ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ ທະຫານ ສຫລ ໃຫ້ການບັນເທົາທຸກ ແລະຊ່ອຍກູ້ໄພ ພວກເຄາະຮ້າຍ ຈາກເຮີຣິເຄນ Irma


US Military Helps Rescue and Relief Efforts for Hurricane Victims
please wait

No media source currently available

0:00 0:02:13 0:00

ມີ​ຜູ້​ຄົນຫຼາຍ​ກວ່າ 45 ຄົນ ​ເສຍ​ຊີວິດ ​ແລະ​ຫຼາຍ​ລ້ານ​ຄົນ ບໍ່​ມີ​ໄຟຟ້າ​ໃຊ້ ນັບ​ຕັ້ງ​ແຕ່
ເຮີຣິ​ເຄນ Irma ​ໄດ້​ເຂົ້າ​ປະ​ທະ​ເຂດໝູ່​ເກາະ Caribbean ​ແລະ​ທາງ​ພາກ​ຕາ​ເວັນ​ອອກ
ສຽງ​ໃຕ້​ຂອງ​ສະຫະລັດ. ຄວາມ​ພະຍາຍາມຊ່ອຍ​ເຫຼືອ​ກູ້​ໄພ ບັນ​ເທົາ​ທຸກຕ່າງໆ ​ໃນ​ຂະນະ
​ນີ້ ​ແມ່ນ​ມີໃຫ້​ບໍລິການຢຢຢ່າງສູງ ຊຶ່ງ​ທາງ​ກອງທັບ​ສະຫະລັດ ​ກໍແມ່ນໄດ້​ໃຫ້​ການ​ຊ່ອຍ
​ເຫຼືອ​ບັນ​ເທົາ​ທຸກ​ເຫຼົ່າ​ນີ້ຢູ່. ນັກ​ຂ່າວ VOA ປະຈຳ​ທຳນຽບຫ້າ​ແຈ Carla Babb ມີ​ລາຍ
ງານເລື່ອງ​ນີ້ ຊຶ່ງ​ວັນນະ​ສອນ​ຈະນຳລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ມີເຈົ້າ​ໜ້າ​ທີ່​ທະຫານ ຫຼາຍ​ກວ່າ 30 ພັນ​ຄົນ ​ໄດ້​ຖືກ​ສົ່ງ​ໄປ​ຍັງໝູ່​ເກາະ Caribbean ​
ແລະ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ ​ເຊັ່ນ​ລັດ Florida, Georgia,
Carolina ​ໃຕ້ ​ແລະ​ລັດ Alabama ​ໃນຄວາມ​ພະຍາຍາມຊ່ອຍ​ກູ້​ໄພ ບັນ​ເທົາ​ທຸກ
ຫຼັງ​ຈາກ​ ເຮີຣິ​ເຄນ Irma ​ໄດ້​ປະ​ທະ​ຂົງ​ເຂດ ດັ່ງກ່າວ.

ພວກ​ທະຫານ​ຈາກ​ລັດ Carolina ​ເໜືອ ພາກັນ​ເດີນທາງ​ດ້ວຍ​ຂະ​ບວນລົດແບບນ້ຳເຂົ້າ
ບໍ່ໄດ້ລົດ​ບັນທຸກແບບສູງໆ​ທີ່ເຕັມ​ໄປ​ດ້ວຍ​ເຄື່ອງ​ໃຊ້​ຂອງ​ສອຍ ​ແລະເຄື່ອງບໍລິ​ໂພ​ກອື່ນໆ.
ພວກ​ທະຫານ​ມາຣີນ ​ໄດ້ພາກັນໄປທາງອາກາດ ​ໄປ​ຍັງ​ເຂດ St. Thomas ໃນໝູ່​ເກາະ
Virgin Islands ຂອງສະຫະລັດ.

ສ່ວນ​ພວກ​ທະຫານ​ນ້ຳ ​ຢູ່​ໃນ​ກຳ​ປັ່ນ​ລົບ USS Abraham Lincoln ​ໄດ້​ນຳສົ່ງ​ເຄື່ອງ​
ບັນ​ເທົາ​ທຸກ​ເຫຼົ່າ​ນີ້ ​ທາງ​ອາກາດ ​ໄປ​ຍັງ Florida Keys.

ນາຍ​ພົນ​ຈັດຕະວາ Glen Hagler ຮອງຜູ້ອຳນວຍການ​ ຂອງຫ້ອງການ​ພິທັກ​ຊາດ
ກ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ກຳລັງ​ພະຍາຍາມ​ເຮັດຢູ່ດຽວນີ້ ​ແມ່ນ​ເລີ່​ມຈາກ​ສະຖານະ
​ການ​ທີ່​ບໍ່​ປົກກະຕິທີ່​ພວກ​ເຮົາ​ປະ​ເຊີນ​ຢູ່​ນີ້ ​ໃຫ້​ກັບ​ຄືນ​ໄປ​ສູ່​ສະພາບ​ປົກກະຕິ​ໃຫ້​
ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ໜ່ວຍ​ພິທັກ​ຊາດຂອງ​ທະຫານ​ບົກ ​ແລະຈາກ​ທະຫານ​ອາກາດ ​ແມ່ນ​ໄດ້​ມີ​ກອງ​ກຳລັງ
ຈຳນວນ14 ພັນຄົນຢູ່ແລ້ວ ເຂົ້າ​ຊ່ອຍ​ໃນ​ການ​ກູ້​ໄພ​ບັນ​ເທົາ​ທຸກ​ຈາກ​ເຮີຣິ​ເຄນ Harvey
ທີ່​ໄດ້ເຂົ້າ​ປະ​ທະ​ລັດ Texas ​ທີ່​ພາ​ໃຫ້​ມີຝົນຕົກ​ໜັກ ​ເປັນ​ປະວັດ​ການ ​ໃນຮອບ​ສອງ
​ສັບປະດາ​ຜ່ານ​ມາ​ນີ້.

ກອງ​ກຳລັງ​ພິທັກ​ຊາດ​ແມ່ນ​ມີ​ປະມານ ​ເຄິ່ງນຶ່ງ​ຂອງ​ເຈົ້າ​ທີ່ີທາງ​ຫານ​ຂອງ​ສະຫະລັດ
ຊຶ່ງ​ປະຈຸ​ບັນ​ນີ້ ​ໄດ້​ເຂົ້າຊ່ອຍ​ເຫຼືອ​ໃນ​ການ​ກູ້​ໄພ ​ແລະ​ບັນ​ເທົາ​ທຸກ​ຈາກເຮີຣິ​ເຄນ Irma.

ນາຍ​ພົນ​ຈັດຕະວາ Hagler ຍັງ​ກ່າວ​ຕື່ມ​ອີກ​ວ່າ: “ພວກ​ເຮົາ​ ແມ່ນ​ຊ່ອຍ​ກູ້​ໄພ ​
ເຄື່ອນຍ້າຍ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ທັງຫຼາຍ, ພວກ​ເຮົາ​ແມ່ນ​ໄດ້​ພາກັນ​ອອກ​ຄົ້ນ​ຫາ ​
ແລະ​ຊ່ອຍ​ກູ້​ໄພທາງ​ອາກາດ ພວກເຮົາໄດ້​ອອກ​ຄົ້ນ​ຫາ ​ແລະ​ຊ່ອຍ​ກູ້​ໄພ ທາງພື້ນ
​ດິນ​ຢ່າງ​ກວ້າງຂວາງ. ພວກ​ເຮົາ ​ໄດ້​ຊ່ອຍ​ໃນ​ສິ່ງ​ທີ່​ພວກ​ທ່ານ​ບໍ່​ສາມາດ​ຄິດ​ເຖິງ, ​
ແຕ່​ວ່າ ມັນ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ພາຫະນະ​ຂົນ​ສົ່ງ ​ເຄື່ອນ​ຍ້າຍຕ່າງໆ ​ແລະ​ນີ້ ຂ້າພະ​
ເຈົ້າ​ໝາຍເຖິງ ອາຫານ​ການ​ກິນ ນ້ຳ​ດື່ມນ້ຳ​ໃຊ້ ນ້ຳມັນ ​ເຊື້ອ​ເພີງ ​ແລະສິ່ງຂອງ​ອື່ນໆ ​
ໃນ​ການ​ຊ່ອຍ​ເຫຼືອ​ປະຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍນີ້ ​ເພາະວ່າ​ຫ້າງ​ຮ້ານຂາຍ​ອາຫານ​
ການກິນ​ຕ່າງໆ​ ​ແມ່ນຖືກ​ປິດ​ໝົດ.”

ຄວາມ​ຮຽກຮ້ອງ​ຕ້ອງການ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ນັ້ນ ​ແມ່ນ​ມີ​ສູງ​ຢູ່ໃນປະ​ເທດ ​ເຖິງ​ແມ່ນ​ວ່າ
ໃນ​ຂະນະ​ນີ້ ທາງ​ກອງທັບສະຫະລັດ ​ແມ່ນ​ກຳລັງ​ຕໍ່ສູ້​ສົງຄາມ ສອງ​ບ່ອນ​ໃນ​ຕ່າງປະ​ເທດຢູ່.

​ເຖິງ​ຢ່າງ​ນັ້ນກໍ​ຕາມ ນາຍ​ພົນ​ຈັດຕະວາ Hagler ກໍ​ໄດ້ບອກ​ VOA ວ່າ ປີ​ນີ້ ​ແມ່ນ​ໄດ້
​ເພີ່​ມພາລະ​ໃຫ້​ກອງ​ກຳລັງ​ພິທັກຊາ​ດ ຢ່າງ​ໜັກໜ່ວງ ຫຼາຍ​ກວ່າ​ປົກກະຕິ.

ນີ້ ບໍ່​ແມ່ນ​ສິ່ງ​ທີ່ຮ້າຍແຮງ​ທີ່​ສຸດ ​ເທົ່າ​ທີ່​ຂ້າພະ​ເຈົ້າ​ເຄີຍ​ເຫັນ​ມາ.

ນາຍ​ພົນ​ຈັດຕະວາ Hagler ກ່າວ​ຕື່ມ​ອີກ​ວ່າ: “ພວກ​ເຮົາ​ແມ່ນ​ມີ​ປະມານ 1 ສ່ວນ 3
ຂອງຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ີສູງທີ່​ສຸດ ທີ່​ຈຳ​ເປັນ ​ທີ່​ພວກ​ເຮົາ​ເຫັນ​ໃນ​ຊ່ວງພາຍຸ
Katrina ສົງຄາມໃນອີຣັກ ​ແລະ​ອັຟກາ​ນິສຖານ. ​ຕອນ​ທີ່​ທຸກ​ສິ່ງ​ຢ່າງ​ໃດ້​ດຳ​ເນີນ​ໄປ​
ໃນ​ເວລາ​ດຽວ​ກັນ ຊຶ່ງ​ກໍ​ບໍ່​ແມ່ນ​ເລື່ອງ​ປົກກະຕິ​ ຖ້າ​ຫາກ​ຈະ​ຕ້ອງໄດ້ຕອບ​ຄຳ​ຖາມ​ທ່ານ​,
ແຕ່ມັນ​ກໍ​ບໍ່​ໄດ້​ເປັນ​ການ​ເຕືອນ​ທີ່​ສູງ​ດອກ.”

​ແຕ່​ວ່າ ​ໃນ​ຂະນະ​ທີ່​ມີ​ເຮີຣິ​ເຄນ ​ເພີ່ມ​ຂຶ້ນ​ໃນ​ເຂດ​ມະຫາ​ສະມຸດ Atlantic ນັ້ນ ພວກ​ເຈົ້າ
​ໜ້າ​ທີ່​ທະຫານ ​ແລະພວກທີ່ຢູ່ໃນ​ຂົງ​ເຂດ​ທີ່​ສ່ຽງ​ຕໍ່​ໄພ​ທຳ​ມະ​ຊາດ​ເຊັ່ນ​ພວກ​ເຮີຣິ​ເຄນ
ທັງຫຼາຍ​ນີ້ ແມ່ນ​ພວກເຮົາຫວັງວ່າຈະຊ່ອຍ​ເຫຼືອ​ໃຫ້​ສະ​ງົບ​ງຽບ​ໃຫ້​ຍາວ​ນານ ເຖິງ​ທີ່​ສຸດ ​
ແທນ​ທີ່​ຈະ​ເປັນ​ການ​ສະ​ງົບ​ງຽບ ກ່ອນ​ພະຍຸ​ຫົວ​ໃໝ່​ຈະ​ມາ​ປະ​ທະ​ອີກ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

More than 45 people have died and millions are without power since Hurricane Irma swept through the Caribbean and southeastern United States. Relief efforts are now in high gear, with the U.S. military answering the call for help. VOA Pentagon correspondent Carla Babb has the latest.

More than 30,000 military personnel are deploying to the Caribbean and the southeastern U.S. states of Florida, Georgia, South Carolina and Alabama…

...to help rescue and relief efforts after Hurricane Irma ripped through the region.

Soldiers from North Carolina drive south in convoys of flood-proof, high-water trucks filled with supplies.

Marines take to the skies over St. Thomas in the U.S. Virgin Islands.

Sailors aboard the USS Abraham Lincoln airlift supplies to the Florida Keys.

((BRIG. GEN. GLENN HAGLER, NATIONAL GUARD BUREAU VICE DIRECTOR OF OPERATIONS))
"What we're trying to do is get from the abnormal situation that we're in now to normal, as quickly as possible."

The Army National Guard and Air National Guard already have about 14,000 troops helping relief efforts from Hurricane Harvey, which hit Texas with record rains a couple of weeks ago.

And National Guard forces make up about half of the U.S. military personnel now helping with Hurricane Irma relief.

"We do medevac [medical evacuations], we do air search-and-rescue, we do a lot of ground search-and-rescue // We also provide things that you wouldn't think of, but you need a lot of: transportation, movement of commodities - and by that [I mean] food, water, fuel and other things necessary to support the population, because grocery stores are closed."

The call for help is growing at home, even while the U.S. military is still fighting two wars abroad.

However, Brigadier General Glenn Hagler tells VOA that this year has brought a greater burden on the National Guard than normal...

... it's not anywhere near the worst he's seen.

"We're about a third of the peak [personnel requirements] that we saw in the Katrina, Iraq and Afghanistan period, whenever all of that was going on at the same time. It is not typical, to answer your question, but it's not the high-water mark either."

But as more hurricanes loom in the Atlantic, military personnel and those in hurricane-prone territories are hoping for a calm that lasts, instead of the calm before another storm.

XS
SM
MD
LG