Mark Glass ເລີ້ມຕົ້ນດ້ວຍການລ້ຽງແຂ້ ເພື່ອໃຫ້ກິນໄກ່ຕາຍຈາກຟາມໄກ່ຂອງລາວ. ຕໍ່ມາ ລາວຈຶ່ງຮູ້ວ່າ ໜັງແຂ້ສາມາດນໍາລາຍໄດ້ສູງມາ ໂດຍການປ້ອນສົ່ງໃຫ້ ບໍລິສັດຜະລິດກະເປົາລາຄາແພງ ແຫ່ງຢູໂຣບ..
ຟາມແຂ້ຢູ່ສະຫະລັດ ປ້ອນໜັງແຂ້ ໃຫ້ບໍລິສັດຜະລິດກະເປົາ ຍີ່ຫໍ້ລາຄາແພງ

໑
ຫລັງຈາກທີ່ຖືກຊ່ວຍໄວ້ ບໍ່ໃຫ້ສູນພັນ ບັດນີ້ ແຂ້ພັນອາເມຣິກັນ ແມ່ນອອກແມ່ແຜ່ລູກ ຢ່າງຫລວງຫລາຍ ຢູ່ໃນບ່ອນຢູ່ທໍາມະຊາດຂອງມັນ ກໍຄື ຫ້ວຍຄອງໜອງບຶງ ໃນພາກຕາເວັນອອກ ສຽງໃຕ້ຂອງສະຫະລັດ ຈົນດຽວນີ້ ການຄ້າໜັງແຂ້ ບໍ່ເປັນການຜິດກົດໝາຍຕໍ່ໄປແລ້ວ.. (Courtesy Mark Glass)

໒
ພວກແຂ້ນ້ອຍໆ ທີ່ຫາກໍອອກມາຈາກໄຂ່ ໂດຍທົ່ວໄປແລ້ວ ແມ່ນຈະໂຕຍາວ ປະມານ 15 ຫາ 20 ຊັງຕີແມັດ. (Courtesy Mark Glass)

໓
ແຂ້ນ້ອນໆໂຕນີ້ ທີ່ກໍາລັງຈະແຕກອອກມາຈາກໄຂ່ ແມ່ນລວມຢູ່ໃນຈໍານວນແຂ້ ນຶ່ງແສນໂຕ ທີ່ມີຢູ່ໃນຟາມແຂ້ ຂອງ Mark Glass ຊຶ່ງໃນທີ່ສຸດ ກໍຈະຖືກຂ້າເພື່ອເອົາ ຊີ້ນແລະໜັງ ສົ່ງອອກຂາຍ. (VOA/P. Graitcer)

໔
ໄຂ່ແຂ້ ແມ່ນຈະເອົາໄປຟັກໄວ້ ໃນຖາດພະລາສຕິກ ທີ່ຟາມຂອງ Mark Glass. (VOA/P. Graitcer)