ທີ່​ໄດ້​ຄົ້ນ​ພົບ​ໃນ​ອາ​ເມຣິກາ ​
ແລະຫີນ​ທີ່​ຕົກ​ມາ​ຈາກ​ອະວະກາດ ​ທີ່​ໃຫຍ່​ທີ່​ສຸດ ທີ່​ພົບ​ເຫັນ​ໃນ​ບຣາຊິ​ລ.

ຄວາມ​ຮູ້ສຶກ​ສູນ​ເສຍ​ນີ້ ​ໄດ້​ກາຍ​ມາ​ເປັນຄວາມ​ໂກດ​ແຄ້ນ​ຢ່າງ​ໄວວາ ສຳລັບ​ຊາຍ​ຜູ້​ນຶ່ງ
ໃນ​ຈຳນວນຊາວນະຄອນຣີໂອ ເດ ຈາເນໂຣ ​ແລະ​ຜູ້​ຄົນຊາວ​ບຣາຊິ​ລຫຼາຍ​ຮ້ອຍ​ຄົນ ​
ໄດ້​ພາກັນ​ໂຮມ​ຊຸມນຸມ​ຢູ່​ຂ້າ​ງນອກຂອງຫໍພິພິດທະພັນດັ່ງກ່າວ ຮຽກຮ້ອງ​ຂໍ​ເບິ່ງ​ເຂົ້າຂອງ​
ທີ່​ເສຍ​ຫາຍ​ນັ້ນ. ບາງ​ພວກ​ກໍ​ພາກັນ​ຍູ້​ໃຫ້ກາຍ​ເສັ້ນ​ກັ້ນຂອງ​ຕຳຫຼວດ ​ເຂົ້າໄປ ແຕ່ ກໍ​ໄດ້
ຖືກ​ໃຫ້ລົ້ມ​ເລີກ ຍ້ອນພວກ​ຕຳຫຼວດ​ໄດ້​ໃຊ້​ແກ໊ສນ້ຳຕາ ​ແລະ​ໄມ້ຄ້ອນ.

​ເຊີນ​ຊົມ: ຊາວບຣາຊິ​ລ ​ໄວ້​ທຸກ​ອາ​ໄວ ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ຂອງ​ກໍ​ພິພິດທະພັນ​
ຂອງ​ປະ​ເທດ

Brazilians Mourn Loss of Most Important Museum
please wait

No media source currently available

0:00 0:02:15 0:00

“ປະຊາ​ຄົມ​ຂອງ​ພວກ​ເຮົາ​ແມ່ນ​ເຄື່ອນ​ໄຫວ ບໍ່​ຢູ່​ນິ້ງເສີຍ​ແລະຂຸ່ນ​ເຄືອງ​ຫຼາຍ,​” ຊຶ່ງ​ທ່ານ​
ໂຣເບີ​ຣ໌​ໂຕ ​ເລ່​ເຮີ ຜູ້ອຳນວຍການ​ຂອງມະຫາວິ​ທະຍາ​ໄລລັດຖະບານ​ກາງ ​ແຫ່ງ​ນະຄອນ
ຣີໂອ ເດ ຈາເນໂຣ ຜູ້​ຊຶ່ງ​ເປັນ​ຜູ້​ບໍລິຫານຫໍພິພິດທະພັນນີ້ ໄດ້​ກ່າວໄປ ​ແລະ​ທ່ານ​ຍັງ​ໄດ້​ເວົ້າ​
ຕື່ມ​ວ່າ “ພວກ​ເຮົາ​ກໍ​ຊາບ​ກັນ​ແລ້ວ​ວ່າ ຕຶກຫໍພິພິດທະພັນ​ນີ້​ ແມ່ນບອບ​ບາງ​ແລະ​ຫຼໍ່​ແຫຼມ
ຫຼາຍ.”

ຜູ້​ປະ​ທ້ວງ​ຄົນ​ນຶ່ງ ນາງ​ລໍຣາ ​ແອ​ລ​ບູ​ເກີຣ໌ກີ ​ໄວ 29 ປີ ຄູ​ສອນ​ເຕັ້ນ​ລຳ ​ໄດ້ກ່າວ​ວ່າ
“ມັນແມ່ນອາ​ຊະ​ຍາ​ກຳ​ທີ່​ປ່ອຍ​ໃຫ້ຫໍພິພິທະພັນ ຕົກ​ຢູ່​ໃນ​ສະພາບ​ນີ້. ສິ່ງ​ທີ່​ເກີດ​ຂຶ້ນ​ນັ້ນ
ບໍ່​ແມ່ນ​ພຽງ​ແຕ່​ເສຍດາຍ, ມັນ​ແມ່ນ​ຄວາມ​ສູນ​ເສຍ​ອັນ​ຍິ່ງ​ໃຫຍ່ ​ແລະ​ພວກ​ນັກ​ການ​
ເມືອງ​ທັງຫຼາຍ​ນັ້ນ​ລະ ​ເປັນ​ຜູ້​ຮັບຜິດຊອບ.”

ພວກ​ຜູ້ຄົນຊາວບຣາຊິລຫຼາຍຮ້ອຍຄົນ ໄດ້ພາກັນໂຮມຊຸມນຸມ ຢູ່ຂ້າງນອກ ຂອງຫໍພິພິດທະພັນ ທີ່ນະຄອນຣີໂອ ເດ ຈາເນໂຣ, ບຣາຊິ​ລ, 3 ກັນຍາ 2018.
ພວກ​ຜູ້ຄົນຊາວບຣາຊິລຫຼາຍຮ້ອຍຄົນ ໄດ້ພາກັນໂຮມຊຸມນຸມ ຢູ່ຂ້າງນອກ ຂອງຫໍພິພິດທະພັນ ທີ່ນະຄອນຣີໂອ ເດ ຈາເນໂຣ, ບຣາຊິ​ລ, 3 ກັນຍາ 2018.

​ໃນ​ຮອບ​ຫຼາຍໆ​ປີ ຫວ່າງ​ມໍ່​ໆມາ​ນີ້ ບຣາຊິ​ລ ​ແມ່ນ​ໄດ້​ກະທົບກະ​ເທືອ​ນຢ່າງ​ແຮງ​ຈາກ​
ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ລັດຖະບານ​ແລະ​ການ​ທົດ​ຖອຍ​ຂອງ​ເສດຖະກິດ. ຫໍພິພິດ
ທະພັນກໍ​ເຊັ່ນ​ກັນ ​ໄດ້​ຖືກ​ເມີນ​ເສຍ ຂາດງົບປະມານ​ທີ່​ຈະ​ດຳ​ເນີນ​ວຽກ​ງານ ບໍ່​ມີ​ລະບົບ
​ມອດ​ໄຟ,ຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວໄປ.

ທ່ານ​ມາ​ຊີ​ໂອ ມາ​ຕິນສ ​ໂຄສົກຂອງຫໍພິພິດທະພັນ ​ໄດ້​ບອກ​ອົງການ​ຂ່າວ​ເອພີວ່າ
ງົບປະມານ​ຂອງຫໍພິພິດທະພັນ ​ແມ່ນ​ໄດ້​ຫຼຸດ​ຕ່ຳລົງ​ຈາກ​ປະມານ 130,000 ​ໂດ​ລາ ​
ໃນ​ປີ 2013 ສູ່ 84,000 ​ໂດ​ລາ ​ໃນ​ປີ 2017.

ປະທານາທິບໍດີ ບຣາຊິລ ທ່ານ ມິແຊລ ທີເມີ (Michel Temer) ​ໄດ້ກ່າວ​ໃນ​ຖະ​ແຫຼ​ງ
ການ​ສະບັບນຶ່ງ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ການສູນເສຍຂອງ​ຕຶກ​ອາຄານດັ່ງກ່າວນີ້
ແມ່ນ​ເປັນ​ສະຖານ​ທີ່ ຄັ້ງ​ນຶ່ງ​ລາດ​ຊະ​ວົງ​ເຄີຍ​ປະ​ທັບ​ຢູ່​ທີ່​ນີ້​ມາ​ກ່ອນ ​ແລະ​ວ່າ ​ໄຟ​ໄໝ້​
ໃນວັນ​ອາທິດ​ຜ່ານ​ມາ​ນີ້ ​ແມ່ນ​ “ການສູນ​ເສຍ ທີ່​ບໍ່​ສາມາດ​ພັນ​ລະນາໄດ້ ສຳລັບ
​ຊາວ​ບຣາ​ຊິ​ລ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Brazil Museum Fire
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG