ລັດ Georgia ທີ່ຮູ້ກັນດີວ່າເປັນລັດທີ່ມີຊື່ສຽງດ້ານຜະລິດຕະພັນ
ການກະເສດ ເຊັ່ນໝາກຄາຍຫຼືໝາກ peaches ແກ່ນພິຄານ
ແລະໄກ່ ເປັນຕົ້ນ. ປັດຈຸບັນນີ້ ທີ່ເມືອງນ້ອຍໆ Camilla ຟາມ
ແຫ່ງນຶ່ງ ກຳລັງທຳການຜະລິດສິນຄ້າທີ່ມີຄວາມຮຽກຮ້ອງຕ້ອງ
ການຫຼາຍທີ່ສຸດຢູ່ໃນວົງການອຸດສາຫະກໍາແຟຊັ່ນຊັ້ນສູງຂອງ
ພາກພື້ນຢູໂຣບ ນັ້ນກໍຄືໜັງແຂ້.
ເມືອງນ້ອຍໆ Camilla ດັ່ງກ່າວນີ້ ຕັ້ງຢູ່ກໍ້າຕາເວັນຕົກສຽງໃຕ້ ຫ່າງຈາກເມືອງຫຼວງ Atlanta ຂອງລັດ Georgia ທີ່ໃຊ້ເວລາຂັບລົດ ປະມານ 4 ຊົ່ວໂມງ ແລະຢູ່ນອກເມືອງ Camilla ມີທາງເສັ້ນນຶ່ງທີ່ໃຫ້ຊື່ວ່າ Alligator Lane ຫຼືຖະໜົນແຂ້ ຊຶ່ງມີຄອກໄກ່ທີ່ເປັນ ສີຂາວຊັ້ນດຽວປະມານ ສິບກວ່າຫຼັງທີ່ມອງເຫັນໄດ້.
“ຂ້ອຍຊື່ວ່າ Mark Glass ເປັນຄົນລ້ຽງແຂ້ ແລະລ້ຽງໄກ່ຢູ່ທີ່ເມືອງ Camilla ລັດ Georgia ພວກເຮົາມີຄອກໄກ່ຢູ່ປະມານ 20 ກວ່າຫຼັງ ແລະມີແຂ້ປະມານນຶ່ງຮ້ອຍພັນໂຕຢູ່ທີ່ຟາມນີ້.”
ແມ່ນແລ້ວ ແຂ້ນຶ່ງຮ້ອຍພັນໂຕ ແລະກໍໂຕໃຫຍ່ ເປັນສັດເລືອຄານ ທີ່ຢູ່ຕາມໜອງຕາມບຶງ ຕາມແມ່ນໍ້າລໍາຄອງຕ່າງໆທາງພາກໃຕ້ຂອງສະຫະລັດ ທີ່ສາມາດເຕີບໃຫຍ່ ມີຄວາມຍາວໄດ້ເຖິງ 4 ແມັດເຄິ່ງ ແລະມີນໍ້າໜັກຫຼາຍເຖິງ 400 ກິໂລ.
ທ່ານ Mark Glass ເປັນເຈົ້າຂອງຟາມແຂ້ທີ່ວ່າໃຫຍ່ທີ່ສຸດແຫ່ງນຶ່ງຂອງສະຫະລັດ.
ຄວາມຈິງແລ້ວ ທ່ານ Mark Glass ບໍ່ໄດ້ເລິ່ມຕົ້ນດ້ວຍການເຮັດຟາມແຂ້ ຄືທໍາອິດລາວເລິ່ມລ້ຽງໄກ່ ແລະກໍຄິດວ່າ ແຂ້ຈະເປັນຕົວຊ່ວຍແກ້ບັນຫາໜັກຢ່າງນຶ່ງ ທີ່ຄົນລ້ຽງໄກ່ທັງໝົດປະເຊີນ ຄືການມ້ຽນຊາກໄກ່ຕາຍ.
ປົກກະຕິແລ້ວ ປະມານ 5 ເປີເຊັນຂອງຝຸງໄກ່ຈະຕາຍກ່ອນຈະໄປເຖິງຕະຫຼາດ ຄົນລ້ຽງໄກ່
ສ່ວນໃຫຍ່ຈະຈູດຫຼືຝັງຊາກໄກ່ ຊຶ່ງທ່ານ Glass ເອັງກໍເຮັດແບບດຽວກັນ ຄືຈູດຫຼືຝັງໄກ່
ທີ່ຕາຍແລ້ວ ແຕ່ລາຄາແກັສຈູດເຜົາໄກ່ ພັດແພງຂຶ້ນໄປເລື້ອຍໆ.
ດ້ວຍເຫດນີ້ ທ່ານ Glass ຈຶ່ງໄປຊື້ເອົາລູກແຂ້ປະມານ 750 ໂຕ ມາປ່ອຍໄວ້ໜອງນໍ້າທີ່ລ້ອມຮົ້ວໄວ້ຢ່າງດີ ແລະຕໍ່ມາກໍຮູ້ວ່າ ວິທີນີ້ດີທີ່ສຸດ.
ທ່ານ Glass ເວົ້າວ່າ: “ໃນທີ່ສຸດຂ້ອຍກໍໄປເອົາແຂ້ມາ ແລະເອົາໄປປ່ອຍໃສ່ໜອງທີ່ອ້ອມຮົ້ວໄວ້ ປະກົດວ່າແຂ້ໄດ້ພາກັນຄານລອດຮົ້ວໄປໄດ້ ຂ້ອຍກໍຕົກໃຈວ່າ ແຂ້ເຫຼົ່ານີ້ ບໍ່ໄດ້ໃຫຍ່ຕາມທີ່ຂ້ອຍຄິດໄວ້ ສະນັ້ນພວກເຮົາຕ້ອງໄດ້ຟ້າວໄປຫາຮ້ານຂາຍເຄຶ່ອງມືເຄື່ອງໃຊ້ໃນເມືອງທີ່ຍັງເປີດຢູ່ ແລະຊື້ຮົ້ວລ້ອມໄກ່ທັງໝົດທີ່ມີ ເພື່ອຈະເອົາມາກັ້ນ ບໍ່ໃຫ້ແຂ້ໜີ ອອກຈາກໜອງໄປໄດ້ ເຮົາບໍ່ໄດ້ເສຍແຂ້ໄປ ແຕ່ກໍອາດມີໂຕສອງໂຕທີ່ໜີໄປໄດ້ທໍ່ນັ້ນ.”
ຂະນະທີ່ແຂ້ກໍໃຫຍ່ໂຕຂຶ້ນໄປນັບມື້ນັ້ນ ທ່ານ Glass ກໍຄິດຄືນໃໝ່ ຄືມາຄິດວ່າການລ້ຽງແຂ້ຈະຕ້ອງໃຊ້ເວລາຫຼາຍ ແລະບໍ່ແມ່ນແຕ່ເອົາແຂ້ມາກິນໄກ່ຕາຍຢ່າງດຽວເທົ່ານັ້ນ. ດັ່ງນັ້ນ ລາວຈຶ່ງເລີ່ມລ້ຽງແຂ້ເພື່ອການຄ້າ ສໍາລັບເອົາຊີ້ນແລະໜັງຂອງມັນໄປຂາຍ.
ແຂ້ຈະບໍ່ຂະຫຍາຍພັນຢູ່ໃນຄອກລ້ຽງ ສະນັ້ນທຸກໆລະດູຮ້ອນ ທ່ານ Glass ຈະໄປຊອກເອົາໄຂ່ແຂ້ ຢູ່ຕາມບ່ອນທີ່ແຂ້ຢູ່ທໍາມະຊາດຂອງມັນຢູ່ໃນລັດໃກ້ຄຽງ ແລ້ວກໍເອົາມາທີ່ຟາມ ການເກັບເອົາໄຂ່ແຂ້ວິທີນັ້ນ ບໍ່ຜິດກົດໝາຍ ຍ້ອນວ່າແຂ້ຊຶ່ງຄັ້ງນຶ່ງເປັນສັດທີ່ຖືວ່າໃກ້ຈະສູນພັນໄປນັ້ນ ບັດນີ້ ມີຈໍານວນຫຼວງຫຼາຍແລ້ວ.
ແລະຊ່ວງລະດູຮ້ອນນີ້ ກໍແມ່ນລະດູແຂ້ຟັກໄຂ່
“ນີ້ຄືເຄຶ່ອງຟັກໄຂ່ ມັນມີອຸນຫະພູມທີ່ຮ້ອນແລະເອົ້າ ຄື 88 ອົງສາຟາເຣັນໄຮ ດ້ວຍຄວາມຊື່ນ 95 ເປີເຊັນ ແລະເລີ່ມຕົ້ນຟັກໄຂ່ແຂ້ ຈິງໆແລ້ວ ເຮົາເຫັນລູກແຂ້ນ້ອຍໂຕນຶ່ງຄານໄປມາຢູ່ຕາມພື້ນ.”
ແຂ້ນ້ອຍ ທີ່ມີລໍາຕົວກ່ານດໍາແລະເຫຼືອງ ຍາວປະມານ 12 ຊັງຕີແມັດຈາກຫົວຫາຫາງ ໂຕນຶ່ງ ກໍາລັງຄານຢູ່ຕາມພື້ນ. ທ່ານ Glass ຈັບມັນຂຶ້ນມາແລະເວົ້າວ່າ.
“ເອີ້ ໂຕນີ້ຫຼ່ະທີ່ຫາກໍແຕກອອກຈາກໄຂ່ ໂຕທີ່ກໍາລັງຮ້ອງຢູ່ນັ້ນ.”
ເຖິງແມ່ນຈະມີແຂ້ນຶ່ງແສນໂຕ ຟາມນີ້ກໍມິດງຽບດີ ບໍ່ໄດ້ຍິນສຽງແຂ້ຟາດຫາງ ຫຼືຕີນໍ້າ ຢູ່ຟາມແຫ່ງນີ້ ແຂ້ທັງໝົດຖືກລ້ຽງຢູ່ໃນຫ້ອງ
“ຖ້າລ້ຽງແຂ້ຢູ່ນອກ ມັນກໍຂຶ້ນຢູ່ກັບດິນຟ້າອາກາດ ແຂ້ຈະມີພຶດຕິການດຸດັນ ເວລາລ້ຽງຢູ່ນອກ ແລະພ້ອມທີ່ຈະສວບ ແລະສູ້.”
ແລະເວລາໃດແຂ້ກັດສູ້ກັນ ມັນກໍເຮັດໃຫ້ທຸລະກິດບໍ່ດີ ຊຶ່ງ ທ່ານ Glass ອະທິບາຍວ່າ:
“ວົງການອຸດສາຫະກໍາທີ່ພວກເຮົາຂາຍໜັງແຂ້ໃຫ້ ຄືບໍລິສັດ Louis Vittons, ບໍລິສັດ Hermes, Gucci, Prada, Chanel ບໍລິສັດເຫຼົ່ານີ້ ຕ້ອງການຊື້ໜັງແຂ້ທີ່ສົມບູນທີ່ສຸດ
ຄືບໍ່ມີແປ້ວ ບໍ່ມີຈຸດດໍາດ່າງ ຮອຍຂາດ ເພື່ອຈະເຮັດແບບນັ້ນໄດ້ ແລະເພື່ອບໍາລຸງຮັກສາ ສຸຂະພາບແຂ້ ເຮົາຕ້ອງຄວບຄຸມທຸກສິ່ງທຸກຢ່າງໃຫ້ໄດ້.”
ສະນັ້ນ ແຂ້ຂອງທ່ານ Glass ຈະຢູ່ບໍລິເວນໜອງນໍ້າຕື້ນທີ່ປິດລ້ອມ ມີອຸນຫະພູມ 30 ອົງສາ ເພື່ອແຂ້ຈະບໍ່ໜາວ. ຫຼາຍໆເທື່ອໃນແຕ່ລະມື້ ຟາມຈະເປີດປະຕູ ເພື່ອນໍາເອົາອາຫານໄປວາງໄວ້ເທິງແພ. ຢູ່ໃນໜອງ ແຂ້ຈະໄດ້ກິນອາຫານທີ່ມີໂປຣຕີນສູງ ພ້ອມທັງໄກ່ຕາຍ ເວລາໃຫຍ່ໂຕຂຶ້ນມາ ຈະເອົາໄປໄວ້ໜອງນຶ່ງອີກ ແລະຈະຢູ່ທີ່ນັ້ນຈົນຖືກນໍາໄປຂ້າ.
“ພວກເຮົາຈະລ້ຽງແຂ້ໃຫ້ໃຫຍ່ແລະຍາວໄດ້ 3 ເຄິ່ງ ຫາ 6 ຟຸດ ແລະກໍຂື້ນຢູ່ກັບຕະຫຼາດທີ່ເຮົາຂາຍໃຫ້ ເຊັ່ນໜັງຂະໜາດນ້ອຍ ຈະມີຄວາມຍາວ 3 ເຄິ່ງ ຫາ 4 ຟຸດ ຂະໜາດນີ້ຈະຂາຍໃຫ້ພວກຕະຫຼາດເຮັດສາຍໂມງ ສໍາລັບໂມງຄຸນນະພາບດີ ລາຄາແພງ. ສ່ວນໜັງທີ່ຍາວ ຫ້າຟຸດເຄິ່ງ ຫາ 6 ຟຸດ ຈະຂາຍໃຫ້ພວກຕະຫຼາດທີ່ເຮັດກະເປົາ ພາຍຂອງບັນດາສະຕຣີ ທັງຫຼາຍ.”
ຕ້ອງໃຊ້ເວລານຶ່ງປີ ເພື່ອແຂ້ໂຕນຶ່ງຈະເຕີບໃຫຍ່ພໍດີເອົາໜັງໄປເຮັດສາຍ ໂມງໄດ້ ສ່ວນກະເປົ໋າພາຍສະຕຣີໜ່ວຍນຶ່ງນັ້ນ ຕ້ອງໃຊ້ແຂ້ສາມໂຕທີ່ຍາວ ສອງແມັດ ແລະຕ້ອງໃຊ້ເວລາສາມປີ.
ຫຼັງຈາກແຂ້ຖືກຂ້າແລ້ວ ຈະຕ້ອງລອກໜັງອອກຢ່າງລະມັດລະວັງທີ່ສຸດ ແລະຕາກໃຫ້
ແຫ້ງ ຢູ່ຟາມເອັງ ແລະເລືອກເອົາຄຸນນະພາບ ແລະກໍຈັດສົ່ງໄປ ຍັງໂຮງຟອກໜັງໃນຢູໂຣບ ແລະເອເຊຍ ເພື່ອແປຮູບ ຍ້ອມສີ ຂັດເກົາ ຕັດ ແລະຫຍິບເປັນຜະລິດຕະພັນແຟຊັ່ນຫລູຫລາ.