ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍ.ນ. ຄຳ​ປະ​ເສີດ​​ບອກວ່າ ຕົນ​ເອງ​ໂຊກ​ດີ ທີ່​ໄດ້​ມາ​ຢູ່ ສຫລ​ ​ເພາະມັນເປັນປະ​ເທດ ​ທີ່ໃຫ້​ໂອ​ກາດ​ແກ່​ທຸກ​ຄົນ​ທີ່​ມີ​ຄວາມບາກ​ບັ່ນ


ຍາ​ນາງ​ຄຳ​ປະ​ເສ​ີດ (ຂວາ) ແລະ​ລູກ​ສາວ, ນາງ​ເອບ​ໂພ​ຣ ໃນ​ຕອນ​ທີ່​ລູກ​ສາວ​ແຕ່ງ​ງານ​ໃນ​ປີ 2016 ຢູ່​ທີ່​ເມືອງ​ບາ​ລ​ຕີ​ມໍ, ລັດ​ແມ​ຣີ​ແລນ
ຍາ​ນາງ​ຄຳ​ປະ​ເສ​ີດ (ຂວາ) ແລະ​ລູກ​ສາວ, ນາງ​ເອບ​ໂພ​ຣ ໃນ​ຕອນ​ທີ່​ລູກ​ສາວ​ແຕ່ງ​ງານ​ໃນ​ປີ 2016 ຢູ່​ທີ່​ເມືອງ​ບາ​ລ​ຕີ​ມໍ, ລັດ​ແມ​ຣີ​ແລນ

ບັນດາທ່ານຜູ້ຟັງທີ່ເຄົາລົບໃນລາຍການຊົມຊົນຊາວລາວ ໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດກັບສອງ​ແມ່​ລູກຊຶ່ງ​ກໍຄື ຍາ​ນາງ​ຄຳ​ປະ​ເສີດ ຄຳ​ແພງ​ຈັນ ທີ່​ມີ​ຜົນ​ສຳ​ເລັດ​ສູງ ​ໃນ​ດ້ານ​ທຸ​ລະ​ກິດ ແລະນາງ​ເອບ​ໂພ​ຣ ​ທີ່​ເປັນ​ລູກ​ສາວທີ່ມີ​ທັກ​ສະ​ສູງໃນ​ດ້ານ​ການ​ອອກ​ແບບ​ດົນ​ຕີ​ປະ​ກອບຮູບ​ເງົາ​ຂອງ​ບໍ​ລິ​ສັດ​ຢູ​ນີ​ເວີດ​ສສ​ຕູ​ດິ​ໂອຮອລ​ລີ​ວູດທີ່​ເປັນບໍ​ລິ​ສັດ​ສ້າງ​ຮູບ​ເງົາ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ເຂົ​າ​ເຈົ້າ​ເປັນ​ຄົນ​ເຊື້ອ​ສາຍ​ລາວທີ່​ຄອບ​ຄົວ​ພາ​ອົບ​ພະ​ຍົບ​ມາ​ຕັ້ງຖິ່ນ​ຖານໃນ​ລັດ​ເວີ​ຈີ​ເນຍ, ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ ໃນ​ປີ 1984 ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳເອົາ​ການ​ໂອ້​ລົ​ມ​ກັບເຂົາ​ເຈົ້າ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ຫະ​ລັດ​ບໍ່​ແມ່ນ​ດິນ​ແດນແຫ່ງ​ເມືອງສະ​ຫວັນ ຫລື​ເລີດ​ລ້ຳ​ແຕ່ຢ່າງ​ໃດ ແຕ່​ວ່າ​ມັນກໍ​ເປັນປະ​ເທດ​ທີ່​ໃຫ້​ການ​ຕ້ອນ​ຮັບ​ ແລະໂອ​ກາດ​ແກ່​ທຸກ​ຄົນ​ທີ່​ມີ​ຄວາມ​ບາກ​ບັ່ນ​ແລະ​ມີ​ຄວາມ​ຕັ້ງ​ໃຈ​ສູງ, ອີງ​ຕາມ​ຄຳ​ເວົ້າ​ຂອງຍາ​ນາງ​ຄຳ​ປະ​ເສີດ ຄຳ​ແພງ​ຈັນ, ຫລື​ແພັດ​ຕີທີ່​ເກີດ​ໃນ​ເມືອງ​ປາກ​ເຊ ແລະ​ພໍ່​ແມ່​ພາ​ມາ​ຕັ້ງ​ຖິ່ນ​ຖານ​ໃນລັດ​ເວີ​ ຈີ​ເນຍ, ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ​ແຕ່​ອາ​ຍຸ 12 ປີ. ຍາ​ນາງ ຄິດ​ວ່າຕົນ​ເອງ​ເປັນ​ຄົນໂຊກ​ດີ ​ທີ່​ໄດ້​ມາ​ເຕີບ​ໃຫຍ່ ແລະ​ໃຊ້​ຊີ​ວິດ​ຢູ່​ໃນ​ປະ​ເທດນີ້. ປັດ​ຈຸ​ບັນຍາ​ນາງ​ເປັນເຈົ້າ​ຂອງ ແລະ​ຜູ້​ບໍ​ລິ​ຫານ​ຮ່ວ​ມຂອງ​ບໍ​ລິ​ສັດ​ອອກ​ແບບແລະ​ຕິດ​ຕັ້ງ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ຢາງ​ພ​ລາ​ສ​ຕິກແບບ vinyl ແລະ​ໄມ້​ສຳ​ລັບປ່ອງ​ຢ້ຽມຂອງ​ອາ​ຄານ​ຕ່າງໆ. ຍາ​ນາງ​ອາໄສຢູ່ເມືອງ​ອາ​ນາ​ໂຄ​ສ​ເຊຍ, ລັດ​ແມ​ຣີ​ແລນ ທີ່​ຢູ່ທິດ​ຕາ​ເ​ວັນ​ອອກ​ສຽງ​ເໜືອ​ຂອງນະ​ຄອນ​ຫລວງວໍ​ຊິງ​ຕັນ​ຂອງ​ສະ​ຫະ​ລັດ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງໃນ​ໂລກ. ຍາ​ນາງ​ບອກ​ກັບ​ວີ​ໂອ​ເອ​ວ່າ ຊີ​ວິດ​ຂອງ​ຍານາງໂດຍ​ລວມ​ແມ່​ມີ​ຄວາມ​ສຸກ ແລະ​ຄິດ​ວ່າ​ດີ​ຫລາຍ ຊຶ່ງ​ຍາ​ນາງ​ສະ​ແດງ​ຄວາມ​ຮູ້​ສຶກ​ອອກ​ມາ​ວ່າ:

​ຍາ​ນາງ​ຄຳ​ປະ​ເສີດ​ແລະ​ລູກ​ສາວ (ນາງ​ເອບ​ໂພ​ຣ ຕອນ​ຍັງ​ນ​້ອຍ)
​ຍາ​ນາງ​ຄຳ​ປະ​ເສີດ​ແລະ​ລູກ​ສາວ (ນາງ​ເອບ​ໂພ​ຣ ຕອນ​ຍັງ​ນ​້ອຍ)

ກ່ອນ​ຈະ​ມາ​ຕັ້ງ​ຈຸດນີ້​ໄດ້​ຍາ​ນາງ​ເລົ່າ​ເຖິງ​ປະ​ຫວັດ​ຄວາມ​ເປັນ​ມາ​ສູ່​ຟັງ​ວ່າ:

ນາງ​ເອບ​ໂພ​ຣ ແກ້ວ​ມໍ​ຣະ​ກົດ ທີ່​ເປັນ​ນັກ​ອັດ​ດົນ​ຕີປະ​ກອບ​ຮູບ​ເງົາ ແລະ​ການ​ສະ​ແດງ​ຕ່າງໃນ​ໂທ​ລະ​ພາບ ໃຫ້​ແດ່​ບໍ​ລິ​ສັດ Concord
ນາງ​ເອບ​ໂພ​ຣ ແກ້ວ​ມໍ​ຣະ​ກົດ ທີ່​ເປັນ​ນັກ​ອັດ​ດົນ​ຕີປະ​ກອບ​ຮູບ​ເງົາ ແລະ​ການ​ສະ​ແດງ​ຕ່າງໃນ​ໂທ​ລະ​ພາບ ໃຫ້​ແດ່​ບໍ​ລິ​ສັດ Concord

ຍາ​ນາງ​ກໍ​ຕ້ອງ​ໄດ້​ຜ່ານ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ ໃນ​ການ​ລ້ຽງ​ລູກ​ນ້ອຍສອງ​ຄົນ ຈົນ​ໄດ້ອອກ​ໂຮງ​ຮຽນ​ຕອນ​ຍັງຮຽນ​ໜັງ​ສື​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊຸມ​ຊົນ ແລ້ວ​ມາ​ຕັ້ງ​ບໍ​ລິ​ສັດໃຫ້ບໍ​ລິ​ການດ້ານ​ເຮັດ​ອະ​ນາ​ໄມ​ອາ​ຄານ​ບ້ານ​ເຮືອນ​ຕ່າງໆ ດັ່ງ​ທີ່​ນາງ​ເອ​ໂພ ແກ້ວ​ມໍ​ຣະ​ກົດ ລູກ​ສາວ​ ກໍ​ຄື​ລູກ​ຜູ້​ກົກຂອງ​ຍາ​ນາງເລົ່າ​ເຖິງ​ຄວາມ​ລຳ​ບາກ​ຂອງ​ແມ່ ແລະພໍ່ຂອງ​ນາງ​ໃນ​ສະ​ໄໝ​ນາງ​ຍັງ​ນ້ອຍນັ້ນ​ສູ່​ຟັງ​ວ່າ:

“ພໍ່​ແມ່​ຂອງ​ຂ້ອຍ ທັງ​ສອງ​ຄົນ​ເຂົາ​ເຈົ້າ​ແຕ່ງ​ງານ​ກັນຕອນ​ເຂົາ​ເຈົ້າ​ມີ​ອາ​ຍຸ​ນ້ອຍ​ຫລາຍ ສະ​ນັ້ນ ເຂົາ​ເຈົ້າ​ເລີ້ມ​ຕົ້ນ​ດ້ວຍ​ການ​ເຮັດ​ບໍ​ລິ​ສັດສະ​ໜອງ​ການ​ທຳ​ຄວາມ​ສະ​ອາດໃນ​ອາ​ຄານຫ້ອງ​ການ​ຕ່າງໆ ແລະ​ຫລັງ​ຈາກ​ພໍ່​ແມ່​ຂ້ອຍ​ແຍກ​ທາງ​ກັນຂ້ອຍ​ກໍ​ເລີ້ມ​ອາ​ໄສ​ຢູ່​ກັບ​ແມ່​ຂ້ອຍ ແລະ​ລາວ​ເຮັດ​ວຽກ​ຢູ່ Navy Federal ຊຶ່ງ​ເປັນ​ທະ​ນາ​ຄານເຄ​ຣ​ດິດ​ຢູ​ນຽນ​ແຫ່ງ​ນຶ່ງ ແລະ​ລາວ​ກໍ​ເປັນ​ແມ່​ທີ່​ລ້ຽງ​ລູກ​ຢູ່​ຄົນດຽວແທ້ໆ.”

ນາງ​ເອບ​ໂພ​ຣ (ເສື້ອ​ສີ​ເຫລືອງ) ແລະ​ຍາດພີ່ນ້ອງລາວ ແລະແມ່ (ສຸດ​ທ້າຍ​ຂວາ)
ນາງ​ເອບ​ໂພ​ຣ (ເສື້ອ​ສີ​ເຫລືອງ) ແລະ​ຍາດພີ່ນ້ອງລາວ ແລະແມ່ (ສຸດ​ທ້າຍ​ຂວາ)

​ເມື່ອ​ລູກ​ສາ​ວ​ມີ​ອາ​ຍຸ​ໄດ້ 8 ປີ​ ຍາ​ນາງ​ຄຳ​ປະ​ເສີດກໍ​ໄດ້​ຢ່າ​ຮ້າງ​ກັນ​ກັບ​ສາ​ມີ ຂອງ​ຍາ​ນາງ ຊຶ່ງ​ກໍ​ເປັນ​ຄົນ​ເຊື້ອ​ສາຍ​ລາວ​ເຊັ່ນ​ກັນ ຈຶ່ງ​ປ່ອຍ​ໃຫ້​ນາ​ຍາງ​ລ້ຽງ​ລູກ​ສອງຄົນແຕ່​ລຳ​ພັງ​ຜູ້​ດຽວ ຈົນ​ກວ່າ​ນາງ​ເອ​ໂພ​ຣ​ມີ​ອາ​ຍຸ​ໄດ້ 12 ປີ​ຍາ​ນາງຈຶ່ງ​ໄດ້​ແຕ່ງ​ງານ​ໃໝ່.

ຍາ​ນາງ​ຄຳ​ປະ​ເສີດ​ກັບ​ລູກ​ສາວ, ນາງ​ເອບ​ໂພ​ຣຕອນ​ຍັງ​ນ້ອຍ ທີ່​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ລັດ​ເວ​ຈີ​ເນຍ
ຍາ​ນາງ​ຄຳ​ປະ​ເສີດ​ກັບ​ລູກ​ສາວ, ນາງ​ເອບ​ໂພ​ຣຕອນ​ຍັງ​ນ້ອຍ ທີ່​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ລັດ​ເວ​ຈີ​ເນຍ

ແຕ່​ຢ່າງ​ໃດ​ກໍ​ຕາມ ຄວາມ​ອົດ​ທົນ​ຂອງ​ຍາ​ນາງ​ຄຳ​ປະ​ເສີດກໍ​ບໍ່​ໄດ້​ເສຍ​ໄປ​ຊື່ໆ ເພາະ​ລູກ​ທັງ​ສອງ​ຄົນ​ຂອງ​ຍາ​ນາງມີ​ອາ​ຊີບວຽກ​ງານ​ດີ ໂດຍ​ສະ​ເພາະ​ແມ່ນ​ນາງ​ເອ​ບໂພ​ຣ ຜູ້​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ສູງ​ໃນ​ດ້ານ​ວຽກ​ງານ​ຫລັງ​ຈາກ​ຮຽນ​ຈົບ​ປະ​ລິນ​ຍາ​ຕີ​ແລ້ວ. ນາງ​ມີ​ອາ​ຍຸ​ໄດ້ 30 ປີ​ ແລະເປັນນັກ​ອອກ​ແບບ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ທາງ​ດີ​ຈິ​ຕອ​ລ ທີ່​ໃຫ້​ບໍ​ລິ​ການ​ອອກ​ແບບ​ໂຄ​ສະ​ນະທາງ​ໂທ​ລະ​ພາບ, ທາງ​ເວັບ​ໄຊ​ທ໌ ຫລື​ ອອນ​ລາຍ​ນ໌ ​ໃນ​ຮູບ​ແບບ​ຕ່າງໆ. ນາງ​ເອບ​ໂພ​ຣ ໄດ້​ໄປດຳ​ລົງ​ຊີ​ວິດ​ຢູ່​ໃນ​ນະ​ຄອນ​ຫລວງ​ລອນດອນ​ຂອງ​ອັງ​ກິດມາ​ໄດ້ 5 ປີ​ແລ້ວ. ນາງ​ໄດ້​ເຂົ້າ​ເຮັດ​ວຽກໃນບໍ​ລິ​ສັດ​ອອກ​ແບບ​ເພັງ ແລະ​ດົນ​ຕີ​ປະ​ກອບ​ໃສ່​ຮູບ​ເງົາ ແລະ​ການ​ສະ​ແດງ​ໂທ​ລະ​ພາບຕະ​ຫລອດ​ທັງ​ການ​ໂຄ​ສະ​ນາ​ຕ່າງໆ ໃຫ້​ແກ່ບໍ​ລິ​ສັດຢູ​ນິ​ເວີ​ໂຊສ​ຕູ​ດິ​ໂອ​ຮອ​ລ​ລີ​ວູດ (Universal Studios Hollywood) ທີ່​ເປັນ​ບໍ​ລິ​ສັດ​ສ້າງ​ຮູບ​ເງົາໃຫຍ່​ທີ່ສຸດ​ຂອງ​ໂລກ, ຊຶ່ງ​ນາງ​ເລົ່າ​ເຖິງວຽກ​ງານ​ຂອງ​ນາງ​ສູ່​ຟັງ​ວ່າ:

“ແລະເຈົ້າຮູ້ບໍ່, ຂ້ອຍມັກຮັກດົນຕີສະເໝີ ແລະຂ້ອຍຮູ້ສຶກຄືກັບວ່າ ຂ້ອຍບໍ່ສາ ມາດເຮັດໄດ້ ຫຼືສິ່ງທັງໝົດເຫລົ່ານີ້ ແລະຂ້ອຍຮູ້ສຶກຄືກັບວ່າ ສອງປີແຫ່ງ ການຄິດທົບ​ທວນເບິ່ງ​ຄືນ ແລະພຽງແຕ່ເລື້ອງທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບ ຊາວເອ​ເຊຍ- ອາເມຣິກັນ ແລະຄິດ​ເຫັນຄວາມຕ້ອງຢາກ​ໃຫ້ມີ​ຜູ້​ເປັນຕົວແທນ ຂອງຄົນ​ກຸ່ມນີ້ ຂ້ອຍຈຶ່ງຕັດສິນໃຈ​ໄປຊອກຫາວຽກໃນຝັນຂອງຂ້ອຍໃຫ້​ໄດ້. ສະນັ້ນຕອນນີ້ຂ້ອຍເຮັດວຽກໃນ​ການ​ອັດດົນຕີຢູ່ບໍ​ລິ​ສັດ​ຄອນ​ຄອດ (Concord) ບ່ອນທີ່, ໂດຍ​ພື້ນ​ຖານ​ແລ້ວ, ​ຂ້ອຍແມ່ນຊ່ວຍເຮັດການຕະຫຼາດໃຫ້ເພັງເພື່ອ ເອົາໄປ​ປ​ະ​ກອບ​ໃສ່​ເລື້ອງໃນໂທລະພາບ ແລະຮູບເງົາ. ສະນັ້ນຂ້ອຍເຮັດວຽກ ຢູ່ບໍ​ລິ​ສັດ​ອັດ​ດົນ​ຕີ Concord ເຊິ່ງເປັນບໍ​ລິ​ສັດ​ທີ່​ເຮັດ​ການ​ຕະ​ຫລາດດ້ານການ ອັດ​ດົນ​ຕີທີ່ເປັນ​ຂອງບໍ​ລິ​ສັດ Universal​.”

​ນາ​ງ​ເອບ​ໂພ​ຣ (ຂວາ)ຖ່າຍ​ຮູບ​ກັບ​ແມ່ນ ກໍ​ຄືຍາ​ນາງ​ຄຳ​ປະ​ເສີດ
​ນາ​ງ​ເອບ​ໂພ​ຣ (ຂວາ)ຖ່າຍ​ຮູບ​ກັບ​ແມ່ນ ກໍ​ຄືຍາ​ນາງ​ຄຳ​ປະ​ເສີດ

ນາງບອກວ່າ ການ​ທີ່​ນາງໄດ້​ເຮັດ​ວຽກຢູ່​ໃນ​ບໍ​ລິ​ສັດ​ທີ່​ເປັນ​ສາ​ຂາ​ຂອງບໍ​ລິ​ສັດ​ຍັ​ກ​ໃຫຍ່​ຂອງ​ສະ​ຫະ​ລັດໃນ​ດ້ານ​ອຸດ​ສາ​ຫະ​ກຳການບັນ​ເທີງ​ແລະ​ຮູບ​ເງົາລະ​ດັບ​ໂລກ ທີ່​ມີ​ການ​ແຂ່ງ​ຂັນ​ສູງ​ນີ້ ຖື​ວ່າ​ນາງ​ໄດ້​ເຮັດ​ໃຫ້ຄວາມມຸ້ງ​ຫວັງ ແລະ​ຄວາມໄຝ່​ຝັນ​ຂອງ​ແມ່ ກໍ​ຄື​ຍາ​ນາງຄຳ​ປະ​ເສີດນັ້ນ ກາຍ​ມາເປັນ​ຄວາມ​ຈິງໄດ້ ຊຶ່ງ​ນາງ​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

“ມັນເປັນເລື່ອງທີ່​ໜ້າ​ຢາກ​ຫົວ ຂ້ອຍພະຍາຍາມຫາ​ທາງ​ເຮັດວຽກນີ້​ຢູ່ເປັນເວລາ ຕັ້ງ​ຫລາຍປີ, ມັນຍາກທີ່ຈະທັບ​ມ້າງ​ອຸ​ປະ​ສັກ​ເຂົ້າ​ມາ​ໄດ້. ແລະ​ໃນ​ທີ່​ສຸດເມື່ອ​ຂ້ອຍ​ໄດ້​ຮັບ​ຂ່າວກ່ຽວ​ກັ​ບ​ວຽກ​ນີ້ ​ທີ່​ຈິງ​ແລ້ວ ຕອນນັ້ນ​ແມ່ນຂ້ອຍ​ຢູ່​ກັບ​ແມ່​ຂອງ​ຂ້ອຍ. ແລ້ວ ​ຂ້ອຍກໍ​ບໍ່​ໄດ້​ເຫັນ​ລາວ​ມາ​ໄດ້ສອງ​ປີ​ແລ້ວຍ້ອນໂຄ​ວິດ. ແລະ​ຂ້ອຍ​ຮູ້ສຶກ​ວ່າ ​ຂ້ອຍ​ຈະຕັ້ງ​ໃຈຈະໄປ​ຮ່ວມ​ສະຫຼອງມັນຮ່ວມ​ກັນ​ກັບ​ລາວ. ແລະເອີ່​ ​ເວົ້າ​ແລ້ວ​ສິ່ງນີ້ກໍ​ຖື​ວ່າພິເສດຫຼາຍ. ລາວ​ເວົ້າ, ເຈົ້າຮູ້ບໍ່, ວ່າທຸກສິ່ງຢ່າງ​ທັງ​ຫລາຍ​ທັງ​ປວງ​ທີ່ພວກເຮົາເຮັດໄປເພື່ອເຈົ້າໜີ້ ພວກ​ເຮົາ​ບໍ່​ໄດ້ມີ​ໂອ​ກາດ​ທີ່​ຈະ​ໄດ້ເຮັດ​ວຽກ​ທີ່​ເປັນອາ​ຊີບ​ໃນ​ຝັນ. ແຕ່​ວ່າ ​ມັນກໍເປັນ​ໂອ​ກາດທີ່ດີໃນ​ຊີ​ວິດຂອງ​ຂ້ອຍ​ທີ່​ຂ້ອຍ​ສາ​ມາດ​ເຮັດ​ແນວ​ນັ້ນ​ໄດ້​ເພື່ອ​ລາວ. ສະນັ້ນມັນເປັນເລື້ອງ​ທີ່​ດີແທ້ໆ.”

ງານ​ແຕ່ງ​ງານ​ຂອງ​ນາງ​ເອບ​ໂພ​ຣ ຊຶ່ງ​ມີ​ແມ່, ຍາ​ນາງ​ຄຳ​ປະ​ເສີດ​ທີ່​ຈັບ​ມ​ື​ລາວ ແລະ​ກໍ​ພາ​ກັນ​ຫົວ​ດ້ວຍ​ຄວາມ​ມ່ວນ​ຊື່ນ (ປີ 2016 ໃນ​ເມືອງ​ບາ​ລ​ຕີ​ມໍ, ລັດ​ແມ​ຣີ​ແລນ)
ງານ​ແຕ່ງ​ງານ​ຂອງ​ນາງ​ເອບ​ໂພ​ຣ ຊຶ່ງ​ມີ​ແມ່, ຍາ​ນາງ​ຄຳ​ປະ​ເສີດ​ທີ່​ຈັບ​ມ​ື​ລາວ ແລະ​ກໍ​ພາ​ກັນ​ຫົວ​ດ້ວຍ​ຄວາມ​ມ່ວນ​ຊື່ນ (ປີ 2016 ໃນ​ເມືອງ​ບາ​ລ​ຕີ​ມໍ, ລັດ​ແມ​ຣີ​ແລນ)

ເຖິງແມ່ນ​ວ່າ​ນາງ​ເອບ​ໂພ​ຣ ຈະ​ໄດ້​ມີ​ອາ​ຊີບທີ່​ດີ, ຫ້ອມ​ລ້ອມ​ໄປ​ດ້ວຍ​ເພື່ອນ​ຮ່ວມ​ງານ​ທີ່​ມີ​ຄວາມ​ຮູ້ ແລະ​ຄວາມສາ​ມາດ​ລະ​ດັ​ບໂລກກໍ​ຕາມ ແຕ່ນັກ​ວິ​ຊາ​ການອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ຜູ້ນີ້ ​ກໍບໍ່​ໄດ້​ລື​ມຮາກ​ກົກ​ເຫງົ້າ ຫລື ​ທີ່​ມາ​ຂອງ​ຕົນ ສະ​ນັ້ນ​ນາງຈຶ່ງ​ໄດ້​ພະ​ຍາ​ຍາມ​ຮຽນ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳລາວ ແລະ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ປະ​ຊາ​ຄົມລາວໃນຕ່າງ​ປະ​ເທດ ດັ່ງ​ທີ່​ນາງ​ເລົ່າ​ສູ່​ຟັງ​ວ່າ:

“ບາງສິ່ງບາງຢ່າງທີ່ຂ້ອຍຄຸ້ນເຄີຍ, ແຕ່ຂ້ອຍບໍ່ເຄີຍຄິດກ່ຽວກັບມັນເລີຍຈົນກ່ວາ ປີທີ່ຜ່ານມານີ້ ເມື່ອທຸກຄົນເລີ່ມເວົ້າກ່ຽວກັບບັນ​ຫາທີ່​ຊາວ​ເອ​ເຊຍ-ອາເມຣິກັນ ໄດ້​ປ​ະ​ສົບ, ຂ້ອຍຄິດວ່າ, ຂ້ອຍມີແຕ່ຟັງພອດ​ແຄ​ສ໌ (podcasts) ຂອງຊາວ ເອ​ເຊຍ​ຫລາຍ​ຄົນແຕກຕ່າງກັນທີ່ເວົ້າກ່ຽວກັບປະສົບການຂອງພວກເຂົາເຈົ້າ. ແລະ ຂ້ອຍຮູ້ສຶກວ່າ​ຂ້ອຍ​ກໍ​ມີ​ປະ​ສົບ​ການ​ຄ້າຍຄື​ເຂົາ​ເຈົ້າພວກຫຼາຍ. ແລະເມື່ອບໍ່ດົນ ມານີ້ເຊັ່ນ​ວ່າ ເວລາຂ້ອຍຢູ່ບ່ອນເຮັດວຽກ ຫຼືໃນບ່ອນໃດບ່ອນນຶ່ງ ຂ້ອຍເບິ່ງໄປ ອ້ອມໆຕົວຂອງເຂົາເຈົ້າຄືຮູ້​ສຶກວ່າ ຂ້ອຍເປັນຄົນເອ​ເຊຍຄົນດຽວເທົ່າ​ນັ້ນຢູ່ໃນນີ້ ຂ້ອຍບໍ່ທັນ​ເວົ້າ​ເຖິງຄົນເອ​ເຊຍ​ທີ່​ມີ​ເຊື້ອ​ສາຍ​ລາວ​ຊ້ຳ. ແລະມັນເປັນສິ່ງໃດ​ສິ່ງ​ນຶ່ງທີ່ຂ້ອຍຄິດກ່ຽວກັບມັນ​ນັບ​ມື້​ນັບຫຼາຍຂຶ້ນ, ເຊິ່ງເປັນສິ່ງທີ່ດີເພາະ ຂ້ອຍຄິດວ່າ ຂ້ອຍແມ່ນໃຊ້ເວລາດົນ​ເຕີບ​ແທ້ໆ ກ່ອນຂ້ອຍຈະຍອມຮັບເອົາມັນມາເປັນສິ່ງບົ່ງ​ບອກເຖິງ​ຕົວຕົນຂອງຂ້ອຍ ແຕ່ບໍ່ແມ່ນວ່າຂ້ອຍຮູ້​ສຶກ​ອັບອາຍດອກ, ແຕ່ຂ້ອຍ ຄິດວ່າ ຕົວ​ເອງບໍ່​ໄດ້ເຄື່ອງມືທີ່ຈະຊ່ວຍ​ຂ້ອຍ​ໃຫ້ເຂົ້າໃຈໄດ້ແທ້ໆ ເພາະວ່າຄົນ ລຸ້ນພໍ່ແມ່ຂອງຂ້ອຍ, ພວກເຂົາເຈົ້າພຽງແຕ່ຕ້ອງການຄວາມຢູ່ລອດໃຫ້​ໄດ້​ເທົ່າ​ນັ້ນ, ເຊັ່ນ​ວ່າຫາອາ​ຫານ​ມາໃຫ້ເຮົາ​ກິນ ແລະກໍ​ເຮັດ​ວຽກ​ໄປ​ວັນໆ, ຄື​ຈັ່ງເຈົ້າຮູ້ ຫັ້ນ​ຫລະ ແລະຊອກຫາເວລາທີ່ພັກ​ຜ່ອນເຮັດໃນສິ່ງເລັກໆ ນ້ອຍໆ ແລະຫາ ເວລາທີ່ມີຄຸນນະພາບຢູ່​ນຳ​ກັນ.”

ແຕ່ມີຫຼາຍອັນທີ່ຂ້ອຍບໍ່ເຂົ້າໃຈ ແມ້ນແຕ່ບໍ່ດົນມານີ້ ເຊັ່ນ​ວ່າ ຂ້ອຍໄດ້ອອກແບບ ໃຫ້ກັບເຈົ້າຊາຍ ແລະຂ້ອຍກໍ່ເຮັດການຄົ້ນຄວ້າກ່ຽວກັບປີໃໝ່ລາວ. ແລະຂ້ອຍ ຮູ້ວ່າສິ່ງທີ່ພວກເຮົາເຮັດເຊັ່ນການເອົາ​ນ້ຳສິດໃສ່​ກັນ, ແຕ່ຂ້ອຍບໍ່ເຄີຍເຂົ້າໃຈເລີຍ ວ່າເປັນຫຍັງພວກເຮົາຈຶ່ງເຮັດແນວນັ້ນ ຫຼືວ່າ​ມັນເປັນພຽງແຕ່ບາງສິ່ງບາງຢ່າງ ທີ່ເຈົ້າຖືກສອນໃຫ້ເຮັດເທົ່າ​ນັ້ນບໍ. ດັ່ງນັ້ນ, ຂ້ອຍໄດ້ຄົ້ນຄ້ວາດ້ວຍຕົວເອງ. ຂ້ອຍເລີຍ​ຄິດ​ອອກວ່າ ໂອ້ມັນຄືກັນກັບກຳ, ຄືກັບວ່າເຈົ້າກຳລັງເຮັດ​ໃຫ້ກຳທີ່ ບໍ່ດີອອກໄປ ເພື່ອເຈົ້າຈະໄດ້ເລີ່ມຕົ້ນໃໝ່. ແລະນ້ໍາເຫຼົ່ານັ້ນເປັນສັນຍາລັກຂອງ ການເກີດໃຫມ່ ແລະສິ່ງທັງຫລາຍທັງ​ປວງເຫລົ່ານີ້, ແລະນັ້ນມັນແມ່ນບາງສິ່ງ ບາງຢ່າງທີ່​ຂ້ອຍ​ເຮັດໃນປີທີ່ຜ່ານມານີ້.”

​ລອນດອນເປັນ​ບ່ອນ​ນະ​ຄອນ​ຫລວງຂອງ​ອັງ​ກິດ ທັງ​ເປັນ​ນະ​ຄອນ​ໃຫຍ່​ ແລະ​ສຳ​ຄັນ​ຂອງ​ໂລກແຫ່ງ​ນຶ່ງ ຊຶ່ງ​ມີ​ສະ​ໜາມ​ບິນ​ໃຫຍ່ 6 ແຫ່ງ ເພາະມັນ​ເປັນ​ສູນ​ກາງ​ການ​ຄ້າ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ ແລະ​ການ​ເມືອງລະ​ດັບ​ໂລກ. ມີ​ມະ​ຫາ​ວິ​ທະ​ຍາ​ໄລ​ສອງ​ແຫ່ງທີ່ຈັດຢູ່​ໃນ​ 10 ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ທີ່​ສຸດຂອງໂລກ. ເມື່ອ​ຖາມ​ເຖິງ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ໃຫຍ່​ຂອງ​ໂລກ ແຫ່ງນັ້ນ ເມື່ອ​ທຽບ​ກັບ​ສະ​ຫະ​ລັດ ນາງ​ເອ​ໂພ​ຣ​ຕອບ​ວ່າ:

“ຂ້ອຍ​ແຕ່ງ​ງານໄດ້ຫ້າ​ປີແລ້ວ​, ແຕ່ຂ້ອຍ​ຄິດ​ວ່າ​ມັນເປັນ​ເລື້ອງ​ທີ່​ວ່າ ຂ້ອຍ​ອາ​ໄສ​ຢູ່​ໃນ​ຢູ​ໂຣບ​. ຈັງຫວະຄົນ​ເຮັດ​ວຽກແມ່ນຫຍັງຢູ່​ໜີ້ໄວກວ່າ​ຫລາຍ, ຕາມຂ້ອຍ​ຄິດ​. ແມ່ນແລ້ວ, ພວກເຂົາຍັງໄປຫຼິ້ນມ່ວນ​ຊື່ນ​ຫລາຍກວ່າຄື​ກັນ. ມັນກໍແພງຫຼາຍອີກ. ແທ້ໆ​ແລ້ວ ພວກເຮົາຍັງບໍ່ທັນໄດ້ຊື້ເຮືອນເທື່ອ. ຍັງໃຫ້ເຊົ່າຢູ່, ສະນັ້ນມັນຕ້ອງ ໄດ້ໃຊ້ເວລາພໍສົມຄວນທີ່​ຈະ​ຕັ້ງ​ຖິ່ນ​ຖານ​ຢູ່​ໜີ້​ໄດ້.”

ສະ​ຫລຸບ​ແລ້ວຍາ​ນາງ​ຄຳ​ປະ​ເສີດ ທີ່​ຄອບ​ຄົວ​ພາ​ອົບ​ພະ​ຍົບ​ມາ​ຢູ່​ສະ​ຫະ​ລັດ ກໍ​ຮູ້​ສຶກກວ່າຕົນ​ເອງ​ໂຊກ​ດີ​ທີ່​ໄດ້​ມາເຕີບ​ໃຫຍ່​ແລະ​ດຳ​ລົງ​ຊີ​ວິດຢູ່​ປະ​ເທດນີ້. ເຖິງ​ແມ່ນ​ຍາ​ນາງ​ຈະ​ເປັນ​ແມ່​ຍິງ​ທີ່​ລ້ຽງ​ລູກ​ນ້ອຍສອງຄົນ​ແຕ່​ລຳ​ພັງ​ຜູ້​ດຽວຫລັງ​ຈາກ​ໄດ້​ຢ່າ​ຮ້າງ​ກັບ​ສາ​ມີ​ແລ້ວກໍ​ຕາມ ແຕ່ຍາ​ນາງ​ກໍ​ສາ​ມາດ​ລ້ຽງ​ລູກ​ໃຫ້​ໄດ້​ຮັບ​ການ​ສຶກ​ສາ​ສູງ ແລະ​ຍາ​ນາງ​ເອງ​ກໍ​ມີ​ທຸ​ລະ​ກິດ​ອັນ​ໝັ້ນ​ຄົງຊຶ່ງ​ທັງ​ໝົດ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ຫະ​ລັດ​ເປັນ​ປະ​ເທດທີ່ໃຫ້​ໂອ​ກາດ​ແກ່​ທຸກຄົນ​ທີ່​ມີ​ຄວາມ​ດຸ​ໝັ່ນແລະບຸກ​ບືນ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ຄືເລື້ອງລາວຊີວິດຂອງແມ່​ຍິງ​ເຊື້ອ​ສາຍ​ລາວ​ສອງ​ຄົນ ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ສູງກໍ​ຄື​ຍາ​ນາງ​ຄຳ​ປ​ະ​ເສີດແລະ​ນາງເອບ​ໂພ​ຣ ທີ່​ຄອບ​ຄົວພາ​ໜີ​ອອກ​ຈາກ​ລາວມາ​ຕັ້ງ​ຖິ່ນ​ຖານ​ໃນ​ສະ​ຫະ​ລັດ. ຂໍ​ເຊີນ​ທ່ານມາພົບກັບລາຍ ການຊຸມຊົນຊາວລາວໃນທະວີອາເມຣິກາໄດ້​ອີກ ໃນອາທິດໜ້າ ເວລາດຽວກັນນີ້.​

XS
SM
MD
LG