ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ຮ່ວມເດີນຂະບວນ ວັນຄົບຮອບ 50 ປີ MLK (ສະໄລດ໌/ວີດິໂອ)


US March
please wait
Embed

No media source currently available

0:00 0:01:41 0:00
​“ຂ້ອຍມີ​ຄວາມ​ຝັນ” ເປັນ​ຄຳ​ເວົ້າທີ່ສຳ​ຄັນ​ທີ່​ສຸດ ​ແລະ​ມີ​ຊື່​ສຽງ​ທີ່​
ສຸດ​ຂອງ ຄຸນພໍ່ Martin Luther King Jr. ຊຶ່ງໄດ້ຖືກບັນ​ທຶກ​ໄວ້​
ໃນປະ​ຫວັດ​ສາດຂອງ ຊາວ​ອາ​ເມ​ຣິກັນຜີວ​ດຳ​ ທີ່ຍັງ​ດຳ​ເນີນຕໍ່​ສູ້​
ເອົາສິດທິ ພົນລະ​ເມືອງ ຄວາມ​ເປັນທຳ ​ເສຣີ​ພາບ ແລະ​ຄວາມ
ສະ​ເໝີ​ພາບຢູ່ໃນ​ ສະ​ຫະ​ລັດ ຈົນ​ເທົ້າ​ທຸກ​ວັນ​ນີ້. ຊາວ​ຜີ​ດຳ ຢູ່ໃນ
ສະ​ຫະ​ລັດ ອາ​ເມ​ຣິ​ກາ ຊຶ່ງບັດ​ນີ້​ຮ້ອງ​ກັນເປັນ​ທາງ​ການ​ວ່າ ອາ​
ຟ​ຣິ​ກັນ-ອາ​ເມ​ຣິ​ກັນ ຫລື​ຄົນ​ອາ​ເມຣິກັນ​ເຊື້ອສາຍ ອາ​ຟຣິກາ​ນັ້ນ
ໄດ້ຖືກ​ນຳ​ເຂົ້າມາສູ່ແຜ່ນ​ດິນ​ໃໝ່ແຫ່ງ​ນີ້ໃນ​ປີ 1619 ​ເກືອບ 400
ປີ​ແລ້ວ ໂດຍ​ຊາວ​ຜີວ​ຂາວຊຶ່ງ​ເປັນ​ພວກຄ້າຂ້າ​ທາດ.

ຊາວ​ຜີວ​ດຳ​ເຫລົ່າ​ນີ້ ໄດ້​ຖືກ​ບັງ​ຂັບນຳເອົາ​ລົງໃສ່ເຮືອ ມາ​ຈາກ
​ທ​ະ​ວີບອາ​ຟ​ຣິ​ກາ ເພື່ອ​ນໍາມາ​ເປັນ ຂ້າ​ທາດ​ ເຮັດ​ວຽກ​ປູກ​ຝັງ
ແລະ​ຮັບ​ໃຊ້​ຢູ່​ໃນ​ເຮືອນ​ຊານຂອງ​ຄົນ​ຜີວ​ຂາວ ເຂົາ​ເຈົ້າ​ບໍ່​ມີສິດ
ທິໃດໆ​ທັງ​ໜົດ ນອກ​ຈາກມີ​ໜ້າ​ທີ່​ເປັນຂ້ອຍ​ຂ້າຮັບ​ໃຊ້​ເທົ່າ​ນັ້ນ.

ຊາວ​ຜີວ​ດຳ​ໄດ້​ສູ້​ທົນ​ກັບຄວາມ​ທຸກ​ທໍ​ລະ​ມານ​ມາ​ຫ​ລາຍ​ເຊນ​ຄົນ ເປັນ​ລຳ​ດັບຈົນ​ຮອດ​ປີ 1865ຊຶ່ງເວ​ລາ​ນັ້ນ ສະຫະລັດ ​ຕົກ​ຢູ່ພາຍ​ໃຕ້​ການ​ປົ​ກ ຄອງ​ຂອງ Abraham
Lincoln ປະທານາທິບໍດີ ຄົນທີ່ 16 ຂອງ ສະຫະລັດ (1861-1865) ​ຊຶ່ງ​ທ່ານ​ໄດ້​ເປັນ​
ຜູ້​ປົດ​ປ່ອຍ​ຂ້າ​ທາດ. ຍ້ອນ​ປົດ​ປ່ອຍເປັນ​ຂ້າ​ທາດນີ້​ເອງຈຶ່​ງໄດ້​ເກີດ ສົງ​ຄາມ​ກາງ​ເມືອງຂື້ນ
ລະຫວ່າງຝ່າຍ ເໜືອ ທີ່​ຢາ​ກປົດປ່ອຍ​ຂ້າ​ທາດ ​ແລະຝ່າຍໃຕ້ຄັດ​ຄ້ານ​ນັ້ນ ຢູ່ເປັນ ເວ​ລາ​
ຫລາຍ​ປີ ​ແລະ ຊາວ​ອາ​ເມ​ຣິ​ກັນ ໄດ້​ລົ້​ມ​ຫາຍ​ຕາຍໄປ​ຢ່າງ​ຫລວງ​ຫລາຍ. ໃນ​ທີ່​ສຸດຝ່າຍ​ເໜືອ​ກໍ​ໄດ້​ໄຊ​ຊະ​ນະ ແລະ​ຫລັງ​ຈາກ​ນັ້ນມາ ປະ​ທາ​ນາ​ທິ​ບໍ​ດີLincoln ໄດ້​ຖືກ​ລອບ​ສັງ​ຫານ​ ຍ້ອນໄດ້​ປະກາດ ປົດປ່ອຍຂ້າ​ທາດ ຊາວຜີວດຳ ໃຫ້ເປັນອິດ​ສະ​ລະ.

ເຖິງແມ່ນວ່າ ຊາວ​ຜິວ​ດຳໄດ້​ເປັນ ອິດ​ສະ​ລະ​ ​ໃນ​ການທໍ​າ​ມາ​ຫາ​ຢູ່​ຫາ​ກິນ​ດ້ວຍຕົນ​ເອງ​ແລ້ວ
​ກໍ​ຕາມ ແຕ່​ເຂົາ​ເຈົ້າກໍ​ຍັງ​ຖືກ​ກີດ​ກັ້ນ​ມາ​ຕະ​ຫລອດ ໂດຍບໍ່ໄດ້ຮັບ​ສິດ​ທິ​ຂອງ​ການ​ເປັນ​ພົນ​ລະ
​ເມືອງ ສະ​ຫະ​ລັດ ຢ່າງ​ສົມ​ບຸນ. ໂດຍ​ສະ​ເພາະ​ຢ່າ​ງ​ຍິ່ງ ເຂົາ​ເຈົ້າບໍ່​ມີ​ສິດ​ປ່ອນ​ບັດ ຖືກ​ແບ່ງ​
ແຍກໃນການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ ​ແລະຫ້າມ​ບໍ່​ໃຫ້ຢູ່​ປະ​ປົນກັບ​ຄົນຜິວ​ຂາວ ​ໃນ​ທີ່​ສາ​ທາ​
ລະ​ນະ.​ ການເຄື່ອ​ນ​ໄຫວ ​ຮຽກ​ຮ້ອງ​ເອົາ​ສິດ​ທິ​ຂອງ ຊາວ​ຜີວ​ດຳ ໄດ້​ດຳ​ເນີນ​ມາ​ຈົນ​ເຖິງ​ປີ
1963 ໂດຍ​ການ​ນຳ​ພາ​ຂອງ ຄຸ່ນພໍ່ Martin Luther King ທີ່ Jr.

ຢູ່​ໃນການເດີນ​ຂະ​ບວນ​ຄັ້ງ​ໃຫຍ່ດັ່ງ​ກ່າວ ຄຸ່ນພໍ່ Martin Luther King ໄດ້​ກ່າວ​ຢູ່ຕໍ່​ໜ້າ​ຝູງ​ຊົນຫລາຍກວ່າ 250.000 ຄົນ​ວ່າ “ຂ້າພະເຈົ້າ ມີ ຄວາມຝັນ ຫລື I have a dream” ​ທີ່​
ມີ​ຄວາມ​ໝາຍວ່າ ທ່ານ ມີ​ຄວາ​ມ​ຝັນ​ທີ່​ຢາກ​ເຫັນຄວາມສະ​ເມີ​ພາບເທົ່າທຽມກັນ ​ແລະ
ທ່ານ​ຍັງ ກ່າວ​ອີກ​ວ່າໂຕ​ທ່ານ​ເອງ ອາດ​ຈະ​ບໍ່​ເຫັນ ຫລື​ໄປ​ເຖິງ​ຈຸດ​ໜາຍ​ນັ້ນ. ​ຄໍາ​ເວົ້າ​ດັ່ງ
ກ່າວ​ນີ້ ໄດ້​ເປັນ​ຂີດໝາຍ ຈຸດຫັນປ່ຽນໃນປະຫວັດສາດ ສະຫະລັດ.

ການເດີນຂະບວນໃນ​ເດືອນ​ສິງຫາ ປີ 1963 ທີ່ນະຄອນຫລວງວໍຊິງຕັນທ່າມກາງທີ່ເກີດ
ຄວາມວຸ້ນວາຍທາງດ້ານເຊື້ອຊາດຜີວພັນ ຊຶ່ງໃນເວລານັ້ນ ສະຫະລັດໄດ້ຊອກຫາຊ່ອງ
ທາງ ເຮັດໃຫ້ກົດໝາຍຕ່າງໆ ທີ່ຈຳແນກກີດກັນຕໍ່ຊາວອາເມຣິກັນເຊື້ອສາຍອາຟຣິກາ
ນັ້ນ ສິ້ນສຸດລົງ.

​ທ່າມ​ກາງ​ບັນ​ຍາ​ກາດ​ຄົບ​ຮອບ 50 ປີ​ ​ຢູ່ຕໍ່​ໜ້າ ອາ​ນຸ​ສາ​ວະ​ຣີ ປະ​ທາ​ນາ​ທິ​ບໍ​ດີ Abrahm
Lincoln ​ທີ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ພາຍໃຕ້ດິນ​ຟ້າ​ອາ​ກາດ​ອັນ​ແຈ່​ມ​ໃສ​ຂອງ ​ວັນ​ເສົາ
​ ທີ 24 ​ສິງ​ຫາ ທີ່​ຜ່ານ​ມາ​ນີ້ ປະ​ຊາ​ກອນ​ຊາວ​ອາ​ຟ​ຣິ​ກັນ-ອາ​ເມ​ຣິ​ກັນ ​ຫລາຍ​ພັນ​ຄົນ ​ໄດ້
ເດີນ​ທາງ​ມາ​ຈາກ​ທົ່ວ​ປະ​ເທດ ພ້ອມ​ດ້ວຍປະ​ຊາ​ກອນ ທີ່ມີເຊື້ອ​ສາຍມາ​ຈາກ ທະ​ວີບ​
ຕ່າງໆ​ເຊ່ນ​ວ່າ ຊາວເອ​ເຊ​ຍ​-ອາ​ເມ​ຣິກັນ ອັນ​ມີ ຈີນ ຍີ່​ປຸ່ນ ເກົາ​ຫລີ ແລະ​ລາວ ຫລາຍ
ຮ້ອຍ​ຄົນ ​ໄດ້ມາສົມ​ທົບເຕົ້າ​ໂຮມ​ກັນ​ເພື່ອ​ສະ​ຫລອງ​ ຄວາມ​ຝັນ ຂອງ ຄຸ່ນພໍ່ Martin
Luther King ເພື່ອ​ຍ້ອນຄືນເຖິງຮ່ອງ​ຮອຍ​ ການ​ເດີນ​ຂະ​ບວນຮຽກ​ຮ້ອງ​ເອົາສິດທິສະ​
ເ​ໝີພາບພົນລະ​ເມືອງ ທີ່​ຮູ້​ກັນໃນ​ນາມ “ການ​ເດີ​ນຂະ​ບວນທີ່​ນະຄອນຫຼວງ​ ວໍ​ຊິງ​ຕັນ
ຫລື March on Washington.”

ເຖິງແມ່ນ​ວ່າ​ເລື້ອງ​ລາວດັ່ງກ່າວ​ໄດ້​ຜ່ານ​ພົ້ນ​ມາ​ເປັນ​ເວລາ 50 ປີ​ແລ້ວ​ກໍຕາມ ​ແຕ່ ຊາວ​
ອາ​ຟ​ຣິ​ກັນ​-ອາ​ເມ​ຣິ​ກັນ ຍັງ​ເຫັນ​ວ່າ ພາ​ລະ​ກິດ​ການ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າ​ ແລະ​ຊົນ
​ຊາດ​ກຸ່ມ​ນ້ອຍ​ອຶ່ນໆ​ນັ້ນຍັງ​ບໍ່​ເປັນ​ທີ່ເສດ​ສີ້ນເທື່ອ. ​ເພາະສະ​ນັ້ນປະຊາກອນ ອາຟຣິກັນ
ອາເມຣິກັນ ຈຶ່ງໄດ້ມີພາກສ່ວນອັນສຳຄັນ​ໃນການເປັນປາກກະບອກສຽງເບີກທາງວາງ
ບົດບາດໃຫ້ແກ່ບັນດາປະຊາຄົມກຸ່ມນ້ອຍຕ່າງໆທີ່ຢູ່ໃນ ສະຫະລັດ ​ເພື່ອ​ໃຫ້ໄດ້ຮັບຜົນ
ປະໂຫຍດເຊັ່ນດຽວກັນ.

ຮ່ວມຢູ່ໃນການເດີນຂະບວນຄັ້ງ​ນີ້ ມີສະມາຊິກປະຊາຄົມລາວອາເມຣິກັນ ຄື ທ່ານວິໄລ
ຈະເລີນຣາດ ອະດີດຫົວໜ້າ ສູນກາງບໍລິການ ຊາວ​ຕ່າງ​ດ້າວ ທີ່​ເຂົ້າ​ມາຢູ່ ສະ​ຫະ​ລັດ​
ໃໝ່ ຫລື New Comers Service Center (NCSC) ທີ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ.
ທ່ານວິ​ໄລ ໄດ້ໃຫ້ຄຳເຫັນຕໍ່ ວີໂອເອວ່າ :
ທ່ານ ວິໄລ ຈະເລີນລາດ ( ຂວາສຸດ ອະດີດຫົວໜ້າສູນກາງ ບໍລິການຊາວຕ່າງດ້າວ NCSC)
ທ່ານ ວິໄລ ຈະເລີນລາດ ( ຂວາສຸດ ອະດີດຫົວໜ້າສູນກາງ ບໍລິການຊາວຕ່າງດ້າວ NCSC)

ລິງໂດຍກົງ

ຮ່ວມກ່າວ​ຄໍາ​ປາ​ໄສ ຢູ່ໃນ​ພິທີກໍ​ມີ ທ່ານນາງ Mee Moua
ລາວມົ້ງອາເມຣິກັນ ທີ່​ເຄີຍ​ເປັນ​ຜູ້​ແທນ​ ລັດມິນ​ນິ​ໂຊ​ຕາ.
ທ່ານນາງເປັນປະທານ ແລະຜູ້​ອໍານວຍ​ການ Asian
Americans Advancing Justice (AAJC). ນອກ​ນັ້ນ ​ກໍ​ມີ​ບຸກຄົນ​ສໍາຄັນ​ເຊ່ນວ່າ ຊາວ​ອາເມຣິກາ-​ເຊື້ອສາຍ​ອາ​ຟຣິກາ ຄືຄຸນພໍ່ Al Sharpton ພ້ອມ​ດ້ວຍລູກ​ຊາຍ​ຂອງ Dr. King ຄື​ທ່ານMartin Lurther King Jrໃ ແລະ ທ່ານ Eric
Holder ລັດຖະມົນຕີກະຊວງຍຸຕິ​ທໍາສະຫະລັດ​ ແລະ​ອີກ​ຫລາຍ​ໆທ່ານ.

ກາ​ນ​ເດີ​ນ​ຂະ​ບວນ​ໂຮມ​ຊຸມນຸມ​ໃນວັນ​ດັ່ງ​ກ່າວ​ນີ້ ໄດ້ເປີດກວ້າງ​ໃຫ້ ປະ​ຊາ​ກອນອາ​ເມ​ຣິ​ກັນ
ທຸກ​ຖ້ວນ​ໜ້າ ​ທຸກໆ​ການ​ຈັດ​ຕັ້ງ ທຸກໆ​ເຊື້ອ​ຊາດ ທຸກໆ​ສາ​ສະ​ໜາ ແລະ​ທຸກໆ​ຄວາມເຊື່ອ​ຖື
ແມ່ນ​ກະ​ທັ້ງພວກ​ທີ່​ເຊື່ອ​ຖື​ໃນ​ລະ​ບອບ ສັ​ງ​ຄົມ​ນິ​ຍົມ ແລະ​ຄອມ​ມິວ​ນິ​ສ ກໍໄດ້​ມີ​ໂອ​ກາດ ມາ
ສະ​ແດງຄວາມ​ຄິດ​ຄວາມ​ເຫັນຂອງ​ເຂົາ​ເຈົ້າ ຢ່າງ​ມີ​ເສ​ຣີພາບ ແລະ​ສະ​ເໝີພາບ. ດ້ອກເຕີ
Stephanie Myers ປະ​ທາ​ນຮ່ວມ ຂອງ​ອົງການຜູ້ຍິງ​ດໍາ ​ເພື່ອ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ ​ແຫ່ງ​ຊາດ ຫລື National Co-chair of Black Woman for Positive Change ກ່າວຕໍ່ ວີໂອເອ ວ່າ:
ດ້ອກເຕີ Stephanie Myers (ກາງ) ປະທານຮ່ວມຂອງ ອົງການແມ່ຍິງຜີວດໍາ ແລະຄະນະ
ດ້ອກເຕີ Stephanie Myers (ກາງ) ປະທານຮ່ວມຂອງ ອົງການແມ່ຍິງຜີວດໍາ ແລະຄະນະ

ລິງໂດຍກົງ

"ຂ້າພະ​ເຈົ້າ​ຊື່ວ່າ Dr. Stephanie Myers, ປະ​ທາ​ນຮ່ວມ ຂອງ​
ອົງການແມ່ຍິງ​ຜິວດໍາເພື່ອ​ການ​ປ່ຽນ​ແປງ​ໃນ​ທາງ​ບວກແຫ່ງ​ຊາດ
ຫລື National Co-chair of Black Woman for Positive
Change. ພ​ວກ​ເຮົາ​ເປັນ​ຄູ່ຮ່ວມ​ງານ ຈັດ​ງານສະຫລອງ​ຄົບ​
ຮອບ 50 ປີ​ຂອງ ການ​ເດີນ​ຂະ​ບວນ ທີ່​ນະຄອນຫລວງວໍ​ຊິງ​ຕັນ ຄັ້ງ​ນີ້ ພວກ​ເຮົາຮູ້ສຶກ​ເປັນ​
ກຽດ​ແທ້ໆ ທີ່​ໄດ້​ມາ​ທີ່​ນີ້ໄດ້ເປັນ​ພາກ​ສ່ວນນຶ່ງ​ຂອງ ​ຄວາມ​ຝັນ​ຂອງ ດ້ອກ​ເຕີ Martin Luther
King Jr. ​ແລະ ການ​ມາ​ທີ່​ນີ້​ຂອງ​ພວກ​ເຮົາ​ກໍແມ່ນເພື່ອ​ເຕືອນ​ຄວາມ​ຊົງ​ຈໍາ​ຂອງ​ທຸກໆ​ຄົນວ່າ
ຄວາ​ມຝັນ​ຂອງ ດ້ອກ​ເພີນ. ທ່ານ ຕ້ອງການ​ຢາກ​ໃຫ້​ມະນຸດຢູ່​ຮ່ວມ​ກັນດ້ວຍ​ຄວາມປອງ​ດອງ​
ສາມັກຄີ​ກັນ ແລະ​ນັ້ນ​ແມ່ນພາລະກິດ ​ແລະ​ສະ​ເໝີ​ພາບຂອງ​ພວກ​ເຮົາ. ​ເຮົາ​ຕ້ອງການ​ຢາກ​
ປ່ຽນ​ແປງ ວັດທະນາ​ທໍາ​ຂອງ​ຄວາມ​ຮຸນ​ແຮງ​ຢູ່​ໃນ ອາ​ເມ​ຣິກາ ​ເພື່ອ​ໃຫ້ອານາ​ຄົດ​ຂອງ​ພວກ​
ເຮົາ ​ແລະ​ລູກໆ ຜູ້​ອາວຸ​ໂສຂອງ​ພວກ​ ເຮົາ ແລະ​ປະຊາຊົນ​ຜູ້​ອ່ອນ​ແອທັງຫລາຍ ​ເປັນ​ອານາ​
ຄົດ​ທີ່ມີ​ແຕ່​ຄວາມ​ສະຫງົບ​ສຸກ ​ແລະ​ປາດ​ສະ​ຈາກ​ຄວາ​ມຮຸນ​ແຮງ.


ທ່ານ ​ໄດ້​ມາ​ຮ່ວມ​ໃນ​ປີ 1963 ບໍ່?

ລິງໂດຍກົງ


"ຂ້າພະ​ເຈົ້າ​ບໍ່​ໄດ້​ມາຮ່ວມ ໃນ​ການເດີ​ນຂະບວນ​ເມື່ອປີ 1963 ​ແຕ່​ວ່າ ຂ້າພະ​ເຈົ້າ ຮູ້​ຈັກດີ​ກ່ຽວກັບ​ເລື້ອງ​ນີ້ ​ພໍ່​ຂອງຂ້າພະ​ເຈົ້າ ​ໄດ້​ຍ່າງໄປ ຍ່າງ​ມາ​ຢູ່​ໃນ​ເຮືອນ​ ​ແລະ ເວົ້າ​ແລ້ວ​ເວົ້າ​ອີກ​ວ່າ ຂ້ອຍ​ມີ​ຄວາມ​ຝັນ ຢູ່​ເປັນ​ເວລາ​ຢ່າງ​ໜ້ອຍສອງ​ອາທິດ ​ເພາະສະ​ນັ້ນ ຄອບຄົວ​ຂອງ ຂ້າພະ​ເຈົ້າ ໄດ້​ເປັນ​ພາກ​ສ່ວນ​ອັນ​ສໍາຄັນ ຢູ່ໃນ​ເຫດການດັ່ງກ່າວ."

ທ່ານ ​ເຫັນ​ມີ​ການ​ປ່ຽນ​ແປງ​ຫຍັງ​ບໍ່​ໃນ 50 ປີ​ທີ່​ຜ່ານ​ມາ?


ລິງໂດຍກົງ

"ແນ່ນອນ ​ເວລາ​ນີ້ທ່ານ Barack Obama ​ໄດ້​ເປັນ​ປະທານາທິບໍດີ​ ຂອງ ສະຫະລັດ ​ແລະ
​ນັ້ນ​ກໍ​ເປັນ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫລວງ​ໃນ​ປະ​ເທດ​ນີ້ ​ແລະ​ພວກ​ເຮົາ​ມີ​ຄວາມພາກພູມ​
ໃຈ​ນໍາທ່ານ ແລະ​ພວກ​ເຮົາ​ມີ​ນັກວິຊາ​ຊີບ​ຕ່າງໆ ​ແລະ​ໂອກາດ​ຢູ່​ໃນສະຫະລັດ. ສໍາ​ລັບ​
ໂຕ​ຂອງ ຂ້າພະ​ເຈົ້າ​ເອງກໍ ​ໄດ້ຖືກ​ແຕ່ງ​ຕັ້ງຈາກ ປະທານາທິບໍດີ ​ໃຫ້​ຮັບ​ຕໍາແໜ່​ງນີ້ ​ແລະ
​ພວກ​ເຮົາ​ໄດ້​ເຂົ້າ​ຢູ່​ປະ​ຈໍາ​ໜ້າ​ທີ່ ອັນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແຕ່​ກໍຍັງ​ມີ​ອີກຫລາຍ​ຢ່າງທີ່​ຈະ
​ຕ້ອງ​ໄດ້​ປະຕິບັດ​ໃນ​ຂ້າງ​ໜ້າ ເປັນ​ຕົ້ນພວກ​ເຮົາ​ເປັນ​ຫ່ວງ​ນໍາ ການ​ຫວ່າງ​ງານ ຂອງ​ພວກ
​ໜຸ່ມ​ນ້ອຍ ພວກ​ເຮົາ​ເປັນ​ຫວ່ງນໍາເລື້ອງ ແຜນປະກັນ​ໄພ​ສຸຂະພາບ ​ແລະ​ພ​ວກ​ເຮົາ​ດີ​ໃຈ
ທີ່ ​ແຜນ​ປະ​ໄພ​ສຸຂະພາບ​ຂອງ Obama ຈະ​ເລີ້ມມີ​ຜົນ​ບັງ​ຄັບ​ໃຊ້​ໃນ ວັນ​ທີ່ 1 ເດືອນ​ຕຸລາ
ຈະ​ມາ​ເຖິງ​ນີ້. ພວກ​ເຮົາ​ໄດ້​ບັນລຸ​ຜົນ​ສໍາ​ເລັດ​ຫລາຍ​ຢ່າງ ​ແລະອີກ​ຫລາຍໆ​ຢ່າງ ທີ່​ຍັງ​ບໍ່​
ທັນບັນລຸ​ຜົນ.”


ພິທີ່​ຄົບ​ຮອບ 50 ປີຄັ້ງທີສອງ ໄດ້ຈັດຂື້ນໃນວັນພຸດ ທີ 28 ສິງຫາມື້ວານນີ້ ຊຶ່ງ​ເປັນ​ວັນ​ຄົບ
ຮອບ​ທີ່​ແທ້​ຈິງ ບັນດາຜູ້ກ່າວຄໍາປາໄສໃນງານ​ນີຕ້ ຮ່ວມທັງປະທານາທິບໍດີ Barack
Obama ພ້ອມດ້ວຍອະດີດ ປະທານາທິບໍດີ Jimmy Carter ແລະ Bill Clinton.

XS
SM
MD
LG