ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈະຈັດພິທີລະ​ນຶກເຖິງ ວັນທີ 11 ກັນຍາ ຢູ່ລັດອາລາສກາ


ແຟ້ມຮູບ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວ​ຄຳປາໄສໃນວັນຄົບຮອບຂອງກົດໝາຍກ່ຽວກັບການຫຼຸດເງິນເຟີ້ ໃນລະຫວ່າງພິທີນຶ່ງ ຢູ່ທີ່ຫ້ອງປະຊຸມດ້ານຕາເວັນອອກຂອງທໍານຽບຂາວ, ວັນທີ 16 ສິງຫາ 2023, ໃນນະຄອນຫຼວງວໍຊິງຕັນ.
ແຟ້ມຮູບ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວ​ຄຳປາໄສໃນວັນຄົບຮອບຂອງກົດໝາຍກ່ຽວກັບການຫຼຸດເງິນເຟີ້ ໃນລະຫວ່າງພິທີນຶ່ງ ຢູ່ທີ່ຫ້ອງປະຊຸມດ້ານຕາເວັນອອກຂອງທໍານຽບຂາວ, ວັນທີ 16 ສິງຫາ 2023, ໃນນະຄອນຫຼວງວໍຊິງຕັນ.

ທໍານຽບຂາວກ່າວວ່າ ປະທານາທິບໍດີ ໂຈ ໄບເດັນ ຈະຈັດພິທີ​ລະ​ນຶກ​ເຖິງວັນຄົບຮອບ 22 ປີ ໃນການໂຈມຕີຂອງຜູ້ກໍ່ການຮ້າຍ ທີ່ຮ້າຍແຮງທີ່ສຸດ​ຢູ່​ໃນດິນ ແດນຂອງສະຫະລັດ ຢູ່ທີ່ຖານທັບໃນລັດອາລາສກາ ພ້ອມດ້ວຍສະມາຊິກທະ ຫານຂອງກອງທັບ ແລະຄອບຄົວຂອງພວກເຂົາເຈົ້າ, ອີງຕາມລາຍງານຂອງອົງການຂ່າວ AP.

ທ່ານໄບເດັນ ຈະຢຸດແວ່ທີ່ລັດອາລາສກາ ​ໃນ​ຂະ​ນະ​ທີ່ທ່ານເດີນທາງກັບຄືນມານະຄອນຫຼວງວໍຊິງຕັນ ຫຼັງຈາກການປະຊຸມສຸດຍອດກັບບັນດາຜູ້ນໍາໂລກ ໃນນະຄອນຫຼວງນິວເດລີ ແລະລຸນຫຼັງຢ້ຽມຢາມຫວຽດນາມໃນວັນທີ 10 ກັນຍານີ້. ສ່ວນຮອງປະທານາທິບໍດີ ທ່ານນາງແຮຣິສ ຈະຮ່ວມພິທິລະ​ນຶກ​ເຖິງ​ທີ່ນະຄອນ ນິວຢອກ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຈະວາງພວງ​ມາ​ລາຢູ່ທີ່ທໍານຽບ 5 ແຈ.

ມີປະມານເກືອບ 3,000 ຄົນຖືກສັງຫານໃນວັນທີ 11 ກັນຍາ ປີ 2001, ເມື່ອເຮືອບິນທີ່ຖືກຈີ້ຈໍານວນນຶ່ງ ​ໄດ້ບິນເຂົ້າຕໍາໃສ່ຕຶກສູນການຄ້າໂລກ ຫຼື World Trade Center, ທໍານຽບ 5 ແຈ ແລະຕົກລົງຢູ່ທົ່ງຫຍ້າ ໃນລັດເພັນຊີລເວເນຍ.

The White House says President Joe Biden will observe next month's 22nd anniversary of the worst terrorist attack on U.S. soil at an Alaska military base with service members and their families. Biden will stop in Alaska on his way back to Washington after he attends a summit in New Delhi with other world leaders and visits Vietnam on Sept. 10. Vice President Harris will participate in the New York City observance and first lady Jill Biden will lay a wreath at the Pentagon. Nearly 3,000 people were killed on Sept. 11, 2001, when hijacked airplanes were flown into the World Trade Center, the Pentagon and a Pennsylvania field.

XS
SM
MD
LG