ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຈັກ ໝ່າ ແຫ່ງກຸ່ມບໍລິສັດ ອາລິບາບາ ປາກົດໂຕ ຢູ່ຍີ່ປຸ່ນ ໃນຖານະສາດສະດາຈານ ຂອງມະຫາວິທະຍາໄລ


ແຟ້ມຮູບ-ຜູ້ກໍ່ຕັ້ງກຸ່ມບໍລິສັດ ອາລິບບາ ທ່ານແຈັກ ໝ່າ, ເດີນທາງໄປຮອດ ສະຖານທີ່ການປະຊຸມສຸດຍອດ ທາງດ້ານສິນຄ້າ ໃນນະຄອນຫຼວງປາຣີ, ວັນທີ 15 ພຶດສະພາ 2019.
ແຟ້ມຮູບ-ຜູ້ກໍ່ຕັ້ງກຸ່ມບໍລິສັດ ອາລິບບາ ທ່ານແຈັກ ໝ່າ, ເດີນທາງໄປຮອດ ສະຖານທີ່ການປະຊຸມສຸດຍອດ ທາງດ້ານສິນຄ້າ ໃນນະຄອນຫຼວງປາຣີ, ວັນທີ 15 ພຶດສະພາ 2019.

ຜູ້ກໍ່ຕັ້ງກຸ່ມບໍລິສັດ ອາລິບາບາ (Alibaba) ທ່ານແຈັກ ໝ່າ (Jack ma) ຈະເປັນສາດສະດາຈານຮັບເຊີນຢູ່ທີ່ມະຫາວິທະຍາໄລໂຕກຽວ, ເຊິ່ງເປັນສະຖາບັນຄົ້ນຄວ້າ ທີ່ດໍາເນີນງານໂດຍມະຫາວິທະຍາໄລທີ່ມີກຽດຂອງໂຕກຽວ, ອີງຕາມລາຍງານຂອງອົງການຂ່າວ AP. ມະຫາວິທະຍາໄລໄດ້ເປີດເຜີຍໃນວັນຈັນວານນີ້ວ່າ ທ່ານ ໝ່າ ຈະດໍາເນີນການຄົ້ນຄວ້າກ່ຽວກັບລະບົບກະສິກໍາ ແລະການຜະລິດສະບຽງອາຫານທີ່ຍືນຍົງ. ພວກເຂົາເຈົ້າກ່າວວ່າ ທ່ານໝ່າ ເຊິ່ງເປັນຫົວໜ້າໃຫຍ່ຂອງມູນນິທິ ແຈັກ ໝ່າ ໂດຍແມ່ນອົງການ ການກຸສົນ, ຈະ “ແບ່ງປັນປະສົບການຄວາມຮັ່ງມີຂອງທ່ານ ແລະການບຸກເບີກຄວາມຮູ້ ກ່ຽວກັບການເປັນຜູ້ປະກອບການ, ການຈັດການກຸ່ມບໍລິສັດ ແລະນະວັດຕະກໍາ” ກັບບັນດານັກ ສຶກສາ ແລະຄະນະພາກວິຊາຕ່າງໆ. ທ່ານ ໝ່າ ອອກຈາກຕໍາແໜ່ງປະທານຂອງ ອາລິບາບາ ໃນປີ 2019. ທ່ານເກັບກໍາລາຍລະອຽດຕ່າງໆຂັ້ນພື້ນຖານ ໃນຊ່ວງການຟື້ນຟູບັນດາບໍລິສັດເທັກໂນໂລຈີຕ່າງໆຂອງຈີນ ເຊິ່ງທ່ານໄດ້ເດີນທາງໄປຫຼາຍໆປະເທດ ແລະກັບຄືນເມືອປະເທດຈີນ ເມື່ອໄວໆມານີ້. ທາງມະຫາວິທະຍາໄລເປີດເຜີຍວ່າ ມະຫາວິທະຍາໄລໂຕກຽວ ມີກໍານົດການເລີ້ມຕົ້ນໃນວັນຈັນວານນີ້ ແລະຈະດໍາເນີນງານໄປຈົນຮອດທ້າຍເດືອນຕຸລາ ທີ່ຈະມາເຖິງນີ້.

Alibaba Group co-founder Jack Ma will be a visiting professor at Tokyo College, a research institute run by the prestigious University of Tokyo. The university said Monday that Ma will research sustainable agriculture and food production. It said Ma, who heads his own Jack Ma Foundation, a philanthropic organization, will “share his rich experience and pioneering knowledge on entrepreneurship, corporate management and innovation” with students and faculty. Ma stepped down as chairman of Alibaba in 2019. He kept a low profile during a recent crackdown on Chinese technology companies and traveled overseas before returning to China recently. The university said the Tokyo College appointment began Monday and runs through the end of October.

XS
SM
MD
LG