ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Laos, Thailand to Complete Border Demarcation


ທ່ານ ກະ​ສິດ ພິຣົມ ລັດ​ຖະ​ມົນ​ຕີວ່າການ ​ຕ່າງປະ​ເທດ​ຂອງ​ໄທ ​ໃນ​ຖານະ​ປະ​ທານ ຄະນະກຳ​ມາ​ທິການ​ຮ່ວມລະຫວ່າງ​ລາວ​ ກັບ​ໄທ​ຂອງ​ຝ່າຍ​ໄທ ໄດ້​ຖະ​ແຫລ​ງ​ ເນື່ອງ​ໃນ​ ໂອ​ກາດ​ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ ຄະນະ​ກຳມາ​ທິການ​ຮ່ວມ​ ລະຫວ່າງ​ລາວ​ກັບ​ໄທ​ ຄັ້ງ​ທີ 15 ຢູ່​ເມືອງ​ຫລວງ​ພະ​ບາງ ​ເມື່ອ​ທ້າຍ​ເດືອນ​ມີນາທີ່​ຜ່ານ​ມານີ້ ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ການ​ປັກ​ປັນ​ເຂດ​ແດນ​ທາງບົກ​ ລະຫວ່າງລາວ​ກັບ​ໄທ​ນັ້ນ ຈະແລ້ວ​ເສັດ​ທັງ ໝົດ​ໃນຕະຫລອດ​ແນວ​ເຂດ​ຕິດຕໍ່ຊາຍ​ແດນ​ລະຫວ່າງ​ກັນ ພາຍ​ໃນທ້າຍ​ປີ 2009 ນີ້ຢ່າງ​ແນ່ນອນ. ສ່ວນ​ເຂດ​ແດນ​ທາງນໍ້າ ກໍ​ຄື​ນ້ຳຂອງ ​ແລະ ນ້ຳ​ເຫືອງ​ນັ້ນ ກໍ​ຈະ​ດຳ​ເນີນ​ການ​ສຳ​ຫລວດ ​ແລະ ປັກ​ປັນ​ເຂດ​ແດນ​ລະຫວ່າ​ງ ກັນ​ໃຫ້​ແລ້ວ​ເສັດ​ທັງໝົດພາຍ​ໃນ​ປີ 2010 ຕໍ່​ໄປ.

ທັງນີ້ ​ໂດຍ​ນັບຈາກ​ປີ 1996 ​ເປັນຕົ້ນມາຈົນ​ເຖິງ​ປະຈຸ​ບັນ ທາງ​ການ​ລາວແລະ​ໄທ​ໄດ້​ຮ່ວມ​ກັນດຳ​ເນີນ​ການ​ສຳ​ຫລວດ ​ແລະ ປັກ​ປັນ​ເຂດ​ແດນທາງບົກ​ໄດ້​ແລ້ວ​ໃນ​ໄລຍະ​ທາງ​ຍາວ 676 ກິ​ໂລ​ແມັດ ຈາກ​ເຂດ​ແດນ​ທາງບົກ​ທີ່​ຍາວ​ປະມານ ​ເຈັດ​ຮ້ອຍ​ກວ່າ​ກິ​ໂລ​ແມັດ ​ໂດຍ​ເຂດ​ທີ່​ຍັງ​ຄົງ​ບໍ່ສາມາດ​ຕົກລົງ​ໄດ້​ນັ້ນ ສ່ວນ​ໃຫຍ່ກໍ​ຢູ່​ໃນ​ເຂດ​ພາກ​ເໜືອ ຊຶ່ງ​ລວມ​ເຖິງ​ເຂດ ໝູ່ບ້ານຣົ່ມ​ເກົ້າ ​ແລະ ​ເຂດ​ສາມໝູ່ບ້ານ ກໍ​ຄື ບ້ານ​ສະຫວ່າງ, ບ້ານ​ກາງ ​ແລະ ບ້ານ​ໃໝ່ ຢູ​ໃນ​ເຂດ​ຕິດຕໍ່ຊາຍ​ແດນ​ ລະຫວ່າງ​ແຂວງ​ໄຊ​ຍະ​ບູລີ ກັບ​ຈັງ​ຫວັດ​ພິດ​ຊະ​ນຸ​ໂລກ ທີ່​ທາງ​ການ​ຂອງ​ທັງ​ສອງ​ຝ່າຍ​ເ ຄີຍ​ຂັດ​ແຍ້​ງກັນ​ຈົນຕ້ອງ​ສູ້​ຮົບ​ກັນ​ ດ້ວຍ​ກຳລັງ​ອາວຸດ​ສົງຄາ​ມມາ​ແລ້ວ​ເຖິງສອງຄັ້ງ.

ສ່ວນ​ເຂດ​ແດນ​ທາງນ້ຳນັ້ນ ນອກຈາກ​ຈະ​ຍັງ​ຄົງບໍ່ສາມາດດຳ​ເນີນ​ການ​ສຳ​ຫລວດຮ່ວມ​ກັນ​ໄດ້​ເລີຍ​ແລ້ວ ກໍ​ຍັງ​ມີ​ຂໍ້​ຂັດ​ແຍ້​ງກັນ​ກ່ຽວກັບ​ແຜນທີ່ ທີ່​ຈະ​ນຳ​ໃຊ້ເພື່ອປະ​ກອບ​ເຂົ້າ​ໃນ​ການ​ສຳ​ຫລວດ​ເຂດ​ແດນ​ທັງ​ໃນແນວ​ ແມ່ນ້ຳຂອງ ​ແລະນ້ຳ​ເຫືອ​ງ ອີກ​ດ້ວຍ. ຫາກ​ແຕ່​ວ່າ ດ້ວຍ​ການ​ຮ່ວມ​ກັນຈັດ​ທຳ​ພາບຖ່າຍ​ທາງ​ອາກາດ ​ໃນ​ຕະຫລອດ​ສາຍ​ນ້ຳ ທັງ​ສອງ​ຮ່ວມ​ກັນ ​ໃນ​ໄລຍະ​ທີ່​ຜ່ານ​ມານີ້ ກໍ​ເຮັດ​ໃຫ້​ທາງ​ການ​ຂອງ​ທັງ​ສອງ​ຝ່າ​ຍ​ເຊື່ອໝັ້ນວ່າ ການ​ສຳ​ຫລວດ ​ແລະ ປັກ​ປັນ​ເຂດ​ທາງນ້ຳ ຈະ​ສາມາດ​ເລີ້ມລົງມືດຳ​ເນີນ​ການ​ໄດ້ ​ແລະ ກໍ​ຈະ​ແລ້ວ​ເສັດ​ພາຍ​ໃນ​ພາຍ​ໃນ​ປີ 2010 ຕໍ່​ໄປ. ​ໂດຍ​ໃນ​ໄລຍະ​ສະ​ເພາະໜ້ານີ້ ທັງ​ສອງ​ຝ່າຍ ກໍ​ຄື ຄະນະກຳມາ​ທິການ​ວ່າ​ດ້ວຍເຂດ​ແດນ​ລະຫວ່າງ​ລາວ​ກັບ​ໄທ ຊຶ່ງ​ມີ​ລັດ ຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍ ​ເປັນ​ປະທານ​ຮ່ວມ​ກັນ​ນັນ ກໍ​ໄດ້ມີ​ກຳນົດ​ການ​ທີ່​ຈະ​ປະຊຸມ​ຮ່ວມ​ກັນ​ພາຍ​ໃນ​ເດືອນ​ເມສາ​ນີ້ ​ເພື່ອ​ທີ່​ວ່າ​ຈະ​ໄດ້​ກໍານົດ​ແຜນການ​ປະຕິບັດ​ງານ​ຢ່າງ​ເປັນ​ຮູບປະ​ທຳ ລວມ​ໄປ​ເຖິງການ​ທີ່​ຕ້ອງ ການ​ທີ່​ຈະຕົກລົງ​ໃນ​ບັນດາ​ຂໍ້​ຂັດ​ແຍ້​ງຕ່າງໆ ລະຫວ່າງ​ກັນ​ ໃຫ້​ໄດ້​ຢ່າງ​ຈະ​ແຈ້ງ​ອີກ​ດ້ວຍ. ​ ແຕ່​ຢ່າງ​ໃດ​ກໍ​ຕາມຄວາມ ພະຍາຍາມ​ດັ່ງກ່າວນີ້ຂອງ​ທາງ​ການ​ລາວ ​ແລະ ​ໄທກໍ​ຕ້ອງປະ​ເຊີນ​ກັບ​ບັນຫາ​ປັດ​ໃຈ​ເພີ້ມຂຶ້ນ ອີກ​ໃນເວລາ​ນີ້ ​ເນື່ອງ​ຈາກ​ວ່າ​ພັກ​ການ​ເມືອງ​ຝ່າຍ​ຄ້ານ ​ໃນ​ລັດ​ຖະສະພາ​ຂອງ​ໄທ ກໍ​ຄື​ພັກ​ເພື່ອ​ໄທ​ທີ່​ໃຫ້ການ​ສະໜັບສະໜູນທາງການ​ເມືອງ ຕໍ່ອາ​ດີດ​ນາ​ຍົກ​ ລັດຖະມົນຕີ ທັກ​ສິນ ຊີນນະວັດນັ້ນ ​ໄດ້​ອອກ​ຖະ​ແຫລ​ງການ​ເຕືອນລັດຖະບານ​ໄທ ພາຍ​ໃຕ້​ກາ​ນນຳ​ຂອງນາ​ຍົກ​ລັດຖະ ມົນຕີ ອະພິສິດ ​ ເວ​ດຊາ​ຊີ​ວະ ຫວ່າງ​ຫມໍ່ໆມານີ້ວ່າ ການຟ້າ​ວຟັ່ງ​ຈົນ​ເກີນ​ໄປ ​ໃນ​ການ​ປັກ​ປັນ​ເຂດ​ແດນ​ຮ່ວມ​ກັບລາວ​ນັ້ນ ອາດ​ຈະ​ເປັນ​ການ​ກະທຳ​ທີ່​ຜິດ​ຕໍ່ລັດ​ຖະ​ທຳ​ມະນູນ ສະບັບ​ປະຈຸ​ບັນຂອງ​ໄທກໍເປັນໄດ້ ​ເພາະວ່າ​ການ​ທີ່​ລັດຖະບານ​ໄທຈະ​ສາມາດ​ຕົກລົງ​ໃນກໍລະນີ ຫລື ເລື້ອງ ກ່ຽວກັບ​ເຂດ​ແດນ​ຮ່ວມ​ກັບປະ​ເທດ​ເພື່ອນ​ບ້ານ​ໄດ້​ນັ້ນ ກໍ​ຈະ​ຕ້ອງ​ໄດ້​ຜ່ານ​ມະຕິ​ຮັບຮອງ ຈາກລັດ ຖະສະພາ​ໄທ​ເສຍ​ກ່ອນ​ເອງ.

ທ່ານ ວິດ​ທະຍາ ບູລະ ນະ​ສິຣິ ປະທານ​ຄະນະ​ປະສານ​ງານ​ພັກຝ່າຍ​ຄ້ານ​ໃນ​ໄທ ​ໄດ້​ຍົກ​ຕົວຢ່າງເຖິງ​ກໍລະນີ​ປະສາດ​ເຂົາພະ​ວິຫານທີ່​ໄທ​ຍັງ​ຄົງ​ຂັດ​ແຍ້​ ງກັບ​ກຳ​ປະ​ເຈຍ​ເລື້ອຍມາ​ຈົນ​ເຖິງ​ທຸກ​ມື້ນີ້. ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ວິທະຍາ ຍັງ​ໄດ້​ຢືນຢັນ​ອີກດ້ວຍ​ວ່າ ພັກ​ຝ່າ​ຍຄ້ານ ຈະ​ດຳ​ເນີນການ​ກວດ​ສອບ​ການເຈລະຈາ ​ແລະ ການ​ຕົກລົງ​ກ່ຽວກັບ​ການ​ປັກ​ປັນ​ເຂດ​ແດນ​ທັງ ທາງບົກ ​ແລະ ທາງນ້ຳ ລະຫວ່າ​ງລາວ​ກັບ​ໄທ​ຕໍ່​ໄປ​ຢ່າງໃກ້​ສິດອີກ​ດ້ວຍ, ​ເພາະສະນັ້ນ ຈຶ່ງ​ຍ້ອມຈະ​ສົ່ງ​ຜົນ​ກະທົບ ​ຕໍ່ການ​ດຳ​ເນີນ​ງານ​ຮ່ວມ​ກັນ​ລະຫວ່າງ​ທາງ​ການ​ລາວແລະໄທ​ໃນ​ດ້ານ​ ດັ່ງກ່າວນີ້ ຢ່າງ​ຫລີກ​ລ້ຽ​ງບໍ່​ໄດ້​.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ 29 ມີນາ 2009

XS
SM
MD
LG