ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມັນເປັນພຽງຄຳເວົ້າຫຼືຄວາມຈິງ ທີ່ການອອກໜັງສືເດີນທາງ ອັງກິດໃຫ້ຮົງກົງ ເຮັດໃຫ້ຈີນໂກດແຄ້ນ


ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຍົກປ້າຍຄຳຂວັນຂຶ້ນ ໃນລະຫວ່າງການປະທ້ວງ ທີ່ຮ້ານສັບພະສິນຄ້າ New Town Plaza ຢູ່ຮົງກົງ ເມື່ອວັນທີ 12 ມິຖຸນາ 2020.
ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຍົກປ້າຍຄຳຂວັນຂຶ້ນ ໃນລະຫວ່າງການປະທ້ວງ ທີ່ຮ້ານສັບພະສິນຄ້າ New Town Plaza ຢູ່ຮົງກົງ ເມື່ອວັນທີ 12 ມິຖຸນາ 2020.

ລອນດອນ ແລະປັກກິ່ງ ພວມໂຕ້ຖຽງກັນຢ່າງເຜັດຮ້ອນກ່ຽວກັບແຜນ ການທີ່ຈະເຮັດໃຫ້ເປັນການງ່າຍຂຶ້ນ ສຳລັບປະຊາຊົນ ຊາວຮົງກົງ ຈຳນວນນຶ່ງ ທີ່ຈະຍົກຍ້າຍ ໄປຢູ່ປະເທດອັງກິດ. ລັດຖະບານອັງກິດ ໄດ້ປະກາດ ກ່ຽວກັບຂໍ້ສະເໜີດັ່ງກ່າວ ເພື່ອເປັນການຕອບໂຕ້ ຕໍ່ຄວາມພະຍາຍາມຂອງຈີນທີ່ຈະນຳໃຊ້ກົດໝາຍ ຄວາມໝັ້ນຄົງສະບັບໃໝ່ ຢູ່ທີ່ຮົງກົງ ຫຼັງຈາກໄດ້ເກີດການປະທ້ວງຕໍ່ຕ້ານລັດຖະບານຢ່າງຮຸນແຮງ. ຮົງກົງ ແມ່ນຕັ້ງໃຈທີ່ຈະໃຫ້ເປັນເຂດເຄິ່ງປົກຄອງຕົນເອງຈາກປັກກິ່ງ ແຕ່ພວກຕ້ອງຕິກ່າວວ່າ ກົດໝາຍໃໝ່ສະບັບນີ້ຂົ່ມຂູ່ທີ່ຈະປ່ຽນແປງຖານະຂອງຮົງກົງ.ເຮັນຣີ ຣິຈແວລ ມີລາຍງານເລື້ອງນີ້ ຈາກລອນດອນ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອເດືອນມິຖຸນາ ປີ 2019 ພວກປະທ້ວງຫຼາຍຮ້ອຍພັນຄົນໄດ້ພາກັນລົງສູ່ຖະໜົນຫົນທາງ ຢູ່ໃນຮົງກົງ ຮຽກຮ້ອງໃຫ້ຖອນຮ່າງກົດໝາຍສະບັບນຶ່ງ ທີ່ຈະອະນຸຍາດໃຫ້ ມີການສົ່ງຜູ້ຕ້ອງສົງໄສມີຄວາມຜິດໄປຍັງຈີນແຜ່ນດິນໃຫຍ່. ຮ່າງ ກົດໝາຍດັ່ງກ່າວໄດ້ຖືກປະຖິ້ມໄປໃນທີ່ສຸດ ແຕ່ການປະທ້ວງເພື່ອປະຊາທິປະໄຕ ຍັງດຳເນີນຢູ່.

ນຶ່ງປີຕໍ່ມາເນື່ອງຈາກການລະບາດຂອງໄວຣັສໂຄໂຣນາຈຶ່ງເຮັດໃຫ້ການເດີນຂະບວນສ່ວນໃຫຍ່ ຢູ່ຕາມຖະໜົນຫົນທາງ ຍຸຕິລົງ. ໃນເດືອນພຶດສະພາຜ່ານມານີ້ ປັກກິ່ງໄດ້ໃຫ້ການອະນຸມັດຕໍ່ຮ່າງກົດໝາຍຄວາມໝັ້ນຄົງແຫ່ງຊາດ ທີ່ພວກຕ້ອງ ຕິກ່າວວ່າ ຈະເຮັດໃຫ້ສິດເສລີພາບທາງດ້ານການເມືອງ ຢູ່ໃນຮົງກົງສິ້ນສຸດລົງ.

ຫົວໜ້າບໍລິຫານຂອງຮົງກົງ ຊຶ່ງການແຕ່ງຕັ້ງຕ້ອງໄດ້ຮັບການອະນຸມັດຈາກລັດຖະບານກາງຂອງຈີນນັ້ນ ສະແດງຄວາມຊົມເຊີຍຕໍ່ຮ່າງກົດໝາຍທີ່ມີການນຳສະເໜີດັ່ງກ່າວ.

ລິງໂດຍກົງ


ທ່ານນາງແຄຣີ ແລມ ຫົວໜ້າຜູ້ບໍລິຫານຮົງກົງກ່າວເປັນພາສາຈີນກວາງຕຸ້ງວ່າ ປະຊາຊົນຊາວຮົງກົງ ຕ້ອງການຢາກຈະເຫັນສະຖຽນລະພາບອີກ.

ອັງກິດກ່າວວ່າ ຮ່າງກົດໝາຍສະບັບນີ້ ແມ່ນເປັນການລະເມີດຢ່າງຈະແຈ້ງຕໍ່ຖະແຫຼງການຮ່ວມລະຫວ່າງຈີນກັບອັງກິດ ທີ່ໄດ້ລົງນາມກັນ ເວລາອັງກິດ ໂອນຮົງກົງໄປໃຫ້ຈີນໃນປີ 1997.

ລິງໂດຍກົງ

ທ່ານໂດມີນິກ ແຣແອບ ລັດຖະມົນຕີກະຊວງຕ່າງປະເທດຂອງອັງກິດ ກ່າວວ່າ “ພວກເຮົາໄດ້ໃຫ້ຄວາມໝັ້ນໝາຍທີ່ສຳຄັນຄັ້ງປະຫວັດສາດຕໍ່ປະຊາຊົນຮົງກົງທີ່ຈະປົກປ້ອງການປົກຄອງຕົນເອງຂອງພວກເຂົາເຈົ້າ ແລະປົກປ້ອງອິດສະຫລະ ພາບ ແລະທີ່ສຳຄັນໄປກວ່ານັ້ນ ປະເທດຈີນບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທີ່ຈະເຮັດເຊັ່ນນັ້ນເລີຍ.”

ເວລານີ້ເບິ່ງຄືວ່າ ອັງກິດຈະສະເໜີທາງອອກ ແບບສຸກເສີນໃຫ້.

ອັງກິດໄດ້ອອກໃນອັນທີ່ເອີ້ນວ່າ ໜັງສືຜ່ານແດນສຳລັບຊາວອັງກິດພົ້ນທະເລຫຼື BNO ໃຫ້ແກ່ປະຊາ ຊົນຮົງກົງ ກ່ອນທີ່ຕົນໄດ້ໂອນດິນແດນດັ່ງກ່າວໃຫ້ຈີນ. ລັດຖະບານກ່າວວ່າ ໃນເວລານີ້ ມີ 350,000 ຄົນ ຖືໜັງສືຜ່ານແດນນີ້ ແລະ 2 ລ້ານ 5 ແສນຄົນມີສິດຍື່ນຄຳຮ້ອງ ຂໍໜັງສືຜ່ານແດນນີ້ໄດ້.

ລັດຖະບານອັງກິດໄດ້ສະເໜີທີ່ຈະເຮັດໃຫ້ເປັນການງ່າຍຂຶ້ນສຳລັບພວກທີ່ຖືໜັງສືຜ່ານແດນດັ່ງກ່າວ ແລະຄອບຄົວຂອງເຂົາເຈົ້າຍ້າຍໄປຢູ່ປະເທດອັງກິດດ້ວຍອັນທີ່ອັງກິດເອີ້ນວ່າ “ເສັ້ນທາງທີ່ຈະແຈ້ງໄປສູ່ການໄດ້ຮັບສັນຊາດ” ຫຼັງຈາກ 5 ປີແລ້ວ.

ລິງໂດຍກົງ


ທ່ານສຕີຟ ຊາງ (Steve Tsang) ສາສະດາຈານ ທີ່ມະຫາວິທະຍາໄລລອນດອນ ກ່າວວ່າ “ແຜນການຂອງອັງກິດແມ່ນບອກແບບເປັນໄນເຖິງຄວາມເປັນໄປໄດ້ທີ່ຮົງກົງອາດຈະສູນເສຍໃນເປີເຊັນທີ່ສຳຄັນຂອງຜູ້ຄົນທີ່ມີຄວາມຮູ້ຄວາມ ສາມາດ. ຈາກທັດສະນະຂອງປັກກິ່ງແລ້ວ ເຂົາເຈົ້າຢາກໃຫ້ຮົງກົງປະສົບຄວາມສຳເລັດ. ພວກເຂົາເຈົ້າແນວໃດກໍຕາມ ບໍ່ໄດ້ກະກຽມທີ່ຈະສູນເສຍໃນລະດັບໃດ

ກໍໄດ້ ເພື່ອຈະຮັກສາພວກຄົນທີ່ມີຄວາມຮູ້ຄວາມສາມາດໄວ້ ຢູ່ໃນຮົງກົງ ໂດຍສະເພາະແລ້ວ ພວກຄົນເຫຼົ່ານັ້ນ ຫາກເປັນບຸກຄົນ ‘ທີ່ສ້າງບັນຫາ’ ໃຫ້ແກ່ປັກກິ່ງ.”

ຈົນເທົ່າຮ່າງກົດໝາຍນີ້ຖືກຮັບຮອງເອົາ ລັດຖະມົນຕີຂອງອັງກິດ ໄດ້ສະເໜີມາດຕະການສຸກ ເສີນ ເພື່ອໃຫ້ພວກຖືໜັງສືຜ່ານແດນ BNO ມີສິດເຂົ້າໄປໃນປະເທດງ່າຍຂຶ້ນ. ນີ້ແມ່ນການປ່ຽນແປງ ໃນນະໂຍບາຍໃຫຍ່ສຸດ ນັບແຕ່ໄດ້ມີການໂອນຮົງກົງໃຫ້ແກ່ຈີນນັ້ນຄືຄຳເວົ້າຂອງທ່ານຈອນນີ ແພັດເຕີສັນ ຈາກກຸ່ມສະໜັບສະໜຸນ Hong Kong Watch.

ລິງໂດຍກົງ


ທ່ານຈອນນີ ແພັດເຕີສັນ ກ່າວວ່າ “ທີ່ຈິງແລ້ວ ມັນເປັນບາດທີ່ສຳຄັນຫຼາຍ ແລະຍັງເປັນການໃຫ້ສັນຍານ ບໍ່ພຽງແຕ່ເປັນການປ່ຽນແປງ ໃນຄວາມເອື້ອເຟື້ອ ແບບບໍ່ໜ້າເຊື່ອ ແລະການເຂົ້າເມືອງແບບມີຄວາມໝາຍ ແຕ່ຍັງເປັນການປ່ຽນແປງອັນໃຫຍ່ຫຼວງ ໃນຄວາມສຳພັນລະຫວ່າງຈີນກັບອັງກິດ ທີ່ອາດມີຂຶ້ນນັ້ນ.”

ແຕ່ແນວໃດກໍຕາມ ສາສະດາຈານສຕີບ ຊາງ ກ່າວວ່າ ຍັງບໍ່ມີລາຍລະອຽດກ່ຽວກັບນະໂຍບາຍດັ່ງກ່າວນີ້ເທື່ອ.

ລິງໂດຍກົງ


ທ່ານສຕີບ ຊາງ ກ່າວວ່າ “ຂ້າພະເຈົ້າຄິດວ່າ ຄວາມຄຸມເຄືອ ແມ່ນຈຸດສຳຄັນ ໃນການອອກນະ ໂຍບາຍ. ສິ່ງທີ່ລັດຖະບານອັງກິດໄດ້ສະເໜີຕໍ່ຮົງກົງ ທີ່ຈິງແລ້ວກໍຄືສົ່ງສານໄປຫາປະຊາຊົນຢູ່ໃນຮົງກົງວ່າ ພວກເຂົາເຈົ້າຍັງບໍ່ທັນຖືກຫຼົງລືມເທື່ອ ແລະກໍສົ່ງສານຫາຈີນວ່າ ຈະມີການຕອບໂຕ້ຈາກອັງກິດ ໂດຍຫວັງວ່າ ຈີນຈະກັບຖອຍຄືນ.”

ແຕ່ປັກກິ່ງເຕືອນວ່າ ການສະເໜີໃຫ້ສັນຊາດ ຂອງອັງກິດ ໃນໂຕຂອງມັນເອງແລ້ວ ຈະເປັນການລະເມີດຕໍ່ຖະແຫຼງການຮ່ວມສະບັບປີ 1997. ຈົນເທົ່າເມື່ອບໍ່ດົນມານີ້ ອັງກິດໄດ້ຕົກລົງເຫັນພ້ອມກ່ຽວກັບເລື້ອງນີ້ ແຕ່ການພະຍາຍາມຂອງປັກກິ່ງທີ່ຈະບັງຄັບໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ຕໍ່ຮົງກົງ ໄດ້ປ່ຽນການຄຳນວນຢູ່ລອນດອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG