ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວການາ ມີຄວາມຢ້ານກົວ ກ່ຽວກັບການດຳລົງຊີວິດ ໃນການມ້າງທ່າເຮືອ ທີ່ຄຸ້ມເຈມສ໌ທາວ


ທີ່ເຫັນໃນພາບ ລົດພວມດຸດອາຄານຕ່າງໆອອກ ທີ່ຄຸ້ມເຈມສ໌ທາວ ໃນນະຄອນອັກກຣາ ປະເທດການາ ເມື່ອວັນທີ 21 ພຶດສະພາ 2020.
ທີ່ເຫັນໃນພາບ ລົດພວມດຸດອາຄານຕ່າງໆອອກ ທີ່ຄຸ້ມເຈມສ໌ທາວ ໃນນະຄອນອັກກຣາ ປະເທດການາ ເມື່ອວັນທີ 21 ພຶດສະພາ 2020.

ການທັບມ້າງປະຊາຄົມຫາປາ ທີ່ມີຊື່ສຽງຢູ່ເຂດເມືອງເຈມສ໌ທາວ ໃນນະຄອນຫຼວງອັກກຣາ ເລີ້ມຂຶ້ນໃນທ້າຍເດືອນແລ້ວນີ້ ເພື່ອສ້າງທ່າເຮືອຫາປາມູນຄ່າຫຼາຍລ້ານໂດລາ ທີ່ໄດ້ຮັບທຶນຈາກຈີນ. ພວກເຈົ້າໜ້າທີ່ທ້ອງຖິ່ນໄດ້ມ້າງຕຶກອາຄານ ທັງຊົ່ວຄາວແລະຖາວອນ ຫຼາຍກວ່າ 300 ຫຼັງ ຮວມທັງທຸລະກິດຕ່າງໆ ໂຮງຮຽນ ແລະບ່ອນປະຕິບັດສາສະໜາກິດ ໃນຄຸ້ມຄົນທຸກທີ່ມີຜູ້ຄົນອາ
ໄສຢູ່ຢ່າງໜາແໜ້ນ. ໃນຂະນະທີ່ຫຼາຍໆຄົນ ມີຄວາມຕື່ນເຕັ້ນ ກ່ຽວກັບໂອກາດສຳລັບການພັດທະນາ ແຕ່ການທັບມ້າງດັ່ງກ່າວ ຍັງກໍ່ໃຫ້ເກີດມີຄວາມຢ້ານກົວກ່ຽວກັບການດຳລົງຊີວິດທີ່ບໍ່ແນ່ນອນຢູ່ແລ້ວນັ້ນ. Stacey Knott ມີລາຍງານ ຈາກນະຄອນອັກກຣາ ຊຶ່ງໄພສານ ຈະນຳເອົາລາຍລະອຽດມາສະເໜິີທ່ານ ໃນອັນດັບຕໍ່ໄປ.


ສິ່ງທີ່ເຫຼືອກໍມີແຕ່ຊາກຫັກພັງ ຂອງບ່ອນຫຼິ້ນເດັກນ້ອຍທາດ້ວຍສີແຈດຕາ ຢູ່ທີ່ຄຸ້ມຫາປາເຈມສ໌ທາວ ໃນນະຄອນຫຼວງອັກກຣາ ຊຶ່ງຄັ້ງນຶ່ງພວກເດັກນ້ອຍ ເຄີຍຫຼິ້ນຢູ່ທີ່ນັ້ນ ກ່ອນທີ່ຈະຖືກມ້າງຖິ້ມ ໃນເດືອນພຶດສະພາຜ່ານມານີ້.

ການມ້າງຄຸ້ມຫາປາເພື່ອຈະກໍ່ສ້າງໂຄງການໃໝ່ຂອງລັດຖະບານທີ່ຈະໄດ້ຮັບທຶນຈາກຈີນແມ່ນເປັນການປະຕິບັດຕາມຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ເປັນເວລາຫຼາຍໆປີຂອງພວກເຈົ້າໜ້າທີ່ ທີ່ຈະພັດທະນາປັບປຸງທ່າເຮືອດັ່ງກ່າວ.

ໂດຍຜ່ານອົງການທີ່ບໍ່ຂຶ້ນກັບລັດຖະບານຂອງພວກເຂົາເຈົ້ານາງ Naa Borkor Quartey ແລະສາມີຂອງນາງ ທ່ານ Emmanuel ໄດ້ໃຫ້ການລ້ຽງດູແລະສະໜັບສະໜູນພວກເດັກນ້ອຍໃນດ້ານກິລາ ການສຶກສາ ສິນລະປະແລະສິດທິຂອງພວກເຂົາເຈົ້າ. ນອກນັ້ນ ພວກເຂົາເຈົ້າຍັງໄດ້ໃຫ້ການຝຶກອົບຮົມໃນດ້ານທັກສະແລະໃຫ້ບ່ອນພັກພາອາໄສສຳລັບພວກເດັກນ້ອຍປະມານ 50 ຄົນ.

ກ່ອນໜ້ານີ້ ມູນນິທິ JayNii Streetwise ຖືກແຈ້ງໃຫ້ຊາບວ່າ ຈະໄດ້ຮັບການຍົກເວັ້ນຈາກການຖືກມ້າງ. ແຕ່ແນວໃດກໍຕາມ ໂດຍໄດ້ຮັບແຈ້ງການເປັນເວລາ ສັ້ນໆ ຕຶກອາຄານຂອງມູນນິທິດັ່ງກ່າວ ແລະເດິ່ນຫຼິ້ນ ກໍໄດ້ຫາຍໄປ.

ນາງ Naa Borkor Quartey ຈາກມູນນິທິ JayNii Streetwise ກ່າວວ່າ “ນີ້ແມ່ນພວກເດັກນ້ອຍ ສຳລັບບາງຄົນ ພໍ່ແມ່ຂອງເຂົາເຈົ້າ ມັນເປັນການຫຍຸ້ງ ຍາກສຳລັບເຂົາເຈົ້າ ຍ້ອນວ່າໃນປະຊາຄົມນີ້ ພວກເຮົາບໍ່ມີວຽກການສຳລັບແມ່ ຍິງເຫຼົ່ານີ້. ພວກເຂົາເຈົ້າມາໜີ້ ເພື່ອຊອກຫາອາຫານ. ພວກເດັກນ້ອຍບາງຄົນເຫຼົ່ານີ້ ໝົດມື້ບໍ່ໄດ້ກິນອາຫານເລີຍ. ດັ່ງນັ້ນ ພວກເຮົາມາຢູ່ໜີ້ ເພື່ອສະໜັບສະໜຸນປະຊາຄົມ.”

Ghana China Harbor Project -- USAGM
please wait

No media source currently available

0:00 0:02:56 0:00

ປະຊາຄົມຫາປາແຫ່ງນີ້ ດຶງດູດເອົາພວກນັກທ່ອງທ່ຽວໄປຊົມມາໄດ້ຫຼາຍປີແລ້ວ. ພວກຜູ້ຄົນພາກັນມາເບິ່ງວັດທະນະທຳໃນການຫາປາໃນເຂດທ້ອງຖິ່ນ ເຮືອກາໂນທີ່ທາດ້ວຍສີແຈດຕາແລະພວກແມ່ຍິງພາກັນເອົາປາທີ່ເຂົາເຈົ້າຫາມາໄດ້ໃໝ່ໆນັ້ນ ໄປເຮັດປາຮົມຄວັນ ຢູ່ຕາມແຄມຝັ່ງ.

ຜູ້ນຳທ່ຽວ Collins Seymah Smith ຊຶ່ງເປັນຜູ້ບໍລິຫານສູນກາງບັນເທີງໃນເຂດທ້ອງຖິ່ນນຳນັ້ນ ມີຄວາມເປັນຫ່ວງກ່ຽວກັບອະນາຄົດ ແລະຜູ້ຄົນທີ່ອາໄສຢູ່ໃນເຂດດັ່ງກ່າວມາຫຼາຍເຊັ່ນຄົນແລ້ວ ແລະບໍ່ມີບ່ອນທີ່ຈະໄປ.

ທ່ານ Collins Seymah Smith ກ່າວວ່າ “ນີ້ແມ່ນການພັດທະນາທີ່ໃຫຍ່ທີ່ສຸດ ທີ່ມີຂຶ້ນຢູ່ຄຸ້ມ Ga-Mashie ຫຼືເຈມສ໌ທາວ ຖ້າຊິເວົ້າໃຫ້ຖືກຕ້ອງແທ້ ດັ່ງນັ້ນ ສຳລັບຂ້ອຍແລ້ວ ກໍແມ່ນດີ. ແຕ່ສຳລັບຜູ້ອື່ນເດ ມັນແມ່ນບັນຫາ.”

ເຮືອນຂອງທ້າວ Abdul Razak Allotey ກໍແມ່ນນຶ່ງໃນພວກອາຄານທີ່ຖືກມ້າງ. ດັ່ງນັ້ນລາວຈຶ່ງເຮັດຕູບເພື່ອຢູ່ຊົ່ວຄາວໃນບ່ອນທີ່ຖືກມ້າງ. ລາວຊຶ່ງໃນເວລານີ້ ບໍ່ມີວຽກເຮັດຍ້ອນການລະບາດຂອງໄວຣັສໂຄໂຣນາ ຈຶ່ງໄດ້ແຕ່ຫວັງວ່າລາວຈະໄດ້ວຽກເຮັດ ຢູ່ໃນໂຄງການສ້າງທ່າເຮືອໃໝ່.

ທ້າວ Abdul Razak Allotey ກ່າວວ່າ “ຂ້ອຍຄິດວ່າ ມັນຈະຊ່ວຍຂ້ອຍແລະຄອບຄົວ ຖ້າພວກເຂົາເຈົ້າເວົ້າວ່າ ເຂົາເຈົ້າຈະມາເຮັດ ພວກເຮົາມັກແທ້. ແຕ່ຂ້າພະເຈົ້າຄິດວ່າ ເຂົາເຈົ້າບໍ່ມີຫຍັງຢູ່ທີ່ນີ້ ພວກເຂົາເຈົ້າມີແຕ່ມາມ້າງຕຶກອາຄານພວກເຮົາເທົ່ານັ້ນ.”

ເຈົ້າໜ້າທີ່ການາກ່າວວ່າ ເຂົາເຈົ້າຈະຈ່າຍເງິນຊົດເຊີຍໃຫ້ແກ່ພວກທີ່ມີໃບຮ້ອງຂໍໃນການສູນເສຍຊັບສິນທີ່ດິນຢ່າງຖືກຕ້ອງຕາມກົດໝາຍ ແລະເປັນຄົນຫາປາທີ່ຖືກຍ້າຍບ່ອນຢູ່ໃນຂະນະທີ່ທ່າເຮືອພວມສ້າງຢູ່ນີ້ ນັ້ນຄືຄຳເວົ້າຂອງທ່ານ Seth Raymond Tetteh ປະທານສະພາໃນເຂດທ້ອງຖິ່ນ.

ທ່ານ Seth Raymond Tetteh ກ່າວວ່າ “ເວລາທ່າເຮືອ ສ້າງສຳເລັດແລ້ວ ມັນຈະເຮັດໃຫ້ເສັ້ນຊີວິດເສດຖະກິດຂອງປະຊາຄົມນີ້ດີຂຶ້ນ ແລະມັນຈະປ່ຽນແປງຊີວິດຂອງປະຊາຊົນຫຼາຍໆຄົນໃນປະຊາຄົມ ດັ່ງນັ້ນ ພວກເຮົາຈຶ່ງມອງເຫັນບາງສິ່ງບາງຢ່າງ ທີ່ຈະເປັນຜົນປະໂຫຍດສຳລັບຫຼາຍໆຄົນ ຫຼາຍກວ່າທີ່ຈະມອງເບິ່ງນຶ່ງຫຼືສອງຄົນ ທີ່ໄດ້ຮັບຜົນກະທົບໃນທຸກມື້ນີ້ ເທົ່ານັ້ນ.”

ໂຄງການນີ້ຄາດວ່າຈະໃຊ້ເວລາ 32 ເດືອນຈຶ່ງຈະແລ້ວສຳເລັດ ແລະຈະຮວມທັງໂຮງຮຽນນຶ່ງຫຼັງ ໂຮງງານປາ ຫ້ອງການຕ່າງໆ ຕະຫຼາດ ແລະສາງເກັບເຄື່ອງທີ່ເປັນຫ້ອງເຢັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG