ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Laos: Pregnant British Will Not Face Execution


ທາງການລາວຢືນຢັນວ່າ ນາງ ສາມານທ້າ ໂອໂຣບາຕໍຣ໌ (Samantha Orobator), ຊາວອັງກິດ ຈະບໍ່ຖືກລົງ ໂທດປະຫານຊີວິດ ເພາະວ່າ ການທີ່ນາງຖືພານັ້ນເຮັດໃຫ້ນາງ ລອດພົ້ນຈາກໂທດດັ່ງກ່າວ ແລະ ນາງກໍຍັງ ມີໂອກາດຈະຖືກ ສົ່ງຕົວກັບຄືນໄປຮັບໂທດ ຢູ່ປະເທດອັງກິດອີກດ້ວຍ.

ທ່ານ ​ເຄນທອງ ນວນ​ທະ​ສິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ທ້າ​ຍສັບ​ດາ​ທີ່​ຜ່ານ​ມານີ້ວ່າ ນາງ ສາມານ​ທ້າ ​ໂອ​ໂຣບາ​ເທີ້ ຜູ້​ຕ້ອງ​ຫາ​ຊາວ​ອັງກິດ​ໃນ​ຂໍ້​ຫາ​ພະຍະ​ຍາມ​ລັກລອບ​ຂົນ​ເຮ່​ໂຣ​ອິນ​ໃນ​ນ້ຳໜັກ 680 ກຣາມ ຈາກ​ລາວ​ໄປ​ຍັງຕ່າງປະ​ເທດ ຊຶ່ງ​ໄດ້​ຖືກ​ທາງ​ການ​ລາວ​ຈັບ​ກຸມ​ຕົວ​ໄດ້ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ​ປີກາຍ​ເປັນຕົ້ນມານັ້ນ ຈະ​ບໍ່ຖືກ​ສານ​ຕັດສິນ​ໂທດ​ເຖິງ​ຂັ້ນປະຫານ​ຊີວິດຢ່າງ​ແນ່ນອນ ເຖິງ​ແມ່ນ​ວ່າ​ຕາມ​ກົດໝາຍອາດຍາຂອງ​ລາວຈະ​ກຳ​ນົດ​ໃຫ້​ລົງ ໂທ​ດດັ່ງກ່າວ​ກໍ​ຕາມ. ທັງ​ນີ້ ​ທ່ານ ​ເຄນທອງ ໄດ້​ໃຫ້ການ​ອະທິບາຍ​ວ່າ ການທີ່ນາງ ສາມານ​ທ້າ ກຳລັງ​ຖືພາ​ນັ້ນ ຈຶ່ງ​ໄດ້​ຮັບ​ການ​ຍົກ​ເວັ້ນໂທດ​ປະຫານ​ຊີວິດ​ຕາມ​ກົດ ໝາຍ ​ໂດຍ​ອາດ​ຈະ​ເປັນ​ໂທດ​ຈຳ​ຄຸ​ກໄລຍະ​ຍາວ ຫລື ​ເຖິງ​ຂະໜາດ ຕະຫລອດ​ຊີວິດ​ກໍ​ເປັນ​ໄປ​ໄດ້ ຊຶ່ງ​ກໍ​ຂຶ້ນຢູ່​ກັບ​ການ​ພິຈາລະນາ​ຄະ​ດີ ​ແລະ ຕັດສິນ​ຄະດີ​ຄວາມ​ໂດຍສານ​ປະຊາຊົນ​ລາວ​ໃນ​ວຽງຈັນ ຊຶ່ງ​ຄາດໝາຍວ່າ ຈະ​ມີການ ພິຈາລະນາ​ຕັດ​ສິນ​ພາຍ​ໃນ​ສັດປະ​ດານີ້ ດັ່ງ​ທີ່ ທ່ານ ​ເຄນທອງ ​ໄດ້​ຖະ​ແຫລ​ງເນັ້ນຢ້ຳ ​ແລະ ອະທິບາຍ​ໃນ​ຕອນໜຶ່ງວ່າ:

ບັນ​ດາສື່​ຕ່າງປະ​ເທດ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ ລະແມ່ນວ່າ ຢ້ານນາງ ສາມານ​ທ້າ ນີ້ ຈະ​ຖືກ​ຕັດສິນ​ປະຫານ​ຊີວິດ​ຕາມ​ກົດໝາຍຂອງ​ລາວ ທີ່​ວ່າຖ້າ​ມີ​ຢາ​ເຮ່​ໂຣອິນ​ໄວ້ຄອບ​ຄອງ​ຫລາຍ​ກວ່າ 500 ​ກຣາມຂຶ້ນ​ໄປຈະ​ຖືກ​ໂທ​ດປະຫານ​ຊີວິດ, ​ແລະ ຄວາມ​ຈິງກົດໝາຍ ຂອງ​ລາວກໍໄດ້ບົ່ງໄວ້ແນວນັ້ນ​ແທ້, ​ແຕ່​ວ່າ ກໍ​ຍັງ​ມີ​ມາດຕາອື່ນ ​ໂດຍ​ສະ​ເພາ​ແມ່ນ​ມາດ​ຕາ 32 ຂອງ​ກົດໝາຍອາດ​ຍາ ກໍ​ໄດ້​ກຳນົດ​ໄວ້​ວ່າ ​ໂທດ​ປະ ຫານ​ຊີວິດ​ຈະ​ບໍ່​ໄດ້​ປະຕິບັດ​ໃສ່​ແມ່ຍິງ​ທີ່​ຖືພາ. ອັນ​ນີ້ກໍແມ່ນ​ເປັນ​ກົດໝາຍທີ່​ມະນຸດ​ສະ​ທຳທີ່ສຸດ​ຂອງ​ລັດຖະບານ​ລາວ​ເຮົາ ​ແລະ ມາ​ຮອດ​ຄູ່​ມື້ນີ້ບັນດາ​ນັກຂ່າວ​ຕ່າງໆ ອັນ​ທີ່​ອອກ​ຢູ່​ຕ່າງປະ​ເທດ​ທັງໝົດນີ້ກໍ​ເປັນ​ຈຳ ນວນ​ຫລວງຫລາຍ​ຫັ້ນ​ແຫລະນໍ ​ແລະ ທາງ​ເບື້ອງ​ໂຄສົກ​ການ​ຕ່າງປະ​ເທດ​ກໍ​ໄດ້​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ເຂົ້າໃຈກ່ຽວກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ກໍ​ລະ​ນີຂອງ​ ນາງ ສາມານ​ທ້າ ນີ້. ​ແລະ ມາ​ຮອດ​ຄູ່​ມື້ນີ້ ນາງ ສາມານ​ທ້າ ຍັງ​ມີ​ສຸກຂະພາບ​ແຂງ​ແຮງ​ດີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໃນ​ການ​ພິ​ຈາລະ​ນາຄະ​ດ ີ​ເພື່ອ​ຕັດສິນ​ຄວາມ​ຜິດ​ຂອງ​ ນາງ ສາມານ​ທ້າ ນັ້ນ ຈະ​ບໍ່ມີ​ທະນາຍຄວາມ​ຊາວ​ຕ່າງປະ​ເທດ​ປະກອບສ່ວນ​ຢູ່ດ້ວຍ​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​ວ່າ ຕາມ​ກົດໝາຍຂອງ​ລາວ​ນັ້ນ ຈະ​ບໍ່ອານຸຍາດ​ໃຫ້​ທະນາຍ​ຄວາມ​ຊາວ​ຕ່າງປະ​ເທດ ສາມາດ​ເຂົ້າ​ໄປ​ວ່າຄວາມ​ໃນ​ປະ​ເທດ​ລາວ​ໄດ້ ນອກຈາກ​ການ​ໃຫ້​ທະນາຍຄວາມ​ລາວ ວ່າ​ຄວາມ​ແທນ​ຕາງໜ້າຈຳ​ເລີຍເທົ່າ​ນັ້ນ. ສຳລັບ​ໃນ​ກໍລະນີຂອງ​ ນາງ ສາມານ​ທ້າ ນີ້ ທະນາຍຄວາມ​ທີ່​ເປັນ​ຄົນ​ລາວ ກໍ​ແມ່ນທາງ​ການ​ລາວ​ເປັນ​ຜູ້​ຈັດ​ຫາ​ໃຫ້ ຖ້າ​ຫາກ​ວ່າ ຈຳ​ເລີຍ​ບໍ່ມີ​ຄວາ​ມອາດ​ສາມາ​ດທີ່​ຈະ​ວ່າ​ຈ້າງ​ທະນາຍຄວາມໄດ້​ດ້ວຍ​ຕົນ​ເອງ ຫລື ຖ້າ​ຫາກ​ວ່າ​ຈຳ​ເລີຍມີ​ຄວາ​ມອາດ​ສາມາ​ດທີ່​ຈະ​ວ່າ​ຈ້າງ​ທະນາຍຄວາມໄດ້​ດ້ວຍ​ຕົນ​ເອງ ກໍ​ຍັງ​ຈະ​ຕ້ອງ​ເປັນ​ທະນາຍ​ຄວາມ​ຂອງ​ລາວ​ຢູ່​ດີ ​ໃນ​ຂະນະ​ທີ່ທະນາຍຄວາມຊາວ​ຕ່າງ​ປະ​ເທດ​ນັ້ນ ກໍ​ຈະ​ມີ​ສິດ​ເປັນ​ພຽງ​ແຕ່​ທີ່ປຶກສາ​ໃນ​ຄະ​ດີ​ຄວາມ​ເທົ່າ​ນັ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ສຳລັບ​ໃນ​ກໍລະນີ​ຂອງນາງ ສາມານ​ທ້າ ດັ່ງກ່າວນີ້ ກໍ​ຍັງ​ມີ​ໂອກາດ​ທີ່​ຈະ​ຖືກ​ສົ່ງ​ຕົວ​ກັບ​ຄືນ​ໄປ​ຮັບ​ໂທດ​ຢູ່​ໃນ​ປະ​ເທດ​ອັງກິດ​ອີກ​ດ້ວຍ. ທັງ​ນີ້ກໍເນື່ອງ​ຈາກ​ວ່າ ທາງ​ການ​ລາວ​ ​ແລະ ​ອັງ ກິດ ​ໂດຍ ທ່ານ ທອງ​ລຸນ ສີ​ສຸ​ວິດ ຮອງ​ນາຍ​ຍົດ​ລັດຖະມົນຕີ ​ແລະ ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ກັບ​ ທ່ານ ​ເດ​ວິດ ມີ​ລິນ​ແບ້ນ (David Milliband) ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ອັງກິດ ​ໄດ້ມີ​ການລົງ​ນານ​ຮ່ວມ​ກັນ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ໂອນ​ຕົວ​ຜູ້​ຖືກ​ຕັດສິນ​ໂທດລະຫວ່າງ​ລາວ​ກັບອັງກິດ ຢ່າງ​ເປັນ​ທາງ​ການ​ແລ້ວ ນັບ​ຕັ້ງ​ແຕ່​ວັນ​ທີ​ 7 ພຶດ​ສະພາ​ ທີ່​ຜ່ານ​ມາ ຢູ່​ກຸງ​ລອນ​ດອນ ຊຶ່ງ​ກໍໝາຍ ຄວາມ​ວ່າ ​ເມື່ອສານ​ປະຊາຊົນ​ລາວ​ໄດ້​ຕັດສິນ​ໂທດ​ ນາງ ສາ ມານ​ທ້າ ຢ່າງ​ເປັນ​ທາງ​ການ​ແລ້ວ ​ແລະ ທາງ​ການ​ອັງກິດ​ກໍ​ໄດ້​ຮ້ອງຂໍ​ຕໍ່ທາງ​ການ​ລາວ ​ເພື່ອ​ຂໍ​ໃຫ້​ສົ່ງ​ຕົວນາງ ສາມານ​ທ້າ ​ໄປ​ຮັບ​ໂທດ​ຢູ່​ປະ​ເທດ​ອັງກິດ ທາງ​ການ​ລາວ​ກໍ​ສາມາດ​ທີ່ຈະ​ສົ່ງ​ຕົວ​ນາງ​ໃຫ້​ກັບ​ທາງ​ການ​ອັງກິດ​ໄດ້​ຕາມ​ຂໍ້​ຕົກລົງ​ດັ່ງ​ກ່າວ​ຕໍ່​ໄປ​ນັ້ນ​ເອງ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ອີກ​ບັນຫາໜຶ່ງທີ່​ຍັງ​ຄົງ​ບໍ່​ແຈ້ງຂາວ​ຈົນ​ເຖິງ​ຂະນະ​ນີ້ ຊຶ່ງ​ກໍ​ຄື ນາງ ສາມານ​ທ້າ ​ໄດ້​ຖືພາ​ໄດ້​ຈັກ​ເດືອນ​ແລ້ວ ຈຶ່ງ​ເຮັດ​ໃຫ້​ສັງຄົມ​ຍັງ​ຄົງ​ພາກັນ​ສົງ​ໃສ​ວ່າ ນາງ ສາມານ​ທ້າ ​ໄດ້​ຖືພາ​ກ່ອນ ຫລື ຫລັງ​ຈາກ​ທີ່​ນາງ​ໄດ້​ຖືກ​ຈັບ​ກຸມ​ຕົວ​ໄປ​ນັ້ນ​ເອງ.

XS
SM
MD
LG