ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກ່ຽວກັບພວກເຮົາ

ກ່ຽວກັບພວກເຮົາ

ກ່ຽວກັບພວກເຮົາ

ວີ​ໂອ​ເອ​ເປັນ​ອົງ​ການ​ຂ່າວໃນ​ລະ​ບົບມັນ​ຕີ​ມີ​ເດຍ​ສາ​ກົນ​ທີ່​ໃຫ​ຍ່​ທີ່​ສຸດ​ຂອງ​ສະ​ຫະ​ລັດ ໂດຍ​ສະ​ໜອງ​ເນື້ອ​ໄນ​ຫຼາຍກວ່າ 45 ພາ​ສາ ໃຫ້​ແກ່​ທ່ານ​ຜູ້​ຟັງ​ແລະ​ຜູ້​ຊົມທີ່ສາ​ມາດ​ເຂົ້າ​ເຖິງສິດເສ​ລີພາບດ້ານ​ຂ່າວ​ສານ​ແບບ​ຈຳ​ກັດ​ຫຼື​ບໍ່​ມີ​ເລີຍ. ສ້າງ​ຕັ້ງ​ຂຶ້ນມາ ​ໃນ​ປີ 1942 ວີ​ໂອ​ເອ​ແມ່​ນ​ມີ​ຄວາມ​ໝັ້ນ​ໝາຍ ​ຕໍ່​ການ​ເກັບ​ກຳ​ຂ່າວໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ​ແລະ​ຢ່າງ​ເປັນ​ອິດ​ສະ​ຫຼະ ແລະ​ລາຍ​ງານ​ຄວາ​ມ​ຈິງ​ ໃຫ້​ທ່ານ​ຜູ້​ຟັງ​ແລະ​ທ່ານ​ຜູ້​ຊົມ​ຊາບ.

ວີ​ໂອ​ເອ​ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ເຕັມ ໂດຍ​ຜູ້​ເສຍ​ພາ​ສີ​ຂອງ​ສະ​ຫະ​ລັດ ໃນ​ຖາ​ນະ​ທີ່​ເປັນ​ສ່ວນນຶ່ງ​ຂອງ​ອົງ​ການ​ສື່ມວນ​ຊົນ​ໂລກ​ຂອງ​ສະ​ຫະ​ລັດ.

ພາ​ລະ​ກິດ​ຂອງວີ​ໂອ​ເອ​ແລະ​ຄ​ວາມ​ເປັນ​ອິດ​ສະ​ຫຼະ​ທາງ​ດ້ານ​ບັນ​ນາ​ທິ​ການ ແມ່ນ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂດຍ​ກົດ​ໝາຍ ທີ່​ໃຫ້​ການ​ຄຸ້ມ​ຄອງ​ພວກ​ນັກ​ຂ່າວຈາກ​ອິດ​ທິ​ພົນ ການ​ກົດ​ດັນ ຫຼື​ໄດ້​ຮັບ​ການ​ຕອບ​ໂຕ້​ ຈາກ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຫຼື​ຈາກ​ພວກ​ນັກ​ການ​ເມືອງ.

ໃນ​ປີ 1976 ປະ​ທາ​ນາ​ທິ​ບໍ​ດີເຈ​ຣາ​ລ​ດ໌ ຟອ​ຣ໌ດ ໄດ້​ລົງ​ນາມ​ໃນ​ກົດ​ບັດ​ຂອງວີ​ໂອ​ເອ ຊຶ່ງ​ມີ​ຂໍ້​ຄວາມ​ດັ່ງ​ນີ້:

ວີ​ໂອ​ເອຈະ​ຮັບ​ໜ້າ​ທີ່ ​ເປັນ​ແຫຼ່ງ​ຂ່າວ​ທີ່​ໜ້າ​ເຊື່ອ​ຖື ແລະໄວ້​ໃຈ​ໄດ້ ຕະ​ຫຼອດ​ເວ​ລາ. ຂ່າວ​ຂອ​ງ ວີ​ໂອ​ເອ​ຈະ​ເປັນ​ຂ່າວ​ທີ່​ຖືກ​ຕ້ອງ ບໍ່​ເຂົ້າ​ຂ້າງອອ​ກ​ຂາ ແລະກວ້າງ​ຂວາງ​ຮອບ​ດ້ານ.

ວີ​ໂອ​ເອ​ຈະ​ຕາງ​ໜ້າ​ໃຫ້​ແກ່​ອາ​ເມ​ຣິ​ກາ ບໍ່​ແມ່ນ​ພາກ​ສ່ວນ​ໃດ​ນຶ່ງ​ຂອງ​ສັງ​ຄົມ​ອາ​ເມ​ຣິ​ກັນ ແລະ ດັ່ງ​ນັ້ນ ຈຶີ່ງ​ຈະ​ເປັນ​ຜູ້​ຕາງ​ໜ້າ ໃຫ້​ແກ່ແນວ​ຄິດທີ່​ສຳ​ຄັນ ຂອງ​ຄົນ​ອາ​ເມ​ຣິ​ກັນ ແລະ​ສະ​ຖາ​ບັນຕ່າງໆ ​ແບບມີ​ຄວາມກ້ຳ​ເກິ່ງ ແລະ​ກວ້າງ​ຂວາງ​ຮອບ​ດ້ານ.

ວີ​ໂອ​ເອ​ຈະ​ນຳ​ສະ​ເໜີ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ ຢ່າງ​ຈະ​ແຈ້ງ ແລະ​ມີ​ປະ​ສິດ​ທິ​ຜົນ ແລະ​ຍັງ​ຈະ​ເປັນ​ຜູ້​ນຳ​ສະ​ເໜີ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ​ສະ​ແດງ​ຄວາ​ມ​ຄິດ​ຄວາມ​ເຫັນ​ ກ່ຽວ​ກັບ​ນະ​ໂຍບາຍ​ເຫຼົ່າ​ນີ້ ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ​ນຳ​ດ້ວຍ.

ໃນ​ປີ 1994 ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໄດ້​ຮັບ​ຮອງ​ເອົາ ​ກົດ​ໝາຍ​ວ່າ​ດ້ວຍ​ການ​ອອກ​ອາ​ກາດ​ລະ​ຫວ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ. ກົດ​ໝາຍ​ດັ່ງ​ກ່າວນີ້ ​ຍັງ​ບັງ​ຄັບ​ໃຫ້ລາຍ​ງານ​ຂອງ​ນັກ​ຂ່າວວີ​ໂອ​ເອ ເປັນ​ທີ່​ເຊື່ອ​ໄດ້ມີ​ຄວາມຖືກ​ຕ້ອງ ​ບໍ່​ລຳ​ອຽງ ກວ້າງ​ຂວາງ​ຮອບ​ດ້ານ ມີ​ຄວາມ​ກ້ຳ​ເກິ່ງ ແລະ​ສະ​ທ້ອນ​ເຖິງ​ຄວາມ​ຫຼາກ​ຫຼາຍ ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ​ສັງ​ຄົມ​ຂອງ​ສະ​ຫະ​ລັດ.

ໃນ​ປີ 2016 ລັດ​ຖະ​ສະ​ພາ ອີ​ກ​ຄັ້ງ​ນຶ່ງ ໄດ້​ໃຫ້​ການ​ຢືນ​ຢັນ​ ຕໍ່​ກົດ​ໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ​ຊາດ ທີ່​ວ່າ​ໜ້າ​ທີ່​ໃນ​ການ​ເກັບ​ກຳ​ແລະ​ລາຍ​ງານ​ຂ່າວ ຈະ​ຕ້ອງ​ດຳ​ເນີນ​ຕໍ່​ໄປ ຢ່າງ​ເປັນ​ອິດ​ສະ​ຫຼະ ແລະ​ບໍ່​ມີ​ຄວາມ​ລຳ​ອຽງ.

ໃນ​ແຕ່​ລະ​ວັນ ນັກ​ຂ່າວ​ຂອງວີ​ໂອ​ເອ ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຂີດ ເພື່ອ​ໃຫ້​ເປັນ​ຕົວ​ຢ່າງ​ກ່ຽວ​ກັບ​ຫຼັກ​ການ ຂອງ​ອົງ​ການ​ຂ່າວ​ທີ່​ເປັນ​ອິດ​ສະ​ຫຼະ​ຕໍ່​ໂລກ.

ວີ​ໂອ​ເອ
ລາຍ​ງານ​ຂ່າວ​ທີ່ເສ​ລີ​ ແມ່ນ​ເປັນ​ເລື້ອງສຳ​ຄັ​ນຫຼາຍ

ສ່ວນວີໂອເອພາກພາສາລາວນັ້ນ ແມ່ນໄດ້ຕັ້ງຂຶ້ນມາໃນເດືອນກຸມພາ 1962 ແລະປັດຈຸບັນນີ້ ພວກເຮົາ ກະຈາຍສຽງເປັນເວລາ 30 ນາທີ ທຸກໆມື້. ລາຍການກະຈາຍສຽງຂອງພວກເຮົາ ສາມາດໄປຮອດໄປເຖິງ ປະຊາຊົນ ຈຳນວນ 6 ລ້ານ 3 ແສນຄົນ ໃນປະເທດລາວ ແລະປະຊາຊົນທີ່ປາກພາສາລາວ ຈຳນວນ 7-8 ລ້ານຄົນ ໃນເຂດໃກ້ຄຽງ ເຊັ່ນໃນພາກອີສານຂອງໄທ ໃນປະເທດມຽນມາ ໃນພາກຕາເວັນຕົກຂອງຫວຽດນາມ ພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ແລະພາກເໜືອຂອງກຳປູເຈຍ. ພວກເຮົາກະຈາຍສຽງທາງຄື້ນກາງ (ຜ່ານເຄື່ອງສົ່ງທີ່ບາງກອກ ປະເທດໄທ) ແລະຜ່ານດາວທຽມ. ນອກຈາກນັ້ນ ພວກເຮົາຍັງເຜີຍແຜ່ຂ່າວສານ ຜ່ານທາງສື່ສັງຄົມຕ່າງໆນຳດ້ວຍ.

ຂະໜາດຄື້ນ
ວີໂອເອພາກພາສາລາວ ອອກອາກາດທຸກໆວັນ ຕັ້ງແຕ່ເວລາ 7:30 ຫາ 8:00 ຕອນແລງ ຕາມເວລາໃນປະເທດລາວ ດ້ວຍຂະໜາດ ຄື້ນກາງ(AM) ແລະຄວາມຖີ່ 1.575 Khz.

XS
SM
MD
LG