ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Thai FM: Hmongs Detained in Nongkhai Can Go to Third Country



ລັດຖະມົນຕີກະຊວງການ​ຕ່າງປະ​ເທດ​ຂອງ​ໄທຢືນ ຢັນ​ວ່າ ທາງ​ການ​ໄທ​ຈະ​ປະສານ​ງານ​ກັບ​ຕ່າງປະ​ເທດ​ເພື່ອ​ຂໍ​ໃຫ້​ຮັບຮອງ​ເອົາ​ຊາວ​ມົ້ງຈຳນວນ 158 ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກ ງານ​ຕໍາຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງຫວັດໜອງຄາຍ​ຂອງ​ໄທ, ສ່ວນ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວນັ້ນຈະ​ຕ້ອງ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ທັງໝົດພາຍ​ໃນ​ປີນີ້.

ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ໄທຢືນຢັນ​ວ່າ ທາງ​ການ​ໄທ​ຈະ​ປະສານ​ງານ​ກັບ​ຕ່າງປະ​ເທດ​ເພື່ອ​ຂໍ​ໃຫ້​ຮັບຮອງ​ເອົາ​ຊາວ​ມົ້ງຈຳ ນວນ 158 ຄົນທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກງານ​ຕໍາຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງຫວັດ ໜອງຄາຍ​ຂອງ​ໄທ, ສ່ວນ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວນັ້ນຈະຕ້ອງ​ຖືກສົ່ງ​ກັບຄືນ ໄປ​ລາວ​ທັງໝົດພາຍ​ໃນ​ປີນີ້.

ທ່ານ ກະ​ສິດ ພິຣົມ ລັດຖະ​ມົນຕີວ່າການ​ຕ່າງປະ​ເທດ​ຂອງ​ໄທ​ໄດ້ຖະ​ແຫລ​ງຢືນຢັນ​ວ່າ ປະ​ເດັນ​ສຳຄັນ​ປະການ ໜຶ່ງທີ່​ທ່ານ​ໄດ້ເຈລະຈາ​ຮ່ວມ​ກັນ​ກັບ​ ທ່ານນາງ ​ແຮ​ລລາຣີ ຄລິນ​ເຕິ​ນ (Hillary Clinton) ລັດຖະມົນຕີວ່າ ການ​ຕ່າງປະ​ເທດ​ຂອງ​ສະຫະຣັດ​ອາ​ເມຣິ​ກາ ຫວ່າງຫມໍ່ໆມານີ້ ກໍ​ຄື​ປະ​ເດັນ​ບັນຫາ​ຊາວ​ມົ້ງຈຳນວນ 158 ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ຄຸກ​ຂອງ​ສຳນັກງານ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງຫວັດໜອງ ຄາຍ​ຂອງ​ໄທ. ທັງນີ້ ​ທ່ານ ກະ​ສິດໄດ້​ໃຫ້​ຄຳ​ຢືນຢັນ ​ແລະ ກໍ​ຍອມຮັບ​ວ່າ ຊາວ​ມົ້ງທັງ 158 ຄົນດັ່ງກ່າວ​ນີ້ ​ໄດ້​ຖືກ​ຮັບຮອງ​ເປັນ​ຊາວ​ອົບ​ພະ​ຍົບຂອງ​ສຳນັກງານ​ຂ້າ ຫລວງ​ໃຫຍ່​ຜູ້​ລີ້​ໄພ​ແຫ່ງ​ອົງການ​ສາຫະ​ປະຊາ​ຊາດ ຫລື UNHCR ຢ່າງ​ເປັນ​ທາງ​ການ​ແລ້ວ ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​ສິດ​ທີ່​ຈະ​ຂໍ​ເດີນທາງ​ໄປອາ​ໄສ​ຢູ່​ປະ​ເທດ​ທີ​ສາມ​ໄດ້ ​ໂດຍ​ທີ່​ລັດຖະບານ​ໄທ​ນັ້ນ ກໍ​ຈະ​ຕ້ອງ​ໃຫ້ການ​ຊ່ອຍ​ເຫລືອ​ດ້ວຍ​ການ​ປະສານ​ງານ​ຮ່ວມ​ກັນກັບ​ບັນດາ​ສະຖານທູ​ດ ຂອງຕ່າງ​ປະ​ເທດ​ຢູ່​ໃນ​ປະ​ເທດ​ໄທ ​ເພື່ອ​ຂໍ​ໃຫ້​ຮັບ​ຮອງ​ເອົາ​ຊາວ​ມົ້ງຈຳນວນ 158 ຄົນ ດັ່ງກ່າວ​ນີ້ຕໍ່​ໄປ.ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ກະ​ສິດ ກໍ​ບໍ່ສາມາດ​ທີ່​ຈະ​ຊີ້ຊັດ​ໄດ້​ວ່າ ຈະ​ມີ​ປະ​ເທດ​ໃດ​ແດ່​ທີ່​ຮັບຮອງ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້ ຫາກ​ແຕ່​ວ່າ ກ່ອນໜ້າ ນີ້ກໍ​ຈະ​ປະກົດ​ວ່າ ມີ​ທາງ​ການ​ອົດສຕຣາ​ລີ, ​ເນ​ເທີ​ແລນ, ນໍ​ເວ ​ແລະ ນີວຊີ​ແລນ​ນັ້ນ ​ເຄີຍ​ໄດ້​ສະ​ແດງ​ທ່າ​ທີ​ວ່າ ຈະ​ຂໍ​ຮັບ​ເອົາ​ຊາວ​ມົ້ງບາງ​ສ່ວນ​ຈາກ​ກຸ່ມ​ຊາວ​ມົ້ງ 158 ຄົນ ດັ່ງກ່າວ​ນີ້ ຫາກ​ແຕ່​ວ່າຈົນ​ເຖິງ​ປະຈຸ​ບັນ ກໍ​ຍັງ​ຄົງ​ບໍ່ມີ ຄ​ວາ​ມຄືບໜ້າ​ເກີດ​ຂຶ້ນ​ແຕ່​ຢ່າງ​ໃດ ​ເນື່ອງ​ຈາກ​ ບັນຫາ​ທາງ​ການ​ເມືອງຂອງໄທນັ້ນເອງ. ຊາວ​ມົ້ງ​ໃນ​ກຸ່ມ 158 ຄົນດັ່ງກ່າວ​ໄດ້ຖືກ​ທາງ​ການ​ໄທ​ຈັບ​ກຸມ ​ແລະ ຄຸມ​ຂັງ ນັບ​ຕັ້ງ​ແຕ່​ເດືອນ​ພຶດ ສະຈິກ​ກາ ປີ 2006 ​ເປັນຕົ້ນມາ​ແລ້ວ ​ໂດຍ​ທຳ​ອິດ​ມີ​ຢູ່​ນຳ​ກັນ​ຈຳນວນ 147 ຄົນ ​ແລະ ຕໍ່ມາ​ກໍ​ໄດ້​ມີ​ການ​ອອກລູກ​ຢູ່​ໃນ​ຫ້ອງ​ຂັງເພີ້ມຂຶ້ນອີກ 11 ຄົນ ຈຶ່ງ​ເຮັດ​ໃຫ້​ຈຳນວນ​ເພີ້ມຂຶ້ນ​ເປັນ 158 ຄົນ​ໃນ​ປະຈຸ​ບັນ​ນີ້. ສ່ວນ​ກ່ຽວກັບ​ຊາວ​ມົ້ງ 5,006 ຄົນ ທີ່​ພັກ​ອາ​ໄສ​ຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ ​ບ້ານ​ຫ້ວຍ​ນໍ້າຂາວ ອຳ​ເພີ​ເຂົາ​ຄໍ້ ຈັງກ​ວັດ​ເພັດສະ​ບູນ ທາງ​ພາ​ກ​ເໜືອຕອນຫ​ລ່າງ​ຂອງ​ປະ​ເທດ​ໄທ ທີ່​ໄດ້​ພາ ກັນ​ອົບ​ພະ​ຍົບ​ຈາກລາວ​ມາ​ລວມຕົວ​ກັນ​ຢູ່​ໃນ​ເຂດ​ໝູ່ບ້ານ​ດັ່ງກ່າວ ນັບ​ຈາກ​ປີ 2004 ​ເປັນຕົ້ນມາ​ແລ້ວນັ້ນ ທ່ານ​ກະ​ສິດ ກໍ​ໄດ້​ຢືນຢັນ​ວ່າ ​ເປັນ​ພຽງຄົນ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດ ໝາຍ​ເທົ່າ​ນັ້ນ ຊຶ່ງ​ກໍໝາຍຄວາມ​ວ່າ ຈະ​ຕ້ອງ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ທັງໝົດພາຍ​ໃນ​ປີ 2009 ນີ້ອີກ​ຕໍ່​ໄປ.


ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ລັບທາງ ທ້າວ ຫລີ​ສື ​ແກນນຳ​ຄົນ ສຳຄັນ​ຂອງ​ຊາວ​ມົ້ງຢູ່ບ້ານ​ຫ້ວຍ​ນ້ຳຂາວນັ້ນກໍ​ໄດ້​ຢືນ ຢັນ​ວ່າ​ ພວກຕົນຊຶ່ງ​ ເປັນມົ້ງປ່ານັ້ນບໍ່​ໄດ້​ມາ​ປະ​ເທດ​ໄທ​ຍ້ອນ​ວ່າ​ຢາກ​ຈະໄປ​ຢູ່​ສະຫະລັດ​ອາ​ ເມຣິ​ກາ ຫາກ​ແຕ່​ເປັນ​ການເດີນ ທາ​ງຍ້ອນ​ວ່າ​ເປັນ​ການໜີ ຮ້ອນ​ມາເພິ່ງ​ເຢັນ.ສາຍເຫດສຳຄັນປະການນຶ່ງ ທີ່ເຮັດໃຫ້ຊາວມົ້ງປ່າຕ້ອງພາກັນ ອົບພະຍົບອອກຈາກລາວນັ້ນ ກໍ ຍ້ອນວ່າຖືກທາງການລາວ ປາບປາມຢ່າງຕໍ່ເນື່ອງ ນັບຈາກປີ 1975 ເປັນຕົ້ນມາ ຫາກແຕ່ທາງ ການລາວກໍໄດ້ປະຕິເສດ ແລະ ຕອບໂຕ້ມາໂດຍຕະຫລອດວ່າ ບໍ່ມີການປິດລ້ອມ ແລະປາບປາມ ຊາວມົ້ງແຕ່ ຢ່າງໃດ. ຫາກແຕ່ວ່າ ກະແສຂ່າວທີ່ເກີດຂຶ້ນນັ້ນ ກໍຍ້ອນວ່າຖືກກຸ່ມຄົນບໍ່ດີ ໃນຕ່າງປະ ເທດ ໃສ່ຮ້າຍປ້າຍສີຢ່າງ ບໍ່ມີມູນຄວາມຈິງ ແຕ່ຢ່າງໃດ.


ຊົງຣິດ ໂພນເງິນລາຍງານມາຈາກບາງກອກ ໃນວັນທີ 6 ພຶດສະພາ 2009
XS
SM
MD
LG