ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອອສເຕຣເລຍ ເວົ້າວ່າ ຂໍ້ຕົກລົງປ້ອງກັນປະເທດໃໝ່ ກັບ ສະຫະລັດ ແລະ ອັງກິດ ຈະຂະຫຍາຍຄວາມໝັ້ນຄົງ ໃນພາກພື້ນ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ກັອດ ມໍຣິສັນ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ສະພາແຫ່ງຊາດ ໃນນະຄອນຫຼວງ ແຄນເບີຣາ. 17 ສິງຫາ, 2021.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ກັອດ ມໍຣິສັນ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ສະພາແຫ່ງຊາດ ໃນນະຄອນຫຼວງ ແຄນເບີຣາ. 17 ສິງຫາ, 2021.

ອອສເຕຣເລຍ ໄດ້ປ້ອງກັນການຕັດສິນໃຈຂອງເຂົາເຈົ້າ ທີ່ຈະເຂົ້າຮ່ວມພັນທະມິດທີ່ມີສາມປະເທດກັບ ສະຫະລັດ ແລະ ອັງກິດ ເຖິງແມ່ນຈະມີປະຕິກິລິຍາທີ່ໂມໂຫຈາກ ຝຣັ່ງ ກໍຕາມ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກ ນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນ ດັບຕໍ່ໄປ.


ອອສເຕຣເລຍ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າ “ເສຍໃຈ” ກັບການຕັດສິນໃຈຂອງ ຝຣັ່ງ ທີ່ໄດ້ເອີ້ນເອກອັກຄະລັດຖະທູດ ປະຈຳນະຄອນຫຼວງ ແຄນເບີຣາ ຂອງເຂົາເຈົ້າ ແລະ ວໍຊິງຕັນ ກັບຄືນປະເທດໃນການຕອບໂຕ້ຕໍ່ຂໍ້ຕົກລົງໃໝ່ທີ່ຈະເຮັດໃຫ້ ອອສເຕຣເລຍ ເປັນປະເທດທີ 7 ທີ່ມີເຮືອດຳນໍ້າພະລັງງານນິວເຄລຍ.

ອອສເຕຣເລຍ ໄດ້ຍົກເລີກສັນຍາປ້ອງກັນປະເທດມູນຄ່າຫຼາຍລ້ານໂດລາ ກັບ ຝຣັ່ງ ຫຼັງຈາກໄດ້ເຂົ້າຮ່ວມພັນທະມິດໃໝ່ຊື່ວ່າ AUKUS ກັບ ສະຫະລັດ ແລະ ອັງກິດ.

ແຕ່ກົງກັນຂ້າມ, ເຂົາເຈົ້າຈະສ້າງເຮືອດຳນໍ້າພະລັງງານນິວເຄລຍໃໝ່ຫຼາຍໆລຳດ້ວຍການຊ່ວຍ ເຫຼືອຈາກ ສະຫະລັດ ແລະ ສະຫະຣາຊະອານາຈັກ ອັງກິດ. ຂໍ້ຕົກລົງດັ່ງກ່າວຖືກພິຈາລະນາຢ່າງກວ້າງຂວາງວ່າເປັນຄວາມພະຍາຍາມທີ່ຈະຕອບໂຕ້ອິດທິພົນຂອງ ຈີນ ໃນທະເລຈີນໃຕ້ທີ່ມີບັນຫາຂັດແຍ້ງກັນ.

ບັນດາເຈົ້າໜ້າທີ່ ອອສເຕຣເລຍ ກ່າວວ່າ ເຂົາເຈົ້າບໍ່ແນ່ໃຈ ກ່ຽວກັບ ເຮືອດຳນໍ້າໂຈມຕີທີ່ແລ່ນດ້ວຍນໍ້າມັນກາຊວນທີ່ເຂົາເຈົ້າໄດ້ສັ່ງຊື້ຈາກ ຝຣັ່ງ ນັ້ນຈະມີຄວາມສາມາດໃນການປະເຊີນກັບສິ່ງທ້າ ທາຍຫຼືບໍ່.

ນາຍົກລັດຖະມົນຕີ ທ່ານ ສກັອດ ມໍຣິສັນ ໄດ້ກ່າວວ່າມັນຈະເປັນການ “ບໍ່ ຮອບຄອບ” ທີ່ຈະດຳເນີນໄປໜ້າກັບຂໍ້ຕົກລົງນັ້ນ, ເຊິ່ງມີລາຍງານວ່າໄດ້ຖືກເລື່ອນເວລາຢ່າງຫຼວງຫຼາຍ, ທີ່ຂັດກັບການຊີ້ນຳ ຈາກບັນດາອົງການສືບລັບຂອງ ອອສເຕຣເລຍ ແລະ ກອງທັບຂອງເຂົາເຈົ້າ.

ເຮືອດຳນໍ້າຈຸໃໝ່ຂອງ ອອສເຕຣເລຍ ຄາດວ່າຈະບໍ່ຖືກນຳມາປະຈຳການເປັນເວລາຫຼາຍທົດສະ ວັດ ແລະ ເຂົາເຈົ້າອາດຈະເຊົ່າ ຫຼື ຊື້ກຳປັ່ນຕ່າງໆຈາກ ສະຫະລັດ ຫຼື ອັງກິດ ໃນລະຫວ່າງນັ້ນ.

ທ່ານ ມໍຣິສັນ ໄດ້ກ່າວວ່າ ພັນທະມິດດັ່ງກ່າວຈະຂະຫຍາຍການຮັກສາຄວາມປອດໄພໃນພາກພື້ນ.

ທ່ານ ສກັອດ ມໍຣິສັນ ໄດ້ກ່າວວ່າ “ມັນຖືກພິຈາລະນາວ່າເປັນການເຄື່ອນໄຫວທີ່ເປັນແງ່ບວກທີ່ຈະປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມໝັ້ນຄົງ. ທຸກປະເທດຈະລົງທຶນໃນຄວາມສາມາດ ດ້ານປ້ອງກັນປະເທດຂອງເຂົາເຈົ້າເອງ, ແລະ ແນ່ນອນ, ຈີນ ກໍໄດ້ເຮັດຂອງເຂົາເຈົ້າເອງ ແລະ ດັ່ງ ທີ່ພວກເຮົາຮູ້ເຂົາເຈົ້າໄດ້ລົງທຶນຢ່າງໜັກໃນຄວາມສາມາດທີ່ວ່ານັ້ນ.”

ລັດຖະມົນຕີປ້ອງກັນປະເທດ ອອສເຕຣເລຍ ທ່ານ ປີເຕີ ດັດຕັນ ໄດ້ກ່າວປ້ອງກັນການຮັບມືກັບສັນຍາເຮືອດຳນໍ້າມູນຄ່າຫຼາຍລ້ານໂດລາກັບ ຝຣັ່ງ ຂອງລັດຖະບານ ແຄນເບີຣາ, ໂດຍກ່າວເຖິງລັດຖະບານຂອງທ່ານວ່າມີຄວາມ “ຈິງໃຈ, ເປີດກວ້າງ ແລະ ຊື່ສັດ” ໃນຂໍ້ຕົກລົງຂອງເຂົາເຈົ້າກັບ ປາຣີ.

ຝຣັ່ງ ແມ່ນບໍ່ເຫັນດີ. ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ ຊັອງ ອີຟ ເລີ ດຣຽງ.

ທ່ານ ເລີ ດຣຽງ ໄດ້ກ່າວວ່າ “ມັນແມ່ນການຫັກຫຼັງກັນແທ້ໆ. ພວກເຮົາໄດ້ສ້າງສາຍພົວພັນແຫ່ງຄວາມເຊື່ອຖືກັບ ອອສເຕຣເລຍ ແລະ ຄວາມເຊື່ອຖືນີ້ໄດ້ຖືກທໍລະຍົດ.”

ຄວາມແຄ້ນດັ່ງກ່າວ ອາດມີຄວາມໝາຍທີ່ກວ້າງກວ່ານີ້. ຝຣັ່ງ ໄດ້ກ່າວວ່າເຂົາເຈົ້າຈະບໍ່ສາມາດເຊື່ອຖື ອອສເຕຣເລຍ ໄດ້ອີກໃນການເຈລະຈາ ກ່ຽວກັບ ການເຮັດຂໍ້ຕົກລົງການຄ້າເສລີກັບ ສະຫະ ພາບ ຢູໂຣບ, ເຖິງແມ່ນວ່າບັນດາເຈົ້າໜ້າທີ່ສະຫະພາບ ຢູໂຣບ ໄດ້ຢືນຢັດແລ້ວວ່າການເຈລະຈາ ຈະດຳເນີນຕໍ່ໄປກໍຕາມ.

ທ່ານ ແອກເວ ເລີມາອີເຢີ (Hervé Lemahieu) ຜູ້ອຳນວຍການການຄົ້ນຄວ້າຢູ່ສະຖາບັນ ໂລວີ (Lowy), ເຊິ່ງແມ່ນນັກວິໄຈອິດສະຫຼະທີ່ມີຫ້ອງການຕັ້ງຢູ່ນະຄອນ ຊິດນີ.

ທ່ານໄດ້ກ່າວວ່າ ການຕອບໂຕ້ຂອງ ຝຣັ່ງ ຕໍ່ພັນທະມິດ AUKUS ແມ່ນບໍ່ຄາດວ່າຈະມີ, ແຕ່ທ່ານໄດ້ຮຽກຮ້ອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງບໍ່ໃຫ້ສະແດງປະຕິກິລິຍາເກີນຂອບເຂດ.

ທ່ານ ເລີມາອີເຢີ ໄດ້ກ່າວວ່າ “ມັນຂ້ອນຂ້າງຈະບໍ່ເຄີຍມີມາກ່ອນສຳລັບ ຝຣັ່ງ, ຫຼື ປະເທດໃດໆ, ທີ່ຈະເອີ້ນເອກອັກຄະລັດຖະທູດກັບປະເທດພ້ອມກັນຈາກສອງປະເທດທີ່ຕ່າງກັນ. ຝຣັ່ງ ຕ້ອງລະມັດລະວັງບໍ່ໃຫ້ປະພຶດໝັ້ນໃຈຫຼາຍໂພດ. ຄວາມໂມໂຫຂອງເຂົາເຈົ້າແມ່ນຖືກຕ້ອງຕາມເຫດຜົນ ແລະ ສາມາດເຂົ້າໃຈໄດ້ ແຕ່ມັນບໍ່ຄວນຖືກອະນຸຍາດ ໃຫ້ມາຄວບຄຸມນະໂຍບາຍການຕ່າງປະເທດຂອງເຂົາເຈົ້າ. ມັນບໍ່ແນ່ນອນວ່າ, ຕົວຢ່າງ, ຖ້າປະທານາທິບໍດີ ມາກຣົງ ເວົ້າເພື່ອ ຢູໂຣບ ທັງໝົດຍ້ອນການບໍ່ເວົ້າຫຍັງຂອງລັດຖະບານ ຢູໂຣບ ອື່ນໆຫຼືບໍ່.”

ທ່ານ ເລີມາອີເຢີ ໄດ້ກ່າວວ່າ ຄວາມທະເຍີທະຍານທາງທະຫານຂອງ ຈີນ ໃນພາກພື້ນ ອິນໂດ-ປາຊີຟິກ ອາດຍັງຈະປະເຊີນກັບສິ່ງທ້າທາຍທີ່ໃຫຍ່ກວ່າເກົ່າຈາກພັນທະມິດໃໝ່ AUKUS.

ທ່ານ ເລີມາອີເຢີ ໄດ້ກ່າວວ່າ “ຈີນ ຈະອ່ານມັນວ່າເປັນການຂະຫຍາຍຄວາມເຄັ່ງຕຶງ. ມັນບໍ່ມີຄວາມສົງໄສເລີຍທີ່ມັນຈະກາຍເປັນການແຂ່ງຂັນທາງອຳນາດທີ່ຍິ່ງໃຫຍ່, ແລະ ຕອນນີ້ຄຳຖາມກໍແມ່ນ ວ່າ ມັນຈະສ້າງຄວາມໝັ້ນຄົງຫຼາຍຂຶ້ນ ຫຼື ໜ້ອຍລົງ? ແລະ ນັ້ນຈະເປັນຄຳຖາມທີ່ສຳຄັນສຳລັບປະເທດອື່ນໆໃນ ອິນໂດ-ປາຊີຟິກ.”

ຈີນ ໄດ້ກ່າວຫາບັນດາຄູ່ຮ່ວມພັນທະມິດໃໝ່ນັ້ນ ກ່ຽວກັບ ການມີ “ຄວາມຄິດສົງຄາມເຢັນ.”

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG