ທ່ານ ບົວສອນ ບຸບພາວັນ ນາຍົກລັດຖະມົນຕີລາວ ໄດ້ສະແດງ ການເນັ້ນຢ້ຳເນື່ອງໃນໂອກາດທີ່ໄດ້ພົບປະໂອ້ລົມ ແລະ ແລກປ່ຽນ ຄວາມຄິດເຫັນຮ່ວມກັນກັບບັນດາຄະນະນຳຂອງກະຊວງສຶກສາທິການ ແລະ ບັນດາຄະນະ ອະທິການບໍດີ, ພະນັກງານ, ຄູ ແລະ ອາຈານ ລວມໄປເຖິງນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດລາວ ເມື່ອບໍ່ນານມາ ນີ້ວ່າ ເສດຖະກິດຂອງລາວໃນ ຕະຫລອດແຜນການປະຈຳປີ 2008 ຫາ 2009 ນີ້ ຈະມີການຂະຫຍາຍ ຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ໜ້ອຍກວ່າ 6.9% ຫລືວ່າ ຫລຸດລົງຈາກແຜນການປີກາຍໃນອັດຕາສະເລ່ຍພຽງ 1% ເທົ່ານັ້ນ ໂດຍເປັນຜົນເນື່ອງມາຈາກຜົນກະທົບມາຈາກວິກິດການທາງເສດຖະກິດການເງິນໂລກ ທີ່ເປັນຢູ່ໃນເວລານີ້. ກ່ອນໜ້ານີ້ ທາງການລາວກໍໄດ້ວາງເປົ້າໝາຍໄວ້ວ່າ ຈະເຮັດໃຫ້ເສດຖະ ກິດຂອງລາວ ໂດຍສະເພາະແມ່ນມູນຄ່າການຜະຫລິດມວນລວມ ຫລືວ່າ ຍອດຜົນຜະຫລິດລວມ ພາຍໃນປະເທດ ຫລື GDP ນັ້ນ ໃຫ້ຂະຫຍາຍຕົວໃນອັດຕາສະເລ່ຍບໍ່ໜ້ອຍ ກວ່າ 8%. ຫາກແຕ່ວ່າຕາມຄາດໝາຍໃໝ່ຂອງ ທ່ານ ບົວສອນ ດັ່ງກ່າວນີ້ ກໍຈະເປັນຜົນເຮັດໃຫ້ເສດຖະກິດຂອງລາວໃນປີນີ້ ຈະຕົກຕໍ່າລົງກວ່າເປົ້າໝາຍເດີມທີ່ວາງເອົາໄວ້ ເຖິງ 1.1%.ແຕ່ຢ່າງໃດກໍຕາມ ທາງດ້ານທະນາຄານພັດທະນາແຫ່ງເອເຊຍ ຫລື ADB ນັ້ນ ກໍໄດ້ສະເໜີລາຍງານໃນກໍລະນີດຽວກັນ ນີ້ວ່າ ເສດຖະກິດຂອງລາວໃນປີນີ້ ຈະຂະຫຍາຍຕົວໃນອັດຕາບໍ່ເກີນ 5.5% ຫລືວ່າ ຫລຸດລົງຈາກເປົ້າໝາຍຂອງລັດຖະບານລາວທີ່ວາງເອົາໄວ້ດັ່ງກ່າວເຖິງ 2.5% ຊຶ່ງກໍມີຜົນມາຈາກການຕົກຕໍ່າລົງຂອງພາກການສົ່ງອອກສິນຄ້າຂອງ ລາວໄປໃນຕ່າງປະເທດ ທີ່ຖືກສົມທົບດ້ວຍການລົງທຶນຂອງຕ່າງປະເທດຢູ່ໃນລາວ ທີ່ໄດ້ມີການຫົດຕົວລົງ ແລະ ໃນຂະນະດຽວກັນ ກໍຍັງສົ່ງຜົນກະທົບ ຕໍ່ເນື່ອງ ໄປເຖິງພາກທຸລະກິດບໍ ລິການ ແລະ ການທ່ອງທ່ຽວ ຂອງລາວອີກດ້ວຍ ເນື່ອງຈາກວ່າ ມີນັກທ່ອງທ່ຽວຊາວຕ່າງປະເທດ ເດີນທາງເຂົ້າໄປໃນລາວຫລົດໜ້ອຍຖອຍລົງ ເມື່ອປຽບທຽບໃສ່ກັບປີກາຍນັ້ນເອງ.
ຫາກແຕ່ວ່າ ດ້ວຍການຂະຫຍາຍຕົວທາງເສດຖະກິດໃນອັດຕາດັ່ງກ່າວນີ້ຂອງລາວ ກໍຍັງຄົງນັບເປັນການຂະຫຍາຍຕົວທາງເສດຖະກິດທີ່ມີອັດຕາທີ່ສູງ ເມື່ອທຽບໃສ່ກັບບັນດາປະເທດ ໃນພູມມີພາກເອເຊຍຕາເວັນອອກສຽງໃຕ້ດ້ວຍກັນ ດັ່ງທີ່ ທ່ານ ສີລິນທອນ ເລືອງຄຳສິງ ນັກເສດຖະສາດ ຂອງທະນາຄານພັດທະນາແຫ່ງເອເຊຍ ປະຈຳປະເທດລາວ ໄດ້ໃຫ້ການອະທິບາຍເຖິງບັນດາເງື່ອນໄຂທີ່ກ່ຽວຂ້ອງກັບສະພາບການດັ່ງກ່າວນີ້ ວ່າ:
ນອກຈາກນີ້ ທ່ານ ສີລິນທອນ ຍັງໄດ້ໃຫ້ການຄາດໝາຍອີກດ້ວຍວ່າ ໃນຕະຫລອດປີ 2009 ນີ້ ອັດຕາເງິນເຟີ້ຂອງລາວ ຈະຢູ່ໃນລະດັບລະຫວ່າງ 5% ຫາ 6% ຊຶ່ງຫລຸດລົງຈາກປີກາຍຍ້ອນວ່າ ສະພາວະໃນດ້ານລາຄານ້ຳມັນ ແລະ ສິນຄ້າປະເພດທຶນຕ່າງໆ ທີ່ຫລຸດລົງໃນປີນີ້. ຫາກແຕ່ວ່າໃນພາກສ່ວນໜຶ່ງທີ່ຖືວ່າມີຄວາມໜ້າເປັນຫວ່ງຢ່າງຍິ່ງກໍຄື ລາຍຮັບຂອງລັດຖະບານລາວໃນດ້ານພາສີອາກອນ ແລະ ຄ່າທຳນຽມ ຕ່າງໆນີ້ ຈະຕ້ອງຫລຸດໜ້ອຍຖອຍລົງຢ່າງຫລີກລ້ຽງບໍ່ໄດ້, ຊຶ່ງໃນກໍລະນີດຽວກັນນີ້ ທາງການລາວເອງ ກໍໄດ້ປະເມີນສະຖານະການວ່າ ລາຍຮັບຈາກພາສີອາກອນແລະ ຄ່າທຳນຽມຕ່າງໆໃນລັດຖະບານລາວໃນປີນີ້ ຈະຫລຸດລົງກວ່າປີກາຍຄຶດເປັນມູນຄ່າຫລາຍກວ່າ 700 ຕື້ກີບ ແລະ ກໍຍັງຈະສົ່ງຜົນເຮັດໃຫ້ລັດຖະບານລາວນັ້ນ ຕ້ອງຂາດດຸນທາງດ້ານງົບປະມານລາຍຈ່າຍ ຄຶດເປັນມູນຄ່າລວມຫລາຍກວ່າ 3.000 ຕື້ກີບ ຫລື ຫລາຍກວ່າ 350 ລ້ານ ໂດລ້າສະຫະຣັດ ອັນຈະສົ່ງຜົນກະທົບຕໍ່ເນື່ອງໄປເຖິງການດຳເນີນງານໃນໂຄງການພັດທະນາຕ່າງໆ ຂອງລັດຖະບານລາວຢ່າງຫລີກລ້ຽງບໍ່ໄດ້ ໂດຍສະເພາະແມ່ນ ໂຄງການພັດທະນາ ເພື່ອຫລຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວ. ຍິ່ງໄປກວ່ານັ້ນ ກໍຍັງຈະສົ່ງຜົນກະທົບໄປເຖິງລະດັບການຈ້າງງານຢູ່ໃນປະເທດລາວອີກດ້ວຍ ໂດຍໃນໄລຍະສະເພາະໜ້ານີ້ ທາງການກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວເອງ ກໍຄາດໝາຍວ່າ ຈະມີຄົນລາວທີ່ຫວ່າງງານຢູ່ໃນປະເທດຈຳນວນຫລາຍກວ່າ ໜຶ່ງແສນຄົນ ໂດຍຍັງບໍ່ທັນລວມໄປເຖິງ ແຮງງານລາວທີ່ລັກລອບທຳງານຢູ່ໃນໄທໂດຍຜິດກົດໝາຍອີກຫລາຍກວ່າ ສີ່ແສນຄົນແຕ່ຢ່າງໃດ.ຖ້າ ເມື່ອສົມທຽບເບິ່ງການຂະຫຍາຍຕົວຂອງເສດຖະກິດລາວເຮົາ ກໍແມ່ນສູງກວ່າບັນດາປະເທດໃນພາກພື້ນ. ອັນນີ້ກໍແມ່ນເນື່ອງມາຈາກ ເສດຖະກິດຂອງລາວເຮົາກໍຍັງບໍ່ໄດ້ເຊື່ອມ ໂຍງເຂົ້າກັບພູມມີພາກຢ່າງສົມບູນເຫລືອວ່າຢ່າງເຕັມຮູບແບບ ແລະ ກໍຍັງມີຂໍ້ຈຳກັດທີ່ກ່ຽວກັບການເຊື່ອມໂຍງຕໍ່ກັບສະຖາບັນການ ເງິນຕ່າງໆຂອງໂລກ ຫລື ຕະຫລາດການເງິນຂອງໂລກ ຫັ້ນ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 10 ເມສາ 2009