ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວລາວ-ອາເມຣິກັນ ທີ່ປະສົບຜົນສຳເລັດໃນການບໍລິຫານທຸລະກິດໃນລາວ ຈະນຳເອົາຄະນະສິລະປິນຊັ້ນນຳຂອງລາວ ມາສະແດງ ຢູ່ໃນລັດແທັກຊັສ ເປັນຄັ້ງທຳອິດ


ບັນດາສິລະປິນນັກຮ້ອງແລະນັກສະແດງຊັ້ນນຳຂອງລາວ ພາກັນໂບກມືທັກທາຍຜູ້ຊົມຫຼັງຈາກສິ້ນສຸດການສະແດງ ໂດຍມີຍານາງສະເພດ ຈຸນລະມະນີ ຜູ້ສະໜັບສະໜຸນ ງານການສະແດງທີ່ເອີ້ນວ່າ Lao Legends ຢືນຢູ່ກາງ.
ບັນດາສິລະປິນນັກຮ້ອງແລະນັກສະແດງຊັ້ນນຳຂອງລາວ ພາກັນໂບກມືທັກທາຍຜູ້ຊົມຫຼັງຈາກສິ້ນສຸດການສະແດງ ໂດຍມີຍານາງສະເພດ ຈຸນລະມະນີ ຜູ້ສະໜັບສະໜຸນ ງານການສະແດງທີ່ເອີ້ນວ່າ Lao Legends ຢືນຢູ່ກາງ.

ໃນອີກສອງເດືອນຈະມາເຖິງນີ້ ງານສະແດງສິລະປະວັນນະຄະດີຂອງວັດທະທຳລາວ ໃນເວທີລະດັບສາກົນຄັ້ງທຳອິດ ໂດຍມີນັກສິລລະປິນຊັ້ນນຳຈຳນວນນຶ່ງທັງຈາກລາວແລະໃນສະຫະລັດ ຈະມາຮ່ວມກັນສະແດງໃນງານນີ້ ເຊິ່ງປະກອບດ້ວຍການຮ້ອງເພງ ການຟ້ອນ ການຫລິ້ນດົນຕີພື້ນເມືອງ ແບບລະຄອນເວທີ ຢູ່ທີ່ເມືອງເອີວິງ ​ໃນລັດແທັກຊັສ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດກັບ ທ່ານທະນິດ ຈຸນລະມານີ ຜູ້ອຳນວຍການບໍລິຫານ ຈັດງານສະແດງເວທີໃນຄັ້ງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນເດືອນກໍລະກົດ ປີ 2023 ວີໂອເອລາວ ໄດ້ສຳພາດຍານາງສະເພັດ ຈຸນລະມານີ ຜູ້ທີ່ເປັນແມ່ແລະເປັນຜູ້ສະໜັບສະໜຸນລູກຊາຍ ທ່ານທະນິດ ໃນດ້ານທຸລະກິດຮ້ານອາຫານ ແລະບ້ານພັກຢູ່ລາວ ທີ່ປະສົບຜົນສຳເລັດມາແລ້ວ ແລະ ທ່ານທະນິດ ໄດ້ມີຄວາມຄິດຢາກລິເລີ້ມໂຄງການຈັດງານສະແດງສິລລະປະວັນນະຄະດີລະດັບສາກົນແບບທີ່ບໍ່ເຄີຍມີມາກ່ອນຢູ່ໃນສະຫະລັດ ເພື່ອເຜີຍແຜ່ວັດທະນະທຳອັນດີງາມຂອງລາວ, ເຊິ່ງຍານາງສະເພັດ ກໍໄດ້ຕົກລົງເຫັນດີກັບລູກຊາຍ ແລ້ວໄດ້ທຸ້ມເທທຸກສິ່ງທຸກຢ່າງຕະຫຼອດເຖິງການປະສານງານກັບທາງການລາວ, ທັງເປັນທີ່ປຶກສາ ແລະສະໜັບສະໜຸນທາງດ້ານການເງິນທຸກປະການເພື່ອສົ່ງເສີມລູກຊາຍອີກເທື່ອນຶ່ງ.

ໂຄງການຈັດງານສະແດງດັ່ງກ່າວ ໄດ້ລິເລີ້ມຂຶ້ນໃນເດືອນມັງກອນປີ 2023 ທີ່ເປັນຄວາມຄິດຂອງທ່ານທະນິດ ເມື່ອທ່ານໄດ້ແນມເຫັນເຖິງຄວາມຍາກລຳບາກຂອງບັນດາສິລະປິນຊັ້ນນຳຂອງລາວ ຜູ້ທີ່ມີພອນສະຫວັນແລະຄວາມສາມາດໃນຂັ້ນລະດັບສາກົນ ແຕ່ບໍ່ຄ່ອຍມີໂອກາດໄດ້ສະແດງໃນເວທີແບບລະດັບສາກົນ ຊຶ່ງທ່ານໄດ້ອະທິບາຍເຖິງຄວາມເປັນມາໃຫ້ຟັງວ່າ:

“ໂດຍງານຄອນເສີດນີ້ເກີດມາຈາກຄອນແສັບຫຼືວ່າຄວາມຄຶດຂອງໂຕເຮົາເອງເນາະ ລະກະກັບສິລະປິນຄົນອື່ນທີ່ວ່າເຮົາໄດ້ເຈິະມາໂດຍສະເພາະຢູ່ລາວນິ ຄືເຮົາມາລາວທຳອິດເນາະເຮົາກະໄດ້ເຫັນສິລະປິນ ນັກຮ້ອງ ນັກດົນຕີທີ່ວ່າ ເຮົາກະຄຶດວ່າມີຄວາມສາມາດເນາະ ມີຄວາມສາມາດທັງໆທີ່ວ່າຄວາມສາມາດນີ້ກະບໍ່ໄດ້ດ້ອຍໄປກວ່າ ຄັນທຽບໃສ່ກັບຄົນຢູ່ປະເທດຊາດອື່ນເນາະ ກະບໍ່ໄດ້ດ້ອຍກ່ອນຄົນອື່ນ ເຮົາກະເລີຍຄຶດວ່າເອົ້າ ຄັນສົມມຸດວ່າ ທາເລັ້ນເຮົາກະມີເປັນຫຍັງມັນຈຶ່ງຍາກໂດຍທີ່ວ່າ ສິລະປິນຫຼືວ່າຄົນເປົ່າແຄນ ອາຈານເປົ່າແຄນ ເຂົາເຈົ້າຈັ່ງຍາກສິຈະຫາກິນທາງນີ້ໄດ້ ເວົ້າງ່າຍໆຄັນພາສາອັງກິດກະແມ່ນ make a living ເນາະ ຈາກອາຊີບໂຕນີ້ ເຮົາກະເລີຍມາທົບທວນໄປ ທົບທວນມາ ກະບາງເທື່ອຍ້ອນວ່າເຮົາບໍ່ເຄີຍມີໂອກາດ ຫຼືວ່າ opportunity ຫຼືວ່າເວທີເຮົາສິໂຊ ໂລກວ່າ ໂອ້ຄົນລາວເຮົານິ ກະມີຄວາມສາມາດຄືກັນເນາະ ແລະກະໃນຫັ້ນເຮົາກະຄຶດວ່າ ທັງທາເລັ້ນ ທັງວັດທະນະທຳລາວ ທັງສຽງເພງລາວນິ ມັນກະມ່ວນກະໜ້າສິອອກສູ່ໃນຕະຫຼາດສາກົນໄດ້ ເປັນແອັກສພອດຂອງເຮົາເລີຍ ເຮົາກະເລີຍຄຶດຄົ້ນໂຕຄອນເສີດອັນນີ້ອອກມາ ເຮົາກະເລີຍຕັດສິນໃຈວ່າ ສິເຮັດເພາະ ວ່າ ເຮົາກະໄດ້ລົມກັນກັບແມ່ອີກເທື່ອນຶ່ງລະແມ່ກະເຫັນດີໃນທາງເຮົາສິເຜີຍແຜ່ ແລະເຮົາສິສົ່ງເສີມທັງວັດທະນະທຳລາວ ແລະທັງຄົນລາວເຮົາເອງ ໂຄງການນີ້ກະເລີຍເກີດຂຶ້ນ.”

ຕັ້ງແຕ່ນັ້ນມາທ່ານທະນິດ ກ່າວວ່າ ໄລຍະນຶ່ງປີກວ່າ ຄວາມຄິດດັ່ງກ່າວເລີ້ມຕົ້ນມາຈາກແນວຄິດຂອງຄອນເສີດທີ່ຂຽນລົງໃນເຈ້ຍສະບັບນຶ່ງໂດຍທີ່ບໍ່ຮູ້ຈັກວ່າຈະໃຊ້ງົບປະມານຫຼາຍປານໃດສຳລັບງານສະແດງນັ້ນ ເມື່ອທ່ານໄດ້ມາອາໄສຢູ່ລາວ ຫຼາຍສິບປີ ແລ້ວໄດ້ກ້າວເຂົ້າໄປໃນວົງການບັນເທີງ ແລະໄດ້ໂອ້ລົມກັບບັນດາສິລະປິນທີ່ມີຊື່ສຽງຫຼາຍຄົນ ແລະພວກເຂົາເຈົ້າກໍມີຄວາມຄິດແບບດຽວກັນກັບທ່ານ ແລະໄດ້ເຫັນຄວາມສາມາດຂອງພວກເຂົາເຈົ້າ ຊຶ່ງທ່ານກ່າວວ່າ:

“ຍົກຕົວຢ່າງຜູ້ນຶ່ງ ກໍຄື ແຊມ ອິນທະລັກພິທັກ ເນາະກະເປັນນັກຮ້ອງດັງຜູ້ນຶ່ງທີ່ຢູ່ໃນລາວ ທີ່ເລົາກະໄດ້ສ້າງຊື່ສຽງມາເກືອບສິບປີແລ້ວເນາະລາວກະມີຄວາມຄຶດແບບນີ້ ແລະກະຄອນແສັບຕົ້ນໆລະແມ່ນເຮົາຄຶດວ່າ ມັນມາຈາກໝົດທຸກຄົນເນາະເພາະວ່າ ເຮົາເຊື່ອວ່າຄົນລາວເຮົາທົ່ວໂລກ ເຮົາກະເຊື່ອວ່າຄົນເຮົາກະມີທາເລັ້ນບໍ່ໄດ້ດ້ອຍກ່ອນຄົນອື່ນ ແລະເຮົາກະໜ້າສິມີໂອກາດມີເວທີທີ່ຈະແດງສີມືເຮົາແຕ່ວ່າມັນມາເຖິງລາຍລະອຽດໃນການດີຊ້າຍໂຊ້ໃນການຈັດອີເວັ້ນ ບັດທີ່ນີ້ມັນຈຶ່ງສິມີຫຼາຍຄົນເຂົ້າມາຄື ແຊມ ອິນທະລະພິທັກ ລະກະເຮົາກະໄດ້ຄຳຄິດເຫັນຈາກສິລະປິນໝົດທຸກຄົນ ຜູ້ອຳນວຍງານ ແລະເຮົາກະໄດ້ຈາກປະສົບການຂອງຜູ້ຈັດອີເວັ້ນກະແມ່ນ ຊຸ້ຍ ແລະກະທາງໂປຣດັກຊັ້ນເຮົາກະແມ່ນ ເຈ ເນາະ ກະຫຼາຍຄົນທີ່ເຂົ້າມາ ເອົາຄວາມສາມາດ ເອົາປະສົບການ ເອົາຫຍັງເຂົ້າມາເພື່ອທີ່ສິໃຫ້ ລາວ ເລເຈັ້ນສ໌ (Lao Legends) ນີ້ເກີດ.”

ໃນດ້ານຂອງສະຖານທີ່ຈັດງານນັ້ນ ກໍຄື The Pavilion at Toyota Music Factory ຢູ່ໃນເມືອງເອີວິງ ລັດແທັກຊັສ ທີ່ທ່ານທະນິດ ໄດ້ກ່າວອີກວ່າ ເປັນສະຖານທີ່ທີ່ສິລະປິນທີ່ມີຊື່ສຽງລະດັບໂລກຂອງອາເມຣິກາ ກໍໄດ້ໄປສະແດງຢູ່ເວທີດຽວກັນນັ້ນ ຊຶ່ງທ່ານໄດ້ອະທິບາຍວ່າ:

“ລັກສະນະໂຊ ທີ່ເຮົາເຮັດມັນແຕກຕ່າງໜ້ອຍນຶ່ງ ເພາະວ່ານຶ່ງ ສະຖານທີ່ ສະ ຖານທີ່ທີ່ພວກເຮົາໄດ້ເລືອກ ໄດ້ເຊົ່າແມ່ນສະຖານທີ່ວ່າ ສິລະປິນລະດັບໂລກ ຄື Kiss Band ອັນນີ້ກະແມ່ນຢູ່ໃນຕຳນານຂອງໂລກແລ້ວເນາະ ກະຄື Alicia Keys ເນາະ ທຸກ genre ຫຼືປະເພດຂອງເພງ ແມ່ນສິລະປິນຍັກໃຫຍ່ ດັງທົ່ວໂລກທີ່ເຂົາເຈົ້າເຄີຍມາຫລິ້ນຢູ່ເວທີແຫ່ງນີ້ແລ້ວ ລະເຮົາກະເລືອກເວທີນິ ເພາະ ວ່າ ເຮົາຄຶດວ່າ ຄົນລາວເຮົາມີຄວາມສາມາດຄືກັນທີ່ສິຂຶ້ນເວທີທີ່ໃຫຍ່ກ່ອນນີ້ ເຮົາກະເລີຍລົງທຶນ ອັນນີ້ກະແມ່ນຄວາມແຕກຕ່າງໂຕນຶ່ງ ຕາມເຮົາຮູ້ເນາະ ເຮົາກະບໍ່ຮູ້ແທ້ວ່າ ມັນກະເຄີຍມີແທ້ບໍ່ ແຕ່ວ່າຕາມເຮົາເອງໄປເບິ່ງຂໍ້ມູນນິ ມັນບໍ່ເຄີຍມີທີ່ວ່າ ເຮົາສິໄປເຫຼັ້ນຢູ່ເວນຍູ້ທີ່ໃຫຍ່ ແລະກະທັນສະໄໝຂະໜາດນີ້.”

ເປົ້າໝາຍທີ່ສຳຄັນທີ່ສຸດຂອງງານສະແດງນີ້ ທ່ານທະນິດ ກ່າວວ່າ “ເປັນງານເພື່ອການກຸສົນຫາລາຍໄດ້ມາຊ່ອຍເຫຼືອອົງການທີ່ບໍ່ຫວັງຜົນກຳໄລຕ່າງໆທັງຢູ່ໃນລາວ ແລະຢູ່ຕ່າງປະເທດ ທີ່ສົ່ງເສີມແລະເຜີຍແຜ່ວັດທະນະທຳຂອງລາວເຮົາ ທີ່ບັນດາຜູ້ຊົມຈະເປັນຄົນເລືອກເອົາອົງການໃດຈະໄດ້ຮັບເງິນຊ່ອຍເຫຼືອ.” ແລະອົງການນຶ່ງໃນສະຫະລັດກໍໄດ້ເຂົ້າມາມີສ່ວນຮ່ວມໃນງານສະແດງຄັ້ງນີ້ເຊັ່ນກັນ ກໍຄື ອົງການ Lao Heritage Foundation ຂອງເຂດນະຄອນຫຼວງວໍຊິງຕັນ.

ສ່ວນງານສະແດງນັ້ນ ທ່ານແລະບັນດາທີມງານນັກຊ່ຽວຊານທັງຫຼາຍທີ່ໄດ້ອຸທິດສະຕິປັນຍາມາຊ່ອຍໃນການອອກແບບການສະແດງໃຫ້ອອກມາເປັນແບບປະສົມປະສານກັບການສະແດງຮ້ອງເພງ ລຳ ແລະຟ້ອນ ຄ້າຍກັບລະຄອນເວທີທີ່ປະ ກອບດ້ວຍທຸກອາລົມ, ທັງແສງສຽງແລະສີ ທີ່ສ້າງຄວາມຊົງຈຳທີ່ດີໆໃຫ້ແກ່ບັນດາຜູ້ຊົມ ຊຶ່ງມີຄວາມຍາວເຖິງສາມຊົ່ວໂມງອີງຕາມ ທ່ານທະນິດກ່າວ.

ມາເຖິງປັດນຸບັນນີ້ ການວາງຈຳໜ່າຍປີ້ເຂົ້າຊົມງານສະແດງທີ່ເປັນປະຫວັດການແລະບໍ່ເຄີຍມີມາກ່ອນນີ້ ທ່ານທະນິດ ໄດ້ມອບໝາຍໃຫ້ບໍລິສັດຈຳໜ່າຍປີຂອງສະຫະລັດໂດຍສະເພາະເລີຍ ທີ່ວ່າ ມີຊື່ສຽງແລະມີຄວາມໜ້າເຊື່ອຖືໄດ້ຢູ່ທົ່ວສະຫະລັດ ກໍຄື Ticket Master, ທ່ານກ່າວອີກວ່າ ປີ້ສຳລັບຢູ່ແຖວໜ້າໃກ້ກັບເວທີ ກໍຄື diamond ຫຼືເພັດ ຈະໄດ້ຮັບສິດທິພິເສດຫຼາຍຢ່າງ ໂດຍມີລາຄາແພງທີ່ສຸດ ຄື 500 ໂດລາ ລົງໄປຈົນຮອດປີ້ທຳມະດາ ພຽງແຕ່ 55 ໂດລາເທົ່ານັ້ນ ຊຶ່ງທ່ານທະນິດກ່າວວ່າ ລາຄານີ້ແມ່ນຕັ້ງໄວ້ຕ່ຳທີ່ສຸດເພື່ອຢາກໃຫ້ພີ່ນ້ອງຊາວລາວ ໃນລັດເທັກຊັສ ແລະລັດໃກ້ຄຽງມາຊົມການສະແດງໃນຄັ້ງນີ້ໄດ້ ເພາະວ່າມີບ່ອນນັ່ງຮັບໄດ້ເຖິງສີ່ພັນຄົນ ແລ້ວທ່ານຂໍຝາກເຖິງບັນດາແຟນໆລາຍການວ່າ:

“ການຂາຍປີ້ນີ້ ເຮົາກະຢາກຝາກຜູ້ຟັງແລະອື່ນໆຫຼາຍຄົນເພິ່ນຢາກຖ້າຈົນຮອດເດືອນສອງເດືອນສາມເພື່ອເພິ່ນສິຊື້ເພາະວ່າເພິ່ນຄຶດວ່າ ມັນກະຍັງດົນຢູ່ ແຕ່ເຮົາຢາກບອກວ່າ ບາງເທື່ອທີ່ນັ່ງທີ່ດີ່ທີ່ນັ່ງທີ່ຢູ່ທາງໜ້າມັນກຳລັງສິໝົດຖ້າເຮົາຖ້າຊື້ເດືອນສອງເດືອນສາມ ກະບາງຄົນເພິ່ນຊື້ຕັ້ງແຕ່ເດືອນເກົ້າເດືອນສິບພຸ້ນ.”

ທ້າຍສຸດນີ້ ທ່ານທະນກິດ ກ່າວວ່າ ທ່ານຢາກໃຫ້ໂຄງການ Lao Legends ນີ້ເປັນງານເພື່ອການກຸສົນຕະຫຼອດໄປ ຖ້າໄດ້ຮັບຜົນສຳເລັດ ຢູ່ໃນສະຫະລັດແລ້ວ ທ່ານຢາກຈະນຳເອົາໂຄງການນີ້ ໄປສະແດງຢູ່ທົ່ວໂລກ ເພື່ອເຜີຍແຜ່ວັດທະນະທຳຂອງລາວ ໃຫ້ພີ່ນ້ອງຊາວລາວຢູ່ທົ່ວໂລກ ໄດ້ຮັບຊົມແລະຟັງເຊັ່ນກັນ.

ລິ້ງເວັບໄຊ້ຂອງລາວເລເຈັ້ນສ໌: https://www.laolegends.com/

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG