ທາງການກະຊວງອຸດສະຫະກຳ ແລະ ການຄ້າຂອງລາວ ຈະດຳເນີນມາດຕະການຮັບຊື້ຜົນຜະຫລິດເຂົ້າຈາກບັນດາກະເສດຕະກອນລາວ ເພື່ອນຳມາເກັບຮວບຮວມໄວ້ຢູ່ໃນສາງຂະໜາດໃຫຍ່ ເພື່ອຮັກສາລະດັບລາຄາ ແລະ ຮັບປະກັນການບໍລິໂພກພາຍໃນປະເທດໃຫ້ໄດ້ຢ່າງພຽງພໍກັບຄວາມຕ້ອງການ.
ທ່ານ ສັນຕິສຸກ ວິໄລຈະເລີນ ຫົວໜ້າກົມການຄ້າພາຍໃນຂອງກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ຖະແຫລງຢືນຢັນວ່າ ທາງການກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ນຳສະເໜີໄປເຖິງທະນາຄານແຫ່ງຊາດລາວແລ້ວໃນຂະນະນີ້ ເພື່ອຂໍໃຫ້ຈັດສັນງົບປະມານໃນມູນຄ່າ 50 ຕື້ກີບ ສຳລັບນຳໃຊ້ເຂົ້າໃນການດຳເນີນມາດຕະການຮັບຊື້ຜົນຜະຫລິດເຂົ້າຈາກກະເສດຕະກອນລາວ ໃນເຂດນະຄອນຫລວງວຽງຈັນ. ທັງນີ້ໂດຍມີເປົ້າໝາຍເພື່ອນຳເອົາ ເຂົ້າທີ່ຮັບຊື້ຈາກກະເສດຕະກອນລາວດັ່ງກ່າວມາເກັບຮວບຮວມໄວ້ໃນສາງຂະໜາດໃຫຍ່ ຊຶ່ງນອກຈາກຈະເປັນການຊ່ອຍເຫລືອໃນດ້ານການຮັບປະກັນລາຄາເຂົ້າໃຫ້ແກ່ກະເສດຕະກອນລາວແລ້ວ ກໍຍັງຈະມີສ່ວນຢ່າງສຳຄັນຕໍ່ການຮັບປະກັນວ່າ ປະຊາຊົນລາວຈະບໍ່ຂາດແຄນເຂົ້າກິນໃນປີຕໍ່ໄປອີກດ້ວຍ.
ແຕ່ຢ່າງໃດກໍຕາມ ງົບປະມານໃນມູນຄ່າ 50 ຕື້ກີບດັ່ງກ່າວນີ້ ກໍຈະສາມາດທີ່ຈະຮັບຊື້ຜົນຜະຫລິດເຂົ້າຈາກກະເສດຕະກອນລາວ ໄດ້ແຕ່ສະເພາະໃນເຂດນະຄອນຫລວງວຽງຈັນເທົ່ານັ້ນ
ສ່ວນການທີ່ຂະຫຍາຍການດຳເນີນມາດຕະການ ອອກໄປຍັງເຂດແຂວງອື່ນໆ ໃນລາວອີກດ້ວຍນັ້ນ
ກໍຍັງຈະຕ້ອງລໍຖ້າຜົນທີ່ໄດ້ຮັບຈາກການດຳເນີນມາດຕະການຢູ່ໃນເຂດນະຄອນຫລວງວຽງຈັນເສຍກ່ອນ.
ໃນຂະນະທີ່ການກະຊວງກະສິກຳປ່າໄມ້ລາວ ກໍໄດ້ລາຍງານວ່າ ໃນປີທີ່ຜ່ານມາໃນທົ່ວປະເທດລາວ
ມີຜົນຜະຫລິດເຂົ້າທັງໝົດຫລາຍກວ່າ 2,700,000 ໂຕນ ໂດຍຢູ່ໃນແຂວງສະຫວັນນະເຂດ,
ຄຳມ່ວນ ແລະ ຈຳປາສັກນັ້ນ ຖືວ່າເປັນເຂດແຂວງທີ່ມີຜົນຜະຫລິດເຂົ້າເກີນຄວາມຕ້ອງການບໍລິໂພກພາຍໃນແຂວງລວມກັນຫລາຍກວ່າ
400,000 ຕັນ. ທາງດ້ານ ທ່ານຕີ ພົມມະສັກ ລັດຖະມົນຕີຊ່ອຍວ່າ ການກະຊວງກະສິກຳປ່າໄມ້ຂອງລາວ
ກັບໄດ້ລະບຸວ່າ 8 ແຂວງພາກເໜືອ ແລະ ແຂວງສາລະວັນໃນພາກໃຕ້ ຍັງຄົງຂາດເຂີນເຂົ້າກິນຢ່າງໜັກໜ່ວງ
ແລະ ລາຄາເຂົ້າທີ່ຕົກຕ່ຳລົງໃນປະຈຸບັນ ກໍຍັງເຮັດໃຫ້ກະເສດຕະກອນລາວ ໄດ້ພາກັນຫລຸດການປູກເຂົ້າລົງຈາກປີກາຍອີກດ້ວຍ.
ນອກຈາກນີ້ ການທີ່ກະເສດຕະກອນລາວຂາດເຂີນເງິນທຶນ ທີ່ຈະນຳໃຊ້ເຂົ້າໃນການເພີ້ມຜົນຜະຫລິດການກະເສດກໍຍັງນັບເປັນປັດໃຈບັນຫາອັນສຳຄັນອີກປະການໜຶ່ງ ໂດຍມີສາເຫດມາຈາກການທີ່ກະເສດຕະກອນລາວສ່ວນໃຫຍ່ ຍັງຄົງເຂົ້າໄປບໍ່ເຖິງລະບົບສິນເຊື່ອຂອງທະນາຄານ ທັງທີ່ເປັນຂອງລັດຖະບານ ແລະ ຂອງເອກກະຊົນຢູ່ໃນປະເທດລາວ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນທະນາ ຄານພັດທະນາລາວຈຳກັດ ໄດ້ໃຫ້ການຊີ້ແຈງເຖິງສະພາບການທີ່ເກີດຂຶ້ນກັບກະເສດຕະກອນລາວສ່ວນໃຫຍ່ໃນເວລານີ້ ວ່າ:
ກ່ຽວພັນກັບປະຊົນຜູ້ທຳການຜະຫລິດ ຜູ້ຕ້ອງການທຶນນີ້ ສຳຄັນທີ່ສຸດນີ້ລະແມ່ນເວົ້າເລື້ອງ ຄວາມບໍ່ທັນເຂົ້າໃຈຕໍ່ກັບນະໂຍບາຍມີລະບຽບຫລັກການຂອງທະນາຄານເວົ້າລວມ ແລ້ວວ່າ ປະຊາຊົນບັນດາເຜົ່າພວກເຮົານີ້ ຄັນວ່າເວົ້າເລື້ອງເຂົ້າມາຫາເບື້ອງ ທະນາຄານ ເຫັນວ່າຍັງມີອັນຢາກຈົ່ງຈຽມ ຫລືວ່າ ເກງກົວ ໂດຍສະເພາະເວົ້າແມ່ນເລື່ອງການປະກອບເອກະສານບໍ ທີ່ມັນເປັນຂໍ້ມູນຫລັກຖານ ມັນຈະບໍ່ຄືກັບການໄປ ຢືມກັບບັນດາການເງິນ ນອກລະບົບ ສະນັ້ນຈຶ່ງເວົ້າວ່າ ເຮັດໃຫ້ຄວາມເຂົ້າໃກ້ກັນລະ ຫວ່າງປະຊາຊົນ ຜູ້ທຳການຜະຫລິດໂດຍກົງກັບທະນາຄານນີ້ຍັງມີລັກສະນະຢາກບໍ່ທັນໃກ້ຄຽງກັນເທົ່າທີ່ຄວນ.
ຊຶ່ງດ້ວຍສະພາບບັນຫາດັ່ງກ່າວນີ້ກໍຍັງເຮັດໃຫ້ກະເສດຕະກອນລາວຈຳນວນບໍ່ໜ້ອຍ ຕ້ອງພາກັນໄປກູ້ຢືມເງິນນອກລະບົບທະນາຄານທີ່ມີອັດຕາດອກເບ້ຍສູງເຖິງ 15% ຕໍ່ເດືອນ ຫລື 180% ຕໍ່ປີ. ເພາະສະນັ້ນ ໃນເມື່ອວ່າປີໃດ ເກີດບັນຫາໄພນ້ຳຖ້ວມ ຫລື ໄພແຫ້ງແລ້ງຢ່າງໜັກຫນ່ວງຈຶ່ງເຮັດໃຫ້ກະເສດຕະກອນລາວຈຳນວນບໍ່ ໜ້ອຍຕ້ອງສູນເສຍທີ່ດິນ ແລະ ລົ້ມລະລາຍໄປເພາະວ່າ ບໍ່ມີເງິນທີ່ຈະນຳໄປຊຳລະຄືນໜີ້ ແລະ ດອກເບ້ຍເງິນກູ້ທີ່ມີອັດຕາສູງດັ່ງກ່າວນັ້ນເອງ.
ທາງດ້ານ
ທ່ານ ພູເພັດ ຄຳພູນວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ກໍໄດ້ຢືນຢັນວ່າ ຈະພະຍາຍາມລະດົມເງິນທຶນຈາກເງິນຝາກຂອງປະຊາຊົນ
ເພື່ອນຳປ່ອຍເປັນສິນເຊື່ອສຳລັບການສະໜັບ ສະໜູນການປູກຝັງຂອງບັນດາກະເສດຕະກອນລາວໃນທົ່ວປະເທດໃຫ້ໄດ້ຫລາຍຂຶ້ນ
ແລະ ຢ່າງທົ່ວເຖິງພາຍໄຕ້ເປົ້າໝາຍທີ່ຈະຕອບສະໜອງສິນເຊື່ອໃຫ້ໄດ້ໃນອັດຕາສະເລ່ຍເຖິງ
15% ຂອງຍອດຜະຫລິດຕະພັນພາຍໃນປະເທດທັງໝົດໃນປີນີ້ໃຫ້ໄດ້ ຊຶ່ງກໍຈະເຮັດໃຫ້ສາມາດເພີ້ມຜົນຜະ
ຫລິດເຂົ້າເປັນເກືອບ 2,900,000 ໂຕນ ຫລືວ່າ ເພີ້ມຂຶ້ນຈາກປີ 2008 ຄຶດເປັນສັດສ່ວນບໍ່ຕ່ຳກວ່າ
3.3%.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ເມື່ອວັນທີ 12 ພຶດສະພາ 2009