ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ເມສາ ໒໐໒໖

ການຂຸດຄົ້ນເກືອກາລີເເຂວງຄຳມ່ວນ ສ້າງລາຍໄດ້ໃຫ້ນັກລົງທຶນຈີນ ເເຕ່ປະຊາຊົນໃນພື້ນທີ່ມີ​ຄວາມ​ກັງ​ວົນ

ການຂຸດຄົ້ນເກືອກາລີເເຂວງຄຳມ່ວນສ້າງລາຍໄດ້ໃຫ້ນັກລົງທຶນຈີນ ເເຕ່ສ້າງຄວາມກັງວົນໃຫ້ປະຊາຊົນໃນພື້ນທີ່

ບໍ່ເເຮ່ເກືອກາລີຢູ່ເເຂວງຄຳມ່ວນເປັນໜຶ່ງອຸດສະຫະກຳທີ່ໃຫຍ່ອັນດັບຕົ້ນໆໃນປະເທດລາວ ເເຕ່ລາຍໄດ້ມະຫາສານຈາກການຂາຍເເຮ່ເກືອກາລີ ແມ່ນ ເເລກມາກັບການທຳລາຍຊັບພະຍາກອນທີ່ບໍ່ສາມາດທົດເເທນໄດ້ ເເລະ ສ້າງຄວາມກັງວົນໃຫ້ປະຊາຊົນເລື່ອງຄວາມປອດໄພໃນອານາຄົດ.

ເເຂວງຄຳມ່ວນມີໂຮງງານຂຸດຄົ້ນບໍ່ເເຮ່ເກືອກາລີທີ່ມີນາຍທຶນຈີນເປັນເຈົ້າຂອງເຊິ່ງຈະມີບໍລິສັດຈີນໃຫຍ່ໆເປັນຕົ້ນເເມ່ນບໍລິສັດຊີໂນ ອາຮີໂປຕາສ ທີ່ກວມ ເອົາເນື້ອທີ່ 48,52 ຕາກິໂລເເມັດ ເເລະ ບໍລິສັດ ຄາຍຢວນ 41,69 ຕາກິໂລເເມັດ ເຊິ່ງບໍລິສັດທັງສອງໄດ້ຂຸດຄົ້ນເເຮ່ເກືອກາລີ ເເລະ ສົ່ງອອກ ໄປທົ່ວໂລກ.

ຊາວບ້ານເເຂວງຄຳມ່ວນຜູ້ໜຶ່ງໄດ້ກ່າວວ່າ: “ຜົນດີມັນກະຫຼາຍກວ່າຜົນເສຍ ມັນສ້າງລາຍໄດ້ໃຫ້ປະຊາຊົນທ້ອງຖິ່ນຫັ້ນນະມີວຽກເຮັດງານທຳຫຼາຍຂຶ້ນຫັ້ນນະ ເເຕ່ຖ້າເລື່ອງຜົນເສຍກະຄືບໍລິສັດທີ່ມາເຮັດຫັ້ນນະມັນຈະມີຄົນເຂົາ ເຂົ້າມາຫຼາຍວ່າຈັ່ງຊີ້ຊະ ມັນກະບໍ່ໄດ້ເປັນມິດທຸກຄົນ ອິດທິພົນເຂົາມີຫຼາຍ ມັນກະບໍ່ເຖິງການຄ້າມະນຸດດ໋ອກເເຕ່ມີເລື່ອງການຊື້ບໍລິການຊີ້ນະ”

ລາວໄດ້ກ່າວເພີ່ມຕື່ມກ່ຽວກັບເລື່ອງການຂຸດຄົ້ນດັ່ງກ່າວຕໍ່ກັບສະພາບສິ່ງເເວດລ້ອມວ່າ: “ຖ້າຫາກໃນປັດຈຸບັນມັນກະຍັງບໍ່ທັນມີ ອາດຈະເປັນເພາະໄລຍະ ເວລາທີ່ມັນດົນຫັ້ນນະ ເເຕ່ວ່າໃນອາດນາຄົດເຮົາກໍ່ບໍ່ສາມາດຮັບຮູ້ໄດ້ ເເຕ່ໃນປັດຈຸບັນນີ້ກະຍັງບໍ່ໄດ້ຍິນຂ່າວ ອາດຈະເນື່ອງຈາກປະເທດເຮົາການ ສຳຫຼວດການຄົ້ນຄວ້າວິໄຈກ່ຽວກັບດ້ານນີ້ມັນຍັງບໍ່ເປີດກວ້າງພໍຫັ້ນນະ ຖ້າມັນບໍ່ມີຜົນກະທົບເເທ້ໆກະບໍ່ມີໃຜມາໃຫ້ຄວາມສຳຄັນປານໃດ ເເມ່ນປະເທດເຮົາມັນເປັນເເບບນັ້ນຢູ່ເເລ້ວຫັ້ນນະ”

ເຈົ້າໜ້າທີ່ທ່ານໜຶ່ງຢູ່ໃນເເຂວງຄຳມ່ວນເປີດເຜີຍກ່ຽວກັບການຂຸດຄົ້ນເກືອເເຮ່ນີ້ວ່າ:” ຈຸດເເຂງຂອງເເຂວງຄຳມ່ວນກໍມີອຸດສະຫະກຳຫຼາຍເປັນທ່າເເຮງນະ ສອງມາລະວຽກກະສິກຳຫັ້ນເເຫລະເອີ (ປະຊາຊົນ) ກະມີວຽກເຮັດງານທຳ ຫັ້ນເເຫລະການຂຸດຄົ້ນເເຮ່ເກືອໃຫຍ່ໆກະມີ 3 ບ່ອນຢູ່ບ້ານລຳມະລາດເເນ່ ບ້ານດົງໃຕ້ເເດ່, ລະກະຢູ່ບ້ານນາຄຳເເດ່(ໃຫຍ່) ເປັນອັນດັບທີສອງຫຼື ທີໜຶ່ງຂອງອາຊີນີ້ເເຫລະ”

ປະຊາຊົນອີກຜູ້ໜື່ງກໍກັງວົນກ່ຽວກັບສະພາບເເວດລ້ອມໃນອາດຄົດເຊິ່ງລາວໄດ້ເວົ້າວ່າ:” (ການຂຸດຄົ້ນ) ເຮັດໃຫ້ດິນບໍລິເວນທີ່ໄດ້ຮັບການຂຸດເຈາະເກືອ ໂປຕາສ ມີການເສື່ອມສະພາບມີຄວາມສ່ຽງອາດຈະເຮັດໃຫ້ດິນເຈື່ອນ ໃນອະນາຄົດ ຍ້ອນການຂຸດອຸໂມງເປັນວົງກວ້າງ. ທັງນີ້ອາດຈະສົ່ງຜົນຕໍ່ ສຸຂະພາບ ແລະ ສະພາບແວດລ້ອມຂອງປະຊາຊົນເຂດໃກ້ຄຽງ ເນື່ອງ ຈາກສິ່ງເສດເຫຼືອທີ່ໄດ້ປ່ອຍອອກອາດໄປເຈືອປົນນ້ຳ, ດິນ ແລະ ອາກາດຂອງຜູ້ທີ່ອາໄສຢູ່ບໍລິເວນນັ້ນ”

ຕາມຂໍ້ມູນການລາຍງານຂອງກົມການຄ້າຕ່າງປະເທດເກືອກາລີ ເເມ່ນສິນຄ້າ ສົ່ງອອກອັນດັບໜຶ່ງໃຫ້ກັບບັນດາປະເທດໄທ, ຈີນ ເເລະ ຫວຽດນາມ ເປັນຕົ້ນເພື່ອນຳໃຊ້ເຂົ້າໃນການຜະລິດປຸ່ຍ ເເລະ ສິນຄ້າການກະເສດ.

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG