ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Laos Questions Thai FM's Position Regarding Detained Hmongs in Nongkhai


ທາງ​ການ​ລາວ​ຕັ້ງຂໍ້​ສົງ​ໃສຕໍ່ທ່າ​ທີ່​ຂອງລັດຖະ ມົນຕີວ່າ ການ​ຕ່າງປະ​ເທດ​ຂອງ​ໄທທີ່ມີ​ຕໍ່ ບັນດາ​ຊາວ​ມົ້ງຈຳນວນ 158ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກງານຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງຫວັດໜອງຄາຍ ພາຍຫລັງ​ທີ່ລັດຖະ ມົນຕີວ່າການ​ຕ່າງປະ​ເທດ​ຂອງ​ໄທ ໄດ້​ກ່າວ​ອອກ​ມາຢ່າງ​ຈະ​ແຈ້ງວ່າ ຊາວ​ມົ້ງ​ເຫລົ່າ​ນັ້ນມີ​ສິດ​ທີ່​ຈະ​ຂໍ​ລີ້​ໄພ​ທາງ​ການ​ເມືອງ​ໄປ​ຢູ່​ໃນ​ປະ​ເທດ​ທີ​ສາມ​ໄດ້.

ສືບ​ເນື່ອງມາຈາກ​ການ​ທີ່​ ທ່ານ ກະ​ສິດ ພິຣົມ ລັດຖະມົນ ຕີວ່າ​ການ​ຕ່າງປະ​ເທດ​ຂອງ​ໄທ ​ໄດ້​ລະບຸ​ວ່າ ຊາວ​ມົ້ງຈຳ ນວນ 158 ຄົນ ທີ່​ຖືກ​ຄຸມ​ຂັງ​ຢູ່​ສຳນັກງານ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ປະຈຳ​ຈັງ​ຫວັດໜອງຄາຍ​ຂອງ​ໄທ​ນັ້ນ ​ເປັນ​ກຸ່ມ​ບຸກຄົນ​ທີ່​ມີ​ສິດທີ່​ຈະ​ຂໍ​ເດີນ ທາງ​ໄປ​ຂໍ​ລີ້​ໄພ​ທາງ​ການ​ເມືອງ​ຢູ່​ໃນ​ຕ່າງປະ​ເທດ ຫລື ປະ​ເທດ​ທີ​ສາມ​ໄດ້ ​ໂດຍ​ເປັນ​ການ​ລະບຸ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ເຈລະຈາ​ຮ່ວມ​ກັນກັບ​ ທ່ານນາງ ​ແຮລ​ລາຣີ ຄລິນ​ເຕິ​ນ ​(Hillary Clinton) ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ສະຫະ ຣັດ​ອາ​ເມ​ຣິ​ກາໃນ​ສັບປະດາ ກ່ອນ ໜ້ານີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ ທ່ານ ​ເຄນ​ທອງ ນວນ​ທະ​ສິງ ​ໂຄ ສົກ​ຄົນ​ໃໝ່ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ​ນັ້ນ ​ໄດ້​ອອກ​ມາສະ​ແດງ​ເຖິງ​ຄວາມ​ສົງໄສ​ທີ່​ມີ​ຕໍ່ການ​ລະບຸ​ດັ່ງກ່າວ​ຂອງ ທ່ານ ກະ​ສິດ ​ແລ້ວ​ໃນ​ຂະນະ​ນີ້.

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ທາງ​ການ​ລາວ ​ແລະ ​ໄທ​ໄດ້​ຕົກລົງ​ຮ່ວມ​ກັນ​ນັບ​ຕັ້ງ​ແຕ່​ຕອນ​ປີ 2006 ​ເປັນຕົ້ນມາ​ແລ້ວວ່າ​ຊາວ​ມົ້ງທຸກ​ຄົນທັງ​ທີ່ຢູ່ໜອງຄາຍ ​ແລະ ທີ່​ພັກ​ອາ​ໃສ​ຢູ່​ສູນ​ຮອງ​ຮັບ​ຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວໃນ​ເຂດອຳ​ເພີ​ເຂົາ​ຄໍ້ຈັງ​ຫວັດ​ເພັດ​ສະ​ບູນທາງ​ພາ​ກ​ເໜືອຕອນຫ​ລ່າງ​ຂອງ​ປະ​ເທດ​ໄທນັ້ນ ມີ​ສະຖານະ​ເປັນຄົນ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ ຊຶ່ງ​ຈະ​ຕ້ອງ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ທັງໝົດ.

ໂດຍນັບ​ຈາກ​ປີ 2007 ​ເປັນຕົ້ນມາ ທາງ​ການ​ໄທ​ກໍ​ໄດ້​ສົ່ງ​ຊາວ​ມົ້ງຈາກ​ບ້ານ​ຫ້ວຍ​ນ້ຳ ຂາວ ກັບ​ຄືນ​ໄປ​ໃຫ້​ທາງ​ການ​ລາວ​ແລ້ວ ຈຳນວນ​ຫລາຍ​ກວ່າ 2,800 ຄົນ ​ແລະ ຊຸດຫລ້າ​ສຸດ​ໃນ​ຈຳນວນ 298 ຄົນ​ນັ້ນ ກໍ​ໄດ້​ມີ​ການ​ສົ່ງ​ມອບ​ໃຫ້​ກັບ​ທາງ​ການ​ລາວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 29 ​ເມສາ ທີ່​ຜ່ານ​ມານີ້ ​ໂດຍ​ຍັງ​ຄົງ​ເຫລືອ​ຢູ່ 5,000 ກວ່າ​ຄົນ ທີ່​ຈະ​ຕ້ອງ​ສົ່ງ​ກັບ​ຄືນ​ໄປ​ລາວໃຫ້ໝົດ​ພາຍ​ໃນ​ທ້າຍປີນີ້ຕໍ່​ໄປ. ​ເພາະ​ສະນັ້ນໃນເມື່ອ​ວ່າທ່ານ ກະ​ສິດ ໄດ້​ລະບຸ​ໄປໃນ​ອີກແນວທາງນຶ່ງ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ ເກີດ​ຄວາມ​ສັບ​ສົນ​ວ່າ ຈຸດ​ຢືນ​ຂອງ​ທາງ​ ການ​ໄທ​ນັ້ນ​ ເປັນ​ແນວ​ໃດ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຈຸດ​ຢືນ​ຂອງທ່ານ ​ກະ​ສິດ ​ພິຣົມ​ ຊຶ່ງ​ທາງ​ການ​ລາວ​ນັ້ນ ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ອະທິ ບາຍ​ຢ່າງ​ຮີ​ບດ່ວນ​ທີ່​ສຸດ. ຫາກ​ແຕ່​ວ່າ ຈົນ​ເຖິງ​ຂະນະ​ນີ້ກໍ​ຍັງ​ຄົງ​ບໍ່ມີ​ຄຳ​ອະທິບາຍ​ຈາກ​ທ່ານ ກະ​ສິດ​ແຕ່​ຢ່າງໃດ.


ຫາກ​ແຕ່​ວ່າ ດ້ວຍ​ການ​ຖະ​ແຫລ​ງດັ່ງກ່າວ​ຂອງ​ ທ່ານ ກະ​ສິດ ກໍ​ໄດ້​ເຮັດ​ໃຫ້​ເຈົ້າໜ້າທີ່​ລະດັບ​ປະຕິ ບັດ​ການຂອງ​ໄທ​ນັ້ນ ​ເກີດ​ຄວາມ​ສັບສົນ​ຢູ່​ບໍ່ໜ້ອຍ​ເຊັ່ນ​ດຽວກັນ, ​ແຕ່ຈັ່ງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ ຈົນເຖິງຂະນະ​ນີ້ ກໍ​ຍັງ​ຄົງ​ບໍ່ມີ​ຄຳ​ສັ່ງ​ຈາກ​ລະດັບ​ນະ​ໂຍບາຍ​ໃຫ້ມີ​ການ​ປ່ຽນ​ແປງ​ການ​ດຳ​ເນີນ​ການ​ທີ່​ຈະ​ຕ້ອງ​ປະຕິ​ບັດ​ຕໍ່ຊາວ​ມົ້ງ​ເຫລົ່າ​ນີ້ ຈຶ່ງ​ເຮັດ​ໃຫ້​ເຈົ້າໜ້າລະດັບ​ປະຕິບັດ​ງານ ຍັງ​ຄົງ​ຕ້ອງ​ຍຶດຖື​ຕາມ​ຂໍ້​ຕົກລົງ​ທີ່​ໄດ້​ເຮັດໄວ້​ລະ​ຫວ່າງ​ທາງ​ການ​ລາວ​ກັບ​ໄທ. ສ່ວນ​ກ່ຽວກັບ​ການ​ເບິ່ງ​ແຍງ​ຂອງ​ທາງ​ການ​ລາວ ທີ່​ຈະ​ປະຕິບັດ​ຕໍ່ບັນດາ​ຊາວ​ມົ້ງທີ່​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ ກໍ​ໄດ້​ຮັບ​ການ​ຊີ້​ແຈງ​ຈາກ​ ທ່ານ ພົນ​ຈັດ​ຕະວ່າ ບົວ​ສ້ຽງຈຳປາ​ພັນ ຮອງ​ຫົວໜ້າກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ລາ​ວ​ໃນ​ຕອນນຶ່ງວ່າ:

ຕໍ່ກັບພາກສ່ວນທີ່ສະໝັກ​ໃຈໄປ​ຢູ່​ບ້ານ​ພັດທະນາ​ໃໝ່. ນຶ່ງ ປຸກເຮື​ອນ​ໃຫ້​ຄອບຄົວ​ລະ 1 ຫລັງ. ພື້ນທີ່ນີ້ ກໍແບ່ງໃຫ້ກວ້າງຂວາງ​ເພາະ​ວ່າ ​ໃນ​ອານາ​ຄົດ​ເຂົາ​ເຈົ້າຈະ​ຫາ​ເງິນ​ຫາ​ທອງ​ແລ້ວ​ຈະ​ຕັ້ງ​ເຮືອນ​ໃຫຍ່ ກວ້າງ​ກວ່າ​ນັ້ນ,

ສອງ ຈະ​ຈ່າຍ​ເຂົ້າ​ໃຫ້​ກິນໜຶ່ງປີ​ເຕັມ,

ສາມ ​ເອົາ​ໄຟຟ້າ​ເຂົ້າ​ໄປ​ເຮືອນ ​ແລະນຳ​ໃຊ້​ກະ​ແສ​ໄຟຟ້າໜຶ່ງປີ​ໄປ​ 1ປີບໍ່ໃຫ້ເສຍເງິນ ,

ສີ່ ກໍ​ເອົາ​ເງິນ​ໃຫ້​ຜູ້​ລະ​ສາມ​ແສນ​ໃນເບື້ອງ ຕົ້ນຄື​ກັນ,

ຫ້າ ພວກ​ເຮົາ​ດຳ​ເນີນ​ການກໍ່ສ້າງພື້ນຖານໂຄງ ຫລ່າງ​ເພື່ອ​ຮອງ​ຮັບ​ເຮັດ​ໃຫ້​ພີ່ນ້ອງ​ຈຳ ນວນ​ນີ້ ມີ​ບ່ອນ​ຜະ ຫລິດ​ຄົງທີ່​ເປັນ​ຂອງ​ຕົວ​ເອງ​ຍາວ​ນານ. ຕັ້ງ​ໂຮງຮຽນ​ ເອົາ​ນາຍຄູ​ໄປສິດສອນ ​ຕັ້ງສຸກ​ສະ​ລາ​ ປະກອບ​ແພດ ປະກອບຢາ.

ພ້ອມກັນນັ້ນ ກໍ​ອານຸຍາດ​ໄປ​ຢາມ​ພີ່ນ້ອງ​ຕ່າງບ້ານ​ຕ່າງ​ແຂວງ ​ແລະ ອານຸຍາດ​ໃຫ້ພີ່ ນ້ອງ​ຕ່າງບ້ານ​ຕ່າງ​ແຂວງມາ​ຢ້ຽມຢາມຕົນເອງໄດ້, ​ແລະ ກໍ​ມີ​ສິດ​ ອິດສະລະ​ພາບ​ ຄື ກັບພົນລະ​ເມືອງ​ຄົນ​ອື່ນ​ ແລ້ວກໍເຮັດ​ສຳມະ​ໂນ​ຄົວ ຖ້າ​ມີ​ຄວາມ​ຈຳ​ເປັນ​ຕ້ອງການຈະ​ໄປ​ຢາມ​ພີ່ນ້ອງ​ຕ່າງປະ​ເທດ ພວກ​ຂ້າພະ​ເຈົ້າ ກໍ​ຈະ​ເຮັດປັດສະປໍ​ໃຫ້.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ 7 ພຶດສະພາ

XS
SM
MD
LG