ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ຂໍໃຫ້ຈີນ ຢຸດເຊົາ ການສ້າງເກາະທຽມ ຢູ່ທະເລຈີນໃຕ້


ລມຕ ກະຊວງປ້ອງກັນປະເທດສະຫະລັດ ທ່ານ Ashton Carter ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດ ຄວາມໝັ້ນຄົງ ເຂດເອເຊຍ ຫຼື IISS ທີ່ສິງກະໂປ (30 ພຶດສະພາ 2015)
ລມຕ ກະຊວງປ້ອງກັນປະເທດສະຫະລັດ ທ່ານ Ashton Carter ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດ ຄວາມໝັ້ນຄົງ ເຂດເອເຊຍ ຫຼື IISS ທີ່ສິງກະໂປ (30 ພຶດສະພາ 2015)

ລັດຖະມົນຕີປ້ອງກັນປະເທດ ຂອງສະຫະລັດ ທ່ານ Ashton
Carter ກ່າວວ່າ ການຖົມດິນຫຼືສ້າງເກາະທຽມຂອງຈີນ ຢູ່ທະ ເລຈີນໃຕ້ແມ່ນຂັດກັບກົດລະບຽບຂອງນາໆຊາດແລະສະຫະ
ລັດຄັດຄ້ານ ຕໍ່ການເຮັດໃຫ້ເຂດຂັດແຍ້ງດັ່ງກ່າວມີການແຂ່ງ
ຂັນທາງທະຫານໃດໆກໍຕາມຕື່ມຂຶ້ນ.

ທ່ານ Carter ກ່າວຕໍ່ກອງປະຊຸມຄວາມໝັ້ນຄົງລະດັບສູງ ທີ່
ສິງກະໂປ ໃນວັນເສົາມື້ນີ້ວ່າ ສະຫະລັດມີຄວາມກັງວົນ ຢ່າງ
ເລິກເຊິ່ງ ກ່ຽວກັບຂອບເຂດໃນການສ້າງເກາະທຽມຂອງຈີນ ແລະໂອກາດກ່ຽວກັບການເຮັດໃຫ້ບັນດາເກາະທຽມເຫຼົ່ານັ້ນ
ມີການແຂ່ງຂັນທາງທະຫານຕື່ມຂຶ້ນ.

ທ່ານກ່າວຕໍ່ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ຈາກທົ່ວເຂດເອເຊຍປາຊີຟິກ ທີ່ເຂົ້າຮ່ວມ
ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ Shangri-La ວ່າ ເຖິງແມ່ນບັນດາປະເທດທີ່ອ້າງກຳ ມະສິດອື່ນໆຢູ່ໃນຂົງເຂດ ໄດ້ຕັ້ງຄ້າຍຂອງຕົນຂຶ້ນ ຢູ່ໃນບໍລິເວນໝູ່ເກາະ Spratley ທີ່ມີ ການຂັດແຍ້ງກັນນັ້ນກໍຈິງ ແຕ່ຈີນໄດ້ດຳເນີນການ ຫຼາຍໄປກວ່າໝູ່ ແລະໄວກວ່າປະເທດ ອື່ນໃດທັງໝົດ ໂດຍທຳການຖົມດິນເປັນບໍລິເວນກວ້າງກວ່າ 800 ເຮັກຕາພາຍໃນເວລາ ປີເຄິ່ງເທົ່ານັ້ນ.

ຄະນະຜູ້ແທນຂອງຈີນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ພັນເອກອະວຸໂສ Zhao Xiazhuo ຈາກສະຖາບັນວິທະຍາສາດກອງທັບຈີນກ່າວວ່າ ການໃຫ້ຄວາມເຫັນດັ່ງກ່າວແມ່ນເປັນ ທີ່ບໍ່ເໝາະສົມ.

ຈີນຢືນຢັດວ່າ ຕົນມີອະທິປະໄຕເກືອບທັງໝົດເໜືອເຂດທະເລຈີນໃຕ້ທີ່ອຸດົມສົມບູນໄປ ດ້ວຍຊັບພະຍາກອນທຳມະຊາດ ແລະເປັນເສັ້ນທາງເດີນເຮືອທີ່ສຳຄັນນັ້ນ.

ຟີລິບປິນ ຫວຽດນາມ ມາເລເຊຍ ໄຕ້ຫວັນ ແລະບຣູນາຍ ຕ່າງກໍອ້າງເອົາບາງສ່ວນຂອງ ທະເລຈີນໃຕ້ຄືກັນ.

US China
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG