ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ທາງການແຂວງອຸດົມໄຊ ອະນຸຍາດສຳປະທານທີ່ດິນໃຫ້ກັບບໍລິສັດຈາກຈີນ ແລະໄທ ຄິດເປັນເນື້ອທີ່ລວມກວ້າງກວ່າ 1 ແສນເຮັກຕາ


ພາບນີ້ໄດ້ຈາກວີດີໂອຂອງໂທລະພາບແຫ່ງຊາດລາວ ໃນວັນທີ 3 ທັນວາ 2021 ໂດຍຜ່ານອົງການຂ່າວ AFPTV ສະແດງໃຫ້ເຫັນຫົວລົດໄຟຄວາມໄວສູງ ແລະຫົວລົດໄຟຂົນສົ່ງສິນຄ້າ.
ພາບນີ້ໄດ້ຈາກວີດີໂອຂອງໂທລະພາບແຫ່ງຊາດລາວ ໃນວັນທີ 3 ທັນວາ 2021 ໂດຍຜ່ານອົງການຂ່າວ AFPTV ສະແດງໃຫ້ເຫັນຫົວລົດໄຟຄວາມໄວສູງ ແລະຫົວລົດໄຟຂົນສົ່ງສິນຄ້າ.

ທາງການແຂວງອຸດົມໄຊ ອະນຸຍາດສຳປະທານທີ່ດິນໃຫ້ກັບບໍລິສັດຈາກຈີນ ແລະໄທ ຄິດເປັນເນື້ອທີ່ລວມກວ້າງກວ່າ 1 ແສນເຮັກຕາ ເພື່ອພັດທະນາເມືອງທັນສະໄໝ ແລະກະສິກຳປອດສານເຄມີ ແລະພະລັງງານແສງຕາເວັນ.

ນັກທຸລະກິດລາວ ໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ເປີດເຜີຍວ່າ ພະແນກແຜນການແລະການລົງທຶນ ແຂວງອຸດົມໄຊ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ແກ່ບໍລິສັດຈາກຈີນແລະໄທ ຄິດເປັນເນື້ອທີ່ລວມເກີນກວ່າ 1 ແສນເຮັກຕາ ເມື່ອບໍ່ດົນມານີ້ ຊຶ່ງລວມເຖິງໂຄງການພັດທະນານິຄົມອຸດສາຫະກຳຂອງບໍລິສັດຈີນ ໃນພື້ນທີ່ກວ້າງກວ່າ 94,000 ເຮັກຕາ ທີ່ເມືອງໄຊ ໂຄງການພັດທະນາເມືອງທັນສະໄໝທີ່ເປັນມິດຕໍ່ສະພາບແວດລ້ອມທຳມະຊາດຂອງບໍລິສັດຈາກໄທ ແລະໂຄງການຜະລິດພະລັງງານໄຟຟ້າແສງຕາເວັນຂອງບໍລິສັດຈີນ ທີ່ເມືອງນາມໍ້ ທີ່ກຳລັງກະກຽມການຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງໃຫ້ກັບປະຊາຊົນລາວ ຢູ່ໃນເວລານີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ໂຄງການພັດທະນາຕົວເມືອງທັນສະໄໝ ທີ່ເປັນມິດຕໍ່ສິ່ງແວດລ້ອມຂອງບໍລິສັດ ອຳມະຕະ ຄໍໂປເຣສັນ (Amata Corporation) ຈຳກັດ ຊຶ່ງມີເນື້ອທີ່ທັງໝົດ 3,150 ເຮັກຕາ ແລະມາຮອດປັດຈຸບັນສຳເລັດການສຳຫຼວດແລ້ວ 1,200 ກວ່າເຮັກຕາ ປັດຈຸບັນແມ່ນຢູ່ໃນຂັ້ນຕອນການກະກຽມດຳເນີນການຊົດເຊີຍໃຫ້ແກ່ປະຊາຊົນ ແລະໂຄງການພະລັງງານໄຟຟ້າແສງຕາເວັນ CGN ເນາະ ຢູ່ເມືອງນາມໍ້ ແມ່ນມີເນື້ອທີ່ທັງໝົດ 30,000 ກວ່າເຮັກຕາ ປັດຈຸບັນຢູ່ໃນຂັ້ນຕອນການກວດກາບັນພື້ນທີ່ທີ່ມີຜົນກະທົບຕໍ່ປະຊາຊົນ.”

ທັງນີ້ ໂດຍການເປັນຮຸ້ນສ່ວນຍຸດທະສາດ ແລະຄູ່ຮ່ວມຊະຕາກຳໃນການພັດທະນາຮອບດ້ານ ລະຫວ່າງລາວກັບຈີນ ຊຶ່ງລັດຖະບານ 2 ປະເທດ ໄດ້ຈັດຕັ້ງປະຕິບັດແຜນແມ່ບົດການຮ່ວມມືກັນນັບແຕ່ປີ 2016 ເປັນຕົ້ນມານັ້ນ ຖືເປັນປັດໄຈສຳຄັນທີ່ເຮັດໃຫ້ຈີນ ກາຍເປັນຜູ້ລົງທຶນທີ່ມີມູນຄ່າການລົງທຶນສູງທີ່ສຸດໃນລາວ ໂດຍສະເພາະແມ່ນການລົງທຶນໃນຕະຫຼອດແລວທາງລົດໄຟ ລາວ-ຈີນ ໃນລາວນັ້ນ ກໍຄືເຂດທີ່ການລົງຂອງຈີນ ເພີ້ມຂຶ້ນຫຼາຍທີ່ສຸດ ເພາະລັດຖະບານລາວ ໄດ້ໃຫ້ສິດພິທິເສດແກ່ບັນດາບໍລິສັດຈີນ ໃນການນຳໃຊ້ທີ່ດິນ ທີ່ຢູ່ໃນຕະຫຼອດແລວທາງລົດໄຟ ລາວ-ຈີນ ໃນລາວ ໄດ້ຢ່າງເຕັມທີ່ນັ້ນ ຈຶ່ງເຮັດໃຫ້ກຸ່ມບໍລິສັດຈີນ ສາມາດຈະເຂົ້າຄອບຄອງທຸລະກິດຕ່າງໆ ດ້ວຍການຊື້ກິດຈະການຂອງບັນດານັກທຸລະກິດລາວ ແລະຂະຫຍາຍການລົງທຶນເພີ້ມຂຶ້ນນັບມື້ນັ້ນເອງ ໂດຍສະເພາະແມ່ນບັນດາທຸລະກິດຕ່າງໆ ທີ່ຢູ່ໃນແຂວງອຸດົມໄຊ ນັ້ນ ໄດ້ຕົກຢູ່ພາຍໃຕ້ການຄອບຄອງຂອງບັນດານັກທຸລະກິດຈີນ ເປັນສ່ວນໃຫຍ່ແລ້ວ ໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດລາວ ທີ່ດຳເນີນທຸລະກິດການຄ້າແລະລົງທຶນຮ່ວມກັບຈີນ ຢູ່ໃນແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ:

“ດ້ານອຸດສາຫະກຳກໍໄດ້ມີຫຼາຍດ້ານ ເຊັ່ນໂຮງງານຊີມັງໄດ້ເລີ້ມຜະລິດແລ້ວ ໂຮງງານອຸດສາຫະກຳປຸງແຕ່ງແປ້ງມັນຕົ້ນ ໂຮງງານຂ້າສັດທັນສະໄໝ ກະໄດ້ເລີ້ມຜະລິດ ໃນໄລຍະເວລາອັນໃກ້ໆນີ້ ຍັງກຽມທີ່ຈະເປີດນຳໃຊ້ໂຮງງານຜະລິດແຮ່ Silicon ແລະແຮ່ Manganese ຊຶ່ງເປັນໂຮງງານຂະໜາດໃຫຍ່ ຢູ່ເມືອງນາມໍ້ ແລະກະກຽມທີ່ຈະເປີດນຳໃຊ້ໂຮງງານປຸງແຕ່ງຫົວອາຫານສັດຢູ່ເມືອງໄຊ ນອກຈາກນີ້ ກະຍັງພວມຈັດຕັ້ງປະຕິບັດໂຄງການພັດທະນາປິ່ນອ້ອມສະຖານີນລົດໄຟເມືອງໄຊ.”

ສະພາບການດັ່ງກ່າວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍຫລັງການລະບາດໄວຣັສໂຄວິດ-19 ທີ່ເຮັດໃຫ້ຫົວໜ່ວຍທຸລະກິດສ່ວນໃຫຍ່ໃນລາວ ຕ້ອງປະເຊີນກັບສະພາວະຂາດທຶນເປັນເວລາເຖິງ 3 ປີຕິດຕໍ່ກນ ແລະປາກົດມີຫົວໜ່ວຍທຸລະກິດຈຳນວນຫຼາຍທີ່ບໍ່ສາມາດຟື້ນຟູທຸລະກິດໃຫ້ກັບຄືນສູ່ສະພາວະປົກກະຕິໄດ້ຈົນເຖິງປັດຈຸບັນນີ້ ຈຶ່ງມີໂອກາດສູງທີ່ນັກທຸລະກິດຈີນ ຈະເຂົ້າມາຊື້ກິດຈະການເຫຼົ່ານີ້ຕໍ່ໄປ ເພາະວ່າ ລັດຖະບານລາວ ມີເງິນທຶນຢ່າງຈຳກັດສຳລັບໃຫ້ສິນເຊື່ອເພື່ອການຟື້ນຟູທຸລິກິດຂອງຈຸລະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ໃນລາວນັ້ນເອງ ຊຶ່ງການຂະຫຍາຍການລົງທຶນຂອງບັນດາບໍລິສັດຈີນ ຕາມແລວທາງລົດໄຟຟ້າ ລາວ-ຈີນ ໃນລາວດັ່ງກ່າວນີ້ ຍັງເຮັດໃຫ້ຕ້ອງມີການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າແລະຜະລິດຕະພັນຕ່າງໆ ຈາກລາວໄປຈີນທີ່ເພີ້ມຂຶ້ນນັບມື້ດ້ວຍ ໂດຍໃນນີ້ ກໍລວມເຖິງການພັດທະນາທ່າບົກຢູ່ສະຖານີລົດໄຟເມມືອງໂພນໂຮງ ແຂວງວຽງຈັນດ້ວຍ.

ທັງນີ້ ໂດຍໃນຊ່ວງປະ 1988-2023 ລັດຖະບານລາວ ກໍໄດ້ໃຫ້ການອະນຸມັດການລົງທຶນຂອງບັນດາບໍລິສັດຈີນ ໃນລາວຈຳນວນ 933 ໂຄງການມີມູນຄ່າການລົງທຶນລວມກວ່າ 18,000 ລ້ານໂດລາ ແລະຈັດເປັນກຸ່ມຜູ້ລົງທຶນອັນດັບ 1 ໃນລາວ ເປັນເວລາກວ່າ 10​ປີຕິດຕໍ່ກັນ ທັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວ ອີກດ້ວຍ ໂດຍສະເພາະແມ່ນພາກພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກກະສິກຳ ການຄ້າ ແລະບໍລິການຄົບວົງຈອນນັ້ນ ຍັງເຮັດໃຫ້ບັນດາບໍລິສັດຈີນ ທີ່ລົງທຶນ ແລະດຳເນີນທຸລະກິດໃນລາວ ສາມາດກຳໜົດລາຄາສິນຄ້າ ແລະບໍລິການຕ່າງໆ ເປັນສະກຸນເງິນຢວນໄດ້ອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG