ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈາກ​ການ​ເປັນເດັກອົບພະຍົບຈາກລາວ ນາງເອັມມີ ໄດ້ມາສ້າງຊື່ສຽງໃນ​ ສ​ຫລ ໂດຍການ​​ຫາ​ທຶນມາສະໜັບສະໜຸນຄົນ​ເອ​ເຊຍໃຫ້​ເດັ່ນໃນວົງ​ການ ​ການ​ເມືອງອາເມຣິກັນ


ນ. ເອັມ​ມີ ຈອມ​ທະ​ຄຳ (ຊ້າຍ), ທ.ນ. ສຸ​ພາ ໄຊ​ປ​ຣະ​ຊິດ (ກາງ), ນ. ດາວ ມະ​ໄລ​ທອງ ຢູ່ໃນ​ໂຄ​ສະ​ນາ​ຫາ​ສຽງ​ໃຫ້ ​ທ.​ນ. ສຸ​ພາ​ ໄຊ​ປ​ຣະ​ຊິດທີ່​ເຄີຍລົງສະ​ໝັກ​ເປັນ​ຜູ້​ປົກ​ຄອງ​ລັດ​ອາ​ແຄນ​ຊໍສຳ​ລັບການ​ເລືອກ​ຕັ້ງ​ກາງ ສະ​ໄໝ​ໃນປີ 2022
ນ. ເອັມ​ມີ ຈອມ​ທະ​ຄຳ (ຊ້າຍ), ທ.ນ. ສຸ​ພາ ໄຊ​ປ​ຣະ​ຊິດ (ກາງ), ນ. ດາວ ມະ​ໄລ​ທອງ ຢູ່ໃນ​ໂຄ​ສະ​ນາ​ຫາ​ສຽງ​ໃຫ້ ​ທ.​ນ. ສຸ​ພາ​ ໄຊ​ປ​ຣະ​ຊິດທີ່​ເຄີຍລົງສະ​ໝັກ​ເປັນ​ຜູ້​ປົກ​ຄອງ​ລັດ​ອາ​ແຄນ​ຊໍສຳ​ລັບການ​ເລືອກ​ຕັ້ງ​ກາງ ສະ​ໄໝ​ໃນປີ 2022

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະ​ເອົາ ການສຳພາດກັບນາງ ເອັມ​ມີ ຈອມ​ທະ​ຄຳ ທີ່​ໄດ້ມາຕັ້ງ​ຖິ່ນ​ຖານ​ຢູ່​ສະ​ຫະລັດ ພ້ອມ​ກັບ​ເອື້ອຍ-ອ້າຍໃນ​ປີ 1980​ ຫລັງ​ຈາກ​ພໍ່​ແມ່​ເສຍຊີ​ວິດ​ໝົດ​ແລ້ວ. ນາງ​ເປັນ​ເດັກ​ຍິງ​ອົບ​ພະ​ຍົບ ແຕ່​ຝັກ​ໄຝ່​ໃນ​ການ​ຮຽນ ແລະ​ຫ້າວ​ຫັນ​ໃນ​ການ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອ​ສັງ​ຄົມ ຈົນໄດ້ກາຍ​ເປັນ​ຜູ້​ນຳ​ອັນ​ສຳ​ຄັນຄົນ​ນຶ່ງ​ຂອງ​ຊຸມ​ຊົນ​ລາວໃນ​ນະ​ຄອນແອັດ​ແລນ​ຕາ, ລັດຈໍ​ເຈຍ ແລະ​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜຸນ​ນັກ​ການ​ເມືອງອາ​ເມ​ຣິ​ກັນເຊື້ອ​ສາຍ​ເອ​ຊຍ ຢູ່​ທົ່ວ​ສະ​ຫະ​ລັດ. ​ລາຍ​ລະ​ອຽດຈະ​ເປັນ​ແນວ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​ໄປ​ຟັງ ຈາກບົວ​ສະ​ຫວັນໄດ້ ​ໃນອັນດັບຕໍ່ໄປ.

ນາງເອັມ​ມີ ເປັນ​ນັກ​ຟ້ອນ​ໃນ​ຕອນ​ຮຽນ​ຢູ່​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍແຫ່ງ​ນຶ່ງ​ໃນ​ເມືອງ​ອາ​ລິງ​ຕັນ, ລັດ​ເວີ​ຈີ​ເນຍ
ນາງເອັມ​ມີ ເປັນ​ນັກ​ຟ້ອນ​ໃນ​ຕອນ​ຮຽນ​ຢູ່​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍແຫ່ງ​ນຶ່ງ​ໃນ​ເມືອງ​ອາ​ລິງ​ຕັນ, ລັດ​ເວີ​ຈີ​ເນຍ

ເອັມ​ມີ ຈອມ​ທະ​ຄຳ​ຈຳ​ໄດ້​ວ່າ ນາງ​ມີ​ອາ​ຍຸ​ໄດ້​ພຽງ 4 ປີ ຕອນ​ທີ່​ເອື້ອຍ​ຜູ້​ທີ​ສອງຂອງ​ນາງໄດ້ສັ່ງ​ລາ​ນາງ​ໃນ​ຕອນ​ເຊົ້າ​ຂອງ​ມື້ນຶ່ງໃນ​ປີ 1975 ວ່າ​ເອື້ອຍຈະ​ໄປ​ເຮັດ​ວຽກ​ຂຸດ​ເໝືອງຝາຍ​ຂອງ​ບ້ານ ຢູ່​ໃນ​ແຂວງ​ໄຊ​ຍະ​ບູ​ລີນັ້ນ ແລ້ວ​ກໍ​ບອກ​ນາງໃຫ້​ເປັນ​ຄົນ​ຄຳ​ຮູ້ ແຕ່ວ່າຕົກຕອນ​ແລງ​ນາງ​ກໍ​ບໍ່​ເຫັນ​ເອື້ອຍ​ກັບ​ຄືນ​ມາເຮືອນເລີຍ. ເອື້ອຍ​ຂອງ​ລາວ​ໄດ້ຫລົບ​ໜີ​ໄປຢູ່​ໃນ​ປະ​ເທດໄທ​. ຈາກນັ້ນ 4 ປີ​ຕໍ່​ມາ ກໍ​ຄື ໃນ​ປີ 1979 ຫລັງ​ຈາກ​ແມ່​ຂອງ​ນາງ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ປອດບວ​ມ ແລະ​ໄຟ​ໄ​ໝ້​ເຮືອນແລ້ວ ພໍ່ແລະອ້າຍ-ເອື້ອຍຂອງ​ນາງ ​ລວມ​ກັນ​ເປັນ 6 ຄົນ ກັບ​ນາງ ກໍ​ໄດ້​ຫລົບ​ໜີ​ໄປຢູ່​ສູນ​ໜອງ​ອົບ​ພະ​ຍົບ​ໜອງ​ຄາຍ. ແຕ່ບໍ່​ດົນຫຼັງ​ຈາກນັ້ນ​ພໍ່ຂອງ​ນາງ​ກໍ​ເສຍຊີ​ວິດໄປ ແລ້ວ​ຍັງເຫ​ລືອແຕ່​ພວກ​ລູກໆຂອງ​ເພິ່ນເທົ່າ​ນັ້ນ​ທີ່ວ່າ ໃນ​ທີ່​ສຸດກໍ​ໄດ້ມາພົບ ແລະ​ອາ​ໄສ​ຢູ່ກັບ​ເອື້ອຍຜູ້​ທີ​ສອງ​ຂອງ​ນາງທີ່ຫລົບ​ໜີ​ອອກ​ຈາກ​ບ້ານ​ກ່ອນ​ໝູ່ ຢູ່​ໃນເມືອງ​ອາ​ລິງ​ຕັນ, ລັດ​ເວີ​ຈີ​ເນຍ​ ຊຶ່ງ​ນາງ​ເລົ່າ​ລາຍ​ລະ​ອຽດ​ສູ່​ຟັງ​ວ່າ:

ເອັມ​ມີ (ທີ 1-ຊ້າຍ) ປະ​ກອບ​ສ່ວນ​ສະ​ແດງ​ການ​ຟ້ອນ​ຂອງ​ເຍົາ​ວະ​ຊົນ​ລາວ ໃນ​ຕອນ​ທີ່​ນາງ​ເປັນ​ນັກ​ຮຽນ​ມັດ​ທະ​ຍົມ​ປາຍ​ໃນ​ລັດ​ອີ​ລິ​ນອຍ
ເອັມ​ມີ (ທີ 1-ຊ້າຍ) ປະ​ກອບ​ສ່ວນ​ສະ​ແດງ​ການ​ຟ້ອນ​ຂອງ​ເຍົາ​ວະ​ຊົນ​ລາວ ໃນ​ຕອນ​ທີ່​ນາງ​ເປັນ​ນັກ​ຮຽນ​ມັດ​ທະ​ຍົມ​ປາຍ​ໃນ​ລັດ​ອີ​ລິ​ນອຍ

ດັ່ງ​ອົບ​ພະ​ຍົບ​ຫລາຍໆ​ຄົນທີ່​ຊອກ​ຫາ​ໂອ​ກາດ​ໃນ​ການ​ທຳ​ມາ​ຫາ​ກິນ ຫລັງ​ຈາກ​ນາງ​ເຂົ້າ​ໂຮງ​ຮຽນ​ໃນ​ທີ່ນັ້ນ​ໄດ້​ປະ​ມານ 6 ປີ ອ້າຍ​ຂອງ​ນາງ​ໄດ້​ພາ​ນ້ອງໆ ຍົກ​ຍ້າຍ​ໄປ​ຢູ່​ລັດ​ອີ​ລີ​ນອຍ ທາງ​ພາກ​ຕາ​ເວັນ​ຕົກຕອນ​ກາງ​ຂອງ​ປະ​ເທດ ຊຶ່ງ​ຢູ່​ທີ່ ນັ້ນນາງ​ໄດ້​ຮຽນ​ຕໍ່​ຂັ້ນ​ມັດ​ທະ​ຍົ​ມປາຍ ແລະ​ເຂົ້າ​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ອີ​ລີ​ນອຍ​ພາກ​ເໜືອ ​ຝ່າຍ​ການ​ເງິນແລະ​ເສດ​ຖະສ​າດ ແລະນາງ​ກໍ​ໄດ້​ເຮັດ​ວຽກຢູ່​ທີ່ນັ້ນ ເປັນ​ໄລ​ຍະ​ນຶ່ງ​ຫລັງ​ຮຽນ​ຈົບປະ​ລິນ​ຍາ​ຕີ​ແລ້ວ. ຕໍ່​ມາໃນ​ປີ 1994 ອ້າຍ​ຂອງ​ນາງຈຶ່ງ​ໄດ້ພາ​ຍົກ​ຍ້າຍ​ໄປ​ຢູ່ນະ​ຄອນ​ແອັດ​ແລນ​ຕາ ລັດຈໍ​ເຈຍໃນ​ປີ ຊຶ່ງເປັນບ່ອນ​ທີ່​ນາງ​ໄດ້​ຕັ້ງ​ຫລັກ​ປັກ​ຖານ​ຢ່າງ​ໝັ້ນ​ຄົງ. ນາງໄດ້​ແຕ່ງ​ງານ ແລະມີ​ລູກສາວສອງ​ຄົນ ແລະ​ປະ​ກອບ​ວຽກ​ງານ​ອັນ​ດີ. ທຳ​ອິດ​ນາງ​ເຮັດ​ວຽກ​ດ​ປັນ​ຜູ້​ຈັດ​ການໃນ​ທະ​ນາ​ຄານອາ​ເມ​ຣິ​ກັນ ຫລື Bank of America ໄດ້​ປະ​ມານ 20 ກວ່າ ປີ ແລ້ວ​ກໍ​ໄດ້ເຮັດ​ວຽກ​ເປັນ​ຜູ້​ຈັດ​ການໃນ​ບໍ​ລິ​ສັດບໍ​ລິ​ການ​ການ​ດູ​ແລ​ໃຫ້​ຄົນ​ຊະ​ລາແຫ່ງ​ນຶ່ງ​ແລ້ວ​ຈຶ່ງ​ມາ​ຕັ້ງ​ບໍ​ລິ​ສັດ​ທີ່​ປຶກ​ສາ​ສອດ​ຄ່ອງ​ກັບ​ລະ​ບຽບ​ການ​ຂອງ​ລັດ​ຈໍ​ເຈຍ ແຕ່​ວ່າ​ຫລັງ​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ​ນາງ​ກໍ​ໄດ້ຫລຸດ​ການ​ເຮັດ​ທຸ​ລະ​ກິດ​ດ້ານນີ້​ລົງ ແລະ​ຕອນນີ້​ນາງ​ກໍ​ເຮັດ​ວຽກ​ດ້ານ​ການ​ຈັດ​ການໃຫ້​ສູນ​ບໍ​ລິ​ການ​ດູ​ແລ​ສຸ​ຂະ​ພາບ​ແກ່​ຄົນ​ສູງ​ອາ​ຍຸ ແລະ​ເຈັບ​ປ່ວຍ​ຍາວ​ນາ​ນ Pruitt ​ທີ່​ໃຫຍ່​ທີ່​ສຸດ​ໃນ​ສະ​ຫະ​ລັດ ຊຶ່ງ​ນາງ​ເລົ່າ​ລາຍ​ລະ​ອຽດ​ຢູ່​ຟັງ​ວ່າ:

ຜູ້​ປົກ​ຄອງ​ລັດ​ຈໍ​ເຈຍ, ທ່ານ​ໄບ​ຣ​ອັນ ເຄມ ມອບ​ໜັງ​ສື​ທີ່​ປະ​ກາດ​ວ່າ​ເດືອນ​ເມ​ສາ ເປັນ​ເດືອນ​ແຫ່ງ​ມູນ​ເຊື້ອ ແລະ​ປະ​ເພ​ນີ​ຂອງ​ລາວ (​ປີ 2022)
ຜູ້​ປົກ​ຄອງ​ລັດ​ຈໍ​ເຈຍ, ທ່ານ​ໄບ​ຣ​ອັນ ເຄມ ມອບ​ໜັງ​ສື​ທີ່​ປະ​ກາດ​ວ່າ​ເດືອນ​ເມ​ສາ ເປັນ​ເດືອນ​ແຫ່ງ​ມູນ​ເຊື້ອ ແລະ​ປະ​ເພ​ນີ​ຂອງ​ລາວ (​ປີ 2022)

ລັດ​ຈໍ​ເຈຍ​ທີ່​ຢູ່​ພາກ​ໃຕ້​ຂອງ​ສະ​ຫະ​ລັດ​ນັ້ນ ມີ​ຄົນ​ເຊື້ອ​ສາຍ​ລາວ​ໄປ​ຕັ້ງ​ຖິ່ນ​ຖານ ຢູ່​ເປັນ​ຈຳ​ນວນ​ຫລາຍກວ່າ 10 ພັນ​ຄົນອີງ​ຕາມ​ການ​ສຳ​ຫລວດພົນ​ລະ​ເມືອງ ປີ 2010 ​ຂອງ​ສະ​ຫະ​ລັດ ແລະຄາດ​ວ່າ​ປັດ​ຈຸ​ບັນ​ແມ່ນຫລາຍກວ່ານັ້ນ ເພາະ​ມີ​ຄົນ​ລາວ​ຍ້າຍ​ຖິ່ນ​ຖານ​ໄປ​ຢູ່​ໃນ​ລັດ​ນັ້ນເພີ້ມ​ຂຶ້ນເລື້ອຍໆ, ອີງ​ຕາມ​ນາງ​ເອັມ​ມີ. ນາງ​ເລົ່າ​ຕໍ່​ໄປ​ວ່າໃນ​ຊ່ວງ​ໃໝ່ໆ ພວກ​ຄົນ​ລາວ​ມັກ​ຈະ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃກ້​ສະ​ໜາມ​ບິນສາ​ກົນຮາດຟຽວ​ດ໌-ແຈັກ​ສັນ (Hartsfield-Jackson) ຊຶ່ງ​ໄກ​ຈາກ​ໃຈ​ກາງ​ນະ​ຄອນ​ແອັດ​ແລນ​ຕາ​ໜ້ອຍ​ນຶ່ງ ແຕ່​ຕໍ່​ມາ​ຫລັງ​ຈາກລູກ​ເຕົ້າ​ໃຫຍ່​ຂຶ້ນ​ມາ ເຂົາ​ເຈົ້າ ກໍ​ໄດ້​ພາ​ກັນ​ຍົກ​ຍ້າຍ​ເຂົ້າ​ໄປ​ຢູ່​ໃນ​ໃຈ​ກາງ​ນະ​ຄອນ​ທີ່​ມີ​ຄວາມ​ຮຸ່ງ​ເຮືອງ ແລະ​ທຸ​ລະ​ກິດ​ອັນ​ຫລາກ​ຫລາຍນັ້ນ.

ງານ​ລ້ຽງ​ຕ້ອນ​ຮັບ​ນາງ​ງາມ​, ວິ​ຈິດ​ຕາ (ອນ​ວິ​ໄລ​ທີ່​ເດີນ​ທາງ​ມາ​ຈາກ​ລາວ​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ທີ່​ຈັດ​ຂຶ້ນ​ປີ 2019
ງານ​ລ້ຽງ​ຕ້ອນ​ຮັບ​ນາງ​ງາມ​, ວິ​ຈິດ​ຕາ (ອນ​ວິ​ໄລ​ທີ່​ເດີນ​ທາງ​ມາ​ຈາກ​ລາວ​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ທີ່​ຈັດ​ຂຶ້ນ​ປີ 2019

​ຄົນ​ເຊື້ອ​ສາຍ​ລາວ​ນະ​ຄອນ​ແອັດ​ແລນ​ຕາ​ຂ້ອນ​ຂ້າງວ່າ​ໄດ້​ສ້າງ​ຕັ້ງອົງ​ການ​ຈັດ​ຕັ້ງ​ຂຶ້ນ​ໃນຫລາຍ​ແບບ ເຊັ່ນ​ດ້ານ​ການ​ສົ່ງ​ເສີມ​ການ​ສຶກ​ສາ, ດ້ານ​ການ​ຊ່ວຍ​ເຫລືອ​ຄົນ​ລາວຜູ້​ສູງ​ອາ​ຍຸ ແລະຜູ້​ມີລາຍ​ໄດ້​ຕ່ຳ ແລະ​ສິ່ງປາ​ສ​ຈາກບໍ່​ໄດ້​ກໍຄືກຸ່ມ​ທີ່​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ລາວ ເພາະ ເຖິງ​ຈະ​ຕົກ​ຢູ່​ແຫ່ງ​ຫົນ​ໃດ ຄ​ວາມ​ຮູ້​ສຶກ​ຄິດ​ເຖິງ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ລາວ​ອົບ​ພະ​ຍົບກໍ​ຍັງ​ບໍ່​ຈືດ​ຈາງ ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ສ້າງວັດ​ວາ​ອາ​ຮາມ​ຂຶ້ນ​ຫລາຍ​ແຫ່ງດັ່ງ​ທີ່​ນາງ​ເອັມ​ມີ​ເວົ້າ​ສູ່​ຟັງ​ວ່າ:

ນາງ​ເອັມ​ມີບອກວ່າ ສ່ວນ​ຫລາຍ​ຄົນ​ລາວ​ກໍ​ມີ​ອາ​ຊີບ​ການ​ງານ​ດີ ແລະ​ກໍ​ມີ​ອົງ​ການ​ຈັດ​ຕັ້ງ​ຂອງ​ຄົນ​ລາວ ທີ່​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ກັນ ແຕ່​ວ່​າ​ລຸ້ນ​ລູກ ລຸ້ນ​ຫລານ​ແລ້ວ​ເຂົາ​ເຈົ້າ​ກໍມີ​ທ່າ​ອ່ຽງ ກ້າວ​ເຂົ້າ​ໄປເປັນ​ສ່ວນ​ນຶ່ງ​ໃນ​ສັງ​ຄົມ​ໃຫຍ່ກວ່າ​ຂອງ​ອາ​ເມ​ຣິ​ກັນ ແລະ​ຫຍຸ້ງ​ກັບ​ວຽກ​ງານ​ຫລາຍ ຈຶ່ງບໍ່​ຄ່ອຍ​ໄດ້​ມີ​ການ​ພົວ​ພັນກັບ​ປະ​ຊາ​ຄົມ​ລາວ​ທີ່​ເປັນ​ຄົນ​ລຸ້ນ​ກ່ອນນັ້ນ ຊຶ່ງ​ນາງ​ອະ​ທິ​ບາຍ​ສູ່​ຟັງ​ດັ່ງ​ນີ້:

ແຕ່​ຢ່າງ​ໃດ​ກໍ​ຕາມ ຄົນ​ເຊື້ອ​ສາຍລາວ​ໃນລັດ​ທີ່​ວ່ານີ້ ເຊັ່ນ​ນາງ​ເອັມ​ມີ​ທີ່​ເປັນ​ໄວ​ກາງ​ຄົນ​ ​ພ້ອມ​ດ້ວຍ​ຫລານ​ສາວ ແລະໝູ່​ເພື່ອນ​ກໍ​ໄດ້​ສ້າງ​ຕັ້ງ​ອົງ​ການ​ທີ່ສົ່ງ​ເສີມ​ການ​ສຶກ​ສາ ແລະ​ພັດ​ທະ​ນາ​ດ້ານ​ວິ​ຊາ​ການ​ຂອງ​ຄົນເຊື້ອ​ສາຍ​ລາວ ເຊັ່ນ​ Laotian American Society (LAS) ຊຶ່ງ​ແປ​ວ່າ ສະ​ມາ​ຄົມ​ຄົນ​ລາວ.

ເອັມ​ມີ​ຈອມ​ທະ​ຄຳ​ໃນ​ງານ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ ​ປີ 2020 ທີ່​ຈັດ​ຂຶ້ນ​ໃນ​ລັດ​ຟ​ລໍ​ຣິ​ດາ
ເອັມ​ມີ​ຈອມ​ທະ​ຄຳ​ໃນ​ງານ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ ​ປີ 2020 ທີ່​ຈັດ​ຂຶ້ນ​ໃນ​ລັດ​ຟ​ລໍ​ຣິ​ດາ

ສະ​ຫະ​ລັດ ຕັ້ງ​ແຕ່​ໃດ​ມາ ​ເປັນທີ່​ຮູ້​ກັນ​ດີ​ວ່າ ​ດິນ​ແດນແຫ່ງ​ຄວາມ​ຝັນ​ຂອງ​ຫລາຍໆ ຄົນ​ໃນ​ໂລກ​ທີ່​ມີ​ຄວາມ​ມຸ້ງໝັ້ນໃນ​ການ​ການ​ພັດ​ທະ​ນາ​ຕົນ​ເອງ ແລະ​ຖາ​ນະ​ຄອບ​ຄົວ. ກໍ​ລະ​ນີ​ຂອງ​ນາງ​ເອັມ​ມີ​ກໍ​ເປັນນຶ່ງ​ໃນ​ຕົວ​ຢ່າງ​ອັນດີ ທີ່​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ສະ​ພາບ​ເອື້ອຍ​ອຳ​ນວຍ​ແກ່​ການ​ພັດ​ທະ​ນາ​ຕົນ​ເອງ​ຂອງຄົນ​ໃນ​ປະ​ເທດນີ້.

ເນື່ອງ​ຈາກ​ເປັນ​ຄົນ​ທີ່​ຝັກ​ໄຝ່​ໃນ​ການ​ຊ່ວຍ​ເຫລືອ​ສັງ​ຄົມ ແລະ​ພັດ​ທະ​ນາ​ຕົນ​ເອງ​ໃຫ້​ທຽບ​ທັນ​ກັບ​ສັງ​ຄົມ​ຂອງ​ຄົນ​ອາ​ເມ​ຣິ​ກັນ​ທີ່ກວ້າງກວ່າ ນາງ​ເອັມ​ມີ,​ ນອກ​ຈາກ​ຈະ​ເປັນ​ຜູ້​ນຶ່ງ​ທີ່​ປະ​ກອບ​ສ່ວນເຂົ້າໃນ​ການ​ຈັດ​ຕັ້ງ​ອົງ​ການ​ຮັບ​ໃຊ້​ປະ​ຊາ​ຄົມລາວ​ໃນ​ນະ​ຄອນ​ແອັດ​ແລນ​ຕາແລ້ວ ກໍ​ຍັງ​ຫ້າວ​ຫັນ​ໃນການສົ່ງ​ເສີມດ້ານ​ການ​ເມືອງ ຂອງຄົນ​ທີ່​ມາ​ຈາກ​ເຊື້ອ​ສາຍ​ເອ​ເຊຍລວມ​ທັງ​ຄົນລາວຢູ່​ໃນ​ທົ່ວສະ​ຫະ​ລັດ ອີກ​ດ້ວຍ. ນາງ​ໄດ້​ຮ່ວມ​ກັນ​ກັບ​ເພື່ອ​ອີກ​ສອງ​ຄົນ ​ສ້າງ​ຕັ້ງ​ອົງ​ການ​ Advancing Asian Americans ເພື່ອສົ່ງ​ເສີມ​ທາງ​ການ​ເມືອງຂອງ​ຄົນ​ເຊື້ອ​ສາຍ​ເອ​ເຊຍ​ຂຶ້ນ​ມາ​ ຊຶ່ງ​ທຳ​ອິດ​ແມ່ນ​ຫາ​ເງິນ​ທຶນ​ມາ​ຊ່ວຍ​ຈ່າຍ​ຄ່າ​ທຳ​ນຽມໃນ​ການຂໍ​ເອົາ​ສັນ​ຊາດອາ​ເມ​ຣິ​ກັນເຊັ່ນ​ຄ່າ​ທະ​ນາຍ​ຄວາມ, ຄ່າ​ຄຳ​ຮ້ອງ ແລະ​ການ​ສອບ​ເສັງ​ເອົາ​ສັນ​ຊາດ​ອາ​ເມ​ຣິ​ກັນ. ນອກນັ້ນ​ກໍ​ມີ​ການ​ປຸກລະ​ດົມ​ຄົນລາວ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ​ສົ່ງ​ເສີມ​ນັກ​ການ​ເມືອງເຊື້ອ​ສາຍ​ລາວ ແລະ​ເອ​ເຊຍ​ທົ່ວ​ສະ​ຫະ​ລັດ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງດັ່ງ​ທີ່​ນາງ​ກ່າວ​ວ່າ:

ເອັມ​ມີ (ຂວາ) ກັບ​ທ່ານຄຳ​ພັນ ອັ່ນ​ລາ​ວັນ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ຫລ ແລະ​ທ່ານ​ນາງ​ສຸ​ພາ ໄຊ​ປ​ຣະ​ສິດ, ​ວັນ​ທີ 26 ມີ​ນາ 2022
ເອັມ​ມີ (ຂວາ) ກັບ​ທ່ານຄຳ​ພັນ ອັ່ນ​ລາ​ວັນ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ຫລ ແລະ​ທ່ານ​ນາງ​ສຸ​ພາ ໄຊ​ປ​ຣະ​ສິດ, ​ວັນ​ທີ 26 ມີ​ນາ 2022

ນະ​ຄອນ​ແອັດ​ແລນ​ຕາ​ທີ່​ເປັນ​ເມືອງຫຼວງ​ຂອງ​ລັດ​ຈໍ​ເຈຍນັ້ນ ເປັນ​ສູນ​ກາງ​ເສດ​ຖະ​ກິດ​ໃຫຍ່​ແຫ່ງ​ນຶ່ງ​ຂອງ​ສະ​ຫະ​ລັດ ໂດຍ​ມີສະ​ໜາ​ບິນ​ສາ​ກົນ​ທີ່​ຮາດຟຽວ​ດ໌-ແຈັກ​ສັນ (Hartsfield-Jackson) ທີ່ໃຫຍ່ ແລະ​ມີເຮືອບິນ​ຂຶ້ນ​ລົງຫລາຍ​ທີ່​ສຸດໃນ​ໂລກ​ໃນ​ປີ 2022 ນີ້. ພ້ອມ​ກັນ​ນັ້ນ ກໍ​ເປັນບ່ອນ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ​ທີ່​ມີ​ຊື່​ສຽງໃນ​ໂລກ ເຊັ່ນ ບໍ​ລິ​ສັດ​ນ້ຳ​ອັດ​ລົມ Coca-Cola, ອົງ​ການ​ຂ່າວ CNN, ບໍ​ລິ​ສັດ​ເມ​ສົ່ງດ່ວນ UPS, ບໍ​ລິ​ສັດ​ຜະ​ລິດ​ເຈ້ຍ​ເຊັດ​ມື Georgia Pacific, ບໍ​ລິ​ສັດຂາຍ​ເຄື່ອງກໍ່​ສ້າງ Home Depot, ແລະ​ສາຍ​ການ​ບິນ Delta Air Lines​.

ນ. ດາວ ມະ​ໄລ​ທອງ (ທີ​ 2 ຈາກ​ຊ້າຍ), ທ່ານ ໄບ​ຣ​ອັນ ເຄມ, ຜູ້​ປົກ​ຄອງ​ລັດ​ຈໍ​ເຈຍ (ກາງ), ນ. ເອັມ​ມີ ຈອມ​ທະ​ຄຳ, ທ່ານ ຈິມ​ມີ ແກ້ວກອງ​ສີ (1 ຈາກ​ຂວາ) ໃນງານ​ສະ​ຫຼອງບຸນ​ຄ​ຣິ​ສ​ມາ​ສ ປີ 2022 ທີ່​ບ້ານ​ເຮືອນ​ຂອງ​ຜູ້​ປົກ​ຄອ​ງ​ລັດ​ຈໍ​ເຈຍ ໃນ​ນະ​ຄອນ​ແອັດ​ແລນ​ຕາ
ນ. ດາວ ມະ​ໄລ​ທອງ (ທີ​ 2 ຈາກ​ຊ້າຍ), ທ່ານ ໄບ​ຣ​ອັນ ເຄມ, ຜູ້​ປົກ​ຄອງ​ລັດ​ຈໍ​ເຈຍ (ກາງ), ນ. ເອັມ​ມີ ຈອມ​ທະ​ຄຳ, ທ່ານ ຈິມ​ມີ ແກ້ວກອງ​ສີ (1 ຈາກ​ຂວາ) ໃນງານ​ສະ​ຫຼອງບຸນ​ຄ​ຣິ​ສ​ມາ​ສ ປີ 2022 ທີ່​ບ້ານ​ເຮືອນ​ຂອງ​ຜູ້​ປົກ​ຄອ​ງ​ລັດ​ຈໍ​ເຈຍ ໃນ​ນະ​ຄອນ​ແອັດ​ແລນ​ຕາ

ນອກ​ຈາກນັ້ນ ນະ​ຄອນນີ້ເນື່ອງ​ຈາກ​ເປັນ​ເມືອງ​ເອກຂອງ​ລັດ​ຈໍ​ເຈຍມັນ​ກໍມີສຳ​ຄັນ​ທາງ​ການ​ເມືອງ​ຂອ​ງ​ສະ​ຫະ​ລັດເຊັ່ນ​ກັນ ເຊັ່ນໃນການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ຫາກໍ່​ຜ່ານ​ໄປ​ເມື່ອບໍ່​ເທົ່າ​ໃດ​ອາ​ທິດ​ຜ່ານ​ມານີ້ ລັດ​ຈໍ​ເຈຍ ກໍ​ເປັນ​ລັດ​ທີ່​ມີ​ການ​ເລືອກ​ຕັ້ງ​ຮອບ​ຕັດ​ສິນ​ຊື້​ຂາດ ທີ່​ຊ່ວຍ​ກຳ​ນົດ​ການ​ຄວບ​ຄຸມ​ສະ​ພາ​ສູງ​ສະ​ຫະ​ລັດຂອງ​ພັກເດ​ໂມ​ແຄ​ຣັດເມື່ອ​ຜູ້​ລະ​ໝັກ​ເລືອກ​ຕັ້ງ​ຈາກ​ພັກ​ດັ່ງ​ກ່າວ ແລະ​ພັກ​ຣີ​ພັບ​ບ​ລິ​ກັນ​ແຂ່ງ​ຂັນ​ກັນ​ເປັນ​ຕົວ​ແທນ​ຂອງ​ລັດ​ຈໍ​ເຈຍ​ໃນ​ສະ​ພາ​ສູງ​ຂອງ​ສະ​ຫະ​ຢູ່ໃນ​ການ​ເລືອກ​ຕັ້ງເດືອນ​ພະ​ຈິກ​ຜ່ານ​ມາ. ສ່ວນນາງ​ເອັມ​ມີ ທີ່ເປັນ​ຄົນ​ມີ​ຄວາມ​ໄຝ່​ຝັນ​ທີ່​ຢາກ​ໃຫ້​ຄົນ​ລາວ​ເປັນ​ທີ່​ຮູ້​ຈັກ​ຂອງ​ສັງ​ຄົມອາ​ເມ​ຣິ​ກັນ​ທີ່ກວ້າງໃຫຍ່ກວ່າ ນັ້ນ ກໍ​ໄດ້ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະ​ໜັບ​ສະ​ໜຸນທາງ​ການ​ເມືອງ​ຕ່າງໆ. ໃນ​ປີນີ້ ​ນາງ​ເອງ​ກັບ​ເພື່ອນ​ຮ່ວມກໍ່​ຕັ້ງ​ອົງ​ການນຶ່ງ​ຂຶ້ນ ແລະກໍ​ໄດ້​ເຄື່ອນ​ໄຫວ​ຢ່າງບໍ່​ຮູ້​ອິດຮູ້​ເມື່ອຍ ເພື່ອ​ສົ່ງ​ເສີມນັກ​ການ​ເມືອງເຊື້ອ​ສາຍ​ລາວກໍ​ຄືເຊື້ອ​ສາຍ​ຄົນເອ​ເຊຍ ທີ່​ລົງ​ສະ​ໝັກ​ເລືອກ​ຕັ້ງ​ກາງ​ສະ​ໄໝໃນ​ເພືອນ​ພະ​ຈິກ​ຜ່ານ​ມານີ້. ເມື່ອ​ຖາມ​ວ່າ ​ດ້ວຍ​ເຫດ​ໃດ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ ນາງ​ຕອບ​ວ່າ:

ນາງ​ໃຫ້​ເຫດ​ຜົນ​ອີກວ່າ ການເຮັດ​ເຊັ່ນ​ນັ້ນ ກໍຈຶ່ງ​ສາ​ມາດ​ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄ​ຕ ແລະເຮັດໃຫ້​ນັກການ​ເມືອງ ຫລື​ປົກ​ຄອງ​ປະ​ເທດ​ຮູ້​ຈັກ​ຄວາມ​ສຸກ​ທຸກ​ຂອງ​ຄົນ​ລາວ ຫລື ຄົນ​ເອ​ເຊຍ​ທົ່ວ​ໄປ​ໄດ້ ດັ່ງ​ທີ່​ນາງ​ກ່າວ​ເພີ້ມ​ວ່າ:

ສະ​ຫລຸບ​ແລ້ວ ນາງ​ເອັມ​ມີ ​ຈອມ​ທະ​ຄຳ​ທີ່​ເປັນ​ເດັກ​ອົບ​ພະ​ຍົບ​ທີ່​ກຳ​ພ້າ​ພໍ່ ແລະ​ແມ່​ແຕ່​ຍັງ​ນ້ອຍນັ້ນ ໄດ້​ພົບ​ເສັ້ນ​ທາງ​ທີ່ບໍ່​ພຽງ​ແຕ່ອຳ​ນວຍໃຫ້ມີ​ໂອ​ກາດພັດ​ທະ​ນາ​ຕົນ​ເອງ ແລະ​ຄອບ​ຄົວ​ເທົ່າ​ນັ້ນ ແຕ່​ຍັງ​ໃຫ້ຊ່ອງ​ທາງ​ໃນ​ການ​ພັດ​ທະ​ນາ​ຊຸມ​ຊົນ​ລາວ​ ແລະ​ຊຸມ​ຊົນ​ເອ​ເຊຍ​ເຊື້ອ​ສາຍອື່ນ ​ອີກດ້ວຍ. ສະ​ນັ້ນ ນາງ​ໄດ້​ເປັນ​ຜູ້​ນຶ່ງ​ທີ່​ເຮັດ​ໃຫ້ນັກ​ການ​ເມືອງ​ທີ່​ຕາງ​ໜ້າ​ໃຫ້ສັງ​ຄົມ​ອາ​ເມ​ຣິ​ກັນ​ທີ່ກວ້າງກວ່າ​ຢູ່ໃນ​ລັດ​ຈໍ​ເຈຍ​ໄດ້​ຮູ້​ຈັກ​ກ່ຽວ​ກັບປະ​ຊາ​ຄົມຄົນ​ລາວບໍ່​ຫລາຍ​ກໍ​ໜ້ອຍ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວ​ຂອງ​ນາງ​ເອັມ​ມີ ຈອມ​ທະ​ຄຳທີ່​ອົບ​ພະ​ຍົບ​ມາ​ຢູ່​ອາ​ເມ​ຣິ​ກາ​ແຕ່​ຄາວ​ຍັງ​ນ້ອຍ ແລະ​ໄດ້​ກາຍມາ​ເປັນຜູ້​ນຳ​ທີ່​ສຳ​ຄັນ​ຜູ້​ນຶ່ງ ຂອງ​ຊຸມ​ຊົນ​ລາວ​ໃນ​ເມືອງ​ແອັດ​ແລນ​ຕາ, ລັດ​ຈໍ​ເຈຍຊຶ່ງ​ຕັ້ງ​ຢູ່​ໃນ​ພາກໃຕ້ຂອງ​ສະ​ຫະ​ລັດ​. ຂໍເຊີນທ່ານ ຮັບຟັງລາຍການຊຸມຊົນຊາວລາວເລື້ອງໃໝ່ ໃນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG