ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ແລະ ທູດພິເສດເພື່ອສັນຕິພາບ ໃນຢູເຄຣນ ຂອງພະສັນຕະປາປາ ຈະປຶກສາຫາລືກັນ ກ່ຽວກັບ ຊະຕາກຳຂອງພວກເດັກນ້ອຍ ຢູເຄຣນ


ແຟ້ມພາບ - ພະຄາດີໂນລ ມາເຕໂອ ສຸບປີ (Matteo Zuppi) ຊົງໄດ້ຕ້ອນຮັບພວກຜູ້ສັດທາ ຫຼົງຈາກພິທີສະຫຼອງບຸນ Mass ຢູ່ທີ່ພະວິຫານ Immaculate Conception ໃນນະຄອນຫຼວງມົສກູ, ວັນທີ 29 ມິຖຸນາ 2023.
ແຟ້ມພາບ - ພະຄາດີໂນລ ມາເຕໂອ ສຸບປີ (Matteo Zuppi) ຊົງໄດ້ຕ້ອນຮັບພວກຜູ້ສັດທາ ຫຼົງຈາກພິທີສະຫຼອງບຸນ Mass ຢູ່ທີ່ພະວິຫານ Immaculate Conception ໃນນະຄອນຫຼວງມົສກູ, ວັນທີ 29 ມິຖຸນາ 2023.

ປະທານາທິບໍດີ ໂຈ ໄບເດັນ ຈະພົບປະກັບທູດພິເສດເພື່ອສັນຕິພາບຂອງພະສັນຕະປາປາ ແຟຣນຊິສ ໃນວັນອັງຄານມື້ນີ້ ອັນເປັນສ່ວນນຶ່ງ ໃນ​ຄວາມ​ພະ
ຍາ​ຍາມ​ຂອງວາ​ຕິ​ກັນ ເພື່ອ​ສ້າງສັນຕິພາບ ແລະການລິເລີ້ມດ້ານມະນຸດສະທຳ ສຳລັບຢູເຄຣນ ຊຶ່ງທຳນຽບຂາວ ແລະວັງວາຕີກັງ ໄດ້ກ່າວໃນວັນຈັນວານນີ້ ອີງຕາມອົງການຂ່າວເອພີ.

ການເດີນທາງມາຢ້ຽມຢາມ ວໍຊິງຕັນຂອງພະຄາດີໂນລ ມາເຕໂອ ສຸບປີ ຊຶ່ງຈະໃຊ້ເວລາຈົນເຖິງວັນພຸດນີ້ ລຸນຫຼັງພາລະກິດເພິ່ນ ເມື່ອມໍ່ໆມານີ້ ທີ່ເດີນທາງໄປຍັງ ມົສກູ ແລະໄດ້ຢຸດແວ່ກ່ອນໜ້ານັ້ນທີ່ ກີຢິບ ບ່ອນທີ່ເພີ່ນໄດ້ພົບປະກັບ ປະ ທານາທິບໍດີຂອງຢູເຄຣນ ໂວໂລດີເມຍ ເຊເລັນສກີ.

ໂຄສົກທຳນຽບຂາວ ທ່ານນາງຄາຣິນ ຊອງ-ປີແອຣ ໄດ້ຢືນຢັນວ່າ ທ່ານໄບເດັນ ຈະພົບປະກັບ ພະຄາດີໂນລ ສຸບປີ ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລືເລື້ອງຄວາມທຸກທໍລະມານຢ່າງແຜ່ຫຼາຍທີ່ເກີດຍ້ອນສົງຄາມທີ່ໂຫດຮ້າຍຂອງຣັດເຊຍ ໃນຢູເຄຣນ.” ໃນຖະແຫລງການ ທ່ານນາງໄດ້ກ່າວວ່າ ພວກເພິ່ນຍັງຈະ “ປຶກສາຫາລືຄວາມພະຍາຍາມໂດຍສະຫະລັດ ແລະພະສັນຕະປາປາ ທີ່ຈະສະໜອງການຊ່ອຍເຫຼືອດ້ານມະນຸດສະທຳແກ່ພວກຄົນທີ່ໄດ້ຮັບຜົນກະທົບ ແລະສິ່ງທີ່ພະສັນຕະປາປາແນມເຫັນຈຸດສຸມໃນເລື້ອງຂອງການນຳເອົາພວກເດັກນ້ອຍຊາວຢູເຄຣນ ຜູ້ທີ່ຖືກບັງຄັບໃຫ້ເນລະເທດໂດຍເຈົ້າໜ້າທີ່ຂອງຣັດເຊຍນັ້ນ ກັບຄືນມາ.”

ພະຄາດີໂນລ ສຸບປີ ເປັນຜູ້ທີ່ມີປະສົບການໃນໂຄງການລິເລີ້ມເພື່ອສັນຕິພາບຂອງສາສະໜາຄາໂທລິກ ແລະໄດ້ຖືກມອບໝາຍໂດຍພະສັນຕະປາປາ ແຟຣນຊິສ ໃຫ້ພະຍາຍາມຊອກຫາ “ເສັ້ນທາງຂອງສັນຕິພາບ” ລະຫວ່າງຝ່າຍຕ່າງໆທີ່ກຳລັງສູ້ລົບກັນຢູ່ນັ້ນ.

ຢູ່ໃນມົສກູ ພະຄາດີໂນລ ສຸບປີ ໄດ້ພົບປະກັບ ທ່ານນາງ ມາເຣຍ ລໂວວາ-ເບໂລວາ (Maria Lvoa-Belova) ກຳມາທິການຣັດເຊຍ ຮັບຜິດຊອບສິດທິຂອງພວກເດັກນ້ອຍ ພ້ອມກັບທ່ານນາງ ພະສັງຄະຣາດ ຄີຣຽວ (Kirill) ຫົວໜ້າ ຄຣິສຕະຈັກ ອອກໂທດັອກສ໌ຂອງຣັດເຊຍ ຜູ້ທີ່ໄດ້ສະໜັບສະໜຸນສົງຄາມຢ່າງແຂງຂັນ.

ພະສັນຕະປາປາ ແຟຣນຊິສ ໄດ້ຮັບເອົາຄຳຮ້ອງຂອງຢູເຄຣນ ເພື່ອໃຫ້ພະອົງເຂົ້າມາແກ້ໄຂບ່ອນທີ່ເປັນໄປໄດ້ ເພື່ອນຳເອົາພວກເດັກນ້ອຍຊາວຢູເຄຣນ ທີ່ໄດ້ຖືກຂົນສົ່ງໄປຍັງຣັດເຊຍ ຫຼັງຈາກການບຸກລຸກຂອງມົສກູກັບຄືນມາ. ສານອາຍາສາກົນ ໄດ້ອອກໝາຍຈັບສຳລັບ ທ່ານນາງ ລໂວວາ-ເບໂລວາ ແລະປະທານາທິ ບໍດີ ຣັດເຊຍ ວລາດີເມຍ ປູຕິນ ໂດຍກ່າວຫາພວກເຂົາເຈົ້າໃນການລັກພາຕົວພວກເດັກນ້ອຍອອກໄປຈາກຢູເຄຣນ. ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ປະຕິເສດຕໍ່ການບັງຄັບຮັບເອົາພວກເດັກນ້ອຍມາເປັນລູກລ້ຽງໃດໆ ໂດຍກ່າວວ່າ ພວກເດັກນ້ອຍຊາວຢູເຄຣນບາງສ່ວນ ແມ່ນຢູ່ໃນການເບິ່ງແຍງອຸປະຖຳໂດຍຄອບຄົວຊາວຣັດເຊຍ.

ພະສັນຕະປາປາ ແຟຣນຊິສໄດ້ກ່າວວ່າ ພະອົງຫວັງວ່າ ທູດພິເສດຂອງ Holy See ສາມາດອຳນວຍຄວາມສະດວກໃຫ້ຄອບຄົວໄດ້ກັບຄືນມາເຕົ້າໂຮມກັນອີກຄັ້ງນຶ່ງ ໃນແບບດຽວກັນທີ່ວັງວາຕິກັນ ໄດ້ກ້າວເຂົ້າໄປ​ເພື່ອອຳນວຍຄວາມສະດວກ ໃນການແລກປ່ຽນສະເລີຍເສິກນັ້ນ.

President Joe Biden will meet with Pope Francis' peace envoy Tuesday as part of the Holy See's peace and humanitarian initiatives for Ukraine, the White House and Vatican said Monday.

Cardinal Matteo Zuppi's visit to Washington, which lasts through Wednesday, follows his recent mission to Moscow and an earlier stop in Kyiv, where he met with Ukrainian President Volodymyr Zelenskyy.

White House press secretary Karine Jean-Pierre confirmed Biden would meet with Zuppi on Tuesday to "discuss the widespread suffering caused by Russia's brutal war in Ukraine." In a statement, she said they would also "discuss efforts by the United States and Holy See to provide humanitarian aid to those affected, and the Papal See's focus on repatriating Ukrainian children forcibly deported by Russian officials."

Zuppi is a veteran of the Catholic Church's peace initiatives and has been tasked by Francis to try to find "paths of peace" between the warring sides.

In Moscow, Zuppi met with Maria Lvova-Belova, Russia's commissioner for children's rights, as well as Patriarch Kirill, head of the Russian Orthodox Church, who has strongly supported the war.

Francis has taken up Ukraine's request to intervene where possible to return Ukrainian children transported to Russia following Moscow's invasion. The International Criminal Court has issued an arrest warrant for Lvova-Belova and Russian President Vladimir Putin, accusing them of abducting children from Ukraine. Russian officials have denied any forced adoptions, saying some Ukrainian children are in foster care.

Francis has said he hopes the Holy See can facilitate family reunifications, in the same way the Vatican stepped in to facilitate prisoner swaps.

XS
SM
MD
LG