ຮອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ກຳລັງຢູ່ທີ່ປະເທດເທີກີໃນວັນພຸດມື້ນີ້ ເພື່ອຢ້ຽມຢາມປະເທດດັ່ງກ່າວ ເຊິ່ງມີຂຶ້ນໃນເວລາທີ່ຄວາມສຳພັນລະຫວ່າງປະເທດທັງສອງພວມຢູ່ໃນສະພາບເຄັ່ງຕຶງ.
ແຜນການຂອງທ່ານແມ່ນຮວມທັງພົບປະກັບນາຍົກລັດຖະມົນຕີ Binali Yildirim ແລະປະທານາທິບໍດີ Recep Tayyip Erdogan.
ທ່ານໄບເດັນແມ່ນເຈົ້າໜ້າທີ່ໃນລະດັບສູງສຸດ ແລະ ໃກ້ຊິດທີ່ສຸດຂອງປະທານາທິບໍດີ ບາຣັກ ໂອບາມາ, ເຊິ່ງຫຼາຍຄັ້ງຈະເປັນຕົວແທນໃຫ້ກັບທຳນຽບຂາວໃນການຮັບມືກັບສະ ຖານະການທາງການທູດທີ່ມີຄວາມຫຍຸ້ງຍາກ. ທ່ານ ໄບເດັນ ແມ່ນເປັນທີ່ຮູ້ກັນດີໃນການ ສະແດງກິລິຍາທ່າທາງອັນອົບອຸ່ນຂອງທ່ານ ແລະ ການປະຕິບັດຕົນໃນການສ້າງສາຍພົວ ພັນສ່ວນຕົວກັບບັນດາຜູ້ນຳໂລກ. ທ່ານໄດ້ເອີ້ນປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ວ່າ “ເພື່ອນເກົ່າ.”
ແຕ່ທ່ານຮອງປະທານາທິບໍດີແມ່ນມີພາລະກິດອັນຫຍຸ້ງຍາກເປັນພິເສດ ທີ່ຈະຕ້ອງໄດ້ກະ ທຳໃນການເດີນທາງໄປຢ້ຽມຢາມຄັ້ງນີ້.
ປະຊາຊົນ ເທີກີຫຼາຍໆຄົນ ກ່າວວ່າ ພວກເຂົາເຈົ້າບໍ່ພໍໃຈ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າເຫັນ ດັ່ງກັບການຂາດຄວາມສາມັກຄີຈາກບັນດາປະເທດຕາເວັນຕົກ ຫຼັງຈາກການກໍ່ລັດຖະ ປະຫານໃນເດືອນແລ້ວ, ທີ່ເຮັດໃຫ້ ຢ່າງໜ້ອຍ 240 ຄົນເສຍຊີວິດ ແລະ ລວມທັງລະເບີດ ແຕກທີ່ສະພາແຫ່ງຊາດຂອງ ເທີກີ. ນັກວິເຄາະ ເທີກີ ທ່ານ Kemal Kirisci ໄດ້ກ່າວຕໍ່ວີ ໂອເອວ່າ ປະຊາຊົນສ່ວນຫຼາຍໃນ ເທີກີ ຮູ້ສຶກວ່າປະເທດຕາ ເວັນຕົກໄດ້ວິພາກວິຈານ ຫຼາຍໂພດ ແລະ ບໍ່ໄດ້ສະແດງຄວາມເຫັນອົກເຫັນໃຈຫຼາຍພໍ.
ລາວໄດ້ກ່າວວ່າ “ໃນຄວາມຄິດຂອງປະຊາຊົນ ເທີກີ ມັນມີຄວາມສັບສົນ, ມັນແມ່ນຍ້ອນ ຫຍັງ? ເປັນຫຍັງມັນຈຶ່ງໃຊ້ເວລາດົນນານ ສຳລັບພັນທະມິດທີ່ຮ່ວມມືກັນມາດົນນານ ຂອງ ເທີກີ ທີ່ຈະສະແດງຄວາມສາມັກຄີ ແລະ ທີ່ຈະພິສູດຄວາມສາມັກຄີດັ່ງກ່າວດ້ວຍ ການ ເດີນທາງ ໄປຢ້ຽມຢາມ ເທີກີ? ແລະ ນັ້ນມັນກໍກ່ຽວກັບສະຫະພາບ ຢູໂຣບ ດ້ວຍ.” ທ່ານ Kirisci ໄດ້ຊີ້ໃຫ້ເຫັນວ່າ ເມື່ອບໍ່ດົນມານີ້ທ່ານ Erdogan ໄດ້ມີການປະຊຸມສະໜັບ ສະໜູນກັນກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ເຊິ່ງເປັນການປະຊຸມທີ່ໄດ້ ຖືກວາງແຜນໄວ້ກ່ອນໜ້າການກໍ່ລັດຖະປະຫານແລ້ວ.
ແຕ່ກຸ່ມປົກປ້ອງສິດທິມະນຸດ ແລະ ປະເທດຕາເວັນຕົກຫຼາຍປະເທດ ໄດ້ມີຄວາມເປັນຫ່ວງ ວ່າ ອັງກາຣາ ໄດ້ໄລ່ອອກ ຫຼື ປົດພະນັກງານລັດຖະບານ ແລະ ທະຫານເກືອບ 80,000 ຄົນ ນັບຕັ້ງແຕ່ການກໍ່ລັດຖະປະຫານທີ່ໄດ້ຮັບຄວາມລົ້ມແຫຼວນັ້ນ, ໃນການປາບປາມຄັ້ງ ໃຫຍ່ຕໍ່ກອງທັບ, ລັດຖະການພົນລະເຮືອນ, ຕຳຫຼວດ, ນັກວິຊາການ ແລະ ເຈົ້າໜ້າທີ່ຕຸລາ ການ. ທ່ານ ໄບເດັນ ແມ່ນຄາດວ່າ ຈະໃຫ້ການຄ້ຳປະກັນແກ່ບັນດາຜູ້ນຳ ເທີກີ ຢ່າງ ເປັນການເປີດເຜີຍ ກ່ຽວກັບການສະໜັບສະໜູນຂອງ ສະຫະລັດ ໃນການມີບົດບາດຂອງເທີກີ ໃນອົງການພັນ ທະມິດ NATO ໃນຂະນະທີ່ຈະຮຽກຮ້ອງເປັນການສ່ວນຕົວໃຫ້ ອັງກາຣາ ເຄົາລົບການປົກຄອງດ້ວຍຕົວບົດກົດໝາຍ.
ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວສະຫຼຸບຄວາມສຳຄັນໃນພາລະກິດ ຂອງຮອງປະທານາທິບໍດີ ທ່ານ ໄບເດັນ ວ່າ “ກ່ອນອື່ນໝົດຂໍ້ຄວາມຂອງທ່ານຮອງປະ ທານາທິບໍດີ ຈະເປັນການລະບຸເຖິງການສືບຕໍ່ສະໜັບສະໜູນອັນແຂງແກ່ນ ສຳລັບບັນ ດາພັນທະມິດຂອງພວກເຮົາໃນ ເທີກີ. ນັ້ນແມ່ນປະເທດໜຶ່ງທີ່ກຳລັງຜ່ານຜ່າອຸບປະ ສັກຫຼາຍຢ່າງ ຢ່າງເຫັນໄດ້ຊັດ. ນີ້ແມ່ນປະເທດໜຶ່ງທີ່ຫາກໍຜ່ານພົ້ນການພະຍາຍາມ ກໍ່ລັດຖະປະຫານ ເຊິ່ງໄດ້ຮັບຄວາມລົ້ມແຫຼວໃນຕົ້ນລະດູຮ້ອນນີ້, ນັ້ນແມ່ນການກໍ່ລັດ ຖະປະຫານທີ່ໄດ້ຖືກກ່າວປະນາມຢ່າງຮຸນແຮງ ແລະ ຢ່າງເປີດເຜີຍ ໂດຍລັດຖະບານ ສະຫະລັດ.”
ໜຶ່ງໃນບັນຫາຕ່າງໆທີ່ມີຄວາມຫຍຸ້ງຍາກທີ່ສຸດ ແມ່ນເບິ່ງຄືວ່າ ຈະເປັນໂຊກຊະຕາຂອງຜູ້ ສອນສາສະໜາຊາວເທີກີທີ່ລີ້ໄພໃນສະຫະລັດ ທ່ານ Fethullah Gulen.
U.S. Vice President Joe Biden was in Turkey Wednesday for a visit that comes at a tense time in the two countries' relationship.
His agenda included meetings with Prime Minister Binali Yildirim and President Recep Tayyip Erdogan.
Biden is President Barack Obama's highest-ranking and closest surrogate, often representing the White House in difficult diplomatic situations.He is known for his effusive warmth and for cultivating personal relationship with world leaders, including with Erdogan, whom he calls an "old friend."
But Biden has his work cut out for him on this trip.
Many Turks say they are angry about what they see as a lack of solidarity from the West after an attempted coup last month, which left at least 240 people dead and included the bombing of the Turkish parliament.Turkish analyst Kemal Kirisci told VOA most people in Turkey feel the West has been too critical and not shown enough sympathy:
"In the Turkish public's mind there is a puzzlement, why is it … why is it that it has taken such a long time for a very long-standing ally of Turkey to express solidarity and to manifest that solidarity with a visit to Turkey? And that also applies to the EU." Kirisci pointed out that Erdogan recently had a supportive meeting with Russian President Vladimir Putin -- a meeting that had already been planned before the coup.
But human rights groups and many in the West are concerned that Ankara has fired or suspended nearly 80,000 government employees and soldiers since the failed coup in a massive crackdown on the military, civil service, police, academia and judiciary.Biden is expected to publicly reassure Turkish leaders of unwavering U.S. support for its crucial NATO ally, while in private calling on Ankara to respect the rule of law.
White House Press Secretary Josh Earnest outlined Vice President Biden's mission: "First and foremost the vice president's message will be to indicate our continued, ongoing strong support for our allies in Turkey. That's a country that obviously is going through a lot. This is a country that was subject to a failed coup attempt earlier this summer, that is a coup attempt that was roundly and publicly condemned by the United States government."
One of the thorniest issues is likely to be the fate of the U.S.-based Turkish cleric Fethullah Gulen.