ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະຕ້ອງເລັ່ງການພັດທະນາ ປັງປຸງການຊຳລະເງິນໃນລະບົບ Electronic ໃຫ້ສາມາດເຊື່ອມຕໍ່ກັບລະບົບມາດຕະຖານສາກົນໃຫ້ໄດ້


Telecom.5g-2020
Telecom.5g-2020

ລັດຖະບານລາວ ຈະຕ້ອງເລັ່ງການພັດທະນາ ປັງປຸງການຊຳລະເງິນໃນລະບົບ Electronic ໃຫ້ສາມາດເຊື່ອມຕໍ່ກັບລະບົບມາດຕະຖານສາກົນໃຫ້ໄດ້ ເພາະວ່າ ການຈັດຕັ້ງປະຕິບັດ ໃນປັດຈຸບັນຍັງມີການຊັກຊ້າ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກຊ່ຽວຊານທາງເສດຖະກິດ ການຄ້າ ແລະການລົງທຶນລະຫວ່າງ ລາວ-ໄທ ຢືນຢັນວ່າ ການຊຳລະ
ເງິນ ຫຼືການຊຳລະ ລາຄາສິນຄ້າ ແລະບໍລິການຕ່າງໆດ້ວຍລະບົບ Electronic ຂອງລາວໃນປັດຈຸ
ບັນ ຍັງຄົງສາມາດດຳເນີນການ ໄດ້ສະເພາະ ພາຍໃນລາວເທົ່ານັ້ນ ສ່ວນການຊຳລະລາຄາສິນຄ້າ
ແລະ ບໍລິ ການທີ່ເປັນການພົວພັນກັບຕ່າງປະເທດນັ້ນຍັງຕ້ອງໃຊ້ບໍລິການໂອນເງິນຜ່ານ ລະບົບ
Swift ຂອງທະນາຄານການຄ້າໃນລາວທີີ່ມີການເຊື່ອມໂຍງກັບທະນາ ຄານໃນຕ່າງປະເທດຢູ່ເລື້ອຍ
ມາ ຊຶ່ງກໍໄດ້ສົ່ງຜົນກະທົບເຮັດໃຫ້ເກີດບັນຫາຊັກ ຊ້າໃນການດຳເນີນທຸລະກິດ ລະຫວ່າງລາວກັບ
ຕ່າງປະເທດຫລາຍພໍສົມຄວນ ໃນຂະນະທີ່ການແກ້ໄຂ ບັນຫາດັ່ງກ່າວນີ້ ໃນລາວ ກໍດຳເນີນໄປຢ່າງຊັກຊ້າ ເພາະຍັງຢູ່ໃນຂັ້ນຂອງການກະກຽມ ຮ່າງກົດໝາຍເທົ່ານັ້ນ ໃນປັດຈຸບັນນີ້ ຈຶ່ງ ຈະຕ້ອງເລັ່ງດຳເນີນການດັ່ງກ່າວໃຫ້ແລ້ວເສັດແລະສະເໜີໃຫ້ສະພາແຫ່ງຊາດ ຮັບຮອງ ແລະປະກາດໃຊ້ໃຫ້ໄວທີ່ສຸດ ດັ່ງທີ່ນັກຊ່ຽວຊານທາງເສດຖະກິດ ດັ່ງກ່າວຢືນຢັນວ່າ.

“ລະບົບການຊໍາລະສິນຄ້າ ຫຼືການໃຊ້ Electronic ໃນການຄ້າຂາຍທີ່ຮ້ອງວ່າ E-commerce ຫລື
ວ່າ E-Payment ກໍາລັງຢູ່ໃນລະຫວ່າງ ການພັດທະນາ ສ່ວນ E-payment ກໍເຊັ່ນດຽວກັນ ແຕ່ວ່າ
ສິ່ງທີ່ລັດຖະບານ ສປປ ລາວຮວມ ທັງທະນາຄານແຫ່ງ ສປປ ລາວ ກຳລັງພະຍາຍາມທີ່ຈະພັດທະ
ນາເພື່ອໃຫ້ເທົ່າ ທັນຕ່່າງປະເທດກໍຄືການຊຳລະຄ່າສິນຄ້າບໍລິການຜ່ານມືຖືທີ່ຊຳລະອອກມາຕ່າງ ປະເທດ ຊຶ່ງປັດຈຸບັນການຊຳລະຄ່າສິນຄ້າແລະບໍລິການປົກກະຕິເຮົາຍັງໃຊ້ລະ ບົບ Swift ຢູ່ສຳລັບ ສປປ ລາວ.”

ທາງດ້ານທ່ານລິນຄຳ ດວງສະຫວັນ ປະທານຄະນະກຳມາທິການເສດຖະກິດ ເທັກໂນໂລຈີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດລາວ ຖະແຫຼງວ່າແຜນ ການພັດທະນາເສດຖະກິດ ສັງຄົມແຫ່ງ
ຊາດ ຄັ້ງທີ 9 ທີ່ຈັດຕັ້ງປະຕິບັດໃນ ຊ່ວງປີ 2021 ຫາ 2025 ໄດ້ວາງເປົ້າໝາຍໄວ້ຢ່າງຊັດເຈນວ່າ
ຈະພັດທະນາເສດຖະກິດລາວໄປສູ່ລະບົບ Digital ໃຫ້ໄດ້ໃນປີ 2025 ຫາກແຕ່ວ່າ ການທີ່ຈະສາ
ມາດຈັດຕັ້ງປະຕິບັດໄດ້ຈິງກໍບໍ່ແມ່ນເລື້ອງງ່າຍ ເພາະວ່າລັດຖະບານລາວ ຍັງຂາດແຄນທັງໃນດ້ານ
ເງິນທຶນ ດ້ານບຸກຄະລາກອນ ແລະເທັກໂນໂລຈີທັນ ສະໄໝ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຕຈິງ ສາມາດດຳເນີນໄປຢ່າງຊັກຊ້າ ແລະມີປະສິດທິພາບຕໍ່າອີກດ້ວຍ ດັ່ງທີ່ທ່ານລິນຄຳ ໄດ້ໃຫ້ການ
ຢືນຢັນວ່າ:

“ການກໍານົດຍຸດທະສາດ ແລະແຜນງານການປັບປຸງ ແລະຂະຫຍາຍເທັກໂນໂລ ຈີ Digital ເຫັນວ່າ
ຍັງມີລັດຊະນະກວມລວມ ການນຳໃຊ້ Internet ຄວາມໄວ ສູງ G4-5G ຍັງຈຳກັດ ສ່ວນຫຼາຍໃຊ້ໄດ້ສະເພາະ ແຕ່ໃນໂຕເມືອງໃຫຍ່ ການກຳນົດຍຸດທະສາດ ແລະແຜນການພັດທະນາຊັບພະຍາກອນມະນຸດ ທາງດ້ານ Digital ຍັງບໍທັນມີຈຸດສຸມ ບໍ່ທັນກຳນົດເປົ້າໝາຍທີ່ເປັນບູລິມະສິດເປັນຕົ້ນແມ່ນ ພະນັກງານລັດຖະກອນຂອງຂະແໜງການ ສ່ວນການກຳນົດກົນໄກ ວິກິດການ ແລະການແບ່ງ
ຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອສະດວກໃນການປະ ຕິບັດວຽກງານໂຕຈິງ.”

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍຄາດຫວັງວ່າການຮ່ວມມືຢ່າງໃກ້ຊິດກັບລັດຖະບານຈີນ ທີ່ໃຫ້
ການຊ່ວຍເຫຼືອລາວຫຼາຍທີ່ສຸດ ທັງໃນດ້ານເງິນທຶນແລະເທັກໂນໂລຈີ ການສື່ສານທັນສະໄໝນັ້ນຈະ
ເຮັດໃຫ້ການພັດທະນາ ແລະການ ນຳໃຊ້ລະບົບ Digital ໃນພາກທຸລະກິດຕ່່່າງໆໃນລາວມີການຂະ
ຫຍາຍໂຕເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນເຄື່ອຂ່າຍລະບົບສັນຍານໄຮ້ສາຍ ທາງໂຄງຂ່າຍໂທລະ
ສັບມືຖື ແລະລະບົບ Internet ມີການຂະຫຍາຍໂຕ່ຢ່າງວອງໄວຊຶ່ງເຄືອຂ່າຍໂທລະສັບມືຖື ກວມໄດ້
ເຖິງ 90 ເປີເຊັນ ຂອງຈຳນວນບ້ານທັງໝົດ ແລະ ມີີປະຊາກອນລາວ 95 ເປີເຊັນ ໄດ້ນຳໃຊ້ໂທລະ
ສັບມືຖື ສ່ວນການນຳໃຊ້ Internet ນັ້ນເຖິງແມ່ນວ່າຈະຄິດເປັນ 57 ເປີເຊັນ ຂອງປະຊາກອນລາວກໍ
ຕາມ ແຕ່ວ່າກໍຖືເປັນພື້ນຖານສຳຄັນ ທີ່ຮອງຮັບການພັດທະນາເສດຖະກິດລາວໄປສູ່ລະບົບ
Digital ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ໃນປີ 2025 ດັ່ງກ່າວ.

ທັງນີ້ເຄືອຂ່າຍໂທລະສັບມືຖື ແລະ Internet ໃນລາວນໍາໃຊ້ລະບົບຮັບສົ່ງສັນ ຍານດາວທຽມ Lao
Sat-1 ທີ່ບໍລິຫານໂດຍບໍລິສັດດາວທຽມລາວເອເຊຍ-ປາ ຊິຟິກ ຈຳກັດ ມີລູກຄ້າ 5 ລາຍ ໃນລາວ
ທີ່ເຊົ່າ 5 ຊ້ອງສັນຍານຈາກທັງໝົດ 22 ຊ້ອງສັນຍານ ສ່ວນລັດຖະບານລາວກໍມີພັນທະ ຈະຕ້ອງ
ຊຳລະໜີ້ເງິນກູ້ ແລະດອກເບ້ຍຄືນ ໃຫ້ກັບລັດຖະບານຈີນຢ່າງຄົບຖ້ວນ ໃນມູນຄ່າລວມ 341 ລ້ານໂດລາສະຫະລັດ ພາຍໃນປີ 2033.

XS
SM
MD
LG